ສືບ​ຕໍ່​ຢັ້ງ​ຢືນ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພ​ົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) -ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລຸນ ສີສຸລິດໃນລະຫວ່າງວັນທີ 9 ຫາວັນທີ 10 ສິງຫາ ນີ້ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ຫວຽດນາມ ຈະເດີນທາງຢ້ຽມຢາມສັນຖະວະໄມຕີ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການ.  ລາວ ກໍແມ່ນປະເທດທຳອິດໃນການເດີນທາງຢ້ຽມຢາມຕ່າງປະເທດຂອງທ່ານ ຫງວຽນຊວັນຟຸກ ໃນຖານະຕຳແໜ່ງເປັນປະທານປະເທດຫວຽດນາມຕໍ່ໜ້າເຫດການທີ່ມີຄວາມໝາຍຄວາມສຳຄັນນີ້ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ກໍມີຄວາມເປັນກຽດຢ່າງຍິ່ງ ທີ່ໄດ້ສຳພາດທ່ານເອກອັກຄະລັດຖະທູດ ຜູມີອຳນາດເຕັມ ແຫ່ງ .ລາວ ປະຈຳ ຫວຽດາມ ແສງເພັດ ຮຸ່ງບຸນຍວງ.
 
ສືບ​ຕໍ່​ຢັ້ງ​ຢືນ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພ​ົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1ທ່ານເອກອັກຄະລັດຖະທູດຜູມີອຳນາດເຕັມແຫ່ງ.ລາວປະຈຳຫວຽດາມແສງເພັດ ຮຸ່ງບຸນຍວງ
ນັກຂ່າວ:ຂໍຮຽນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ, ລາວ ເປັນປະເທດ ທຳອິດທີ່ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະເດີນທາງໄປຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງເປັນປະທານເທດ ໃນອາຍຸການ 2021 – 2026 ຈາກສະພາແຫ່ງຊາດ ແລະ ພິເສດແມ່ນ ພາຍຫຼັງການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ຂໍຮຽນທ່ານ ເອກອັກຄະລັດຖະທູດ, ພັກ ແລະ ລັດ ລາວ ຖືການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແມ່ນມີຄວາມໝາຍ, ຄວາມສຳຄັນຄືແນວໃດ?

   ດັ່ງທີ່ພວກເຮົາໄດ້ຮູ້ນຳກັນແລ້ວວ່າ ການຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ຢ່າງເປັນທາງການຂອງສະຫາຍ ປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ ໃນຄັ້ງນີ້ ແມ່ນການເຄື່ອນໄຫວວຽກງານການຕ່າງປະເທດ ຄັ້ງທຳອິດຂອງສະຫາຍ ຫງວຽນຊວັນຟຸກ ພາຍຫຼັງທີ່ສະຫາຍໄດ້ຮັບການເລືອກຕັ້ງເປັນປະທານປະເທດ ຫວຽດນາມ ອາຍຸການ 2021 – 2026 ຈາກສະພາແຫ່ງຊາດ ຫວຽດນາມຊຸດທີ XV. ຂ້າພະເຈົ້າຄິດວ່າ ການຢ້ຽມຢາມຄັ້ງນີ້ ແມ່ນການປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ກໍເປັນການຢືນຢັນອີກເທື່ອໜຶ່ງເຖິງຄວາມສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດເຮົາໃນການປົກປັກຮັກສາສາຍພົວພັນອັນຍິ່ງໃຫຍ່ຂອງພວກເຮົາ. ການຢ້ຽມຢາມຄັ້ງນີ້, ພັກ ແລະ ລັດຖະບານ ລາວ ໃຫ້ຄວາມສຳຄັນທີ່ສຸດ. ພວກເຮົາກໍຈັດພິທີການຕ້ອນຮັບທີ່ຍິ່ງໃຫຍ່ລະດັບສູງສຸດ ແລະ ກໍມີລັກສະນະພິເສດສະເພາະສອງຊາດລະຫວ່າງລາວ - ຫວຽດນາມ ເທົ່ານັ້ນ. ທັງໝົດນີ້ກໍຍ້ອນວ່າ ພວກເຮົາໃຫ້ຄວາມສຳຄັນຫຼາຍ. ປະຊາຊົນ ລາວ ທັງຊາດກໍມີຄວາມພາກພູມໃຈທີ່ໄດ້ຕ້ອບຮັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ສປປ.ລາວ ໃນຄັ້ງນີ້. ເຖິງແມ່ນວ່າສະພາບການໂລກມີການຜັນແປຢ່າງສັບສົນ ໂດຍສະເພາະແມ່ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ - 19 ແຕ່ຄວາມຫຍຸ້ງຍາກເຫຼົ່ານັ້ນ ບໍ່ເປັນສິ່ງກີດຂວາງການໄປມາຫາສູ່ຂອງສອງປະເທດພວກເຮົາ. ສອງພັກ, ສອງລັດ ຂອງພວກເຮົາຍາມໃດກໍຕັດສິນໃຈພ້ອມກັນຜ່ານຜ່າບັນດາຄວາມຫຍຸ້ງຍາກເຫຼົ່ານັ້ນເພື່ອພ້ອມກັນກ້າວໄປສູ່ຈຸດໝາຍທີ່ພວກເຮົາວາງໄວ້.

          ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ໃນການຢ້ຽມຢາມສັນຖະໄມຕີ ລາວ ຢ່າງເປັນທາງການຂອງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະມີເຫດການທີ່ພົ້ນເດັ່ນໃດແດ່?

          ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ສະຫາຍ ຫງວຽນຊວັນຟຸກ ຈະໄດ້ມີການພົບປະເຈລະຈາກັບຄູ່ຮ່ວມຕຳແໜ່ງ ແລະ ພົບປະກັບບັນດາການນຳຂັ້ນສູງຂອງພັກ, ລັດຖະບານ ແລະ ສະພາແຫ່ງຊາດລາວ ເພື່ອສືບຕໍ່ປຶກສາຫາລື, ແລກປ່ຽນທັດສະນະ ແລະ ມາດຕະການຊຸກຍູ້ການຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ ຕາມການຕົກລົງລະຫວ່າງການນຳຂັ້ນສູງຂອງພັກ, ລັດຂອງສອງປະເທດ.

          ນອກນັ້ນ, ສະຫາຍ ຫງວຽນຊວັນຟຸກ ຈະໄດ້ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫລັງໃໝ່ ທີ່ເປັນຂອງຂວັນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ, ສະຫາຍ ປະທານປະເທດເອງ ຈະໄດ້ກ່າວຄຳປາໄສ ຕໍ່ກອງປະຊຸມວິສາມັນ ຂອງສະພາແຫ່ງຊາດລາວ ຊຸດທີ IX ອີກດ້ວຍ.

ນັກຂ່າວຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະການນຳ ຫວຽດນາມ ຍາມໃດກໍຖືການເພີ່ມພູນຄູນສ້າງ ແລະ ການຊຸກຍູ້ການພັດທະນາສາຍພົວພັນແບບພິເສດ ກັບ ລາວ ເປັນສຳຄັນທີ່ສຸດ. ທ່ານຕີລາຄາແນວໃດຕໍ່ການຢ້ຽມຢາມສັນຖະວະໄມຕີຄັ້ງນີ້ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ທີ່ມີຕໍ່ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ?

    ຂ້າພະເຈົ້າ ຕີລາຄາສູງຕໍ່ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ຫງວຽນຊວັນຟຸກ ໃນຄັ້ງນີ້ ແລະ ກໍມີຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງສະຫາຍ ຫງວຽນຊວັນຟຸກ ໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຕີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ ທີ່ມີມາແຕ່ດຶກດຳບັນ. ການຢ້ຽມຢາມຄັ້ງນີ້ກໍເປັນການຢ້ຽມຢາມທີ່ເປັນປະເພນີສືບທອດກັນມາເປັນເວລາຍາວນານ ພາຍຫຼັງທີ່ສອງພັກໄດ້ສຳເລັດກອງປະຊຸມໃຫຍ່ພັກຂອງຕົນແລ້ວ ຈະຈັດຕັ້ງການ ແລກປ່ຽນ, ການຢ້ຽມຢາມຂອງການນໍາຂັ້ນສູງເຊິ່ງກັນແລະກັນ. ຂ້າພະເຈົ້າເຫັນວ່າ ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ແມ່ນການຢ້ຽມຢາມທຳມະດາ ແຕ່ແມ່ນການຢ້ຽມຢາມກະຕຸກຊຸກຍູ້ໃຫ້ແກ່ການພົວພັນລະຫວ່າງສອງປະເທດພວກເຮົາມີບາດກ້າວໃໝ່. ໂດຍສະເພາະ, ໃນໂອກາດຢ້ຽມຢາມຄັ້ງນີ້, ສອງຝ່າຍ ຈະໄດ້ລົງນາມໃນສັນຍາຮ່ວມມືລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຈຳນວນໜຶ່ງ. ຜົນການຢ້ຽມຢາມຂອງ ສະຫາຍ ຫງວຽນຊວັນຟຸກ ຄັ້ງນີ້ ຈະປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ, ເພື່ອຄວາມຈະເລີນ ແລະ ການພັດທະນາຂອງສອງປະເທດໂດຍສະເພາະຈະເຮັດໃຫ້ການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າຂອງສອງປະເທດພວກເຮົາ ຈະໄດ້ຮັບການຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ລວງກວ້າງ. ພ້ອມກັນນັ້ນ ກໍແນໃສ່ເຮັດໃຫ້ຂົງເຂດການຄ້າ, ການລົງທຶນລະຫວ່າງສອງປະເທດ ໃຫ້ນັບມື້ເພີ່ມຂຶ້ນ, ເຮັດໃຫ້ການຮ່ວມມືຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ໄດ້ຖືກຍົກລະດັບຂຶ້ນເທົ່າທຽມກັບຄວາມດີເລີດຂອງການພົວພັນດ້ານການເມືອງຂອງສອງປະເທດພວກເຮົາ.

          ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ຍິ່ງກວ່າເວລາໃດໝົດ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ພວກເຮົາຕ້ອງຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃນດຽວກັນ, ຈັບມືກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດນີ້ ນຳປະເທດພ້ອມກັນກ້າວໜ້າ, ພ້ອມກັນພັດທະນາ ນຳເອົາພາລະກິດປະຕິວັດ ທີ່ສອງພັກເຮົາໄດ້ກຳນົດໄວ້ ກ້າວຂຶ້ນຕາມຈຸດໝາຍກໍຄືເສັ້ນທາງກ້າວຂຶ້ນສັງຄົມນິຍົມໃນອະນາຄົດ.

          ໃນໂອກາດນີ້, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດໄປຍັງການນຳຂອງພັກ, ລັດຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ເຮັດສຳເລັດໜ້າທີ່ອັນສູງສົ່ງຂອງຕົນ. ອວຍພອນໃຫ້ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ   ຫງວຽນຊວັນຟຸກ ໃນຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ.

ຂໍຂອບໃຈນຳທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ທີ່ໄດ້ສະຫຼະເວລາອັນມີຄ່າເພື່ອໃຫ້ການສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ