ຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ ປົກປັກຮັກສາປ່າ

(VOVWORLD) -ເຖິງວ່າ ການດຳລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ປະຊາຊົນຫຼາຍລຸ້ນຄົນຢູ່ທີ່ນີ້ຍັງພ້ອມກັນປົກປັກຮັກສາບັນດາເຂດປ່າ, ຍ້ອນເຫດນັ້ນ ມີຫຼາຍເຂດປ່າດົງດິບໄດ້ຮັບການອະນຸນັກຮັກສາໄວ້ເໝືອນເດີມ.
ຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ ປົກປັກຮັກສາປ່າ - ảnh 1(ງານບຸນເຕັດປ່າ ນ່າເຫົ໋າ ໃນໂອກາດຕົ້ນປີໃໝ່ ດ້ວຍຫຼາຍພິທີກຳທີ່ເປັນເອກະລັກສະເພາະ)

        ຕາແສງ ນ່າເຫົ໋າ ເປັນເຂດແກນຂອງເຂດອະນຸລັກຮັກສາທຳມະຊາດ ນ່າເຫົ໋າ, ຂຶ້ນກັບເມືອງ ວັນອຽນ, ແຂວງ ອຽນບາຍ. ນີ້ແມ່ນເຂດຕັ້ງຖິ່ນຖານຄົງທີ່ຂອງຊາວເຜົ່າມົ້ງ ມາແຕ່ດົນນານ. ເຖິງວ່າ ການດຳລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ປະຊາຊົນຫຼາຍລຸ້ນຄົນຢູ່ທີ່ນີ້ຍັງພ້ອມກັນປົກປັກຮັກສາບັນດາເຂດປ່າ, ຍ້ອນເຫດນັ້ນ ມີຫຼາຍເຂດປ່າດົງດິບໄດ້ຮັບການອະນຸນັກຮັກສາໄວ້ເໝືອນເດີມ.

        ເຂດອະນຸລັກຮັກສາທຳມະຊາດ ນ່າເຫົ໋າ ມີເນື້ອທີ່ດິນທຳມະຊາດກວ່າ 16.000 ເຮັກຕາ, ນອນໃນບໍລິເວນຂອງ 4 ຕາແສງ, ຄື: ນ່າເຫົ໋າ, ດ້າຍເຊີນ, ມໍວ່າງ ແລະ ຟອງຢູເທື້ອງ, ເມືອງ ວັນອຽນ, ແຂວງ ອຽນບາຍ. ຢູ່ແຫ່ງນີ້ມີລະບົບນິເວດປ່າທຳມະຊາດທີ່ອຸດົມສົມບູນ, ຫຼາຍຮູບແບບ, ພ້ອມກັບສັດສາວາສິ່ງ, ພືດຫາຍາກຄື: ຕົ້ນຍາງ, ຕົ້ນໂອລິບ, ຕົ້ນຍົມຜາ, ຕົ້ນໄຫຼ່… ໂດຍນອນຢູ່ເຂດແກນຂອງເຂດອະນຸລັກຮັກສາ, ດ້ວຍເນື້ອທີ່ກວ້າງກວ່າ 4.500 ເຮັກຕາເຂດປ່າສະຫງວນ, ຕາແສງ ນ່າເຫົ໋າ ມີກວ່າ 460 ຄອບຄົວຊາວເຜົ່າມົ້ງ ດຳລົງຊີວິດ. ເພື່ອປົກປັກຮັກສາບັນດາເຂດປ່າດົງດິບໃຫ້ເປັນຢ່າງດີ, ແຕ່ດົນນານມາແລ້ວ ພໍ່ແມ່ປະຊາຊົນໄດ້ສ້າງຂໍ້ກຳນົດກ່ຽວກັບການປົກປັກຮັກສາປ່າ ແລະ ໄດ້ຮັບຄວາມເຄົາລົບຈາກຊຸມຊົນ. ໃນນັ້ນແມ່ນການປະຕິບັດການເຫຼື້ອມໄສເຊື່ອຖືບູຊາປ່າ. ປະຈຸບັນ, ການເຄື່ອນໄຫວດັ່ງກ່າວໄດ້ກາຍເປັນງານບຸນເຕັດປ່າ ນ່າເຫົ໋າ ໃນໂອກາດຕົ້ນປີໃໝ່ ດ້ວຍຫຼາຍພິທີກຳທີ່ເປັນເອກະລັກສະເພາະ, ຄື: ຖະຫວາຍເຄື່ອງບູຊາເຈົ້າປ່າ, ພາວະນາຂໍໃຫ້ເຈົ້າປ່າດົນບັນດານໂຊກຈາກປ່າ, ຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ຕົ້ນໄມ້ງອກງາມ, ລະດູການເກັບກ່ຽວໄດ້ຮັບຜົນດີ… ທ່ານ ຊຸ່ງອາຊ່າ, ຊາວບ້ານ ບານຕາດ, ຕາແສງ ນ່າເຫົ໋າ, ໃຫ້ຮູ້ວ່າ:

        ຕາມຮີດຄອງປະເພນີຂອງຊາວເຜົ່າມົ້ງ, ແຕ່ດົນນານມາແລ້ວ ໄດ້ມີຮີຄອງປະເພນີຖະຫວາຍບູຊາປ່າ. ແຕ່ລະປີ, ໝໍເຢົາຈະເຮັດພິທີຢູ່ເຂດປ່າ, ເພື່ປົກປັກຮັກສາແຫຼ່ງນ້ຳ. ຖ້າຫາກວ່າຜູ້ໃດຈົງໃຈລະເມີດ, ທຳລາຍປ່າ, ຕັດຕົ້ນໄມ້ໃຫຍ່ ຜູ້ນັ້ນຈະມີແນວເຈັບເປັນ”.

        ຈາກຮີດຄອງປະເພນີເຄົາລົບ, ປົກປັກຮັກສາປ່າ, ຖືປ່າແມ່ນຊາຍຄາລວມຂອງວົງຄະນະຍາດ… ຢູ່ບ້ານໃດຂອງ ນ່າເຫົ໋າ ກໍ່ມີເຂດປ່າຫວງຫ້າມ, ປ່າສັກສິດ. ເຂດປ່ານີ້ນອນຢູ່ເຂດງາມທີ່ສຸດຂອງບ້ານ, ມີຕົ້ນໄມ້ອາຍຸຫຼາຍປີ, ຫາຍາກຫຼາຍຊະນິດ… ດ້ວຍຂໍ້ກຳນົດ “ຫ້າມບໍ່ໃຫ້ເຂົ້າໄປ”, ຍາມໃດປ່າກໍ່ໄດ້ຮັບການປົກປັກຮັກສາເປັນຢ່າງດີ ແລະ ບັນດາເຂດປ່ານັ້ນໄດ້ກາຍເປັນເຂດອະນຸລັກຮັກສາທຳມະຊາດ. ອ້າຍ ຊຸ່ງອາຈົວ, ຕາແສງ ນ່າເຫົ໋າ, ໃຫ້ຮູ້ວ່າ:

        ຜ່ານພິທີບູຊາປ່າ, ພວກ້ອງໄດ້ຮັບການສິດສອນຈາກປູ່ຍ່າຕາຍາຍ, ພໍ່ແມ່ ກ່ຽວກັບການບົວລະບັດ, ປົກປັກຮັກສາປ່າໃຫ້ເປັນຢ່າງດີ ແລະ ບໍ່ທຳລາຍປ່າ ເພື່ອຕ້ານສະພາບດິນເຊາະເຈື່ອນ, ດິນພັງລົງຈາກນັ້ນເພື່ອໃຫ້ປ່າກາຍເປັນເຂດຊີວະພາບຂອງຕາແສງໃນອະນາຄົດ”.

ຊາວເຜົ່າມົ້ງ ຢູ່ແຂວງ ອຽນບາຍ ປົກປັກຮັກສາປ່າ - ảnh 2(ສ່ວນໜຶ່ງຂອງປ່າ ນ່າເຫົ໋າ)

        ເພື່ອພ້ອມກັບພໍ່ແມ່ປະຊາຊົນປົກປັກຮັກສາປ່າ, ຫົວໜ່ວຍກວດກາປ່າໄມ້ ວັນອຽນ, ຄະນະຄຸ້ມຄອງເຂດອະນຸລັກຮັກສາທຳມະຊາດ ນ່າເຫົ໋າ ໄດ້ສົມທົບກັບອຳນາດການປົກຄອງຕາແສງ ດຳເນີນການມອບການຄຸ້ມຄອງ, ປົກປ້ອງເນື້ອທີ່ປ່າສະຫງວນທຳມະຊາດກວ່າ 3.700 ເຮັກຕາ ໃຫ້ຊຸມຊົນຢູ່ບັນດາບ້ານໃນບໍລິເວນແຂວງ. ທາງຕາແສງກໍ່ສ້າງໜ່ວຍ, ກອງປົກປ້ອງ ແລະ ປ້ອງກັນໄຟໄໝ້ປ່າ. ພ້ອມກັນນັ້ນ, ແມ່ນເພີ່ມທະວີການໂຄສະນາ, ສຶກສາປະຊາຊົນ; ຈັດຕັ້ງໃຫ້ປະຊາຊົນເຊັນສັນຍາໝັ້ນໝາຍປົກປັກຮັກສາປ່າ, ປ້ອງກັນໄຟໄໝ້, ການດັບເພີງປ່າໃຫ້ແກ່ພໍ່ແມ່ປະຊາຊົນ; ປັບໄໝບັນດາກໍລະນີລະເມີດຢ່າງເຄັ່ງຄັດ… ທ່ານ ຫວູມິງຟຸກ, ຫົວໜ້າໜ່ວຍກວດກາປ່າໄມ້ ວັນອຽນ, ແຂວງ ອຽນບາຍ, ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າໄດ້ກຳນົດວ່າ ຊຸມຊົນ, ປະຊາົນຜູ້ເຂົ້າຮ່ວມການຄຸ້ມຄອງ, ປົກປັກຮັກສາປ່າປະກອບສ່ວນຊ່ວຍໃຫ້ກຳລັງກວດກາປ່າໄມ້ ກວດພົບ, ແກ້ໄຂບັນດາການກະທຳທີ່ລະເມີດຢ່າງທັນການ. ຍ້ອນເຫດນັ້ນ, ໃນຊຸມປີຜ່ານມາ ແລະ ໃນໄລຍະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ເຈລະກັບເຂດຊຸມຊົນ, ຮັບຟັງຄຳເຫັນຈາກຂັ້ນາກຖານ, ຜ່ານນັ້ນ ກໍສ້າງບັນດາລາຍການ, ແຜນການໃຫ້ເໝາະສົມ, ເພື່ອເຮັດແນວໃດຈະປົກປັກຮັກສາເນື້ອທີ່ປ່າໃນປະບັນ, ສະກັດກັ້ນທຸກການກະທຳລະເມີດຢູ່ໃນລະດັບຕ່ຳສຸດ”.

        ຄວາມເຄົາລົບ, ການປົກປັກຮັກສາປ່າດ້ວຍຄວາມສຸດຈິດສຸດໃຈຂອງປະຊາຊົນທ້ອງຖິ່ນ, ພ້ອມກັບຄວາມມານະພະຍາຍາມຂອງຂະແໜງການທີ່ມີໜ້າທີ່, ບັນດາເຂດປ່າດົງດິບ, ປ່າສະຫງວນເຂດແກນຂອງເຂດອະນຸລັກຮັກສາທຳມະຊາດ ນ່າເຫົ໋າ ຂຽວອຸ່ມທຸ່ມຕາມການເວລາ. ຈາກນັ້ນ, ພໍ່ແມ່ປະຊາຊົນກໍ່ຈະໄດ້ຮັບການປົກປ້ອງຈາກປ່າ, ຊີວິດການເປັນຢູ່ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ ຍ້ອນແຫຼ່ງຜົນປະໂຫຍດເຊິ່ງປ່ານຳມາໃຫ້… ພິເສດ, ບັນດາເຂດປ່າດົງດິບທີ່ຂຽວອຸ່ມທຸ່ມໄດ້ສ້າງໃຫ້ ນ່າເຫົ໋າ ກາຍເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ.

ຕອບກັບ

ຂ່າວ/ບົດ​ອື່ນ