ຊາວ​ເຜົ່າ ເຊີ​ດັງ ແຂວງ ກອນ​ຕູມ ສ້າງ​ຄວາມ​ຮັ່ງ​ມີຈາກ​ການ​ປູກ​ຕົ້ນ​ຢາ​ສະ​​​ໝູນ​ໄພ

(VOVWORLD) -

ໃນຊຸມປີມໍ່ໆມານີ້, ຈາກການກຳນົດທິດຂອງແຂວງກອນຕູມ, ໂດຍໄດ້ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຢູ່ທ້ອງຖິ່ນນັ້ນ, ຊາວຊົນເຜົ່າ ເຊີດັງ ຢູ່ເມືອງ Kon Plông, Tu Mơ Rông ແລະ Đăk Glei ໄດ້ປູກຕົ້ນຢາສະໝູນໄພປະເພດຕ່າງໆເປັນຈຳນວນຫຼວງຫຼາຍ ໄດ້ນຳມາຊື່ງປະສິດທິຜົນສູງທາງດ້ານເສດຖະກິດ ແລະ ປ່ຽນແປງຊີວິດການເປັນຢູ່ເທື່ອລະກ້າວ. ປີ 2019 ຜ່ານມາ, ຍ້ອນປູກໂສມປະເພດງໆ ເປັນຕົ້ນແມ່ນ ງອັກລິງ, ເດືອງກຸຍ,… ຊາວເຜົ່າ ເຊີດັງຫຼາຍຄົນ ຈຶ່ງໄດ້ກາຍເປັນເສດຖີ.

ຊາວ​ເຜົ່າ ເຊີ​ດັງ ແຂວງ ກອນ​ຕູມ ສ້າງ​ຄວາມ​ຮັ່ງ​ມີຈາກ​ການ​ປູກ​ຕົ້ນ​ຢາ​ສະ​​​ໝູນ​ໄພ - ảnh 1

   ໃນຊຸມວັນທ້າຍປີ, ຜົວເມຍເອື້ອຍ ອີຮຽບ, ບ້ານຕືຣາງ, ຕາແສງງອັກລິງ, ເມືອງ ດັກກເລ, ແຂວງກອນຕູມ ຍັງຄ້າງຄາກັບການເກັບກ່ຽວໂສມ ເຢິຍ. ເອື້ອຍ ອີຮຽບ ໃຫ້ຮູ້ວ່າ: ໂສມ ເຢິຍ ຢູ່ບ້ານເອື້ອຍ ເກັບກ່ຽວໄດ້ເທົ່າໃດກໍ່ຂາຍໄດ້ໝົດ. ປີ 2018, ຄອບຄົວເອື້ອຍກໍ່ມີລາຍຮັບປະມານ 250 ລ້ານດົ່ງຈາກການປູກສມນີ້. ປີ 2019, ມີສະມັດຕະພາບສູງກ່ວາ, ລາຄາສູງກ່ວາ, ສະນັັ້ນລາຍຮັບກໍ່ສູງກ່ວາ ເອື້ອຍ ອີຮຽບ ໃຫ້ຮູ້ວ່າ:

 ປູກໂສມນີ້ ດີກ່ວາປູກກາເຟຕັ້ງຫຼາຍເທົ່າ. ການປູກກໍ່ງ່າຍ, ລາຄາກໍ່ສູງ, ຂາຍກໍ່ໄວກ່ວາ. ເຮົາມີແຕ່ປູກ ແລະ ເກັບກ່ຽວເທົ່ານັ້ນ, ພວກພໍ່ຄ້າ-ແມ່ຄ້າ ກໍ່ຈະມາຊື້ຢູ່ກັບທີ່ເລີຍ. ປີນີ້ການປູກໂສມ ເຢິຍ ກໍ່ໄດ້ຮັບຜົນດີ, ຫົວໂສມໃຫ່ຍ ແລະ ງາມ, ລາຍຮັບໃນແຕ່ລະມື້ກໍ່ໄດ້ເຖິງ 5 ລ້ານດົ່ງ. ບຸນເຕັດປີນີ້ຄືຊິມ່ວນຫຼາຍ.

ຊາວເຜົ່າເຊີດັງ ຢູຕາແສງ ເມືອງຮອງ, ງອັກລິງ (ເມືອງດັກກເລ); ຕາແສງ ເຕຊັງ, ມັງຣີ, ງອັກເລິຍ (ເມືອງຕູເມີຣົງ); ຕາແສງ ມັງບູດ, ເທດສະບານເມືອງ ມັງແດນ (ເມືອງກອນປລົງ) ໄດ້ປູກໂສມ ເຢິຍ ຢູ່ກ້ອງຮົ່ມໄມ້ໃນປ່າ, ຢູ່ໄຮ່ມັນຕົ້ນ, ກາເຟ….ລ້ວນແຕ່ນຳມາເຊິ່ງປະສິດທິຜົນ. ສຳລັບໂສມງອັກລິງ ແລະ ໂສມ ເຢິຍ ແລ້ວເປັນສອງປະເພດທີ່ມີຄຸນຄ່າທາງດ້ານເສດຖະກິດສູງ, ຕະຫຼາດຈຳໜ່າຍຫຼາຍ, ແມ່ນເຊື້ອແນວຂອງທ້ອງຖິ່ນເດີມ ສະນັ້ນປະຊາຊົນຈຶ່ງມີຄວາມເຂົ້າໃຈດີຕໍ່ລັກສະນະຂອງມັນ ແລະ ເຕັກນິກໃນການປູກ. ຢູ່ບັນດາເມືອງ ກອງປລົງ ແລະ ຕູເມີຣົງ, ຊາວເຜົ່າ ເຊີດັງ ຍັງປະສົບຜົນສຳເລັດ ຍ້ອນການປູກຕົ້ນຢາສະໝູນໄພປະເພດໃໝ່ເປັນຕົ້ນແມ່ນໂສມ ເດືອງກຸຍ. ເອື້ອຍ ອີມົວ, ຢູ່ບ້ານ ດັກແນ, ຕາແສງມັງແກັ່ງ, ເມືອງກອນປລົງ ໃຫ້ຮູ້ວ່າ: ແຕ່ລະປີ, ຄອບຄົວເອື້ອຍມີລາຍຮັບຈາກການປູກໂສມນີ້ຕື່ມອີກນັບຫຼາຍສິບລ້ານດົ່ງ ເອື້ອຍ ອີມົວ ກ່າວວ່າ:

ໂສມ ເດືອງກຸຍ ປູກງ່າຍ, ວິທີບົວລະບັດກໍ່ງ່າຍກ່ວາການປູກກາເຟ. ເຮົາປູກໂສມນີ້ມາໄດ້ 2 ປີແລ້ວ, ລາຍຮັບຈາກການຂາຍໂສມກໍ່ໄດ້ຫຼາຍພໍ່ສົມຄວນ. ພວກພໍ່ຄ້າ-ແມ່ຄ້າ ເຂົາເຈົ້າມາຊື້ຢູ່ກັບສວນເລີຍ. ຫົວຂອງມັນຂາຍໄດ້ 40 ພັນດົ່ງຕໍ່ໂລໜຶ່ງ, ສ່ວນໃບຂອງມັນແມ່ນ 2 ພັນດົ່ງຕໍ່ໂລໜຶ່ງ. ປູກໂສມ ເດືອງກຸຍ ມີລາຍຮັບສູງ. ຊີວິດຂອງຄອບຄົວຂ້າພະເຈົ້າກໍ່ດີຂຶ້ນຫຼາຍແລ້ວ.

ນອກຈາກມີປະສິດທິຜົນດ້ານເສດຖະກິດແລ້ວ, ການປູກຢາສະໝູນໄພຍັງໄດ້ສ້າງລາຍຮັບສູງທົບຫຼາຍເທົ່າ ເມື່ອທຽບກັບການປູກຕົ້ນໄມ້ຊະນິດອື່ນໆ. ປະຊາຊົນຢູ່ບັນດາຕາແສງ ເຕຊັງ, ມັງຣີ, ງອັກເລິຍ ຂອງເມືອງຕູເມີຣົງ ໄດ້ປູກໂສມ ງອັກລິງ ໃນເນື້ອທີ່ປະມານ 30 ເຮັກຕາ. ໂສມ ງອັກລິງ ສົດ 1 ກິໂລ ລວມທັງໃບ ແລະ ຫົວ ມີລາຄາຂາຍຂຶ້ນເຖິງ 100 ລ້ານດົ່ງ. ສ່ວນໂສມ ເດືອງກຸຍ ກໍ່ສາມາດສ້າງລາຍຮັບກ່ວາ 1 ຕື້ດົ່ງ ຕໍ່ເນື້ອທີ່ປູກ 1 ເຮັກຕາ. ຕາມທ່ານ ເລດຶກຕີ໊ນ, ຮອງປະທານຄະນະກຳມະການປະຊາຊົນເມືອງ ກອນປລົງ ໃຫ້ຮູ້ວ່າ, ເລື່ອງພັດທະນາການປູກຕົ້ນຢາສະໝູນໄພ ໄດ້ເປີດທິດທາງຫລຸດຜົ້ນອອກຈາກຄວາມທຸກຍາກແບບຍືນຍົງໃຫ້ແກ່ຊາວທ້ອງຖິ່ນ. ທ່ານ ຕີ໊ນ ກ່າວວ່າ:

ໃນສອງປີຜ່ານມາ, ຂອບຂະໜາດການປູກຍັງບໍ່ທັນຫຼາຍເທື່ອ ແຕ່ກໍ່ສາມາດຊ່ວຍໃຫ້ຫຼາຍຄອບຄົວ ຫລຸດພົ້ນອອກຈາກຄວາມທຸກຍາກໃນເບື້ອງຕົ້ນ ແລະ ຍັງມີຄອບຄົວຈຳນວນໜຶ່ງກໍ່ມີລາຍຮັບດີ. ຫວັງວ່າໃນ 2 ປີຈະມາເຖິງ ແລະ ໃນໄລຍະຫຼັງປີ 2020, ຕາມການກຳນົດທິດພັດທະນາການປູກຕົ້ນຢາສະໝູນໄພນີ້, ປະຊາຊົນຈະສາມາດຫລຸດພົ້ນອອກຈາກຄວາມທຸກຍາກໂດຍໄວ ດ້ວຍອັດຕາສ່ວນສູງ ແລະ ຍືນຍົງ.

ຊາວ​ເຜົ່າ ເຊີ​ດັງ ແຂວງ ກອນ​ຕູມ ສ້າງ​ຄວາມ​ຮັ່ງ​ມີຈາກ​ການ​ປູກ​ຕົ້ນ​ຢາ​ສະ​​​ໝູນ​ໄພ - ảnh 2

ປີ 2019, ຂະແໜງກະສິກຳແຂວງ ກອນຕູມ ໄດ້ສະໜອງແນວພັນໂສມປະເພດຕ່າງໆໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຄື: ໂສມ ເຢິຍ 3 ແສນຕົ້ນ, ໂສມ ເດືອງກຸຍ 40 ພັນຕົ້ນ, ດອກກ້ວຍໄມ້ (ພັນ ລານກິມຕ໊ຽນ)ປະມານ 120 ພັນຕົ້ນ. ທ່ານ ຟ້າມແທັງ ຫົວໜ້າຄະນະຄຸ້ມຄອງເຂດກະສິກຳນຳໃຊ້ເຕັກໂນໂລຊີສູງ ມັງແດນ ໃຫ້ຮູ້ວ່າ:

ບັນດາຕົ້ນໄມ້ສະໝູນໄພ ທີ່ພວກຂ້າພະເຈົ້າໄດ້ສະໜອງໃຫ້ນັ້ນ ມີອັດຕາສ່ວນລອດຫຼາຍທີ່ສຸດ. ພວກຂ້າພະເຈົ້າ ຍັງໄດ້ໜູນຊ່ວຍດ້ານເຕັກນິກໃຫ້ແກ່ພໍ່ແມ່ປະຊາຊົນອີກດ້ວຍ. ແນະນຳໃຫ້ເຂົາເຈົ້າກ່ຽວກັບລະດູການປູກທີ່ເໝາະສົມ. ພວກຂ້າພະເຈົ້າເຫັນໄດ້ວ່າ ຢູ່ທ້ອງຖິ່ນນີ້ ມີຄວາມສາມາດບົ່ມຊ້ອນຫຼາຍໃນການພັດທະນາການປູກຢາສະໝູນໄພ.

ມາຮອດປະຈຸບັນ, ທາງແຂວງ ກອນຕູມ ໄດ້ພັດທະນາການປູກຕົ້ນຢາສະໝູນໄພໃນເນື້ອທີ່ດິນ 750 ເຮັກຕາ, ປະລິມານການຜະລິດບັນລຸໄດ້ຫຼາຍກ່ວາ 3900 ໂຕນ, ໃນນັ້ນຍັງບໍ່ທັນໄດ້ໄລ່ໂສມ ງອັກລິງ ເຂົ້ານຳ. ທາງແຂວງກອນຕູມ ກໍ່ອະນຸຍາດໃຫ້ 10 ວິສາຫະກິດປະຕິບັດການລົງທຶນ, ພັດທະນາການປູກ ແລະ ປຸງແຕ່ງຢາສະໝູນໄພ ດ້ວຍການມອບດິນ, ໃຫ້ເຊົ່າດິນ, ເຊົ່າປ່າໃນເນື້ອທີ່ທັງໝົດປະມານ 7660 ເຮັກຕາ. ໃນບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ຕ້ອນຮັບປີໃໝ່, ຊາວເຜົ່າ ເຊີດັງ ຍັງປູກໂສມ ງອັກລິງ ຕື່ມອີກຢູ່ກ້ອງຮົ່ມໄມ້ໃນປ່າ ແລະ ຂະຫຍາຍການປູກຕົ້ນຢາສະໝູນໄພປະເພດອື່ນໆຕື່ມອີກ….ເພື່ອເພີ່ມລາຍຮັບ, ສ້າງຄວາມເບີກບານມ່ວນຊື່ນໃນລະດູບານໃໝ່, ຄວາມອີ່ມໜຳສຳລານໃຫ້ແກ່ປະຊາຊົນຊາວເຜົ່າເຊີດັງຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ