ເຂົ້າປຸ້ນປາໃສ່ແມງກະພຸນ

(VOVWORLD) - ໃນຊຸມປີມໍ່ໆມານີ້ ນະຄອນທະເລຍາຈາງ ໄດ້ ແລະ ພວມກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ໂດຍນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫລາຍຄົນເລືອກເຟັ້ນມາທ່ຽວ.

ນອກຈາກບັນດາທິວທັດທຳມະຊາດທີ່ສວຍສົດງົດງາມແລ້ວ, ຍາຈາງ ຍັງເປັນທີ່ຮູ້ເຖິງ ດ້ວຍອາຫານການກິນທີ່ອຸດົມສົມບູນ ດ້ວຍບັນດາເຍືຶ່ອງອາຫານທີ່ແຊບນົວ. ພິເສດ ເມື່ອອາກາດເລີ່ມຮ້ອນເອົ້າ, ແມງກະພຸນແມ່ນເຍື່ອງອາຫານທີ່ແຊບ, ບຳລຸງສຸຂະພາບ, ເປັນຢາເຢັນ ແລະ ມີລັກສະນະແກ້ຮ້ອນໃນສູງ. ໃນລາຍການອາຫານ ຫວຽດນາມພາກນີ້ ພວກເຮົາຂໍແນະນຳຕໍ່ທ່ານຜູ້ຟັງ ເຍື່ອງອາຫານທີ່ມີຊື່ວ່າ “ເຂົ້າປຸ້ນປາໃສ່ແມງກະພຸນ ຜ່ານບົດຂຽນຂອງນັກຂ່າວ VOV ເຊີນທ່ານຕິດຕາມຮັບຟັງ.

ເຂົ້າປຸ້ນປາໃສ່ແມງກະພຸນ  - ảnh 1 ເຂົ້າປຸ້ນປາໃສ່ແມງກະພຸນ (ພາບອິນເຕີແນັດ)

ເວລາປະມານ 9 ໂມງເຊົ້າ, ພາຍໃຕ້ແສງແດດຮ້ອນອົບເອົ້າໃນຍາມລະດູແລ້ງຢູ່ນະຄອນທະເລ ຍາຈາງ, ຮັ່ງ ໄດ້ພາ ເຮືອງ ຜູ້ທີ່ເປັນສ່ຽວຂອງຕົນ ໃນສະໄໝຮຽນຢູ່ມະຫາວິທະຍາໄລມາຈາກຮ່າໂນ້ຍ ໄປກິນເຂົ້າປຸ້ນປາໃສ່ແມງກະພຸນ-ເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຍາຈາງ, ບໍ່ວ່າແຂກຜູ້ໃດມາຢ້ຽມຢາມເຂດດິນແດນແຫ່ງນີ້ກໍ່ບໍ່ອາດພາດໂອກາດໄດ້ຊິມລົດຊາດພິເສດຂອງອາຫານເຍື່ອງນີ້.

        ຮັ່ງ ແລະ ເຮືອງ ໄດ້ເຂົ້າໄປໃນຮ້ານຂາຍ “ເຂົ້າປຸ້ນປາໃສ່ແມງກະພຸນ” ທີ່ມີຊື່ສຽງໃນຖະໜົນ Yersin, ນະຄອນ ຍາຈາງ. ຮ້ານຕັ້ງຢູ່ແຈສີ່ແຍກ ດັ່ງນັ້ນຈຶ່ງມີທາງຍ່າງກ້ວາງຂວາງທີ່ສຸດ ແລະ ມີບໍລິເວນທີ່ປອດໂປ່ງເຢັນສະບາຍ. ຮ້ານໂດດເດັ່ນດ້ວຍປ້າຍໃຫຍ່, ສີແດງ, ຍາວເກືອບ 3 ແມັດຕິດຢູ່ທາງນອກຊັ້ນ 3 ຂອງຮ້ານ. ຍ້ອນມີປ້າຍອັນໃຫຍ່ໂຕນັ້ນ ຮ້ານຈຶ່ງດຶງດູດຄວາມສົນໃຈຈາກຜູ້ຄົນໄປມາໃນຄຸ້ມຖະໜົນນີ້ໄດ້ຫຼາຍຄົນ. ຮັ່ງ ແລະ ເພື່ອນຂອງລາວກໍ່ ຟ້າວໄປເລືອກນັ່ງໂຕະ inox ທີ່ຕັ້ງຢູ່ນອກທາງຍ່າງ ສາມາດເບິ່ງເຫັນທັດສະນີຍະພາບຖະໜົນຫົນທາງນັ້ນ.

        ພາຍຫລັງລໍຖ້າເປັນເວລາ 2 - 3 ນາທີ, ວາງຢູ່ຕໍ່ໜ້າຮັ່ງ ແລະ ເຮືອງ ແມ່ນເຂົ້າປຸ້ນປາໃສ່ແມງກະພຸນ 2 ຖ້ວຍຮ້ອນໆທີ່ພວມອອກອາຍ ແລະ ມີກິ່ນຫອມໄປທົ່ວ. ເຮືອງແບ່ງປັນວ່າ:

        “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ກິນເຂົ້າປຸ້ນປາໃສ່ແມງກະພຸນຢູ່ທີ່ນີ້, ເບິ່ງຖ້ວຍເຂົ້າປຸ້ນເປັນຕາໜ້າແຊບມີກິ່ນຫອມ ແລະ ງາມຕາ. ນ້ຳເຂົ້າປຸ້ນໃສ, ນົວ ແລະ ບໍ່ມັນ. ເອື້ອຍຂາຍເຂົ້າປຸ້ນປາໃສ່ແມງກະພຸນເບິ່ງຄືວ່າ ມີຄວາມເບີກບານມ່ວນຊື່ນເປັນຕາຮັກ, ສຸດຈິດສຸດໃຈ, ບໍລິເວນຮ້ານສະອາດ, ປອດໂປ່ງຍ້ອນວ່າ ຮ້ານໄດ້ຕັ້ງຢູ່ແຈທາງສີ່ແຍກ. ເທື່ອໜ້າຖ້າມີໂອກາດມາທ່ຽວ ຍາຈາງ ຕົນເອງຈະກັບກິນເຂົ້າປຸ້ນປາໃສ່ແມງກະພຸນຮ້ານນີ້ອີກ.”

         “ຂ້າພະເຈົ້າ ແລະ ໝູ່ເພື່ອນມັກມາກິນເຂົ້າປຸ້ນຢູ່ຮ້ານນີ້ເປັນປະຈຳ, ເມື່ອຫຍ້ຳໃຫ້ລະອຽດ ຂ້າພະເຈົ້າຈຶ່ງຮູ້ສຶກໄດ້ລົດຊາດແຊບນົວ, ພ່ອຍຂອງແມງກະພຸນປະສົມກົມກຽວໃສ່ກັບລົດຊາດນົວຂອງຢໍ່ປາ ແມ່ນພິເສດທີ່ສຸດ. ທັງໝົດໄດ້ປະສົມກົມກຽວເຂົ້າກັນ ສ້າງເປັນລົດຊາດພິເສດ ຍາກທີ່ຈະຫຼົງລືມໄດ້ ເຖິງວ່ານີ້ແມ່ນອາຫານປະເພດທຳມະດາ”:

ເຂົ້າປຸ້ນປາໃສ່ແມງກະພຸນ  - ảnh 2ແມງກະພຸນ 

        ເອື້ອຍມິງ ເຊິ່ງແມ່ນເຈົ້າຂອງຮ້ານຂາຍເຂົ້າປຸ້ນປາໃສ່ແມງກະພຸນ ລາວມີອາຍຸກວ່າ 40 ປີ, ການນຸ່ງຖືສຸພາບຮຽບຮ້ອຍ ໃບໜ້າຍີ້ມແຍ້ມແຈ່ມໃສ ທັກທາຍສະບາຍດີ, ເຊີນແຂກເຂົ້າຮ້ານ. ເຖິງວ່າບໍ່ໄດ້ປຸງແຕ່ງເຂົ້າປຸ້ນເປັນປົກກະຕິກໍ່ຕາມ ແຕ່ເມື່ອມີແຂກເຂົ້າຮ້ານຫຼາຍ ເອື້ອຍກໍ່ຕ້ອງໄດ້ລົງມືເຮັດໂດຍກົງພ້ອມກັບຜູ້ຊ່ວຍວຽກ 2 - 3 ຄົນ. ກ່ອນນີ້ຄອບຄົວເອື້ອຍມິງຂາຍເຂົ້າຈານ ແລະ ອາຫານໃຫ້ນັກຮຽນ, ນັກສຶກສາ. ແຕ່ວ່າ 5 - 6 ປີມານີ້ ຍ້ອນວ່າຂາຍເຂົ້າ - ອາຫານມີຄວາມຫຍຸ້ງຍາກຫຼາຍ ກຳໄລກໍ່ບໍ່ໄດ້ພໍເທົ່າໃດ ສະນັ້ນຄອບຄົວເອື້ອຍຈຶ່ງປ່ຽນມາຂາຍເຂົ້າປຸ້ນປາໃສ່ແມງກະພຸນ. ເຂົ້າປຸ້ນປາໃສ່ແມງກະພຸນ ແມ່ນເຍື່ອງອາຫານທີ່ປະກອບດ້ວຍວັດຖຸດິບຕົ້ນຕໍແມ່ນ ແມງກະພຸນ ແລະ ປາ. ດັ່ງນັ້ນ ຂັ້ນຕອນຄັດເລືອກ, ປຸງແຕ່ງກໍ່ມີຄວາມສຳຄັນທີ່ສຸດ.

        “ປາທູເມື່ອຊື້ມາແລ້ວ ຕ້ອງໄສ້ເອົາເຄື່ອງໃນອອກໃຫ້ໝົດ ລ້າງໃຫ້ສະອາດ, ລືບເອົາຊີ້ນ ແລະ ກ້າງໄວ້ຕ່າງຫາກ. ແມງກະພຸນແມ່ນເລືອກເອົາໂຕທີ່ມີສີຂາວຂຸ້ນ, ນ້ອຍຊ່ຳຫົວໂປ້ມື, ແຊ່ນ້ຳ, ລ້າງຫລາຍນ້ຳໃຫ້ສະອາດ, ຫລັງຈາກນັ້ນ ເອົາໄປລວກໃສ່ນ້ຳຮ້ອນພວມຟົດ ແລ້ວຈຶ່ງມາຊອຍເປັນເສັ້ນ ແລະ ປະໄວ້ໃຫ້ສະເດັດນ້ຳ.

        ປຸງແຕ່ງນ້ຳເຂົ້າປຸ້ນປາໃສ່ແມງກະພຸນແມ່ນເອົາແຕ່ປາທູ, ປາລຽດເທົ່ານັ້ນ ບໍ່ໃສ່ກະດູກໝູ ຫຼື ກະດູກງົວ. ພາຍຫລັງປຸງແຕ່ງບັນດາວັດຖຸດິບຂັ້ນຕົ້ນເປັນທີ່ຮຽບຮ້ອຍແລ້ວ, ເອື້ອຍມິງ ຄ້າງໝໍ້ຈຽວຜັກບົ່ວກັບກ້າງປາ, ໝາກນັດ, ໝາກເລັ່ນໃນເວລາປະມານ 10 ນາທີ. ຫລັງຈາກນັ້ນ ຖອກນ້ຳໃສ່ຕື່ມໃຫ້ພໍດີ, ຍາມໃດນ້ຳຟົດຈຶ່ງປັບໄຟອ່ອນໆ ແລະ ຄ້ຽວໃນເວລາປະມານ 1 ຊົ່ວໂມງ ເພື່ອໃຫ້ກ້າງປາອອກນ້ຳນົວ ນ້ຳເຂົ້າປຸ້ນຈຶ່ງແຊບ. ຫລາຍຄົນເອີ້ນຊື່ເຍື່ອງອາຫານນີ້ວ່າ ແມ່ນເຂົ້າປຸ້ນປາໃສ່ແມງກະພຸນ ຍ້ອນວ່າ ປາກໍ່ແມ່ນວັດຖຸດິບຕົ້ນຕໍ, ບໍ່ພຽງແຕ່ສ້າງເປັນລົດຊາດແຊບນົວຢ່າງເປັນທຳມະຊາດຂອງນ້ຳເຂົ້າປຸ້ນເທົ່ານັ້ນ ຫາກຍັງສ້າງຄວາມແຕກຕ່າງເມື່ອໄດ້ກິນຢໍ່ປາອີກດ້ວຍ.

ຊີ້ນປາພາຍຫລັງບົດແຫຼກແລ້ວ ເອົາໄປຄົນໃສ່ກັບໝາກພິກໄທ ¼ ບ່ວງກາເຟ, ເກືອ ແລະ ນ້ຳປາແຊບຢ່າງລະເຄິ່ງບ່ວງກາເຟ ແລະ ຜັກບົ່ວໃບທີ່ຟັກໃຫ້ແຫຼກ. ຫລັງຈາກນັ້ນ ປັ້ນເຮັດເປັນກ້ອນນ້ອຍ, ບີບເປັນປ່ຽງ ແລະ ເອົາໃສ່ໝໍ້ຈືນໃຫ້ມີສີເຫລືອງ. ເຂົ້າປຸ້ນປາໃສ່ແມງກະພຸນແຕ່ລະຖ້ວຍລ້ວນແຕ່ໄດ້ຮັບການຈັດແຕ່ງງາມຕາ: ແມງກະພຸນ, ຢໍ່ປາ, ໝາກນັດ, ໝາກເລັ່ນ, ຜັກຫອມໄດ້ຈັດວາງຢ່າງພິຖິີພິຖັນຕາມຮູບແບບຂອງຖ້ວຍ ແລ້ວເອົາຫອມບົ່ວທີ່ຊອຍແລບໆ ໂຮຍປົກໜ້າ. ຕາມເອື້ອຍມິງແລ້ວ, ເຄັດລັບເຖິງວ່າຈະງ່າຍດາຍກໍ່ຕາມ ແຕ່ມັນພັດແມ່ນປັດໃຈຕັດສິນ, ນັ້ນແມ່ນວິທີລວກແມງກະພຸນໃສ່ນ້ຳຮ້ອນ:

        “ເພືີ່ອຮັກສາແມງກະພຸນໄວ້ໃຫ້ຖືກຕາມຮູບຮ່າງ ແລະ ລົດຊາດເດີມນັ້ນ, ເມື່ອນ້ຳກຳລັງຟົດ, ບົວະໆ ເອົາແມງກະພຸນຈຸ່ມໃສ່ແລ້ວເອົາອອກເລີຍ, ບໍ່ຈຸ່ມດົນ. ຖ້າຫາກຈຸ່ມດົນ ມັນຈະຫົດເຂົ້າ ເຫຼືອໜ້ອຍດຽວ ແລະ ຂາດທາດບຳລຸງ”.

        ເຂົ້າປຸ້ນປາໃສ່ແມງກະພຸນຍາຈາງ ມີລົດຊາດເຄັມແຕ່ເຂັ້ມຂຸ້ນໄດ້ດ້ວຍລົດຊາດນ້ຳທະເລ, ນຳມາໃຫ້ຜູ້ຮັບປະທານມີຄວາມຮູ້ສຶກວ່າ ພວມນັ່ງຮັບປະທານອາຫານຢູ່ຫາດຊາຍທະເລ. ເຂົ້າປຸ້ນປາໃສ່ແມງກະພຸນມີຄຸນປະໂຫຍດແກ້ຮ້ອນໃນ, ບຳລຸງສຸຂະພາບ, ລ້າງສານພິດ, ແກ້ທາດພິດໃນຕັບ…

 ຖ້າພວກເພື່ອນຢາກປຸງແຕ່ງເຂົ້າປຸ້ນປະເພດນີ້ໃຫ້ຄອບຄົວກິນ ພວກເພື່ອນສາມາດເຮັດຕາມຂັ້ນຕອນດັ່ງລຸ່ມນີ້ :

1.    ວັດຖຸດິບຄວນກະກຽມສຳລັບກິນ 4 ຄົນ.

-                   ປາທູ 500 ກຼາມ.

-                   ແມງກະພຸນ 100 ກຼາມ.

-                   ເຂົ້າປຸ້ນ 0,5 ກິໂລກຼາມ.

-                   ນ້ຳປາ, ເກືອ, ໝາກພິກໄທ.

-                   ໝາກເລັ່ນ, ໝາກນັດ, ໝາກເຜັດ, ໝາກໜາວ, ຜັກບົ່ວໃບ, ຜັກຫອມ.

2.    ວິທີເຮັດ :

-       ຂັ້ນຕອນທີ 1 : ປາທູຊື້ມາແຕ່ຕະຫລາດ, ລ້າງໃຫ້ສະອາດ, ໄສ້ເອົາເຄື່ອງໃນອອກໃຫ້ໝົດ, ລືບຊີ້ນ ແລະ ກ້າງໄວ້ຕ່າງຫາກ. ແມງກະພຸນເລືອກເອົາໂຕທີ່ມີສີຂາວຂຸ້ນ, ນ້ອຍຊ່ຳຫົວໂປ້ມື, ແຊ່ນ້ຳ, ລ້າງຫລາຍນ້ຳໃຫ້ສະອາດ, ຫລັງຈາກນັ້ນ ເອົາແມງກະພຸນຈຸ່ມໃສ່ນ້ຳພວມຟົດ ແລ້ວເອົາອອກມາຊອຍເປັນເສັ້ນ ແລະ ປະໄວ້ໃຫ້ສະເດັດນ້ຳ.

-       ຂັ້ນຕອນທີ 2 : ຄ້າງໝໍ້ຈຽວຫົວຜັກບົ່ວກັບກ້າງ, ໝາກນັດ, ໝາກເລັ່ນປະມານ 10 ນາທີ. ຫລັງຈາກນັ້ນ ຖອກນ້ຳໃສ່ຕື່ມໃຫ້ພໍດີ, ເມື່ອນ້ຳຟົດຈຶ່ງເຮັດໄຟຄ່ອຍໆ ແລະ ຂ້ຽວປະມານ 1 ຊົ່ວໂມງ ເພື່ອໃຫ້ກ້າງປາອອກນ້ຳນົວ ນ້ຳເຂົ້າປຸ້ນຈຶ່ງແຊບ.

 - ຂັ້ນຕອນທີ 3 : ບົດຊີ້ນປາໃຫ້ແຫຼກ, ເອົາໄປຄົນໃສ່ກັບໝາກພິກໄທ ¼ ບ່ວງກາເຟ, ເກືອ ແລະ ນ້ຳປາແຊບຢ່າງລະເຄິ່ງບ່ວງກາເຟ, ຜັກບົ່ວໃບຟັກແລກແລ້ວໃຫ້ສະໝໍ່ສະເໝີ. ຫລັງຈາກນັ້ນ ເຮັດເປັນກ້ອນນ້ອຍ, ບີບເປັນປ່ຽງ ແລະ ເອົາໃສ່ໝໍ້ຈືນໃຫ້ເປັນສີເຫລືອງ.

-        ຂັ້ນຕອນທີ 4 : ເອົາເຂົ້າປຸ້ນໃສ່ຖ້ວຍໃຫຍ່, ຈຸ່ມແມງກະພຸນ, ເອົາຢໍ່ປາ, ໝາກນັດ, ໝາກເລັ່ນ ແລະ ຜັກຫອມ, ເອົານ້ຳເຂົ້າປຸ້ນໃສ່ໃຫ້ຖ້ວມ ແລ້ວຈຶ່ງໂຮຍຜັກບົ່ວໃບຊອຍບາງໃສ່ເທິງເປັນອັນວ່າສຳເລັດ. (ຫວັງວ່າ ພວກເພື່ອນຈະເຮັດກິນແຊບ) ./.

ຕອບກັບ

ຂ່າວ/ບົດ​ອື່ນ