ຊາວ​ກະ​ສິ​ກອນ​ຊານ​ນະ​ຄອນ​ຮ່າ​ໂນ້ຍ​ຍູ້​ແຮງ​ການ​ນຳ​ໃຊ້​ເຄື່ອງ​ກົນຈັກ ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ

(VOVWORLD) ໃນຊຸມປີມໍ່ໆມານີ້, ນະຄອນຮ່າໂນ້ຍ ໄດ້ສຸມໃສ່ໜູນຊ່ວຍ, ສົ່ງເສີມການພັດທະນາການນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດກະສິກຳ, ການບຸລິມະສິດອັນດັບ 1 ແມ່ນຍູ້ແຮງການນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດເຂົ້າຢ່າງຄົບຊຸດ, ໃນນັ້ນການນຳໃຊ້ເຄື່ອງກົນຈັກເຂົ້າໃນຂັ້ນຕອນການຫວ່ານກ້າ, ປັກດຳ ແມ່ນໄດ້ຮັບຄວາມສົນໃຈຫຼາຍກວ່າໝູ່. 

        ນະຄອນຫຼວງຮ່າໂນ້ຍ ມີ 24 ເມືອງ ແລະ ເທດສະບານທໍາການຜະລິດກະສິກຳ, ເປັນໜຶ່ງໃນບັນດາບໍລິເວນທີ່ມີການຫວ່ານກ້າ, ປູກເຂົ້າຂະໜາດໃຫຍ່ຢູ່ພາກເໜືອ ດ້ວຍເນື້ອທີ່ແມ່ນປະມານ 180.000 ເຮັກຕາຕໍ່ປີ. ມາຮອດປະຈຸບັນ, ຮ່າໂນ້ຍມີ 35 ລະບົບການຫວ່ານກ້າໃສ່ທາດແບບອັດຕະໂນມັດ, ເຄື່ອງຈັກປັກດຳ 330 ເຄື່ອງ, ເນື້ອທີ່ປູກເຂົ້າທີ່ໄດ້ປັກດຳດ້ວຍເຄື່ອງຈັກ ບັນລຸປະມານ 5.000 ເຮັກຕາ, ກວມເອົາ 2.73% ຂອງເນື້ອທີ່ເຮັດນາທັງໝົດ. ປີ 2021 ຮ່າໂນ້ຍໄດ້ຕັ້ງເປົ້າໝາຍເນື້ອທີ່ການຫວ່ານກ້າໃສ່ທາດ, ປັກດຳດ້ວຍເຄື່ອງຈັກໃຫ້ໄດ້ 10%.

   ຮ່າໂນ້ຍສືບຕໍ່ມີນະໂຍບາຍໜູນຊ່ວຍ, ສົ່ງເສີມບັນດາສະຫະກອນ, ໜ່ວຍຮ່ວມມື, ກຸ່ມຄອບຄົວ ແລະ ຄອບຄົວເຮັດການບໍລິການດ້ວຍເຄື່ອງກົນຈັກ; ປະກາດໃຊ້ນະໂຍບາຍໜູນຊ່ວຍຢ່າງມີໄຫວພິບ, ສົ່ງເສີມ, ພັດທະນາການນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດກະສິກຳ, ເພີ່ມລະດັບການໜູນຊ່ວຍໂດຍກົງ ເພື່ອສົ່ງເສີມຊາວກະສິກອນຊື້ເຄື່ອງຈັກປັກດຳທີ່ມີຄຸນນະພາບດີ, ເຄື່ອງຈັກມີສະມັດຕະພາບສູງ. ທ່ານ ຫງວຽນຊວັນດ້າຍ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ຮ່າໂນ້ຍພວມຊີ້ນຳຢ່າງຂ້ຽວຂາດ ໃນການນຳເອົາຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດກະສິກຳ. ມາຮອດປະຈຸບັນ ຮ່າໂນ້ຍໄດ້ນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດກະສິກຳໄດ້ປະມານ 30%, ນຳໃຊ້ເຄື່ອງກົນຈັກເຂົ້າໃນການປັບປຸງດິນໄດ້ປະມານ 90%, ນຳໃຊ້ເຄື່ອງກົນຈັກເຂົ້າໃນການເກັບກ່ຽວ 85% ສ່ວນທີ່ຍັງເຫຼືອແມ່ນນໍາໃຊ້ເຂົ້າໃນຂັ້ນຕອນການປັກດຳ ແລະ ປຸງແຕ່ງ, ເກັບຮັກສາ. ການນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດກະສິກຳ ຊ່ວຍເພີ່ມສະມັດຕະພາບ, ຄຸນນະພາບໄດ້ດີກວ່າປະມານ 10 ຫາ 15% ເມື່ອທຽບໃສ່ການປັກດຳດ້ວຍມື”

ຊາວ​ກະ​ສິ​ກອນ​ຊານ​ນະ​ຄອນ​ຮ່າ​ໂນ້ຍ​ຍູ້​ແຮງ​ການ​ນຳ​ໃຊ້​ເຄື່ອງ​ກົນຈັກ  ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ - ảnh 1 ຮູບແບບການຫວ່ານກ້າໃສ່ທາດ ແລະ ປັກດໍາດ້ວຍເຄື່ອງກົນຈັກ ຢູ່ເມືອງ ເທື່ອງຕີ໊ນ, ຮ່າໂນ້ຍ ນໍາມາເຊິ່ງປະສິດທິຜົນສູງ (ພາບ: hanoi.moi.com)

ເມືອງຝູຊວຽນແມ່ນໜຶ່ງໃນບັນດາເມືອງທີ່ນຳໜ້າຂອງນະຄອນ ຮ່າໂນ້ຍ ໃນການຫວ່ານກ້າໃສ່ທາດ, ປັກດຳດ້ວຍເຄື່ອງກົນຈັກ, ຍາມໃດທາງເມືອງກໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກ ແລະ ມີຫຼາຍກົນໄກນະໂຍບາຍ ເພື່ອໜູນຊ່ວຍ, ສົ່ງເສີມ, ພັດທະນາຮູບແບບການຫວ່ານກ້າໃສ່ທາດ, ປັກດຳດ້ວຍເຄື່ອງກົນຈັກໃນບໍລິເວນເມືອງ, ເຊັ່ນວ່າໜູນຊ່ວຍງົບປະມານຊື້ເຄື່ອງຈັກປັກດຳ, ໜູນຊ່ວຍເນື້ອທີ່ນາປັກດຳດ້ວຍເຄື່ອງຈັກ. ທ່ານ ຫງວຽນຈ້ອງຫວິງ ຮອງປະທານຄະນະກຳມະການປະຊາຊົນເມືອງ ຝູຊວຽນ ໃຫ້ຮູ້ວ່າ:

“ເມືອງຝູຊວຽນ ໄດ້ກຳນົດເອົາເຄື່ອງກົນຈັກ ແມ່ນປາຍແຫຼມໃນການຜະລິດກະສິກຳ, ທາງເມືອງມີນະໂຍບາຍໜູນຊ່ວຍເນື້ອທີ່ປັກດຳດ້ວຍເຄື່ອງກົນຈັກດ້ວຍລາຄາແຕ່ 50 ຫາ 70 ລ້ານດົ່ງຕໍ່ໜຶ່ງໄລ່. ປີ 2012 ເນື້ອທີ່ນາປັກດຳດ້ວຍເຄື່ອງກົນຈັກຂອງເມືອງບັນລຸພຽງແຕ່ 70 ເຮັກຕາ, ແຕ່ມາບັດນີ້ແມ່ນຂຶ້ນເຖິງ 1000 ເຮັກຕາແລ້ວ, ການຫວ່ານກ້າໃສ່ທາດ ກໍ່ເພີ່ມຂຶ້ນເກືອບ 14% ຂອງເນື້ອທີ່ທັງໝົດໃນບໍລິເວນເມືອງ”

ຊາວ​ກະ​ສິ​ກອນ​ຊານ​ນະ​ຄອນ​ຮ່າ​ໂນ້ຍ​ຍູ້​ແຮງ​ການ​ນຳ​ໃຊ້​ເຄື່ອງ​ກົນຈັກ  ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ - ảnh 2ເມືອງຝູຊວຽນແມ່ນໜຶ່ງໃນບັນດາເມືອງທີ່ນຳໜ້າຂອງນະຄອນ ຮ່າໂນ້ຍ ໃນການຫວ່ານກ້າໃສ່ທາດ, ປັກດຳດ້ວຍເຄື່ອງກົນຈັກ (ພາບ:hanoi.moi.com)

ໃນບໍລິເວນເມືອງຝູຊວຽນ ປະກົດມີບາງຮູບແບບການຫວ່ານກ້າໃສ່ທາດ, ປັກດຳດ້ວຍເຄື່ອງກົນຈັກຂອງໝູ່ຄະນະ, ສ່ວນບຸກຄົນທີ່ເປັນແບບຢ່າງ, ມີຫຼາຍທ້ອງຖິ່ນຢູ່ໃນ ແລະ ນອກນະຄອນຮ່າໂນ້ຍ ໄດ້ມາທັດສະນະສຶກສາ ແລະ ຮ່ຳຮຽນເອົາ. ທ່ານ ຫງວຽນຄັກດຶກ ປະທານສະພາບໍລິຫານ, ຫົວໜ້າສະຫະກອນຝູຈ່ຽວ, ຢູ່ຕາແສງນາມຈ່ຽວ, ເມືອງຝູຊວຽນ ໃຫ້ຮູ້ວ່າ:

“ປີ 2014 ຕາແສງນາມຈ່ຽວ ເປັນຕາແສງທຳອິດຂອງເມືອງຝູຊວຽນ ທີ່ບັນລຸມາດຕະຖານຊົນນະບົດໃໝ່. ສະມາຊິກສະຫະກອນເຫັນໄດ້ວ່າ ການບົວລະບັດເຂົ້າທີ່ໃຊ້ເຄື່ອງກົນຈັກດຳນັ້ນ ແມ່ນງ່າຍກວ່າ, ການໃສ່ຝຸ່ນກໍ່ຫຼຸດລົງ, ເປັນແມງໜ້ອຍກວ່າ ແຕ່ສະມັດຕະພາບພັດສູງກວ່າແຕ່ 5 ຫາ 10%. ຫຼັງຈາກນັ້ນ ສະຫະກອນຈຶ່ງຈັດກອງປະຊຸມ ໂຄສະນາໃຫ້ສະມາຊິກສະຫະກອນ ເຂົ້າຮ່ວມການຜະລິດກ້າໃສ່ທາດ ແລະ ປັກດຳດ້ວຍເຄື່ອງກົນຈັກ. ມາຮອດປະຈຸບັນ ທົ່ວຕາແສງມີເຄື່ອງກົນຈັກ 45 ເຄື່ອງ, ເນື້ອທີ່ການປັກດຳດ້ວຍເຄື່ອງກົນຈັກຂຶ້ນເຖິງ 90% ຂອງເນື້ອທີ່ເຮັດນາທັງໝົດ”

ການຫວ່ານກ້າໃສ່ທາດ, ການປັກດຳດ້ວຍເຄື່ອງກົນຈັກ ໄດ້ຊ່ວຍໃຫ້ຊາວກະສິກອນຫຼຸດຜ່ອນກຳລັງແຮງງານລົງ, ໜູ, ບົ້ງທຳລາຍກ້າໜ້ອຍກວ່າ, ພ້ອມກັນນັ້ນກໍ່ເປັນການຫຼຸດຜ່ອນການນຳໃຊ້ຢາປ້ອງກັນພືດ, ພິເສດແມ່ນຢາຂ້າຫຍ້າ ເຊິ່ງເປັນອັນຕະລາຍຕໍ່ສິ່ງແວດລ້ອມ, ຊີວະນາໆພັນຢູ່ເຂດຜະລິດກະສິກຳ ແລະ ມີຜົນສະທ້ອນຕໍ່ສຸຂະພາບຂອງຄົນເຮົາ. ທ່ານ ເລິມວັນກຸ໊ຍ ຊາວກະສິກອນຢູ່ຕາແສງນາມຈ່ຽວ, ເມືອງ ຝູຊວຽນ ໃຫ້ຮູ້ວ່າ

“ເຕັກໂນໂລຊີຫວ່ານກ້າໃສ່ທາດ, ປັກດຳດ້ວຍເຄື່ອງກົນຈັກມີປະສິດທິຜົນຢ່າງແທ້ຈິງ, ຍ້ອນວ່າມັນປະຢັດຄ່າໃຊ້ຈ່າຍ, ຄ່າແຮງງານໃຫ້ຊາວກະສິກອນ, ສາມາດຊ່ວຍຊາວກະສິກອນຫຼຸດຜ່ອນການແບກຫາບພາລະໜັກ ແລະ ຊັບສິນເງິນຄຳເມື່ອທຽບໃສ່ການປັກດຳດ້ວຍມື, ແຕ່ລະເຮັກຕາ ສາມາດປະຢັດໄດ້ແຕ່ 3 ຫາ 5 ລ້ານດົ່ງ. ປະຈຸບັນຕາແສງ ນາມຈ່ຽວ ຫວ່ານກ້າໃສ່ທາດ, ປັກດຳດ້ວຍເຄື່ອງກົນຈັກແມ່ນບັນລຸ 90% ແລ້ວ, ສ່ວນທີ່ຍັງເຫຼືອ 10% ນັ້ນ ແມ່ນນາ ເປັນຂຸມ, ເປັນບວກ ສະນັ້ນລົດປັກດຳຈຶ່ງບໍ່ສາມາດເຂົ້າໄປໄດ້”.

ພະແນກກະສິກຳ ແລະ ພັດທະນາຊົນນະບົດນະຄອນຫຼວງຮ່າໂນ້ຍ ສືບຕໍ່ເພີ່ມທະວີເປີດຫ້ອງບຳລຸງລົງເລິກວິຊາໃຫ້ແກ່ຊາວກະສິກອນ, ນຳໃຊ້ເຄື່ອງກົນຈັກ, ສ້ອມແປງເຄື່ອງປັກດຳ, ລະບົບຫວ່ານກ້າ. ນະຄອນ ຮ່າໂນ້ຍກໍ່ຈະມີກົນໄກ, ນະໂຍບາຍໜູນຊ່ວຍແຕ່ລະເມືອງ, ເທດສະບານ ສ້າງ 1 ຫາ 2 ສູນຫວ່ານກ້າໃສ່ທາດ, ປັກດຳດ້ວຍເຄື່ອງກົນຈັກຢ່າງຄົບຊຸດໃນທຸກໆຂັ້ນຕອນການຜະລິດ./.

ຕອບກັບ

ຂ່າວ/ບົດ​ອື່ນ