ຈຸດເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ຕະຫຼາດ​ນັດ​ເຂດ​ພູ​ສູງ​ເມືອງ ບິ່ງ​ລຽວ, ແຂວງ ກ໋​ວາງ​ນິງ

(VOVWORLD) -ເຖິງວ່າມີຄົນໄປຕະຫຼາດບໍ່ຫຼາຍຄືຢູ່ເຂດພູພຽງ, ແຕ່ຫຼາດນັດເຂດພູສູງຊາຍແດນ ເມືອງບິ່ງລຽວ, ແຂວງກວາງນິງ ຍັງຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍສີສັນ. ແຕ່ດົນນານມາແລ້ວ, ຕະຫຼາດນັດໄດ້ກາຍເປັນສະຖານທີ່ນັດພົບທາງດ້ານວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ແຫ່ງນີ້.
ຈຸດເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ຕະຫຼາດ​ນັດ​ເຂດ​ພູ​ສູງ​ເມືອງ ບິ່ງ​ລຽວ, ແຂວງ ກ໋​ວາງ​ນິງ - ảnh 1ຜູ້ສາວຊົນເຜົ່າຢ້າວ ຢູ່ບິ່ງລຽວ (ພາບ: VOV)

ເມື່ອມາຢ້ຽມຢາມເມືອງເຂດຊາຍແດນບິ່ງລຽວໃຜ ກໍ່ບໍ່ອາດຫຼົງລືມຕະຫຼາດນັດເທດສະບານບິ່ງລຽວໄດ້. ໃນເມື່ອກ່ອນຕະຫຼາດນັດໄດ້ຈັດຂຶ້ນ6 ຄັ້ງຕໍ່ເດືອນໃນວັນທີຄີກ (ຄືວັນທີ 3, 7, 11, 15, 17, 23) ໄລ່ຕາມຈັນທະປະຕິທິນ, ແຕ່ປັດຈຸບັນ, ຕະຫຼາດນັດໄດ້ຈັດຂຶ້ນໃນທຸກໆວັນອາທິດ. ຕະຫຼາດນັດແມ່ນສະຖານທີ່ພົບປະແລກປ່ຽນ, ຊື້ຂາຍເຄື່ອງຂອງສິນຄ້າຂອງພໍ່ແມ່ປະຊາຊົນບັນດາເຜົ່າ (ຄື ກິງ, ຮວາ, ໄຕ່, ຢາວ, ຊ້ານຈີ) ທີ່ດຳລົງຊີວິດຢູ່ບໍລິເວນເມືອງ ແລະ ຂອງປະຊາຊົນປະເທດຈີນອີກດ້ວຍ. ເມື່ອມາຕະຫຼາດນັດທຸກຄົນ ຍັງໄດ້ຮັບຊົມການຂັບແທນຂອງຊາວເຜົ່າໄຕ່, ຂັບຊ້ອງເກາະຂອງຊາວເຜົ່າຊ້ານຈີ, ຂັບປາຢຸງ ຂອງຊາວເຜົ່າຢາວ ແລະ ເຂົ້າຮ່ວມການຫຼະລິ້ນພື້ນເມືອງ ຫຼື ຄູ່ບ່າວສາວນັດພົບກັນ.

ຂຶ້ນໄປເຂດຊາຍແດນ ຫວຽດ - ຈີນ, ຕະຫຼາດນັດຕາແສງດົ່ງວັນ ຢູ່ຕີນພູ ກາວບາແລ້ງ ຢູ່ບິ່ງລຽວ ກໍ່ມີຈຸດທີ່ເປັນເອກະລັກສະເພາະອີກແບບ 1. ຕະຫຼາດນ້ອຍໆ ພົ້ນເດັ່ນຂຶ້ນຢູ່ເຂດຮ້ານອາຫານທີ່ມີຊາຍຄາມຸ່ງດ້ວຍໃບໄມ້ທີ່ເຕັມໄປດ້ວຍຄວັນ ແລະ ກິ່ນຫອມຂອງອາຫານ.

ສຳລັບແຂກທ່ອງທ່ຽວ, ເມື່ອມາຕະຫຼາດນັດ ດົ່ງວັນ ແຕ່ຍັງບໍ່ທັນໄດ້ຮັບປະທານອາຫານທີ່ມີຊື່ສຽງ “ເຝີຂົ້ວ” ນັ້ນ ເບິ່ງຄືວ່າຍັງບໍ່ທັນມາຮອດບິ່ງລຽວ ຍ້ອນວ່າ, ນີ້ແມ່ນເຍື່ອງອາຫານທີ່ເປັນມູນເຊື້ອຂອງຊາວຊົນເຜົ່າ ຢາວ, ໄຕ່, ຊ້ານຈີ. ທ່ານສາມາດກິນເຝີຂົ້ວ ບິ່ງລຽວ ຢູ່ທຸແຫ່ງ, ແຕ່ແຊບທີ່ສຸດແມ່ນຢູ່ຕະຫຼາດດົ່ງວັນ. ເສັ້ນເຝີໂດຍເຈົ້າຂອງຮ້ານເຮັດເອງ. ວັດຖຸດິບທີ່ຂົ້ວໃສ່ກັບເຝີແມ່ນ: ຊີ້ນສາມຊັ້ນ, ຜັກ ຫຼື ຖົ່ວງອກໂດຍແຂກເລືອກ ຫຼືຊື້ມາເອງ. ມີແຕ່ຢູ່ບິ່ງລຽວຈຶ່ງມີວິທີການປຸງແຕ່ງເຝີທີ່ເປັນເອກະລັກສະເພາະຄືຈັ່ງຊີ້. ເອື້ອຍ ວີທິບິກ ຜູ້ຂາຍເຝີຂົ້ວ ຢູ່ຕະຫຼາດ ດົ່ງວັນ ໃຫ້ຮູ້ວ່າ:

ໃນຕອນເຊົ້າຂອງທຸກວັນ, ຂ້າພະເຈົ້າຕື່ນນອນແຕ່ຕອນ 3 ໂມງ, ບົດແປ້ງ, ເຮັດເສັ້ນເຝີເພື່ອຮອດເວລາ 7 ຫຼື 8 ໂມງເຊົ້າ ແມ່ນ ແຂກມີເຝີຂົ້ວກິນແລ້ວ. ໃນວັນບຸນ, ກໍ່ໃຊ້ເຂົ້າສານສິບປາຍໂລເພື່ອເຮັດເປັນເສັ້ນເຝີ. ວັດຖຸດິບເພື່ອຂົ້ວກັບເຝີ ໂດຍເຂົາເຈົ້າເອົາມາ ຫຼື ສັ່ງໄວ້,  ຂົ້ວລຽບລ້ອຍແລ້ວກິນຍາມຮ້ອນແມ່ນແຊບທີ່ສຸດ.

ຈຸດເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ຕະຫຼາດ​ນັດ​ເຂດ​ພູ​ສູງ​ເມືອງ ບິ່ງ​ລຽວ, ແຂວງ ກ໋​ວາງ​ນິງ - ảnh 2ເຝີຂົ້ວ (ພາບ: VOV)

ວັນທີ 4 ເດືອນ 4 ໄລ່ຕາມຈັນທະປະຕິທິນຕະຫຼາດນັດ ດົ່ງວັນ, ເມືອງບິ່ງລຽວແມ່ນງານຕະຫຼາດນັດພິເສດດ້ວຍບັນດາລາຍການສະແດງວັດທະນະທຳ, ສິລະປະທີ່ພົ້ນເດັ່ນ, ການແຂ່ງຂັນປັກແສ່ວລວດລາຍໃນເສື້ອຂອງແມ່ຍິງ ແລະ ການແຂ່ງຂັນສານກະຕ່າຄານຫາບກ້າຂອງຊາວເຜົ່າຢາວ. ຊາວເຜົ່າຢາວຢູ່ທີ່ນີ້ ມີຄວາມເຊື່ອວ່າ ວັນທີ 4 ເດືອນ 4 ໄລ່ຕາມຈັນທະປະຕິທິນ ແມ່ນວັນຊວຍທີ່ສຸດໃນປີ, ເຖິງວ່າເຮັດບໍ່ວ່າວຽກໃດກໍ່ບໍ່ສະດວກ, ດັ່ງນັ້ນເຂົາເຈົ້າໂຈະວຽກໂຈະງານໄວ້, ຊວນກັນໄປຫຼິ້ນຢູ່ຕະຫຼາດ ວັນທີ 4 ເດືອນ 4 ໄລ່ຕາມຈັນທະປະຕິທິນ. ໃນວັນນີ້, ຊາວເຜົ່າຢາວນຸ່ງເສື້ອແດງ, ຊາວເຜົ່າຊ້ານຈີ ນຸ່ງເສື້ອສີຂຽວ, ຊາວເຜົ່າໄຕນຸ່ງເສື້ອສີຄາມ, ຜູ້ອາຍຸສູງຜູ້ບ່າວ, ຜູ້ສາວພາກັນໄປຫຼິ້ນຢ່າງຄຶກຄື້ນມ່ວນຊື່ນຢູ່ຕະຫຼາດ. ເອື້ອຍ ເຢືອງຕ່າຍມຸຍ ແບ່ງປັນວ່າ:

ປັດຈຸບັນ ເຮົາກໍ່ປະຕິບັດຕາມຮີດຄອງປະເພນີທີ່ມີແຕ່ດົນນານ, ບໍ່ໄປເຮັດວຽກ, ມີແຕ່ໄປຫຼິ້ນຢູ່ຕະຫຼາດ. ພົບປະກັບເພື່ອນມິດ, ແຟນເກົ່າກໍ່ໄດ້, ລົມກັນຢ່າງເບີກບານມ່ວນຊື່ນ, ບໍ່ຕ້ອງອາຍຍ້ອນວ່າຜູ້ໃດກໍ່ຄືກັນໝົດ.

ໃນໄລຍະຈະມາເຖິງ, ເມືອງບິ່ງລຽວ ຈະເປີດຕະຫຼາດນັດກາງຄືນ, ສ້າງບັນຍາກາດວັດທະນະທຳທີ່ພົ້ນເດັ່ນຄືນໃໝ່ດ້ວຍທຳນອງເພງພື້ນເມືອງ ພ້ອມກັບບັນດາການລະຫຼິ້ນພື້ນເມືອງທີ່ດູດດື່ມ. ນີ້ກໍ່ແມ່ນສະຖານທີ່ເພື່ອໃຫ້ແຂກທ່ອງທ່ຽວມາຮັບປະມານອາຫານ, ຊື້ບັນດາຜະລິດຕະພັນ OCOP (ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ), ອາຫານທີ່ມີຊື່ສຽງຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ