ເລື່ອງລາວກ່ຽວກັບສູນ HOPE ຢູ່ນະຄອນ ໂຮ່ຈີມິນ

(VOVWORLD) -ໂຮງໝໍ ຮຸ່ງເວືອງ ດ້ວຍບົດບາດເປັນເຈົ້າຂອງສູນ HOPE, ສະໜອງບັນດາຂັ້ນຕອນວິຊາສະເພາະ, ກໍ່ຄືຈັດການຝຶກອົບຮົມໃຫ້ຜູ້ລ້ຽງເດັກ ກ່ຽວກັບຄວາມຮູ້ ແລະ ທັກສະດີທີ່ສຸດໃນການເບິ່ງແຍງດູແລເດັກເກີດໃໝ່.
ເລື່ອງລາວກ່ຽວກັບສູນ HOPE ຢູ່ນະຄອນ ໂຮ່ຈີມິນ - ảnh 1ສູນ HOPE ໄດ້ຮັບການຕອບສະໜອງ ແລະ ເຂົ້າຮ່ວມເປັນແມ່ລ້ຽງເດັກ
(ພາບ: vtcnews)

ເພື່ອເບິ່ງແຍງດູແລເດັກເກີດໃໝ່ໂຊກບໍ່ດີທີ່ແມ່ຕິດເຊື້ອພະຍາດໂຄວິດ-19ນັ້ນ, ທາງນະຄອນໂຮ່ຈີມິນ ໄດ້ສ້າງຕັ້ງສູນ HOPE ຂຶ້ນມາ ເຊິ່ງມີຄວາມໝາຍວ່າ ຄວາມຫວັງ. ໂຮງຮຽນອະນຸບານ ຮ້ວາມີ 2 ຢູ່ເມືອງ 5, ນະຄອນ ໂຮ່ຈີມິນ ໄດ້ສ້າງໃຫ້ເປັນສູນ HOPE ໂດຍຊົ່ວຄາວ.

ໂຮງໝໍ ຮຸ່ງເວືອງ ດ້ວຍບົດບາດເປັນເຈົ້າຂອງສູນ HOPE, ສະໜອງບັນດາຂັ້ນຕອນວິຊາສະເພາະ, ກໍ່ຄືຈັດການຝຶກອົບຮົມໃຫ້ຜູ້ລ້ຽງເດັກ ກ່ຽວກັບຄວາມຮູ້ ແລະ ທັກສະດີທີ່ສຸດໃນການເບິ່ງແຍງດູແລເດັກເກີດໃໝ່. ພ້ອມກັນນັ້ນ, ກໍ່ຈັດການກວດ, ປິ່ນປົວພະຍາດໃຫ້ເດັກເກີດໃໝ່ໃນແຕ່ລະວັນ. ທ່ານນາງຮອງສາດສະດາຈານ, ປະລິນຍາເອກ ຮ່ວາງທິຢ້ຽມຕວຽດ, ຫົວໜ້າໂຮງໝໍ ຮຸ່ງເວືອງ, ໃຫ້ຮູ້ວ່າ:

“ຊຸມເດັກເກີດໃໝ່ທີ່ຢູ່ສູນນີ້ລ້ວນແຕ່ໄດ້ກວດເຊື້ອໂຄວິດ 2ຄັ້ງ ແລະ ຜົນກວດກໍ່ເປັນລົບທັງ 2 ຄັ້ງ. ກ່ຽວກັບອາການພະຍາດແລ້ວ ເດັກເກີດໃໝ່ມີອາການເປັນປົກກະຕິ. ຖ້າຫາກວ່າແມ່ຂອງຊຸມເດັກນີ້ບໍ່ຕິດເຊື້ອພະຍາດໂຄວິດ-19 ແລ້ວນັ້ນ ກໍ່ຈະໄດ້ສົ່ງໄປໃຫ້ກິນນົມແມ່ໂດຍໄວ”.

ເລື່ອງລາວກ່ຽວກັບສູນ HOPE ຢູ່ນະຄອນ ໂຮ່ຈີມິນ - ảnh 2ຊຸມເດັກເກີດໃໝ່ຢູ່ສູນ HOPE ໄດ້ເອົານອນຢູ່ໃນອູ່ສີຂຽວ, ສີບົວ
(ພາບ: vtcnews)

ສູນ HOPE ໄດ້ຮັບການຕອບສະໜອງ ແລະ ເຂົ້າຮ່ວມເປັນແມ່ລ້ຽງເດັກດ້ວຍການເບິ່ງແຍງດູແລເດັກໃນແຕ່ລະວັນຂອງຜູ້ອາສາສະໝັກນັບຫຼາຍສິບຄົນຢູ່ບັນດາເມືອງຂອງນະຄອນ ໂຮ່ຈີມິນ. ຜູ້ອາສາສະໝັກເຫຼົ່ານັ້ນໄດ້ກາຍເປັນແມ່ “ພິເສດ” ພວມເບິ່ງແຍງດູແລເດັກເກີດໃໝ່ທັງຕອນກາງເວັນ ແລະ ກາງຄືນໃນໄລຍະທີ່ຄອບຄົວບໍ່ສາມາດມາຮັບໄດ້ຍ້ອນ ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19. ໃນຈຳນວນອາສາສະໝັກເຫຼົ່ານັ້ນ, ມີຫຼາຍຄົນຍັງບໍ່ທັນໄດ້ເປັນແມ່ເທື່ອແຕ່ມາແຫ່ງນີ້ດ້ວຍຄວາມຮັກແພງເດັກນ້ອຍ ແລະ ມີນ້ຳໃຈເມດຕາປານີ. ອາສາສະໝັກຍິງຜູ້ໜຶ່ງເລົ່າສູ່ຟັງວ່າ:

“ຜ່ານການແຜ່ລະບາດຄັ້ງນີ້ ຕົນເອງຈຶ່ງມີຄວາມເຂົ້າໃຈ. ກ່ອນນີ້ເປັນຄູອະນຸບານ,ພັກການມາໄດ້ 4 ເດືອນນີ້ແລ້ວ. ມາແຫ່ງນີ້ຕ້ອງໄດ້ໃສ່ຜ້າອັດປາກ-ອັດດັງ ທັງເບິ່ງແຍງດູແລເດັກ, ທັງໂອ້ລົມແລກປ່ຽນກັບພວກເພື່ອນຮູ້ສຶກອຶດອັດທີ່ສຸດ”.

          ຕາມເວລາ, ທຸກວຽກງານກໍ່ເຂົ້າທີ່ເຂົ້າທາງ. ຊຸມເດັກເກີດໃໝ່ຢູ່ສູນ HOPE ໄດ້ເອົານອນຢູ່ໃນອູ່ສີຂຽວ, ສີບົວ. ໂຮງໝໍ ຮຸ່ງເວືອງ ໄດ້ກະກຽມຜ້າອ້ອມ, ແພມເພີດ, ອູ່, ນ້ຳນົມໄວ້ໃຫ້ ຫຼື ໄດ້ຮັບການສະໜັບສະໜູນ ຈາກ ຜູ້ໃຈບຸນໃຈກຸສົນ. ສິ່ງດຽວທີ່ຊຸມເດັກບໍ່ໄດ້ຮັບ ນັ້ນແມ່ນອ້ອມກອດຂອງແມ່ ແລະ ນ້ຳນົມຂອງແມ່. ມາຮັບລູກຂອງຕົນຢູ່ສູນ HOPE, ເອື້ອຍ ເລທິລານ, ບໍ່ອາດປິດກັ້ນຄວາມຕື້ນຕັນໃຈຂອງຕົນໄດ້.

“ເມື່ອທ່ານໝໍເວົ້າວ່າ ລູກຈະໄດ້ຮັບການເບິ່ງແຍງດູແລຢູ່ສູນນັ້ນ, ນ້ອງມີຄວາມອຸ່ນອ່ຽນໃຈທີ່ສຸດເພື່ອປິ່ນປົວພະຍາດ. ປະຈຸບັນ, 2 ແມ່ລູກລ້ວນແຕ່ມີສຸຂະພາບແຂງແຮງດີ ແລະ ເປັນປົກກະຕິ. ລູກມີຊື່ວ່າ ເລເຕິ໊ນຕ່າຍ. ປະຈຸບັນມີແຕ່ຫວັງວ່າໂລກລະບາດຈະໄດ້ຮັບການຄວບຄຸມ ເພື່ອວ່າຕໍ່ໄປນີ້ ແມ່ລູກເກີດໃໝ່ຈະບໍ່ໄດ້ຢູ່ໃກກັນ”.

ສູນ HOPE ໄດ້ນຳເອົາຄວາມຫວັງມາໃຫ້ຊຸມຜູ້ເປັນແມ່ເກີດລູກໃນສະພາບທີ່ຕົນຕິດເຊື້ອພະຍາດໂຄວິດ-19 ເຊິ່ງບໍ່ສາມາດເບິ່ງແຍງລູກຂອງຕົນໄດ້. ນີ້ແມ່ນຮູບແບບທຳອິດໃນທົ່ວປະເທດໄດ້ຮັບການສ້າງຕັ້ງຂຶ້ນເພື່ອເບິ່ງແຍງດູແລຊຸມເດັກເກີດໃໝ່ທີ່ມີແມ່ຕິດເຊື້ອພະຍາດໂຄວິດ-19. ສູນ HOPE ຈະໄດ້ຮັບການເປີດກວ້າງເພື່ອສາມາດຮັບເອົາເດັກເກີດໃໝ່ໃຫ້ໄດ້ຫຼາຍກວ່າ ເພື່ອໃຫ້ຜູ້ເປັນພໍ່ເປັນແມ່ອຸ່ນອ່ຽນໃຈປິ່ນປົວພະຍາດ, ພາຍຫຼັງປິ່ນປົວຫາຍດີເປັນປົກກະຕິຈະມາຮັບເອົາລູກ ໄປເຕົ້າໂຮມພ້ອມກັບຄອບຄົວ. ຄວາມຮັກຂອງແພດໝໍ, ຜູ້ອາສາສະໝັກຢູ່ທີ່ນີ້ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃນຊີວິດ, ເຖິງວ່າຈະຢູ່ໃນສະພາບການໃດກໍ່ຕາມ ການດຳລົງຊີວິດຍັງສືບຕໍ່ດຳເນີນໄປເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ