ຊາວກະສິກອນແຂວງ ບັກຢາງ ໄດ້ຮັບຜົນດີ ໃນລະດູການເກັບກູ້ໝາກລິ້ນຈີ່ປີ 2019

(VOVWORLD) -ເມືອງ ຫຼຸກຫງ້ານ ແຂວງ ບັກຢາງ ແມ່ນໄດ້ຮັບຖືວ່າແມ່ນດິນແດນຂອງໝາກ ລິ້ນຈີ່ ເຊິ່ງແມ່ນໝາກໄມ້ຊະນິດໜຶ່ງທີ່ມີຊື່ສຽງຢູ່ ຫວຽດນາມ. ໃນທຸກວັນນີ້ເມື່ອລົງຢ້ຽມຢາມເມືອງ ຫຼຸກຫງ້ານ, ໄປລຽບຕາມເສັ້ນທາງຫຼວງເລກທີ 31 ຈາກໂຝກີມໄປຍັງເທດສະບານເມືອງ ຈູ໊ ກໍ່ໄດ້ເຫັນປະຈັກຕາບັນຍາກາດຟົດຟື້ນມ່ວນຊື່ນ ດ້ວຍລົດຍົນຍານພາຫະນະໄປມາ ຜູ້ຊື້ຄົນຂາຍຍ່າງຕິດຕໍ່ກັນ. ລະດູການເກັບກູ້ໝາກລິ້ນຈີ່ປີນີ້, ຊາວກະສິກອນກໍ່ມີຄວາມພາກພູມໃຈ ເພາະວ່າລາຄາຂາຍໝາກລິ້ນຈີ່ ໄດ້ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ປີກາຍ, ໝາກລິ້ນຈີ່ທີ່ເກັບກູ້ມາໄດ້ ກໍ່ບໍ່ສາມາດຕອບສະໜອງໃຫ້ແກ່ຕະຫຼາດໄດ້ຢ່າງພຽງພໍ
ຊາວກະສິກອນແຂວງ ບັກຢາງ ໄດ້ຮັບຜົນດີ  ໃນລະດູການເກັບກູ້ໝາກລິ້ນຈີ່ປີ 2019 - ảnh 1ຊາວກະສິກອນແຂວງ ບັກຢາງ ໄດ້ຮັບຜົນດີ ໃນລະດູການເກັບກູ້ໝາກລິ້ນຈີ່ປີນີ້ 

ຕະຫຼາດຂາຍໝາກລິ້ນຈີ່ ຫຼຸກຫງ້ານ ປີນີ້ມີຄວາມແຕກຕ່າງກັນຫຼາຍ ເມື່ອທຽບໃສ່ທຸກໆປີ, ເຖິງວ່າຍັງຄົງຄຶກຄື້ນໜາແໜ້ນກໍ່ຕາມ ແຕ່ສະພາບການລົດຕິດກໍ່ໄດ້ຫຼຸດຜ່ອນລົງ ເພາະວ່າພໍ່ແມ່ພີ່ນ້ອງບໍ່ຕ້ອງນຳໝາກລິ້ນຈີ່ ໄປຂາຍຢູ່ຕະຫຼາດອີກແລ້ວ, ພວກພໍ່ຄ້າຊາວຂາຍ ໄດ້ພາກັນລົງຮອດສວນ ເພື່ອເກັບຊື່ໝາກລິ້ນຈີ່, ເປັນຕົ້ນແມ່ນຍາມທ້າຍລະດູການເກັບກູ້, ບາງຄັ້ງບາງຄາວໝາກລິ້ນຈີ່ມີບໍ່ພໍ່ ເພື່ອຂາຍໃຫ້ເຂົາເຈົ້າ, ລຸງ ບຸ່ຍວັນແກັ໋ງ ເຈົ້າຂອງຮາກຖານເກັບຊື້ໝາກລິ້ນຈີ່ ແກັ໊ງໝຽນ, ເທດສະບານ ແກັ໊ບ ເມືອງ ຫຼຸກຫງ້ານ ໃຫ້ຮູ້ວ່າ:

“ໃນຕົ້ນລະດູການ, ກາງລະດູການ, ການເກັບຊື້ໝາກລິ້ນຈີ່ກໍ່ຍາກຢູ່ແລ້ວ,  ດັ່ງນັ້ນ ບໍ່ຄວນເວົ້າເຖິງຍາມທ້າຍລະດູການ. ໝາກລິ້ນຈີ່ຂາຍໄດ້ລາຄາ ແຕ່ການເກັບຊື້ແມ່ນຍາກທີ່ສຸດ.  ພວກພໍ່ຄ້າຈີນໄດ້ມາສັ່ງຊື້ໝາກລິ້ນຈີ່ ນັບແຕ່ຕົ້ນລະດູການເກັບກູ້, ແຕ່ຖ້າຫາກຮອດທ້າຍລະດູການ ແມ່ນບໍ່ສາມາດຕອບສະໜອງໄດ້, ເຂົາເຈົ້າຢາກເກັບຊື້ໝາກລິ້ນຈີ່ດ້ວຍລົດສາມສີ່ຖ້ຽວ, ແຕ່ເຮົາສາມາດມີໝາກລິ້ນຈີ່ຂາຍໄດ້ໜຶ່ງຖ້ຽວກໍ່ຫຍຸ້ງຍາກຢູ່ແລ້ວ, ສິນຄ້າກໍ່ບໍ່ພໍຂາຍ”.

ຕາມພວກຊາວສວນປູກໝາກລິ້ນຈີ່ຢູ່ ຫຼຸກຫງ້ານ ແລ້ວ, ປະລິມານໝາກລິ້ນຈີ່ໃນປີນີ້ ກໍ່ເປັນປົກກະຕິບັນລຸກວ່າ 90.000 ໂຕນ, ສ່ວນລາຄາກໍ່ເພີ່ມຂຶ້ນສູງທີ່ສຸດຈາກ 30.000 ຫາ 55.000 ດົ່ງຕໍ່ກິໂລກາມ, ບາງຄັ້ງບາງຄາວລາຄາກໍ່ຂຶ້ນເຖິງ 80.000 ດົ່ງຕໍ່ກິໂລກາມ, ຊາວສວນປູກໝາກລິ້ນຈີ່ຢູ່ເມືອງ ຫຼຸກຫງ້ານ ເວົ້າສະເພາະ, ແລະ ແຂວງ ບັກຢາງ ເວົ້າລວມໄດ້ຮັບຜົນດີ ໃນການເກັບກູ້ໝາກລິ້ນຈີ່ ພ້ອມທັງຂາຍໄດ້ລາຄາດີ. ສະເລ່ຍໃນເນື້ອທີ່ສອງສາມໄລ່, ຊາວສວນກໍ່ໄດ້ຜົນກຳໄລຈາກການຂາຍໝາກລິ້ນຈີ່ໄດ້ນັບ 100 ລ້ານດົ່ງ, ມີບາງຄອບຄົວປູກໝາກລິ້ນຈີ່ຕາມວິທີນຳໃຊ້ເຕັກນິກທີ່ກ້າວໜ້າເຂົ້າໃນການປູກຝັງ ແມ່ນສາມາດຂາຍໄດ້ລາຄາທົບຫຼາຍເທົ່າ ເມື່ອທຽບໃສໝາກລິ້ນຈີ່ປູກແບບທຳມະດາ. ລຸງ ເຈິ່ນວັນແຮັ່ງ ຢູ່ບ້ານ ຈ່າວກູ໊ ຕາແສງ ຢາບເຊີນ ເຊິ່ງແມ່ນໜຶ່ງໃນສາມຄອບຄົວປູກໝາກລີິ້ນຈີ່ ໂດຍໃຊ້ເຕັກນິກທີ່ກ້າວໜ້າເຂົ້າໃນການປູກຝັງຢູ່ເມືອງ ຫຼຸກຫງ້ານເວົ້າວ່າ:

“ປີນີ້ການຈຳໜ່າຍມີຄວາມສະດວກສະບາຍທີ່ສຸດ, ໃນທ້ອງຕະຫຼາດ ລາຄາຂາຍໝາກລິ້ນຈີ່ແມ່ນແຕ່ 35.000 ຫາ 55.000 ດົ່ງຕໍ່ກິໂລກາມ, ແຕ່ໃນຍາມຕົ້ນລະດູການ ລາຄາຂາຍກໍ່ສູງກວ່າຄືແຕ່ 45.000 ຫາ 70.000 ດົ່ງຕໍ່ກິໂລກາມ. ສຳລັບໝາກລີິ້ນຈີ່ທີ່ນຳໃຊ້ເຕັກນິກເຂົ້າໃນການປູກຝັງນັ້ນ, ພວກຂ້າພະເຈົ້າກໍ່ໄດ້ຮັບການຊ່ວຍເຫຼືອຈາກວິສາຫະກິດ ກ່ຽວກັບການແນະນຳຂອດຈຳໜ່າຍ, ດັ່ງນັ້ນລາຄາຂາຍກໍ່ສູງກວ່າ 5000 ດົ່ງຕໍ່ກິໂລກາມ ເມື່ອທຽບໃສ່ລາຄາຂາຍຕາມທ້ອງຕະຫຼາດ.”

 ຕາມທ່ານ ກາວວັນຮວ່ານ ຮອງປະມານຄະນະກຳມະການປະຊາຊົນເມືອງ ຫຼຸກຫງ້ານ, ຄຸນນະພາບຂອງໝາກລິ້ນຈີ່ໃນປີນີ້ກໍ່ໄດ້ຮັບການຕີລາຄາວ່າ ແມ່ນມີຄຸນນະພາບດີທີ່ສຸດ, ດ້ວຍລາຄາຂາຍປົກກະຕິ ຢູ່ໃນລະດັບສູງ. ນີ້ກໍ່ແມ່ນປີທຳອິດທີ່ທາງເມືອງໄດ້ທົດລອງປູກໝາກລິ້ນຈີ່ໃນເນື້ອທີ່ 20 ເຮັກຕາ ຕາມວິທີນຳໃຊ້ເຕັກນິກທີ່ກ້າວໜ້າເຂົ້າໃນການປູກຝັງ ເພື່ອຜະລິດອອກຜະລິດຕະພັນສະອາດປອດສານພິດ. ທ່ານ ກາວວັນຮວ່ານ ເວົ້າວ່າ:

 “ໂດຍນຳໃຊ້ບັນດາຂັ້ນຕອນການຜະລິດ ດ້ວຍເຕັກນິກທີ່ກ້າວໜ້າໃນເນື້ອທີ່ປູກໝາກລິ້ນຈີ່ 20 ເຮັກຕາຖືກຜັນຂະຫຍາຍຢູ່ໃນສາມຄອບຄົວ, ຄຸນນະພາບໝາກລິ້ນຈີ່ກໍ່ໄດ້ບັນລຸລະດັບຄຸນນະພາບດີ. ປະລິມານໝາກລິ້ນຈີ່ທີ່ຂາຍຢູ່ກັບທີ່ໃຫ້ແກ່ບັນດາວິສາຫະກິດ ທີ່ຮັບໃຊ້ການສົ່ງອອກ ແລະ ບັນດາຜູ້ທີ່ມີຄວາມຕ້ອງການບໍລິໂພກຜະລິດຕະພັນຄຸນນະພາບສູງ ກໍ່ລ້ວນແຕ່ຖືກຈຳໜ່າຍຢ່າງສະດວກສະບາຍ”.

ຕາມພະແນກອຸດສະຫະກຳການຄ້າແຂວງ ບັກຢາງ ແລ້ວ, ມາຮອດປັດຈຸບັນ ມີໝາກລິ້ນຈີ່ ຫຼຸກຫງ້ານ ປະມານ 50.000 ໂຕນ ໄດ້ຖືກສົ່ງໄປຂາຍຢູ່ຈີນ, ລາຍໄດ້ຂອງທັງລະດູການເກັບກູ້ປີນີ້ຄາດວ່າຈະບັນລຸ 3000 ຕື້ກວ່າດົ່ງ, ເພີ່ມຂຶ້ນ 50% ເມື່ອທຽບໃສ່ມູນຄ່າຂອງປີກາຍ. ໝາກລິ້ນຈີ່ ຫຼຸກຫງ້ານ ໄດ້ສົ່ງອອກຂາຍໃຫ້ 30 ປະເທດໃນໂລກ, ໃນນັ້ນຕົ້ນຕໍ່ແມ່ນຂາຍໃຫ້ຈີນ ຜ່ານໂກຕາກວມເອົາ 90% ຍອດປະລິມານໝາກລິ້ນຈີ່ສົ່ງອອກ ແລະ ມີບາງຕະຫຼາດຕ້ອງການສິນຄ້າທີ່ມີຄຸນນະພາບສູງຄື EU, ລັດເຊຍ, ອາເມລິກາ, ຍີ່ປຸ່ນ… ຜົນສຳເລັດຂອງລະດູການເກັບກູ້ໝາກລີິ້ນຈີ່ປີນີ້ຂອງແຂວງ ບັກຢາງ ແມ່ນຕ້ອງເວົ້າເຖິງຄວາມມານະພະຍາຍາມ ຂອງອຳນາດການປົກຄອງທ້ອງຖິ່ນ ໃນວຽກງານສົ່ງເສີມການຄ້າ ກໍ່ຄືການສົມທົບຢ່າງແໜ້ນແຟ້ນຂອງບັນກະຊວງຂະແໜງການ ແລະ ບັນດາທ້ອງຖິ່ນໃນການຊ່ວຍໜູນແກ່ການຈຳໜ່າຍໝາກລິ້ນຈີ່ ໃຫ້ແກ່ຊາວກະສິກອນ. ພ້ອມກັນນັ້ນກໍ່ຕ້ອງເວົ້າເຖິງຄວາມຕ້ອງການຂອງຊາວກະສິກອນ ໃນການນຳໃຊ້ເຕັກນິກເຂົ້າໃນການປູກຝັງ ເພື່ອຮັບປະກັນຜະລິດຕະພັນສະອາດປອດສານພິດ ແລະ ສາຍສຳພັນຢ່າງແໜ້ນແຟ້ນຂອງວິສາຫະກິດ ໃນການສ້າງລະບົບມູນຄ່າຂອງໝາກລິ້ນຈີ່.

ຕອບກັບ

ຂ່າວ/ບົດ​ອື່ນ