ຜູ້ອຳນວຍການໃຫຍ່ ວສລ ສົ່ງຈົດໝາຍອວຍພອນເຖິງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ເນື່ອງໃນໂອກາດວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ

(VOVWORLD) -ໃນວັນທີ 2 ກັນຍາ 2021, ທ່ານ ໂພສີ ແກ້ວມະນີວົງ, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ສົ່ງໜັງສືອວຍພອນເຖິງ ທ່ານ Do Tien Sy, ກໍາມະການສູນກາງພັກກອມມູນິດຫວຽດນາມ, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ.
ຜູ້ອຳນວຍການໃຫຍ່ ວສລ  ສົ່ງຈົດໝາຍອວຍພອນເຖິງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ເນື່ອງໃນໂອກາດວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ - ảnh 1ທ່ານ ໂພສີ ແກ້ວມະນີວົງ, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ

     ເນື້ອໃນຈົດໝາຍ ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ (2 ກັນຍາ 1945- 2 ກັນຍາ 2021), ໃນນາມຕາງໜ້າວິທະຍຸກະຈາຍສຽງແຫ່ງຊາດລາວ (LNR), ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ແລະ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງທ່ານ ແລະ ຜ່ານທ່ານໄປຍັງພະນັກງານ-ລັດຖະກອນພາຍໃນວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ (VOV) ທຸກຖ້ວນໜ້າ.

ຕະຫລອດໄລຍະ 76 ປີ ຜ່ານມາ, ປະຊາຊົນຫວຽດນາມ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ສາມາດຍາດໄດ້ຜົນສໍາເລັດອັນຍິ່ງໃຫຍ່ໃນການຕໍ່ສູ້ປົດປ່ອຍປະເທດຊາດໃນອະດີດ ແລະ ການສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂອງປະເທດຂະຫຍາຍຢ່າງເຂັ້ມແຂງ ແລະ  ສາມາດເຊື່ອມໂຍງກັບສາກົນໄດ້ຢ່າງກວ້າງຂວາງ.

ປັດຈຸບັນ, ສສ ຫວຽດນາມ ກໍາລັງກ້າວສູ່ໄລຍະພັດທະນາໃໝ່ດ້ວຍຖານະໃໝ່ ແລະ ເຂັ້ມແຂງ, ທັງກໍາລັງປະເຊີນໜ້າກັບກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ. ວິທະຍຸກະຈາຍສຽງແຫ່ງຊາດລາວ ເຊື່ອໝັ້ນວ່າ: ເຖີງວ່າຈະປະສົບກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ປະຊາຊົນຫວຽດນາມ ຈະໄດ້ຮັບຜົນສໍາເລັດໃໝ່ ແລະ ໃຫຍ່ຫລວງກວ່າເກົ່າ, ບັນລຸໄດ້ຕາມເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ວາງຄາດໝາຍ ເອົາໄວ້, ສ້າງລັດແຫ່ງສັງຄົມນິຍົມທີ່ຍິ່ງໃຫຍ່, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ຈະເລີນຮຸ່ງເຮືອງ.

ປັດຈຸບັນ, ເຖີງວ່າສະພາບການຂອງໂລກ ແລະ ພາກພື້ນ ມີການຜັນແປໄປຢ່າງສັບສົນ ແຕ່ສາຍພົວພັນອັນດີງາມ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ສ້າງໄວ້ ແລະ ໄດ້ຮັບການສືບທອດຈາກການນໍາສອງປະເທດໃນແຕ່ລະຮຸ່ນໄດ້ຮັບການເພີ່ມພູນຄູນສ້າງ ແລະ ກ້າວສູ່ລວງເລິກໃນທຸກຂົງເຂດ, ກາຍເປັນຊັບສົມບັດທີ່ລໍ້າຄ່າ, ເປັນກົດເກນແຫ່ງການຢູ່ລອດ, ການພັດທະນາ ແລະ ເປັນປັດ ໃຈຕັດສິນການປະຕິວັດຂອງທັງສອງປະເທດລາວ-ຫວຽດນາມ.

ວິທະຍຸກະຈາຍສຽງແຫ່ງຊາດລາວ ຈະເຮັດຢ່າງສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດລາວ-ຫວຽດນາມ ເພື່ອຜົນປະ ໂຫຍດລວມຂອງສອງປະເທດ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພາຍໃຕ້ການນໍາພາຂອງທ່ານ, ການຮ່ວມມືລະຫວາງສອງວິທະຍຸກະ ຈາຍສຽງແຫ່ງຊາດຂອງພວກເຮົາຈະໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ໄດ້ຮັບໝາກຜົນຕົວຈິງໃນອະນາຄົດອັນໃກ້ນີ້ ແລະ ຂ້າພະເຈົ້າຫວັງວ່າ ສອງອົງການຂອງພວກເຮົາຈະໄດ້ຮ່ວມກິດຈະກໍານຳກັນ, ໂດຍສະເພາະການແລກປ່ຽນດ້ານສື່ມວນຊົນ, ການຝຶກອົບຮົມ ແລະ ການຢ້ຽມຢາມ ເມື່ອເຖິງເວລາທີ່ເໝາະສົມ ພາຍຫລັງສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19.

ດ້ວຍຄວາມຈິງໃຈ ແລະ ຄວາມເຊື່ອໝັ້ນ, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານ ແລະ ພະນັກງານ-ລັດຖະກອນພາຍໃນວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ, ຄວາມຮັ່ງມີ, ສືບຕໍ່ໄດ້ຮັບການປ່ຽນ ແປງໃໝ່, ມີຜົນສໍາເລັດ ແລະ ຄວາມຈະເລີນຮຸ່ງເຮືອງ.

ດ້ວຍຄວາມເຄົາລົບນັບຖືຢ່າງສູງ.

ຕອບກັບ

ຂ່າວ/ບົດ​ອື່ນ