ໄວ​ໜຸ່ມ - ​ຜູ້​ຕັດ​ສິນ​ທ່າ​ອ່ຽງ​ຜະ​ລິດ​ຕະ​ພັນ​ຂອງບັນ​ດາວິ​ສາ​ຫະ​ກິດ

(VOVWORLD) -ດ້ວຍຄວາມອົດທົນ, ມານະພະຍາຍາມ ແລະ ກຳລັງແຮງຂອງໄວໜຸ່ມ, ພາຍຫຼັງເຄື່ອນໄຫວມາເປັນເວລາເກືອບ 2 ປີ, Greenlife - ສະໂມສອນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ຮ່າໂນ້ຍ ບັນລຸໄດ້ຜົນງານຫຼາຍຢ່າງ. ພະຍານຫຼັກຖານຈະແຈ້ງທີ່ສຸດ ນັ້ນແມ່ນ ຫວ່າງມໍ່ໆມານີ້, Greenlife ຍາດໄດ້ລາງວັນທີໜຶ່ງໃນການສອບເສັງ ຊາວໜຸ່ມປະດິດຄິດສ້າງ ແລະ ຍຸກສະເໝີພາບລະຫວ່າງ ຍິງ - ຊາຍ ປີ 2020 ໂດຍສູນຄົ້ນຄວ້າ, ພັດທະນາແບບຍືນຍົງ, ອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແມ່ຍິງ ແລະ ສະຖານທູດ ອຽກລັງ ປະຈຳ ຫວຽດນາມ ຈັດຂຶ້ນ. ປະສິດທິຜົນຂອງການເຄື່ອນໄຫວຂອງສະໂມສອນນີ້ ຈະສ້າງທ່າອ່ຽງການໃຊ້ສອຍ ແລະ ພື້ນຖານເສດຖະກິດໝູນວຽນ, ປະກອບສ່ວນເຂົ້າໃນການສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບປອດໃສ, ຂຽວສົດງົດງາມ ແລະ ພັດທະນາແບບຍືນຍົງ.

ໂດຍເລີ່ມຈາກຄວາມຮັກຕໍ່ສິ່ງແວດລ້ອມ ແລະ ສະພາບການຕົວຈິງຢູ່ ຮ່າໂນ້ຍ, ເຊິ່ງແຕ່ລະມື້ ໄດ້ຖີ້ມຂີ້ເຫຍື້ອກວ່າ 6.000 ໂຕນ, ໃນນັ້ນ 80% ປະລິມານຂີ້ເຫຍື້ອດັ່ງກ່າວ ຖືກສົ່ງໄປຖີ້ມຢູ່ບ່ອນຝັງຖີ້ມຂີ້ເຫຍື້ອ ຫາກບໍ່ໄດ້ຮັບການບຳບັດຢ່າງຂາດຂັ້ນ. ໃນຂະນະນັ້ນ, ຫວຽດນາມ ນອນໃນ Top 3 ບັນດາປະເທດນຳເຂົ້າຂີ້ເຫຍື້ອຫຼາຍທີ່ສຸດໃນໂລກ, ເພາະສະນັ້ນ, ຮວ່າງກຸ໊ຍບິ່ງ - ນັກສຶກສາຫາກໍຮຽນຈົບມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ, ຜູ້ສ້າງຕັ້ງສະໂມສອນ Greenlife ໄດ້ຖາມຕົນເອງວ່າ: ເປັນຫຍັງ ຕ້ອງນຳເຂົ້າຂີ້ເຫຍື້ອໃນເມື່ອປະເທດເຮົາມີແຫຼ່ງຂີ້ເຫຍື້ອທີ່ອຸດົມສົມບູນ? ແລະນັ້ນແມ່ນສາຍເຫດທີ່ສະໂມສອນແຫ່ງນີ້ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຈັດກິດຈະກຳ “ແລກເຈ້ຍເອົາຕົ້ນໄມ້”, “ແລກຂີ້ເຫຍື້ອເອົາຂອງຂວັນ” ຂຶ້ນໃນທຸກໆເດືອນໃນຕະຫຼອດໄລຍະຜ່ານມາ.

“ກິດຈະກຳ ແລກຂີ້ເຫຍື້ອເອົາຂອງຂວັນຖືກຈັດຂຶ້ນເພື່ອແນໃສ່ສົ່ງເສີມປະຊາຊົນແຍກປະເພດຂີ້ເຫຍື້ອຢູ່ເຮືອນ ແລ້ວເອົາໄປແລກເອົາຂອງຂວັນ ຄືຕົ້ນໄມ້ປະດັບ ຫຼື ຜະລິດຕະພັນອົງຄະທາດ. ພ້ອມກັນນັ້ນ, ກໍຊ່ວຍໃຫ້ແຫຼ່ງຂີ້ເຫຍື້ອນັ້ນມີຊີວິດໃໝ່; ສົມທົບກັບວິສາຫະກິດແຫ່ງຕ່າງໆເພື່ອປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມຂອງຕົນ ແລະ ນຳບັນດາຜະລິດຕະພັນຂຽວ, ບັນດາຜະລິດຕະພັນທ້ອງຖິ່ນໄດ້ເປັນທີ່ຮູ້ຈັກສຳລັບຜູ້ບໍລິໂພກອຸປະໂພກ”.

ໄວ​ໜຸ່ມ - ​ຜູ້​ຕັດ​ສິນ​ທ່າ​ອ່ຽງ​ຜະ​ລິດ​ຕະ​ພັນ​ຂອງບັນ​ດາວິ​ສາ​ຫະ​ກິດ - ảnh 1ກິດຈະກຳແລກຂີ້ເຫຍື້ອເອົາຂອງຂວັນຂອງ Greenlife

ແຕ່ລະເດືອນ, Greenlife ລ້ວນແຕ່ຈັດຕັ້ງບັນດາເຫດການຄືແນວນີ້ຢູ່ຫຼາຍສະຖານທີ່ທີ່ແຕກຕ່າງກັນໃນບໍລິເວນນະຄອນ ຮ່າໂນ້ຍ ຄື Vinschool, ສູນການຄ້າ, ມະຫາວິທະຍາໄລແຫ່ງຕ່າງໆ, ຄອນໂດ, ເຂດຊຸມຊົນ. ໄລ່ຮອດເດືອນ ຕຸລາ ປີ 2020, ບັນດາກິດຈະກຳຂອງ Greenlife ໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 80.000 ຄົນ ແລະ ເກັບທ້ອນຂີ້ເຫຍື້ອໄດ້ກວ່າ 150 ໂຕນ.  ສິ່ງສຳຄັນທີ່ສຸດແມ່ນໄດ້ຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈໄດ້ວ່າ ການຖີ້ມຂີ້ເຫຍື້ອໄດ້ສົ່ງຜົນກະທົບແນວໃດຕໍ່ສິ່ງແວດລ້ອມ  ແລະ ຂີ້ເຫຍື້ອມີຄຸນຄ່າຄືແນວໃດ. ເອື້ອຍ ອານ ພ້ອມກັບລູກຊາຍຂອງຕົນມາເຂົ້າຮ່ວມກິດຈະກຳ ແລກຂີ້ເຫຍື້ອເອົາຂອງຂວັນ ແບ່ງປັນວ່າ:

“ຂີ້ເຫຍື້ອອະນົງຄະທາດ ແມ່ນບໍ່ສາມາດຍ່ອຍໄດ້. ຂ້າພະເຈົ້າຢາກໃຫ້ພວກເພື່ອນ ຈົ່ງພ້ອມກັນຈຳກັດການນຳໃຊ້ຖົງຢາງພລາດສະຕິກ ແລະ ໃຊ້ຄືນເມື່ອຍັງນຳໃຊ້ໄດ້. ຂ້າພະເຈົ້າກໍເຮັດຄືແນວນັ້ນ ແລະ ຈຳກັດການຖີ້ມຂີ້ເຫຍື້ອອອກສູ່ສິ່ງແວດລ້ອມ”.

ປັດຈຸບັນ, ຢູ່ ຫວຽດນາມ ມີຫຼາຍອົງການຈັດຕັ້ງວົງຄະນະຍາດຄື Greenlife ໄດ້ສ້າງຕັ້ງຂຶ້ນ. ແຕ່ວ່າ ບໍ່ແມ່ນອົງການໃດກໍຄົງຕົວໄດ້ ແລະ ມີຄວາມບົ່ມຊ້ອນພັດທະນາຄື Greenlife. ປະສິດທິຜົນ ແລະ ຄວາມໝັ້ນຄົງຂອງ Greenlife ໄດ້ຮັບການຕີລາຄາສູງ ໃນການເສັງ ຊາວໜຸ່ມປະດິດຄິດສ້າງ ປີ 2020. ທ່ານນາງ ເຈິ່ນກິມຮວ່ານ  - ພະນັກງານໂຄງການ ສູນພັດທະນາປະດິດຄິດສ້າງວົງຄະນະຍາດ ແລະ ສິ່ງແວດລ້ອມ, ສະມາຊິກຂອງຄະນະກຳມະການການສອບເສັງດັ່ງກ່າວ ໃຫ້ຮູ້ວ່າ:

“ເຂົາເຈົ້າຫາກໍເຄື່ອນໄຫວໄດ້ 2 ປີ ເທົ່ານັ້ນ ແຕ່ ມີເຖິງ 41 ກິດຈະກຳໄດ້ຈັດຂຶ້ນ, ພິເສດແມ່ນ ໃນໄລຍະ 2 ປີ ກໍ່ມີຜູ້ຕິດຕາມ page ຂອງ Greenlife ກວ່າ 91.000 ຄົນ. ຂ້າພະເຈົ້າເຫັນວ່າ ເຂົາເຈົ້າໄດ້ເຮັດວຽກຢ່າງໝົດຈິດໝົດໃຈ.  ສິ່ງສໍາຄັນແມ່ນ ສໍາລັບບັນດາອົງການຈັດຕັ້ງຂອງໄວໜຸ່ມ ແມ່ນເຮັດແນວໃດ ຈຶ່ງມີກໍາໄລ ແລະ ສາມາດຄົງຕົວໄດ້? Greenlife ພິສູດສິ່ງດັ່ງກ່າວໄດ້. ສຸດທ້າຍ, ສິ່ງທີ່ຂ້າພະເຈົ້າມີຄວາມສົນໃຈທີ່ສຸດແມ່ນ ສະໂມສອນນີ້ ໄດ້ເຄື່ອນໄຫວມາ 2 ຫາ 3 ປີ ແມ່ນມີຄວາມໝັ້ນຄົງພໍສົມຄວນ ແລະ ບັນລຸໄດ້ບັນດາມາດຖານກ່ຽວກັບ ດ້ານການເງິນ ເພື່ອຮັກສາການເຄື່ອນໄຫວ, ບຸກຄະລາກອນ ແລະ ລັກສະນະຄວາມໝັ້ນຄົງຂອງສະໂມສອນ”.

ໄວ​ໜຸ່ມ - ​ຜູ້​ຕັດ​ສິນ​ທ່າ​ອ່ຽງ​ຜະ​ລິດ​ຕະ​ພັນ​ຂອງບັນ​ດາວິ​ສາ​ຫະ​ກິດ - ảnh 2Greenlife ສົມທົບກັບໂຮງຮຽນແຫ່ງຕ່າງໆ ເພື່ອສຶກສາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ນັກຮຽນ

ເພື່ອສາມາດພັດທະນາແບບຍືນຍົງ, Greenlife ໄດ້ມຸ່ງໄປເຖິງການສຶກສາໃຫ້ແກ່ ໄວໜຸ່ມ - ເຈົ້າຂອງນອະນາຄົດຂອງປະເທດຊາດ ນັບແຕ່ຕອນຍັງເປັນນັກຮຽນ ໂດຍຜ່ານການສົມທົບກັບໂຮງຮຽນ ເພື່ອກໍ່ສ້າງໂຮງຮຽນຂຽວ ຢູ່ໂຮງຮຽນປະຖົມ 5 ແຫ່ງ ແລະ ມະຫາວິທະຍາໄລ 10 ແຫ່ງ, ເຊື່ອມຕໍ່ກັບ ຄະນະຊາວໜຸ່ມຂອງໂຮງຮຽນແຫ່ງຕ່າງໆ, ປະສົມປະສານບັນດາການເຄື່ອນໄຫວນີ້ເຂົ້າໃນລາຍການແຂ່ງຂັນຢູ່ໂຮງຮຽນ; ສ້າງ ເວັບໄຊເພື່ອໃຫ້ປະຊາຊົນທຸກຄົນໄດ້ສໍາຜັດກັບແຫຼ່ງຂໍ້ມູນຂ່າວ ທີ່ກ່ຽວຂ້ອງເຖິງ ສິ່ງແວດລ້ອມ, ວິທີການແຍກປະເພດຂີ້ເຫຍື້ອ ແລະ ວິຖີດໍາລົງຊີວິດຂຽວ, ເປັນມິດກັບສິ່ງແວດລ້ອມ. ນີ້ກໍແມ່ນໜຶ່ງໃນບັນດາແຜນການໃນປີ 2021 ຂອງ Greenlife. ບັນດາແນວຄວາມຄິດດັ່ງກ່າວ ໄດ້ຮັບຄວາມຊົມເຊີຍ ແລະ ສະໜັບສະໜູນຢ່າງສູງ ຈາກທາງໂຮງຮຽນ ແລະ ຄະນະກໍາມະການການສອບເສັງ. ທ່ານນາງ ເຈິ່ນກິມຮວ່ານ ຖືວ່າ:

        “ຂ້າພະເຈົ້າເຫັນວ່າ ປັດຈຸບັນ, ເພື່ອນໜຸ່ມຈະແມ່ນຜູ້ສ້າງທ່າອ່ຽງການບໍລິໂພກ ແລະ ຜູ້ຜະລິດຈະຕ້ອງປ່ຽນແປງໃໝ່ວິທີອອກແບບຜະລິດຕະພັນ ຫຼື ຜະລິດອອກບັນດາ ຜະລິດຕະພັນຂຽວ ແລະ ຍືນຍົງກວ່າ ເພາະວ່າ ໃນອະນາຄົດ, ບັນດາໄວໜຸ່ມຈະແມ່ນ ຜູ້ບໍລິໂພກຕົ້ນຕໍ ແລະ ຈະແມ່ນຜູ້ຕັດສິນທ່າອ່ຽງຜະລິດຕະພັນຂອງວິສາຫະກິດ. ຂ້າພະເຈົ້າຄິດວ່າ Greenlife ແມ່ນອົງການທີ່ສາມາດຊ່ວຍເສີມຂະຫຍາຍຜົນປະໂຫຍດຂອງຂີ້ເຫຍື້ອໄດ້ຢ່າງສຸດຂີດ, ນັ້ນກໍໝາຍຄວາມວ່າ ນຳຂີ້ເຫຍື້ອໄປຜະລິດເປັນຜະລິດຕະພັນນຳໃຊ້ຄືນໃໝ່. ຂ້າພະເຈົ້າຫວັງວ່າ ໃນອະນາຄົດ  Greenlife ຈະມີສາຂາຢູ່ທາງທິດເໜືອ, ທິດໃຕ້, ທິດຕາເວັນອອກ, ແລະ ຕາເວັນຕົກ ຮ່າໂນ້ຍ ແລະ ເປີດກວ້າງອອກສູ່ບັນດາແຂວງ, ນະຄອນທີ່ໃກ້ຄຽງ./.

ຕອບກັບ

ຂ່າວ/ບົດ​ອື່ນ