ບັ໊ນແຕ໋ຝູຍີ

(VOVWORLD) -ຝູຍີແມ່ນໝູ່ບ້ານເກົ່າແກ່ ທີ່ມີມາແຕ່ທ້າຍສະຕະວັດທີ 19 ຂຶ້ນກັບເມືອງ ຝູທິ້ງ, ເທດສະບານເຊີນໄຕ, ຮ່າໂນ້ຍ ຊຶ່ງແມ່ນໝູ່ບ້ານທີ່ມີມູນເຊື້ອເຮັດບັ໊ນແຕ໋ ທີ່ມີຊື່ສຽງໃນເຂດ. ໃນລາຍການ “ອາຫານຫວຽດນາມ” ມື້ນີ້, ເຊີນທ່ານພ້ອມກັບນັກຂ່າວ “ແທັງນາມ” ໄປຊອກຮູ້ວີທີເຮັດບັ໊ນແຕ໋ ແລະ ລົດຊາດທີ່ມີກິ່ນຫອມ, ແຊບນົວຂອງເຍື່ອງອາຫານທີ່ງ່າຍດາຍນີ້
ບັ໊ນແຕ໋ຝູຍີ - ảnh 1ບັ໊ນແຕ໋ຝູຍີ 

ພາຍຫຼັງຂີ່ລົດໄປຕາມເສັ້ນທາງແຫ່ງຊາດເລກທີ 32 ແຕ່ຮ່າໂນ້ຍ ໄດ້ເກືອບ 1 ຊົ່ວໂມງເຄິ່ງ, ພວກຂ້າພະເຈົ້າໄດ້ໄປຮອດໝູ່ບ້ານ ຝູຍີ. ນັບແຕ່ເສັ້ນທາງທີ່ເຂົ້າໄປຮອດເຮືອນລຸງຕ໊ຽນ - ໂດຍແມ່ນຄອບຄົວທີ່ເຮັດບັ໊ນແຕ໋ໄດ້ 3 ເສັ່ນຄົນ ແລ້ວ, ພວກຂ້າພະເຈົ້າໄດ້ກິ່ນຫອມຂອງບັ໊ນແຕ໋ແລ້ວ.  ໃນເວລານີ້, ຄອບຄົວລຸງຕ໊ຽນກຳລັງເຮັດບັ໊ນແຕ໋ ເພື່ອກະກຽມໃຫ້ຕອນເຊົ້າມື້ຕໍ່ໄປ, ສະມາຊິກໃນຄອບຄົວແຕ່ລະຄົນ ຜູ້ໃດກໍ່ຟ້າວຟັ່ງເຮັດວຽກຂອງໃຜມັນເປັນຕົ້ນແມ່ນ: ຄົນແປ້ງ, ລ້າງໃບຕອງ, ຫໍ່ບັ້ນແຕ໋…

        ລຸງຕ໊ຽນພ້ອມກັບລູກສາວຂອງຕົນ ພວມນັ່ງຫໍ່ບັ໊ນແຕ໋, ຢູ່ອ້ອມຂ້າງລຸງ ແມ່ນເຕັມໄປດ້ວຍວັດຖຸດິບຊະນິດຕ່າງໆທີ່ໄດ້ຮັບການປຸງແຕ່ງໃນຂັ້ນຕົ້ນຄື: ແປ້ງ, ຊີ້ິນໝູ, ເຫັດຫູໜູ, ຜັກບົ່ວ, ໃບຕອງຈຶ່ງ, ໃບຕອງກ້ວຍ… ລຸງຕ໊ຽນໃຫ້ຮູ້ວ່າ: ແຕ່ກີ້, ໝູ່ບ້ານຝູຍີ ແມ່ນໝູ່ບ້ານນ້ອຍແຫ່ງໜຶ່ງ ຕັ້ງຢູ່ແຄມແມ່ນ້ຳຮົ່ງ, ແມ່ນໝູ່ບ້ານທີ່ເຮັດກະສິກຳ, ບັນດາອາຊີບຂອງຊາວບ້ານ ຕົ້ນຕໍແມ່ນເຮັດນາ. ບັ໊ນແຕ໋ກໍ່ແມ່ນເຮັດມາຈາກວັດຖຸດິບກະສິກຳ. ເມື່ອທຽບໃສ່ກັບອາຊີບເຮັດນາແລ້ວ ການເຮັດບັ້ນແຕ໋ແມ່ນມີຄວາມຫຍຸ້ງຍາກກ່ວາ, ຍ້ອນວ່າຕ້ອງນອນເດິກຕື່ນເຊົ້າເພື່ອກະກຽມວັດຖຸດິບຕ່າງໆ. ລຸງຕ໊ຽນໃຫ້ຮູ້ວ່າ:

        ຢາກມີແປ້ງບັ໊ນແຕ໋ທີ່ແຊບນັ້ນ ກ່ອນອື່ນໝົດ ເຂົ້າທີ່ເອົາມາເຮັດ ບັ໊ນແຕ໋ ຕ້ອງແມ່ນປະເພດທີ່ແຊບ, ເມັດງາມ, ວິທີເຮັດແປ້ງແມ່ນຕ້ອງເອົາເຂົ້າມາມ່າກ່ອນ, ຫຼັງຈາກນັ້ນຈຶ່ງເອົາໄປໂມ້. ພາຍຫຼັງ ໂມ້ເປັນນ້ຳແປ້ງແລ້ວ ຕ້ອງປະໄວ້ໃຫ້ແປ້ງມັນນອນກ່ອນແລ້ວຈຶ່ງຖອກນ້ຳຖີ້ມ. ຂັ້ນຕອນຕໍ່ໄປ ແມ່ນຊອຍເຫັດຫູໜູທີ່ໄດ້ມ່າໄວ້, ເອົາຊີ້ນທີ່ກຽມໄວ້ ມາຂົ້ວເຮັດໄສ້ບັ໊ນແຕ໋, ຫຼັງຈາກນັ້ນ ຕັກແປ້ງໃສ່ໃບຕອງ, ເອົາໄສ້ໃສ່ເຄິ່ງກາງ ປະໄວ້ໃຫ້ເຢັນ ແລ້ວຈິ່ງຫໍ່. ພາຍຫຼັງທີ່ຫໍ່ແລ້ວ, ຂັ້ນຕອນສຸດທ້າຍແມ່ນເອົາໄປຫນຶ້ງ, ຟັງແລ້ວຄືວ່າງ່າຍດາຍ ແຕ່ມີຫຼາຍຂັ້ນຕອນເຮັດທີ່ສຸດ.

        ວັດຖຸດິບເຮັດບັ້ນແຕ໋ລວມມີ ຊີ້ນໝູ, ເຫັດຫອມ, ເຫັດຫູໜູ…ເຖິງຢ່າງໃດກໍ່ຕາມ, ສິ່ງສຳຄັນທີ່ສຸດແມ່ນແປ້ງບັ໊ນແຕ໋. ເພື່ອໃຫ້ໄດ້ແປ້ງບັ໊ນແຕ໋ທີ່ແຊບນົວນັ້ນ, ຕ້ອງເສຍເຫື່ອແຮງ ແລະ ມີຂັ້ນຕອນເຮັດທີ່ຫຍຸ້ງຍາກຫຼາຍ. ຕ້ອງລ້າງເຂົ້າສານໃຫ້ສະອາດ, ແລ້ວເອົາໄປມ່າ, ການມ່າເຂົ້າ ຕ້ອງຂຶ້ນກັບສະພາບອາກາດ, ຖ້າອາກາດຮ້ອນແຮງຕ້ອງມ່າແຕ່ 2 ວັນເທົ່ານັ້ນ, ຖ້າອາກາດເຢັນແມ່ນຕ້ອງມ່າດົນກ່ວານັ້ນອີກ ເພື່ອໃຫ້ເຂົ້າໄນ່, ແລ້ວຈຶ່ງຊາວອອກປະໃຫ້ສະເດັດນ້ຳ, ຫຼັງຈາກນັ້ນຈຶ່ງເອົາໄປໂມ້, ເຂົ້າຍິ່ງໂມ້ລະອຽດເທົ່າໃດ ບັ໊ນແຕ໋ກໍ່ຍິ່ງອ່ອນນຸ້ມເທົ່ານັ້ນ. ພາຍຫຼັງໂມ້ເຂົ້າໃຫ້ເປັນນ້ຳແປ້ງແລ້ວ, ເອົານ້ຳຕື່ມໃສ່ອີກ ດ້ວຍອັດຕາສ່ວນ 1ຕໍ່1 ສືບຕໍ່ຄົນໃຫ້ສະໝ່ຳສະເໝີ ແລະມ່າໄວ້ 2 ມື້ຕື່ມອີກ, ຕ້ອງປ່ຽນນ້ຳໃນແຕ່ລະມື້. ແຕ່ລະເທື່ອທີ່ປ່ຽນນ້ຳນັ້ນ ຕ້ອງຄົນແປ້ງໃຫ້ສະໜ່ຳສະເໝີ, ເມື່ອມ່າແປ້ງຄົບຕາມກຳນົດແລ້ວຕ້ອງຕັກອອກ ແລະ ເອົາເກືອໃສ່ ປະມານ 1 ບ່ວງກາເຟເພື່ອບໍ່ໃຫ້ແປ້ງມີກິ່ນ.

        ໃນຂະນະທີ່ແປ້ງຍັງຮ້ອນຢູ່ນັ້ນ ລຸງຕ໊ຽນໄດ້ຕັກແປ້ງໃສ່ໃບຕອງ, ຫຼັງຈາກນັ້ນກໍ່ເອົາໄປວາງໃສ່ກະດົ້ງ, ບັ໊ນແຕ໋ແຕ່ລະອັນຍາວປະມານ 30 ແຊັນຕີແມັດ, ແລ້ວເອົາໄສ້ໃສ່ເຄິ່ງກາງໃຫ້ສະເໝີ, ຈາກນັ້ນກໍ່ໃຊ້ມືຫໍ່ສອງສົ້ນເຂົ້າຫາກັນ. ປ້າຮົ່ງເມຍຂອງລຸງຕ໊ຽນໃຫ້ຮູ້ວ່າ:

        ເພື່ອໃຫ້ບ໊ັນແຕ໋ແໜ້ນດີ, ພາຍຫຼັງທີ່ຕັກແປ້ງໃສ່ໃບຕ້ອງ ແລະ ເອົາໄສ້ໃສ່ແລ້ວ, ຕ້ອງລູບແປ້ງເຮັດແນວໃດເພື່ອໃຫ້ເນື້ອແປ້ງແໜ້ນ ແລະ ກົມ. ໃນເວລາທີ່ເຮົາຈັບຮູ້ສຶກວ່າມັນແໜ້ນມື, ແລະ ໃບຕອງບໍ່ຫຼົມໂລະເລະ.

        ພາຍຫຼັງຫໍ່ແລ້ວ, ລຸງຕ໊ຽນພ້ອມກັບຄອບຄົວກໍ່ໄດ້ຈັດລຽງບັ໊ນແຕ໋ໃສ່ໝໍ້, ແລ້ວເອົາໄປໜຶ້ງດ້ວຍໄຟສະໝ່ຳສະເໝີ, ເມື່ອນ້ຳໃນໝໍ້ໜຶ້ງບັ໊ນແຕ໋ຟົດແລ້ວ ແມ່ນໃຫ້ໜຶ້ງຕື່ມອີກ ຊົ່ວໂມງໜຶ່ງ. ເພື່ອກວດກາເບິ່ງວ່າ ບັ໊ນແຕ໋ສຸກຫຼືບໍ່ນັ້ນ, ແມ່ນເອົາອອກມາແກະເບິ່ງ ຖ້າຫາກທາງໃນໃບຕອງມັນອ່ອນນຸ້ມ ກໍ່ໝາຍຄວາມວ່າ ບັ໊ນແຕ໋ສຸກແລ້ວ.

        ເອື້ອຍ ຟານທິຫ໋າຍ ປັດຈຸບັນ ດຳລົງຊີວິດຢູ່ຮ່າໂນ້ຍ, ໃຫ້ຮູ້ວ່າ ບັ້ນແຕ໋ທີ່ເຮັດດ້ວຍແປ້ງເຂົ້າຈ້າວນັ້ນ ແມ່ນກິນງ່າຍທີ່ສຸດ, ບໍ່ເປັນມັນຫຼາຍ, ມີກິ່ນຫອມ ແລະ ອ່ອນນຸ້ມດີ, ແປ້ງມີສີຂາວຂຸ້ນ, ເຫຼື້ອມໜ້ອຍໜຶ່ງ ເບິ່ງແລ້ວເປັນຕາໜ້າແຊບ. ເມື່ອຊີມບັ໊ນແຕ໋ຮ້ອນຈ້ຳກັບນ້ຳແຈ່ວທີ່ຟ່າຈາກນ້ຳປາ, ນ້ຳຕານ, ໝາກເພັດ, ຫົວກະທຽມ ແລະ ໝາກນາວຈະໄດ້ລົດຊາດທີ່ແຊບ, ມັນຂອງຊີ້ນໝູ, ລົດຊາດເບົາໆຂອງແປ້ງໄດ້ປະສົມກົມກຽວເຂົ້າກັບລົດເຜັດ, ລົດສົ້ມຫວານຂອງນ້ຳແຈ່ວບວກກັບກິ່ນຫອມຂອງໃບຕອງ, ຖ້າໃຜໄດ້ກິນແລ້ວກໍ່ຍາກທີ່ຈະລືມໄດ້:

        ຂ້າພະເຈົ້າໄປເຊີນໄຕໃນແຕ່ລະຄັ້ງນັ້ນຕ້ອງໄປແວ່ຊື້ບັ໊ນແຕ໋ ຢູ່ຝູຍີ ເພື່ອເອົາມາຕ້ອນຄອບຄົວ. ບັ໊ນແຕ໋ຝູຍີແຊບທີ່ສຸດ, ບໍ່ເປັນມັນຫຼາຍຄືເຂົ້າຕົ້ມ, ເຂົ້າໜົມຊະນິດຕ່າງໆ. ທຸກຄົນໃນຄອບຄົວ, ໃຜກໍ່ມັກກິນບັ໊ນແຕ໋.

        ບັ໊ນແຕ໋ ຝູຍີບໍ່ພຽງແຕ່ເປັນຂອງຕ້ອນແບບພື້ນບ້ານ, ລຽບງ່າຍ, ມີລົດຊາດຂອງທຳມະຊາດ, ອາລົມຈິດຄວາມຮັກແພງເທົ່ານັ້ນ ຫາກຍັງແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນຢູ່ໝູ່ບ້ານເກົ່າແກ່ຢູ່ແຄມແມ່ນ້ຳຮົ່ງອີກດ້ວຍ. ບັ໊ນແຕ໋ກໍ່ຍັງນຳເອົາລາຍຮັບມາໃຫ້ປະຊາຊົນຢູ່ບ້ານນີ້, ໜູນຊ່ວຍເຂົາເຈົ້າແບກຫາບພາລະໜັກໃນການຊື້ເຂົ້າຊື້ນ້ຳ, ຊື້ເຄື່ອງນຸ່ງຫົ່ມໄດ້ສ່ວນໃດສ່ວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ