ເຝີ - ເຍື່ອງອາຫານທີ່ເປັນເອກະລັກວັດທະນະທຳ ຫວຽດນາມ

(VOVWORLD) -   ຢູ່ ຫວຽດນາມ, ແຕ່ລະເຂດພາກລ້ວນແຕ່ມີບັນດາເຍື່ອງອາຫານພິເສດສະເພາະຂອງໃຜຂອງມັນ, ແຕ່ເບິ່ງລວມແລ້ວ, ເມື່ອເວົ້າເຖິງອາຫານການກິນ ຫວຽດນາມ ເຂົາເຈົ້າມັກເວົ້າເຖິງອາຫານຮ່າໂນ້ຍ ເຊິ່ງຢູ່ໃນນັ້ນ ເຝີມີທີ່ຕັ້ງສຳຄັນທີ່ສຸດ.

ໃນບັນດາເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ, ເຝີ ແມ່ນເຍື່ອງອາຫານພື້ນເມືອງທີ່ເປັນເອກະລັກສະເພາະ ຊື່ງໄດ້ຮັບຄວາມນິຍົມບໍລິໂພກທີ່ສຸດ. ເຝີ ມີຢູ່ທົ່ວທຸກແຫ່ງ, ຈາກບັນດາເສັ້ນທາງໃນໝູ່ບ້ານ ຕະຫລອດຮອດທາງຮ່ອມຕ່າງໆໃນນະຄອນ, ນັບແຕ່ບັນດາຮ້ານອາຫານແຄມທາງ, ຮ້ານອາຫານທົ່ວໄປ, ຢູ່ໃນບັນດາຮ້ານອາຫານພັດຕະຄານ ແລະ ນັບທັງການຫາບເລາະຂາຍ. ແຕ່ດົນມາແລ້ວ, ກິນເຝີ ໄດ້ກາຍເປັນວັດທະນະທຳການກິນອັນດີງາມຂອງຊາວ ຫວຽດນາມ, ເປັນຕົ້ນແມ່ນຊາວ ຮ່າໂນ້ຍ.

ເຝີ - ເຍື່ອງອາຫານທີ່ເປັນເອກະລັກວັດທະນະທຳ ຫວຽດນາມ - ảnh 1 ເຝີງົວ (ພາບອິນເຕີແນັດ)

ເຝີ ມີຫລາຍຊະນິດ ອີງຕາມແຕ່ລະເຂດພາກ, ເຝີ ມີຢູ່ທົ່ວທຸກແຫ່ງໃນທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ເຝີ ຮ່າໂນ້ຍ ອາດຈະມີຊື່ສຽງກ່ວາໝູ່. ຢູ່ ຮ່າໂນ້ຍ ມີຮ້ານຂາຍເຝີ ທີ່ມີຊື່ສຽງຫລາຍຮ້ານ ເຊິ່ງຕິດພັນກັບຊື່ເອີ້ນຂອງຜູ້ລິເລີ່ມປຸງແຕ່ງເຝີ, ທີ່ຢູ່ຂອງຖະໜົນ ຫຼື ຕັ້ງຊື່ຕາມແບບຫຼິ້ນສັບ ເປັນຕົ້ນແມ່ນ ເຝີບ໊າດດ່ານ, ເຝີຫຼີ໊ກວັກຊື, ເຝີຖິ່ນ, ເຝີເຊື໊ອງ, ເຝີວຸຍ, ເຝີໝັ້ນ, ເຝີຕືລຸ່ນ…, ຫຼື ເຝີທີ່ມີຕົ້ນກຳເນີດມາຈາກແຂວງ ນາມດິງ ຂອງວົງຕະກຸນ ໂກ ເຊິ່ງຂາຍເປັນລະບົບ, ມີຫລາຍສາຂາ. ຮ້ານ ເຝີ ເກືອບທັງໝົດເຫຼົ່ານັ້ນ ລ້ວນແຕ່ໄດ້ເປີດຂາຍມາແຕ່ 50 – 70 ປີແລ້ວ, ໄດ້ສືບທອດແຕ່ເຊັ່ນຄົນນີ້ໄປສູ່ເຊັ່ນຄົນອື່ນ. ລຸງ ຫງວຽນວັນກຸ໊ຍ, ເຈົ້າຂອງຮ້ານ ເຝີເຊື໊ອງ, ຢູ່ຖະໜົນ ດິງລຽດ, ຮ່າໂນ້ຍ ໃຫ້ຮູ້ວ່າ:

ພໍ່ຂອງຂ້າພະເຈົ້າຂາຍເຝີ ມາແຕ່ປີ 1930 ແລະ ອ້າຍນ້ອງຂອງພວກຂ້າພະເຈົ້າກໍ່ໄດ້ຂາຍຈົນມາຮອດປັດຈຸບັນ. ຄຳວ່າເຝີເຊື໊ອງ ຄອບຄົວຂອງຂ້າພະເຈົ້າບໍ່ມີໃຜຊື່ເຊື໊ອງ ແຕ່ຄອບຄົວຂອງຂ້າພະເຈົ້າຕັ້ງຂຶ້ນມາໃຫ້ມ່ວນຊື່ໆເທົ່ານັ້ນ.

        ເຝີ ມີຫລາຍຊະນິດຄື ເຝີງົວ, ເຝີໄກ່ ແຕ່ເມື່ອເວົ້າເຖິງເຝີນັ້ນ ເຂົາເຈົ້າມັກຄິດເລີຍເຖິງເຝີງົວໃນທັນທີໂລດ, ຍ້ອນວ່າເຝີງົວ ມີຕົ້ນດຳເນີດມາແຕ່ດົນນານກ່ວາ. ຕາມບັນດານັກຄົ້ນຄ້ວາແລ້ວ ເຝີງົວ ປະກົດມີຮ້ານຂາຍມາແຕ່ຕົ້ນສະຕະວັດທີ 20 ແລະ ຫລັງຈາກນັ້ນ ຈຶ່ງມີເຝີໄກ່ ຕື່ມອີກ.

        ວັດຖຸດິບຕົ້ນຕໍ ເພື່ອເຮັດເຝີ ລວມມີ: ຊີ້ນງົວ, ນ້ຳປາ, ຂີງ, ເກືອ ແລະ ເຄື່ອງປຸງແຕ່ງຊະນິດອື່ນໆຄື ຢາສະໝູນໄພ, ຖາວກ໋ວາ…ເຖິງຢ່າງໃດກໍ່ຕາມ, ສິ່ງສຳຄັນທີ່ສຸດ ແມ່ນນ້ຳເຝີ.  ເພື່ອປຸງແຕ່ງນ້ຳເຝີໃຫ້ມີລົດຊາດທັງນົວ, ທັງໃສ, ທັງເຂັ້ມຂຸ້ນນັ້ນ, ແຕ່ລະຮ້ານ, ແຕ່ລະເຄື່ອງໝາຍເຝີ ລ້ວນແຕ່ມີເຄັດລັບສະເພາະຂອງຕົນ ແລະ ແຂກມາກິນແຕ່ລະຄົນ ກໍ່ລ້ວນແຕ່ເລືອກມາກິນຮ້ານທີ່ແຊບ ເພື່ອສ້າງຄວາມຜູກພັນ ແລະ ໄດ້ກິນອາຫານແຊບ.

        “ຂ້າພະເຈົ້າຮູ້ສຶກວ່າກິນແຊບກ່ວາຮ້ານອື່ນ ແລະ ຖືກໃຈຫລາຍ

        “ແຕ່ລະເທື່ອທີ່ຂ້າພະເຈົ້າມາຮ່າໂນ້ຍ ລ້ວນແຕ່ມາແວ່ກິນເຝີ ຢູ່ຮ້ານນີ້. ຫລາຍປີມາແລ້ວ ຄວາມງາມແບບເກົ່າແກ່ນັ້ນ ບໍ່ມີຫຍັງປ່ຽນແປງ ແລະ ລົດຊາດ, ຄຸນນະພາບຍັງເໝືອນເດີມ.

        “ເວົ້າລວມແລ້ວ ອາຫານເຊົ້າຂອງຊາວຮ່າໂນ້ຍ ສ່ວນຫລາຍມັກກິນເຝີ ຖ້າຫາກວ່າບໍ່ໄດ້ກິນເຝີມາເປັນໄລຍະໜຶ່ງນັ້ນ ຈະຮູ້ສຶກຢາກກິນເຝີແຮງ. ຄວາມຊິນເຄີຍດັ່ງກ່າວ ມັນໄດ້ຊຶມເຂົ້າຈິດສຳນຶກແລ້ວ.

ເຝີ - ເຍື່ອງອາຫານທີ່ເປັນເອກະລັກວັດທະນະທຳ ຫວຽດນາມ - ảnh 2ເຝີໄກ່ (ພາບອິນເຕີແນັດ) 

        ຢູ່ ຫວຽດນາມ, ແຕ່ລະເຂດພາກລ້ວນແຕ່ມີບັນດາເຍື່ອງອາຫານພິເສດສະເພາະຂອງໃຜຂອງມັນ, ແຕ່ເບິ່ງລວມແລ້ວ, ເມື່ອເວົ້າເຖິງອາຫານການກິນ ຫວຽດນາມ ເຂົາເຈົ້າມັກເວົ້າເຖິງອາຫານຮ່າໂນ້ຍ ເຊິ່ງຢູ່ໃນນັ້ນ ເຝີມີທີ່ຕັ້ງສຳຄັນທີ່ສຸດ. ຍາກທີ່ຈະເຊື່ອໄດ້ວ່າ ໃນຕະຫລອດຊີວິດຂອງຜູ້ໃດຜູ້ໜຶ່ງທີ່ເປັນຊາວຮ່າໂນ້ຍນັ້ນ ຍັງບໍ່ໄດ້ກິນເຝີຈັກເທື່ອ. ເຝີສາມາດກິນໄດ້ໃນທຸກໆວັນ, ຄືກັນກັບກິນເຂົ້າ. ບໍ່ນັບທັງຄົນຮັ່ງມີຄົນທຸກຍາກ, ນັບແຕ່ປະຊາຊົນທົ່ວໄປຈົນເຖິງເຈົ້າຂຸນມຸນນາຍ, ບໍ່ວ່າແມ່ນໃຜກໍ່ສາມາດໄປກິນເຝີຢູ່ຮ້ານໄດ້. ຄົນເຮົາສາມາດກິນເຝີໄດ້ໃນທຸກເວລາ ບໍ່ວ່າຈະເປັນຕອນເຊົ້າ, ຕອນສວາຍ, ຕອນແລງ, ຕອນຄ່ຳ ຫຼື ຕອນກາງຄືນ, ພຽງແຕ່ມີຄວາມຮູ້ສຶກວ່າຢາກເຝີ ກໍ່ສາມາດໄປກິນໄດ້ເລີຍ. ກິນເຝີ ໄດ້ກາຍເປັນວັດທະນະທຳການກິນທີ່ເປັນເອກະລັກສະເພາະ, ສະນັ້ນ ແຂກທ່ອງທ່ຽວ ຫຼື ຄົນທີ່ມາຈາກບັນດາເຂດພາກອື່ນໆ ເມື່ອມາຢ້ຽມຢາມ ຮ່າໂນ້ຍ ອາດຈະມີຄວາມຕົກສະເງີ້ ເມື່ອໄດ້ເຫັນແຂກມາກິນເຝີຢູ່ຮ້ານ ຢືນລຽນກັນເປັນແຖວ ເພື່ອລໍຖ້າຮັບເອົາຖ້ວຍເຝີມາກິນ. ອະທິບາຍກ່ຽວກັບສິ່ງດັ່ງກ່າວ, ເອື້ອຍ ຫວີງກວຽນ, ຊາວ ຮ່າໂນ້ຍ ແບ່ງປັນວ່າ:

        “ຫລາຍຄົນມີຂໍ້ຂ້ອງໃຈ, ຊ້ຳບໍ່ໜຳຍັງຕິວ່າ ເປັນຫຍັງຊາວຮ່າໂນ້ຍສີວິໄລແລ້ວ ພັດວ່າມາຢືນລຽນແຖວລໍຖ້າຮັບເອົາຖ້ວຍເຝີໄປກິນເອງ ບໍ່ມີຄົນເສີບໃຫ້ ຂ້າພະເຈົ້າຄິດວ່າ ມັນກໍ່ມີເຫດມີຜົນຂອງມັນ. ເປັນຫຍັງ ເຂົາເຈົ້າຈຶ່ງຍອມລໍຖ້າເອົາຖ້ວຍເຝີມາກິນເອງ ຍ້ອນຂ້າພະເຈົ້າຄິດວ່າ ວັດທະນະທຳການກິນເຝີ ມີຄວາມແຕກຕ່າງ. ຄົນເຮົາມາກິນເຝີ ບໍ່ແມ່ນວ່າມາເວົ້າຄວາມໃນໃຈ ພຽງແຕ່ມາກິນເຝີແຊບເທົ່ານັ້ນ, ເມື່ອກິນແລ້ວ ກໍ່ເອົາຖ້ວຍໄປໄວ້ຢູ່ບ່ອນເຈົ້າຂອງຮ້ານກຳນົດ ໂດຍບໍ່ຕ້ອງການໃຫ້ໃຜມາຮັບໃຊ້.

        ນັກປະພັນວັນນະຄະດີທີ່ມີຊື່ສຽງຂອງ ຫວຽດນາມ ຫລາຍຄົນ ໄດ້ນຳເອົາເຝີຫວຽດ ເຂົ້າໃນຜົນງານແຫ່ງການປະພັນຂອງຕົນ. ຍາມໃດຊາວ ຫວຽດນາມ ກໍ່ໄດ້ແນະນຳເຝີຫວຽດ ໃຫ້ເພື່ອນມິດສາກົນກ່ຽວກັບພື້ນຖານອາຫານການກິນທີ່ອຸດົມສົມບູນ, ເປັນເອກະລັກສະເພາະຂອງປະເທດຕົນ ດ້ວຍຄວາມເອກອ້າງທະນົງໃຈ, ໃນນັ້ນ, ເຝີຫວຽດ ໄດ້ກາຍເປັນ “ທູດອາຫານ”, ປະກອບສ່ວນເຊີດຊູວັດທະນະທຳຂອງ ຫວຽດນາມ ຕໍ່ເພື່ອນມິດສາກົນ.

        ໂດຍຜ່ານຫລາຍລຸ້ນຄົນ, ເຝີຫວຽດ ຍັງໄດ້ຮັບຖືວ່າ “ແມ່ນຈິດວິນຍານທີ່ຍອດຢ້ຽມຂອງຊາດ”. ຄວາມລະອຽດອ່ອນໃນວິທີປຸງແຕ່ງເຝີ, ປະສົມກັບເຄື່ອງປຸງຂອງເຝີຊະນິດຕ່າງໆ ໄດ້ສ້າງເປັນລົດຊາດອາຫານທີ່ສາມາດພິຊິດໄດ້ຈິດໃຈຂອງແຂກມາກິນທີ່ເອົາໃຈຍາກທີ່ສຸດ, ນັບທັງນັກຕຳໜິດ້ານອາຫານ, ບັນດາພໍ່ຄົວ, ແມ່ຄົວທີ່ມີຊື່ສຽງໃນໂລກ. ສິ່ງດັ່ງກ່າວນັ້ນ ໄດ້ພິສູດໃຫ້ເຫັນພະລັງຊີວິດອັນແຮງກ້າ ແລະ ການພັດທະນາຢ່າງແຮງຂອງເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຊາດ ເຊິ່ງວ່າໃຜໄດ້ກິນແລ້ວ ກໍ່ຮູ້ສຶກຫຼົງໄຫຼ./.

ຕອບກັບ

ຂ່າວ/ບົດ​ອື່ນ