ໄວໜຸ່ມແຂວງ ບັກນິງ ແລະ ຂະບວນການບໍ່ນຳໃຊ້ຂີ້ເຫຍື້ອຢາງປຼາດສະຕິກ

(VOVWORLD) - ປັດຈຸບັນ, ບັນດາຜະລິດຕະພັນຖົງຢາງນີລົງ ແລະ ຜະລິດຕະພັນຫຸ້ມຫໍ່ດ້ວຍຢາງປຼາດສະຕິກແມ່ນບັນດາເຄື່ອງໃຊ້ທົ່ວໄປໃນຊີວິດປະຈຳວັນຂອງປະຊາຊົນ, ອັນໄດ້ກໍ່ຜົນຮ້າຍຕໍ່ສິ່ງແວດລ້ອມ. ຫວ່າງແລ້ວນີ້, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສົມທົບກັບຄະນະຊາວໜຸ່ມແຂວງ ບັກນິງ ຈັດຕັ້ງການສະເໜີຕົວຮູບແບບ “ອາພັດເມັນຈຳກັດຂີ້ເຫຍື້ອຢາງປຼາດສະຕິກ”. 

ເຖິງວ່າຫາກໍ່ໄດ້ຮັບການຜັນຂະຫຍາຍມາເປັນເວລາເກືອບ 1 ເດືອນກໍ່ຕາມ, ແຕ່ຮູບແບບດັ່ງກ່າວ ໄດ້ເຮັດໃຫ້ສະຕິຂອງປະຊາຊົນປຽນແປງໄປເທື່ອລະກ້າວ, ອັນໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນວຽກງານປົກປັກຮັກສາສິ່ງແວດລ້ອມ. ບົດຂຽນຂອງນັກຂ່າວ VOV.

ໄວໜຸ່ມແຂວງ ບັກນິງ ແລະ ຂະບວນການບໍ່ນຳໃຊ້ຂີ້ເຫຍື້ອຢາງປຼາດສະຕິກ - ảnh 1ປ້າ ຫງວຽນທິເມີ (ພາບ: ອິນເຕີແນັດ) 

ກ່ອນນີ້, ຄອບຄົວປ້າ ຫງວຽນທິເມີ ຢູ່ອາພັກເມັນ ກ໊າດເຕື່ອງ, ເຂດ ຮ່ວາດີ່ງ, ຕາແສງ ຫວໍເກື່ອງ, ນະຄອນ ບັກນິງ, ແຂວງ ບັກນິງ ມີຄວາມຊິນເຄີຍນຳໃຊ້ຖົງຢາງນີລົງເມື່ອໄປຕະຫລາດ. ປ້ານຳໃຊ້ຖົງຢາງນີລົງເພື່ອໃສ່ອາຫານແນວລະຖົງ. ບາງຄັ້ງບາງຄາວໄປຕະຫລາດ, ປ້າໃສ່ຖົງນີລົງໃຫຍ່, ນ້ອຍນັບສິບອັນ. ໄປຄຽງຄູ່ກັນນັ້ນ, ຍ້ອນບໍ່ຮູ້ຈັກເຖິງຜົນປະໂຫຍດຂອງການຈັດແບ່ງປະເພດຂີ້ເຫຍື້ອໃນເບື້ອງຕົ້ນ, ສະນັ້ນ ເມື່ອປຸງແຕ່ງອາຫານ, ປ້າເຄີຍຖິ້ມຮາກຜັກ, ເສດອາຫານ, ແກ້ວ, ຕຸກຢາງໃສ່ຖັງຂີ້ເຫຍື້ອ, ພ້ອມກັບຖົງນີລົງເປື້ອນຊະນິດຕ່າງໆ. ສະນັ້ນ, ແຕ່ລະມື້, ຄອບຄົວປ້າໄດ້ຖອກຂີ້ເຫຍື້ອຫລາຍຢ່າງອອກສູ່ສິ່ງແວດລ້ອມ ລວມມີຫລາຍຖົງຢາງນີລົງ. ເຖິງຢ່າງໃດກໍ່ຕາມ, ພາຍຫລັງໄດ້ຮັບການໂຄສະນາກ່ຽວກັບຜົນຮ້າຍ, ໄພອັນຕະລາຍກໍ່ມົນລະພິດສິ່ງແວດລ້ອມຈາກຂີ້ເຫຍື້ອຢາງປຼາດສະຕິກນັ້ນ, ປ້າເລີ່ມຕົ້ນປ່ຽນແປງຄວາມຊິນເຄີຍຂອງຕົນໃນແຕ່ລະວັນ. ປ້າເມີ ໃຫ້ຮູ້ວ່າ: ທຳອິດເມື່ອນຳໃຊ້ຖົງແພ ໂດຍຊາວໜຸ່ມໃນເມືອງແຈກຢາຍໃຫ້, ປ້າເຫັນວ່າບໍ່ສະດວກປານໃດ, ເປັນຕົ້ນແມ່ນເລື່ອງທັງຮັບປະກັນໃຫ້ອາຫານສະອາດ ທັງໃສ່ເຄື່ອງໄດ້ຫລາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ພາຍຫລັງນຳໃຊ້ໄດ້ 1 ອາທິດແລ້ວ, ປ້າຄ່ອຍໆມີຄວາມຊິນເຄີຍຕໍ່ແບບນີ້ແລ້ວ. ປ້າ ຫງວຽນທິເມີ ແບ່ງປັນວ່າ:

“ກ່ອນນີ້, ຂ້າພະເຈົ້າເຄີຍປະຖິ້ມຂີ້ເຫຍື້ອຫຼາຍແນວສັບປົນກັນ. ພາຍຫລັງໄດ້ຮັບການໂຄສະນາ, ແນະນຳ, ຂ້າພະເຈົ້າໄດ້ຈັດແບ່ງປະເພດຂີ້ເຫຍື້ອກ່ອນທີ່ຈະເອົາໄປຖິ້ມ. ຂ້າພະເຈົ້າເຫັນວ່າ ໂຄງການນີ້ມີຄວາມສະດວກດີທີ່ສຸດ ແລະ ສະອາດ. ຄອບຄົວໃດກໍ່ເຮັດຄືແນວນັ້ນ ຈະດີທີ່ສຸດຕໍ່ສິ່ງແວດລ້ອມ.”

ຄືກັນກັບຄອບຄົວປ້າ ເມີ, ຄອບຄົວປ້າ ຢ໊າບທິເຟືອງ, ປັດຈຸບັນຢູ່ອາພັດເມັນ ກ໊າດເຕື່ອງ, ນະຄອນ ບັກນິງ ກໍ່ແມ່ນໜຶ່ງໃນບັນດາຄອບຄົວໄດ້ຕອບສະໜອງຂະບວນການ “ອາພັດເມັນຈຳກັດຂີ້ເຫຍື້ອຢາງປຼາດສະຕິກ” ໂດຍຄະນະຊາວໜຸ່ມແຂວງປຸກລະດົມຢ່າງສຸດໃຈ. ຕາມປ້າ ເຟືອງ ແລ້ວ, ນັບແຕ່ມື້ໄດ້ຮັບການແນະນຳໂຄສະນາ, ປ້າໄດ້ນຳໃຊ້ກະຕ່າໄປຕະຫລາດ ແທນທີ່ໃຊ້ຖົງຢາງນີລົງເພື່ອໃສ່ເຄື່ອງ. ປ້າ ເຟືອງ ໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ຈັດແບ່ງປະເພດຂີ້ເຫຍື້ອກ່ອນທີ່ຈະເອົາໄປຖິ້ມ ເພື່ອໃຫ້ລູກຫຼານປະຕິບັດຕາມ. ເມື່ອໄປບ່ອນສາທາລະນະ, ພວກຫຼານມີສະຕິຄືແນວນັ້ນ ຈຶ່ງສາມາດຮັກສາຫຼັກອະນາໄມສິ່ງແວດລ້ອມໄດ້.”

ບໍ່ພຽງແຕ່ປົກປັກຮັກສາສິ່ງແວດລ້ອມໃຫ້ຄອບຄົວຂອງຕົນເທົ່ານັ້ນ, ປ້າ ເຟືອງ ຍັງເປັນເຈົ້າການແນະນຳໂຄສະນາໃຫ້ຜູ້ອື່ນໃນເຂດຊຸມຊົນ ພ້ອມກັນມີການກະທຳ ເພື່ອຮັກສາສະພາບແວດລ້ອມແຫ່ງຊີວິດຂຽວ, ສະອາດ, ສວຍງາມ.

ເມື່ອແບ່ງປັນກ່ຽວກັບແນວຄວາມຄິດທີ່ເລືອກເອົາອາພັດເມັນ ກ໊າດເຕື່ອງ ເປັນບ່ອນທົດລອງຜັນຂະຫຍາຍຮູບແບບດັ່ງກ່າວ, ອ້າຍ ຕະຊວັນຢຸງ, ເລຂາຄະນະຊາວໜຸ່ມຕາແສງ ຫວໍເກືອງ, ນະຄອນ ບັກນິງ, ແຂວງ ບັກນິງ ໃຫ້ຮູ້ວ່າ: ຜ່ານການຊອກຮູ້, ຊາວໜຸ່ມໃນຕາແສງຮັບຮູ້ວ່າ ອາພັດເມັນ ກ໊າດເຕື່ອງ ດຶງດູດປະຊາຊົນມາຢູ່ເປັນຈຳນວນຫລວງຫລາຍ ດ້ວຍຈຳນວນນັບພັນຄອບຄົວ ມື້ໜຶ່ງຖອກຂີ້ເຫຍື້ອອອກສູ່ສິ່ງແວດລ້ອມນັບພັນໂຕນ. ພາຍຫລັງເຮັດວຽກກັບຄະນະຄຸ້ມຄອງອາພັດເມັນແລ້ວ, ຄະນະຊາວໜຸ່ມໄດ້ຈັດສົ່ງບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມໄປຮອດບັນດາຄອບຄົວຢູ່ອາພັດເມັນ ເພື່ອໂຄສະນາຜົນຮ້າຍຂອງການນຳໃຊ້ຖົງຢາງນີລົງ, ຂີ້ເຫຍື້ອຢ່າງປຼາດສະຕິກ. ພ້ອມທັງ, ແນະນຳໃຫ້ປະຊາຊົນຈັດແບ່ງປະເທດຂີ້ເຫຍື້ອກ່ອນທີ່ຈະເອົາໄປຖິ້ມ. ອ້າຍ ຢຸງໃຫ້ຮູ້ວ່າ:

ພາຍຫລັງໄດ້ຮັບການແນະນຳໂຄສະນາແລ້ວ, ບັນດາຄອບຄົວມີຄວາມເຫັນດີເຫັນພ້ອມ, ສະໜັບສະໜູນທີ່ສຸດ ຍ້ອນວ່າ ນີ້ແມ່ນວຽກງານທີ່ມີຄວາມໝາຍ, ເພີ່ມທະວີຄູນອອກສູ່ທົ່ວທຸກບ່ອນ. ພາຍຫລັງຖືກຜັນຂະຫຍາຍເປັນໄລຍະໜຶ່ງ, ຂ້າພະເຈົ້າເຫັນວ່າ ມີປະສິດທິຜົນສູງທີ່ສຸດ, ຄະນະຊາວໜຸ່ມຕາແສງ ພວມສ້າງແຜນການຈະສືບຕໍ່ຜັນຂະຫຍາຍຮູບແບບນີ້ ອອກສູ່ເຂດຊຸມຊົນອື່ນໆ.

ຈາກການຜັນຂະຫຍາຍທົດລອງຮູບແບບ “ອາພັດເມັນຈຳກັດຂີ້ເຫຍື້ອຢາງ   ປຼາດສະຕິກ” ຢູ່ອາພັດເມັນ ກ໊າດເຕື່ອງນັ້ນ, ຄະນະຊາວໜຸ່ມແຂວງ ບັກນິງ ຈະສືບຕໍ່ຜັນຂະຫຍາຍຢ່າງກ້ວາງຂວາງເຖິງບັນດາອາພັດເມັນອື່ນ ແລະ ແຜ່ກະຈາຍອອກສູ່ບັນດາຕະຫລາດ, ຖະໜົນຫົນທາງແຕ່ລະສາຍ, ແຕ່ລະຮ່ອມບ້ານ, ຂົນຂວາຍຊາວໜຸ່ມ ແລະ ປະຊາຊົນທຸກຄົນ ຈົ່ງຈັດແບ່ງປະເພດຂີ້ເຫຍື້ອ, ຈຳກັດການນຳໃຊ້ເຄື່ອງປຼາດສະຕິກ. ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມຈະຍູ້ແຮງຂະບວນການ “ວັນເສົາອາສາສະໝັກ” ແລະ “ວັນອາທິດຂຽວ” ເພື່ອຈຳກັດຂີ້ເຫຍື້ອ, ຂີ້ເຫຍື້ອຢາງປຼາດສະຕິກຢູ່ບັນດາເສັ້ນທາງໃນທົ່ວແຂວງ, ກໍ່ສ້າງແຂວງ ບັກນິງ ນັບມື້ນັບຂຽວ, ສະອາດ, ສວຍງາມ ສົມກັບເປັນນະຄອນເປັນໜ້າມາດຳລົງຊີວິດ./.

ຕອບກັບ

ຂ່າວ/ບົດ​ອື່ນ