ການອະນຸລັກຮັກສາເຮືອນເຣື່ອງທີ່ເກົ່າແກ່ໃນແຂວງ ເທື່ອທຽນເຫ້ວ

(VOVWORLD) -ນັບແຕ່ໃດໆມາ, ລະບົບເຮືອນ ເຣື່ອງ ເກົ່າແກ່ແມ່ນຊັບສົມບັດອັນລ້ຳຄ່າ, ປະກອບສ່ວນສ້າງຄວາມງາມທີ່ເປັນເອກະລັກຂອງມໍລະດົກ ສະຖາປັດຕະຍາກຳວັດທະນະທຳ ເຫວ້. ແຕ່ເຖິງຢ່າງໃດກໍ່ຕາມ, ຜ່ານໄລຍະເວລານັບຮ້ອຍ ປີ ຍ້ອນຜົນກະທົບຈາກດິນຟ້າອາກາດໄພທຳມະຊາດ, ເຮືອນເຣື່ອງ ເກົ່າແກ່ໄດ້ຖືກເສື່ອມຄຸນນະພາບຢ່າງຮ້າຍແຮງ. ເມື່ອບໍ່ດົນມານີ້ ແຂວງ ເທື່ອທຽນເຫວ້ ໄດ້ປະກາດໃຊ້ນະໂຍບາຍຄຸ້ມຄອງ ແລະ ໜູນຊ່ວຍແກ່ການປົກປັກຮັກສາເຮືອນເຣື່ອງ ເຫວ້ ທີ່ເປັນເອກະລັກສະເພະ ອັນໄດ້ປະກອບສ່ວນເພີ່ມຄຸນຄ່າມໍລະດົກ, ຮັກສາສີສັນວັດທະນະທຳ ເຫວ້
ການອະນຸລັກຮັກສາເຮືອນເຣື່ອງທີ່ເກົ່າແກ່ໃນແຂວງ ເທື່ອທຽນເຫ້ວ - ảnh 1 ເຮືອນເຣື່ອງ ທີ່ເກົ່າແກ່ຢູ່ບ້ານ ເຟືອກຕິກ ໃນແຂວງ ເທື່ອທຽນເຫວ້ 

ເຮືອນເຣື່ອງ ທີ່ເກົ່າແກ່ຢູ່ບ້ານ ເຟືອກຕິກ ໃນແຂວງ ເທື່ອທຽນເຫວ້ ເຄີຍຕັ້ງໃນບໍລິເວນທີ່ກວ້າງຂວາງ ຖືກອ້ອມຮອບດ້ວຍຕົ້ນໄມ້ໃບຫຍ້າ ເຊິ່ງຖືກຕັດຊອຍຢ່າງງາມຕາ. ໃນບໍລິເວນນັ້ນ, ສວນຍາມໃດກໍ່ກວມອັດຕາສູງດ້ວຍສີຂຽວຂອງຕົ້ນໄມ້ໃບຫຍ້າສີຂຽວປົກຄຸມຕະຫຼອດປີ. ເຮືອນເຣື່ອງເຫວ້ ມີຫຼາຍຮູບແບບ. ໂດຍອີງໃສ່ວັດສະດຸກໍ່ສ້າງເພື່ອຈັດປະເພດນັ້ນ, ກໍ່ມີເຮືອນເຮັດດ້ວຍໄມ້, ເຮັດດ້ວຍໄມ້ໄຜ່, ເຮືອນມຸງຫຍ້າ, ເຮືອນມຸງດິນຂໍ… ໂດຍອີງໃສ່ໂຄງສ້າງເພື່ອຈັດປະເພດ ເຮືອນ ເຣື່ອງ ກໍ່ມີຫຼາຍແບບຄື ເຮືອນມີຫ້ອງດຽວ, ເຮືອນມີໜຶ່ງຫ້ອງໃຫຍ່ ແລະ ສອງຫ້ອງນ້ອຍຢູ່ສອງເບື້ອງ, ເຮືອນມີສາມຫ້ອງ, ເຮືອນມີສາມຫ້ອງໃຫຍ່ ແລະ ສອງຫ້ອງນ້ອຍຢູ່ຕາມສອງເບື້ອງ, ເຮືອນມີຫ້າຫ້ອງ… ພື້ນຂອງເຮືອນເຄີຍເຮັດດ້ວຍດິນສະອາດ ຖືກປະສົມກັບປູນ, ຂີ້ເທົ່າເພື່ອຕ້ານບວກ ແລະ ມອດ, ຕ້ານປຽກຊຸ່ມ, ລະບົບຫຼັງຄາຂອງເຮືອນ ເຣື່ອງເຫວ້ ກໍ່ມີລະລັບຄວາມຄ້ອຍສູງ ເພື່ອແທດເໝາະກັບເຂດດິນເຄີຍເກີດຝົນຕົກຜິດປົກກະຕິ. ເຮືອນເຣື່ອງ ເຄີຍມີຫຼັງຄາເຮືອນ, ຖືກມຸງດ້ວຍດິນຂໍ ຫຼື ມຸງຫຍ້າ. ໄມ້ແມ່ນວັດສະດຸຕົ້ນຕໍ ເພື່ອກໍ່ສ້າງເຮືອນ ເຣື່ອງເຫວ້ ເຊິ່ງເຄີຍເຮັດດ້ວຍໄມ້ມີ້, ໄມ້ກະຈະ, ໄມ້ດູ່… ເມື່ອເວົ້າເຖິງຄວາມໝາຍຂອງເຮືອນ ເຣື່ອງ ທ່ານ ຫງວຽວຮົ່ງຖັງ ຜູ້ອຳນວຍການຄະນະຄຸ້ມຄອງ ປູຊະນີຍະສະຖານສະຖາປັດຕະຍາກຳສິລະປະບ້ານເກົ່າ ເຟືອກຕິກ ໃຫ້ຮູ້ວ່າ:

     “ໃນເຮືອນເຣື່ອງ ກໍ່ມີບັນດາຈຸດພິເສດສະເພາະຄື ເຮືອນເຣື່ອງ ມີສາມຫ້ອງໃຫຍ່ ແລະ ສອງຫ້ອງນ້ອຍຢູ່ຕາມສອງເບື້ອງ. ຫ້ອງໃຫຍ່ຢູ່ກາງແມ່ນເພື່ອໃຊ້ເປັນບ່ອນບູຊາ ບັນພະບູລຸດ, ປູ່ຍ່າຕາຍາຍ.  ສ່ວນການດຳເນີນຊີວິດປະຈຳວັນແມ່ນຢູ່ສອງຫ້ອງນ້ອຍຢູ່ສອງເບື້ອງ”

      ບ້ານເກົ່າ ເຟືອກຕິກ ໃນຕາແສງ ຟອງຮວ່າ ເມືອງ ຟອງດ່ຽນ ແຂວງ ເທື່ອທຽນເຫວ້ ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານລະດັບຊາດນັບແຕ່ປີ 2009 ດ້ວຍລະບົບເຮືອນເຣື່ອງ ທີ່ມີອາຍຸນັບນ້ອຍ ປີ. ປັດຈຸບັນທັງໝູ່ບ້ານມີເຮືອນເຣື່ອງ ເກົ່າແກ່ 30 ຫຼັງ, ໃນນັ້ນມີ 24 ຫຼັງແມ່ນຂອງປະຊາຊົນ ແລະ ຫໍບູຊາ 6 ຫຼັງຂອງບັນດາວົງຕະກຸນໃນບ້ານ. ຕາມການເວລາ, ບັນດາເຮືອນເຣື່ອງ ເກົ່າໃນບ້ານ ເຟືອກຕິກ ໄດ້ຖືກເສື່ອມຄຸນນະພາບຢ່າງໜັກ. ແຂວງ ເທື່ອທຽນເຫວ້ ໄດ້ຜັນຂະຫຍາຍບັນດາວິທີການບູລະນະປະຕິສັງຂອນ. ໃນມໍໆມານີ້ກໍ່ຫາກໍ່ມີເຮືອນ ເຣືອງ ເກົ່າແກ່ໄດ້ຮັບການບູລະນະປະຕິສັງຂອນຕື່ມອີກ 3 ຫຼັງ.   ປ້າ ເລທິຮວາ ອາຍຸ 72 ປີແມ່ນເຈົ້າຂອງເຮືອນ ເຣື່ອງ  ເກົ່າແກ່ທີ່ຫາກໍ່ໄດ້ການບູລະນະປະຕິສັງຂອນໃຫ້ຮູ້ວ່າ:

     “ເຮືອນເຣື່ອງ ຂອງຄອບຄົວຂ້າພະເຈົ້າໄດ້ມີອາຍຸ 120 ປີແລ້ວ, ເມື່ອກ່ອນນີ້ຫຼັງຄາກໍ່ຖືກຮົ່ວ, ປັດຈຸບັນ, ລັດໄດ້ຊ່ວຍສ້ອມແປງໃຫ້ສວຍງາມກວ່າເກົ່າ ເພື່ອໃຊ້ເປັນບ່ອນໄຫວ້ບູຊາປູ່ຍ່າຕາຍາຍ. ພາຍຫຼັງມາ, ເມື່ອຮັບໃຊ້ການທ່ອງທ່ຽວ ຄອບຄົວຂ້າພະເຈົ້າກໍ່ເພີ່ມລາຍຮັບ ເພື່ອປົວແປງຊີວິດການເປັນຢູ່.”

     ນັກທ່ອງທ່ຽວ, ນັກສະຖາປານິກຫຼາຍຄົນ ເມື່ອມາຢ້ຽມຢາມທັດສະນະສຶກສາຄົ້ນຄວ້າບ້ານເກົ່າ ເຟືອກຕິກ, ກໍ່ລ້ວນແຕ່ມີຄວາມປະຫຼາດໃຈ ແລະ ປະທັບໃຈ ເມື່ອເຫັນປະຈັກຕາການຮັກສາລະບົບເຮືອນເຣື່ອງ ແລະ ຫໍບູຊາຂອງວົງຕະກຸນຄືເໝືອນເດີມ. ບັນດາເຮືອນເຣື່ອງເກົ່າໃນບ້ານໄດ້ຜ່ານໄລຍະເວລານັບຮ້ອຍ ປີ, ພາຍຫຼັງໄດ້ຮັບການບູລະນະປະຕິສັງຂອນ ກໍ່ຍັງຄົງຮັກສາສະຖາປັດຕະຍາກຳ ແລະ ຈຸດພິເສດຂອງເຮືອນ ເຣື່ອງ ເກົ່າໃນບ້ານ ເຟືອກຕິກ. ທ່ານ ດວ່ານກວຽດຖັງ ຮອງຫົວໜ້າຄະນະຄຸ້ມຄອງບ້ານເກົ່າ ເຟືອກຕິກ ໃຫ້ຮູ້ວ່າ:  ປີ 2018 ແຂວງ ເທື່ອທຽນເຫວ້ ໄດ້ອະນຸຍາດໃຫ້ບູລະນະປະຕິສັງຂອນເຮືອນເຣື່ອງ ຕື່ມອີກ 8 ຫຼັງດ້ວຍຍອດຄ່າໃຊ້ຈ່າຍ 7 ຕື້ດົ່ງ, ໃນນັ້ນມີ 5 ຫຼັງໄດ້ຮັບການເຊັນອະນຸມັດ, ສ່ວນສາມຫຼັງທີ່ຍັງເຫຼືອພວມສືບຕໍ່ປະກອບເອກະສານ, ເປົ້າໝາຍທີ່ວາງອອກແມ່ນຮອດປີ 2020, ເຮືອນເຣື່ອງເກົ່າທັງໝົດ 25  ຫຼັງຢູ່ໃນບ້ານ ເຟືອນຕິກ ຈະໄດ້ຮັບການບູລະນະປະຕິສັງຂອນ. ທ່ານ ດວ່ານກວຽດຖັງ ເວົ້າວ່າ:

     “ປັດຈຸບັນພວກຂ້າພະເຈົ້າສືບຕໍ່ເປັນເສນາທິການໃຫ້ແກ່ເມືອງ ເພື່ອສະເໜີຕໍ່ຄະນະກຳມະການປະຊາຊົນແຂວງ ວາງແຜນນະໂຍບາຍລົງທຶນ ແລະ ໄດ້ຮັບຄວາມເຫັນດີລົງທຶນບູລະນະປະຕິສັງຂອນເຮືອນເຣື່ອງ ເກົ່າ 5 ຫຼັງ ຈາກຄະນະກຳມະການປະຊາຊົນແຂວງ ແລະ ໄດ້ເຮັດຕາມລະບຽບການ, ປະກອບເອກະສານຍື່ນສະເໜີຕໍ່ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ເພື່ອຕົກລົງທາງດ້ານຂອບຂະໜາດ, ມາຮອດປັດຈຸບັນ, ທາງກະຊວງກໍ່ໄດ້ເຫັນດີເປັນເອກະພາບ. ຕໍ່ຈາກນັ້ນ, ພວກຂ້າພະເຈົ້າຈະຜັນຂະຫຍາຍບັນດາບາດກ້າວຕໍ່ໄປ ເພື່ອຍື່ນສະເໜີໃຫ້ເຊັນອະນຸມັດແຜນນະໂຍບາຍລົງທຶນ ແລະ ເຊັນອະນຸມັດບົດລາຍງານປະເມີນທາງດ້ານເຕັກນິກ ເພື່ອຈັດຕັ້ງຜັນຂະຫຍາຍການບູລະນະປະຕິສັງຂອນ”

       ທ່ານ ດວ່ານກວຽດຖັງ ຍັງໃຫ້ຮູ້ຕື່ມອີກວ່າ ພາຍຫຼັງທີ່ບັນດາເຮືອນເຣື່ອງເກົ່າແກ່ໄດ້ຮັບການບູລະນະປະຕິສັງຂອນ ແລະ ນຳເຂົ້າໃຊ້ການ, ຄະນະຄຸ້ມຄອງບ້ານເກົ່າແກ່ເຟືອກຕິກ ໄດ້ສົມທົບກັບບັນດາເຈົ້າຂອງເຮືອນເຣື່ອງ ເພື່ອຂຶ້ນແຜນການຕ້ອນຮັບ, ບູລະນະລະບົບເຮືອນເຣື່ອງ ພ້ອມທັງເຮັດອານະໄມສິ່ງແວດລ້ອມ  ເພື່ອຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶກສາຢູ່ໝູ່ບ້ານເກົ່າແກ່ ເຟືອກຕິກ

ຕອບກັບ

ຂ່າວ/ບົດ​ອື່ນ