ເລີ່ມຕົ້ນທຸລະກິດ ສ້າງຄວາມຮັ່ງມີດ້ວຍການປູກດອກກ້ວຍໄມ້

(VOVWORLD) -ດ້ວຍຈິດໃຈບໍ່ຫວັ່ນໄຫວຕໍ່ຄວາມຫຍຸ້ງຍາກ, ຊອກຮູ້ຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ອ້າຍ ຫງວຽນເຕິ໊ນເວືອງ ຢູ່ຕາແສງ ເລິມເຊີນ, ເມືອງ ນິງເຊີນ, ແຂວງ ນິງທ້ວນ ໄດ້ບືນຕົວຂຶ້ນສ້າງຄວາມຮັ່ງມີ ຈາກການປູກດອກກ້ວຍໄມ້. ອ້າຍເປັນໜຶ່ງໃນຖັນແຖວຊາວໜຸ່ມດີເດັ່ນ ຂອງແຂວງນິງທ້ວນ ມີຄວາມຕັດສິນໃຈເລີ່ມຕົ້ນທຸລະກິດ ຢູ່ໃນເກນອາຍຸ 30 ກວ່າປີ ຍ້ອນມີຄວາມເມົາມົວຫຼົງໄຫຼ, ກ້າຄິດ, ກ້າທຳ. ບົດຂຽນຂອງ VOV.

ອ້າຍ ຫງວຽນເຕິ໊ນເວືອງ  ມີຄວາມນິຍົມຊົມຊອບສີສັນ ແລະ ກິ່ນຫອມຂອງດອກກ້ວຍໄມ້ທີ່ສຸດ ສະນັ້ນ ລາວຈຶ່ງໄດ້ປູກດອກກ້ວຍໄມ້ປ່າ ຫຼາຍຊະນິດ ເປັນຕົ້ນແມ່ນແມ່ນ: ລອງຕູ, ກິມດຽບ, ຮວ໋າຮວ່າງ, ຮົ່ງຍ້ານ,…ຫຼັງຈາກນັ້ນ ຈຶ່ງຮູ້ວ່າ ດອກກ້ວຍໄມ້ມີຄຸນຄ່າທາງດ້ານເສດຖະກິດສູງ, ມີຫຼາຍຄົນນິຍົມຊົມຊອບ ແລະ ຊອກຊື້ດອກກ້ວຍໄມ້ຢ່າງຫຼວງຫຼາຍ ສະນັ້ນ ລາວຈຶ່ງຕັດສິນໃຈເລີ່ມຕົ້ນທຸລະກິດດ້ວຍການປູກດອກກ້ວຍໄມ້.

ເລີ່ມຕົ້ນທຸລະກິດ ສ້າງຄວາມຮັ່ງມີດ້ວຍການປູກດອກກ້ວຍໄມ້ - ảnh 1 ອ້າຍ ຫງວຽນເຕິ໊ນເວືອງ (ພາບ: ninhthuantv.vn)

ໃນຊຸມວັນທຳອິດທີ່ເລີ່ມປູກ ແລະ ບົວລະບັດດອກກ້ວຍໄມ້ນັ້ນ, ລາວພົບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນວ່າ ລາວບໍ່ກຳແໜ້ນກ່ຽວກັບເຕັກນິກດ້ານຕ່າງໆ, ສະນັ້ນ ດອກກ້ວຍໄມ້ຈຶ່ງຫ່ຽວແຫ້ງ ແລະ ຕາຍ. ຍ້ອນມີຄວາມອົດທົນ ທັງເຮັດ, ທັງຮຽນໄປພ້ອມໆກັນ ຫຼັງຈາກນັ້ນ 3 ປີ ລາວ ຈຶ່ງມີຄວາມຮູ້ກ່ຽວກັບອາຊີບປູກດອກກ້ວຍໄມ້, ສາມາດຂະຫຍາຍພັນ ແລະ ບັງຄັບໃຫ້ກ້ວຍໄມ້ອອກດອກ ຕອບສະໜອງຄວາມຕ້ອງການ ຂອງຜູ້ນິຍົມຫຼິ້ນດອກກ້ວຍໄມ້, ນັບແຕ່ນັ້ນມາ ກໍ່ມີຫຼາຍຄົນຮູ້ຈັກເຖິງ. ດອກກ້ວຍໄມ້ ພັນ ຢາຮາກ ທີ່ຫາຍາກນີ້ ລາວໄດ້ຂາຍໃຫ້ຜູ້ສະສົມ ດ້ວຍລາຄາສູງກວ່າ 100 ລ້ານດົ່ງ, ຍັງມີພັນທຳມະດາຕື່ມອີກ ຂາຍດ້ວຍລາຄາໂຖປະມານສອງສາມລ້ານດົ່ງ. ອ້າຍ ຫງວຽນເຕິ໊ນເວືອງ ແບ່ງປັນວ່າ:

        “ຕາມຂ້າພະເຈົ້າແລ້ວ ເພື່ອໃຫ້ການເລີ່ມຕົ້ນທຸລະກິດຂອງເຮົາ ປະສົບຜົນສຳເລັດນັ້ນ, ທຳອິດແມ່ນຕ້ອງມີຄວາມເມົາມົວຫຼົງໄຫຼ, ທີສອງແມ່ນມີຄວາມອົດທົນຊອກຮູ້ຮ່ຳຮຽນ ແລະ ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນວຽກງານຂອງຕົນ ຫຼັງຈາກນັ້ນ ກໍ່ຕ້ອງຊອກຫາຕະຫຼາດຈຳໜ່າຍ ໃຫ້ແກ່ຜະລິດຕະພັນຂອງຕົນ”.

ເລີ່ມຕົ້ນທຸລະກິດ ສ້າງຄວາມຮັ່ງມີດ້ວຍການປູກດອກກ້ວຍໄມ້ - ảnh 2ສວນປູກດອກໄມ້ຂອງ ອ້າຍ  ຫງວຽນເຕິ໊ນເວືອງ (ພາບ: ninhthuantv.vn)

ປະຈຸບັນ, ສວນປູກດອກໄມ້ຂອງ ອ້າຍ  ຫງວຽນເຕິ໊ນເວືອງ ມີດອກກ້ວຍໄມ້ ພັນ ຢາຮາກ ນັບເປັນຮ້ອຍຊະນິດ ມີລາຄາຂາຍແຕ່ ສອງສາມລ້ານ ຮອດ 100 ລ້ານດົ່ງຕໍ່ໂຖ. ຍ້ອນ ອ້າຍ ຫງວຽນເຕິ໊ນເວືອງ ປູກດອກກ້ວຍໄມ້ຕາມຮູບແບບແລ້ວຂັ້ນຕອນໃດ ກໍ່ຂາຍໄປພ້ອມ, ສະນັ້ນ ລາວ ຈຶ່ງມີດອກໄມ້ຂາຍຕະຫຼອດ; ພາຍຫຼັງຫັກຄ່າຕົ້ນທຶນອອກແລ້ວ ອ້າຍ ເວືອງ ມີກຳໄລສະເລ່ຍແລ້ວແມ່ນປະມານ 100 ລ້ານດົ່ງຕໍ່ປີ. ອ້າຍ ເວືອງ ໃຫ້ຮູ້ວ່າ ການປູກດອກກ້ວຍໄມ້ ແລະ ບົວລະບັດຮັກສາ ແມ່ນວຽກງານທີ່ງ່າຍດາຍ ແລະ ບໍ່ໜັກໜາສາຫັດ, ມີພຽງແຕ່ກຳໄດ້ເຕັກນິກດ້ານຕ່າງໆ ແລະ ຊອກຫາສົ້ນອອກໃຫ້ຜະລິດຕະພັນ ແຕ່ລະຄົນກໍ່ສາມາດສ້າງອາຊີບໃຫ້ແກ່ຕົນເອງໄດ້ ດ້ວຍການປູກດອກກ້ວຍໄມ້. ທ່ານນາງ ຫງວຽນທິຮ໋າຍ, ຮອງເລຂາພັກ ຕາແສງ ເລິມເຊີນ, ເມືອງ ນິງເຊີນ, ແຂວງ ນິງທ້ວນ ໃຫ້ຮູ້ວ່າ:

ເວືອງ ມີຄວາມອົດທົນ ຊອກຮູ້ ຫາເກັບຊື້ດອກກ້ວຍໄມ້ຢູ່ຫຼາຍບ່ອນ, ເມື່ອຊື້ມາແລ້ວ ກໍ່ຂະຫຍາຍພັນ. ທຳອິດ ລາວມີເງິນລົງທຶນແຕ່ໜ້ອຍດຽວ, ຫຼັງຈາກນັ້ນ ທ້ອງຖິ່ນ ກໍ່ມີຄວາມສົນໃຈ ແລະ ສ້າງເງື່ອນໄຂ, ແນະນຳໃຫ້ລາວ ໄປກູ້ຢືມທຶນ, ຈາກນັ້ນ ລາວກໍ່ຂະຫຍາຍຮູບແບບການປູກດອກກ້ວຍໄມ້ຂອງຕົນ ”.

ເລີ່ມຕົ້ນທຸລະກິດ ສ້າງຄວາມຮັ່ງມີດ້ວຍການປູກດອກກ້ວຍໄມ້ - ảnh 3ດອກກ້ວຍໄມ້ຢູ່ໃນສວນຂອງອ້າຍເວືອງ  (ພາບ: ninhthuantv.vn)

ດອກກ້ວຍໄມ້ ພັນ ຢາຮາກ ແມ່ນຊະນິດທີ່ຫາຍາກ, ເພື່ອໃຫ້ອອກດອກທີ່ມີຄວາມສວຍງາມນັ້ນ ຜູ້ປູກຕ້ອງກຳໄດ້ຄຸນລັກສະນະຂອງດອກໄມ້ ສະນັ້ນ ກ່ອນທີ່ຈະປູກຕ້ອງໄດ້ອອກແບບສວນ ເພື່ອຮັບປະກັນໃຫ້ມີເງື່ອນໄຂດີທີ່ສຸດ. ສວນດອກໄມ້ຂອງ ອ້າຍ ເວືອງ ໄດ້ສ້າງເປັນຮ້ານຂຶ້ນ ເພື່ອຫ້ອຍດອກໄມ້, ສູງຈາກໜ້າດິນປະມານແມັດເຄິ່ງ ຫາສອງແມັດ, ທາງເທິງມີຕາໜ່າງກັນແດດໄດ້ປະມານ 60%. ມື້ໜຶ່ງແມ່ນຫົດນ້ຳເທື່ອດຽວ ແຕ່ຫົດພໍປະມານເທົ່ານັ້ນ. ຄວນລົງທຶນສ້າງອ່າງເກັບນ້ຳ ເພື່ອຕອງນ້ຳກ່ອນແລ້ວຈຶ່ງເອົາໄປຫົດ. ພິເສດ, ເມື່ອບັງຄັບກ້ວຍໄມ້ໃຫ້ອອກດອກ ຕ້ອງບຳລຸງຫຼໍ່ລ້ຽງຕົ້ນຂອງມັນໃຫ້ແຂງແຮງດີ ດ້ວຍການໃສ່ຝຸ່ນໃຫ້ຄົບຖ້ວນ ແລະ ເໝາະສົມ, ພ້ອມກັນນັ້ນ ກໍ່ສັງເກດເພື່ອປ້ອງກັນ ບໍ່ໃຫ້ເຊື້ອລາ ມາທຳລາຍ. ຄວາມເມົາມົວຫຼົງໄຫຼ ແລະ ຄວາມນິຍົມຊົມຊອບຂອງ ອ້າຍ ເວືອງ ທີ່ມີຕໍ່ດອກກ້ວຍໄມ້ ໄດ້ນຳມາເຊິ່ງຄວາມສຳເລັດໃຫ້ແກ່ອ້າຍ ບົນເສັ້ນທາງແຫ່ງການເລີ່ມຕົ້ນທຸລະກິດ. ມີໝູ່ເພື່ອນຫຼາຍຄົນຮູ້ຈັກ ມາທັດສະນະສຶກສາ, ທອດຖອນບົດຮຽນກ່ຽວກັບອາຊີບປູກດອກກ້ວຍໄມ້. ເອື້ອຍ ຮ່າທິທູຮັ່ງ ເລຂາຊາວໜຸ່ມ ເມືອງ ນິງເຊີນ, ແຂວງນິງທ້ວນ ຕີລາຄາວ່າ:

ມີບາງຄົນກໍ່ມີຮູບແບບເລີ່ມຕົ້ນທຸລະກິດ ທີ່ແທດເໝາະກັບສະພາບຕົວຈິງໃຫ້ແກ່ຕົນເອງ. ຈາກຮູບແບບຕ່າງໆເຫຼົ່ານັ້ນ ກໍ່ມີຜົນກະທົບຢ່າງຕັ້ງໜ້າໃຫ້ແກ່ສະມາຊິກຊາວໜຸ່ມ ໃນການກໍ່ຮ່າງສ້າງຕົວ. ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າຈະຕັ້ງໜ້າລະດົມແຫຼ່ງກຳລັງ ເພື່ອໜູນຊ່ວຍໃຫ້ຜູ້ທີ່ມີຄວາມຄິດຢາກກໍ່ຮ່າງສ້າງຕົວ ຄືກັນກັບ ອ້າຍ ເວືອງ

ໃນໄລຍະທີ່ຈະມາເຖິງ, ອ້າຍ ເວືອງ ຄາດວ່າຈະສືບຕໍ່ລົງທຶນ ແລະ ຂະຫຍາຍເນື້ອທີ່ສວນປູກດອກກ້ວຍໄມ້ຂອງຕົນ ພ້ອມກັນນັ້ນກໍ່ຂະຫຍາຍພັນ ຢາຮາກ ຕື່ມອີກ ເພື່ອອະນຸລັກພັນດອກໄມ້ນີ້ໄວ້. ອ້າຍ ເວືອງ ພວມເປັນແບບຢ່າງດີເດັ່ນໃຫ້ຊາວໜຸ່ມຫຼາຍຄົນຢູ່ແຂວງນິງທ້ວນຫຼາຍຄົນ ໄດ້ຮ່ຳຮຽນເອົາ ແລະ ຕັດສິນໃຈສ້າງຄວາມຮັ່ງມີ ຢ່າງຊອບທຳ ຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ. 

ຕອບກັບ

ຂ່າວ/ບົດ​ອື່ນ