ຊາວ​ເມືອງບັ໊ກຮ່າ (ລາວ​ກາຍ) ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ການ​ບໍ​ລິ​ການ​ໂທ​ລະ​ຄົມ​ສ່ວນ​ລວມ

(VOVWORLD) - ຢູ່ເມືອງພູສູງ ບັ໊ກຮ່າ, ແຂວງລາວກາຍ, ປຊຊ ບັນດາເຜົ່າສ່ວນໜ້ອຍ ໄດ້ຮັບການໜູນຊ່ວຍ smartphone ແລະ ໄດ້ສະໜອງການບໍລິການໂທລະຄົມສ່ວນລວມ, ໜູນຊ່ວຍຄ່າບໍລິການບຸລິມະສິດ. ສິ່ງດັ່ງກ່າວໄດ້ຊ່ວຍ ປຊຊ ໄດ້ສຳຜັດກັບບັນດາແຜນນະໂຍບາຍ, ແນວທາງຂອງພັກ, ລັດ, ເພີ່ມລະດັບຄວາມຮູ້, ໂດຍສະເພາະແມ່ນໃນການຜະລິດກະສິກຳ, ຈາກນັ້ນ ໄດ້ພັດທະນາເສດຖະກິດ, ສ້າງຊີວິດການເປັນຢູ່ເປັນປົກກະຕິ.
ຊາວ​ເມືອງບັ໊ກຮ່າ (ລາວ​ກາຍ) ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ການ​ບໍ​ລິ​ການ​ໂທ​ລະ​ຄົມ​ສ່ວນ​ລວມ - ảnh 1

(ພາບ: VOV)

     ອ້າຍ ຫລືແຊວເຊັ່ງ ຢູ່ບ້ານ ບານໂຝ 2, ເມືອງບັ໊ກຮ່າ ແມ່ນໜຶ່ງໃນບັນດາຜູ້ໄດ້ຊົມໃຊ້ການໜູນຊ່ວຍຈາກໂຄງການໂທລະຄົມສ່ວນລວມ. ເມື່ອໄດ້ຮັບຄ່າບໍລິການອິນເຕີເນັດ ຈາກກຸ່ມບໍລິສັດໄປສະນີ ແລະ ໂທລະຄົມມະນາຄົມ ຫວຽດນາມ (VNPT) ອ້າຍໄດ້ເຂົ້າໃນອິນເຕີເນັດ ເພື່ອຮູ້ຫຼາຍຂໍ້ມູນຢູ່ພາຍໃນ ແລະ ຕ່າງປະເທດ ຕື່ມອີກ:

   ຂ້າພະເຈົ້າເຫັນວ່າ ໃນເຄືອຂ່າຍອິນເຕີນັດມີຫຼາຍຂໍ້ມູນທີ່ດີ, ມີປະໂຫຍດຫລາຍຄື: ເຄື່ອງປູກເປັນແມງ ຫຼື ມີບັນຫາຫຍັງ, ຖ່າຍຮູບແລ້ວເອົາລົງໃນອິນເຕີເນັດກໍ່ຮູ້ລດວ່າເປັນຫຍັງ….ຫລືວ່າຕ້ອງໃສ່ຝຸ່ນໃຫ້ຕົ້ນໄມ້ໃນຈຸດເວລາໃດ….ເຊິ່ງເປັນປະໂຫຍດຫຼາຍ.

ຊາວ​ເມືອງບັ໊ກຮ່າ (ລາວ​ກາຍ) ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ການ​ບໍ​ລິ​ການ​ໂທ​ລະ​ຄົມ​ສ່ວນ​ລວມ - ảnh 2

VNPT ລາວກາຍ ມອບຂອງຂັວນໃຫ້ຜູ້ທຸກຍາກ (ພາບ: VOV)

    ຕາແສງ ບ້ານໂຝ, ເມືອງ ບັ໊ກຮ່າ, ແຂວງ ລາວກາຍ ມີເກືອບ 800 ຄອບຄົວ ດ້ວຍ 4.000 ກວ່າ ຄົນ, ໃນນັ້ນ, ຊາວເຜົ່າມົ້ງໄດ້ກວມເຖິງ 97%. ປະຈຸບັນ, ຕາແສງຍັງມີຄອບຄົວທຸກຍາກເຖິງ 80%. ທ່ານ ເລຕຽນຕຸ່ງ ປະທານ ຄະນະກຳມະການ ປຊຊ ຕາແສງ ບ້ານໂຝ, ເມືອງ ບັ໊ກຮ່າ ໃຫ້ຮູ້ວ່າ: ຫວ່າງແລ້ວນີ້, ກຸ່ມບໍລິສັດໄປສະນີ ແລະ ໂທລະຄົມມະນາຄົມ ຫວຽດນາມ (VNPT)  ຢູ່ ລາວກາຍ ໄດ້ໜູນຊ່ວຍຄອບຄົວທຸກຍາກ 150 ຄອບຄົວ ໃຫ້ໄດ້ຮັບນະໂຍບາຍໂທລະຄົມລວມ :

   ເລື່ອງທ້ອງຖິ່ນໂຄສະນາເຜີຍແຜ່ບັນດານະໂຍບາຍ, ໜ້າທີ່ໃຫ້ບ້ານຕ່າງໆ ແມ່ນມີຄວາມສະດວກທີ່ສຸດ. ປຊຊ ກຳໄດ້ໄວ, ວຽກງານຄຸ້ມຄອງຢູ່ທ້ອງຖິ່ນ ແຕ່ຂັ້ນຕາແສງ ລົງຮອດບ້ານກໍ່ງ່າຍດາຍກ່ວາ, ຜ່ານກຸ່ມຕ່າງໆໃນເຄືຍຂ່າຍອິນເຕີນັດ.

   ບັ໊ກຮ່າ ແມ່ນໜຶ່ງໃນບັນດາເມືອງທຸກຍາກກ່ວາໝູູ່ຢູ່ແຂວງ ລາວກາຍ. ປຊຊ ຊົນເຜົ່າສ່ວນໜ້ອຍຢູ່ແຂວງກວມເອົາ 84% ຈຳນວນ ປະຊາກອນ. ພູມສັນຖານສັບສົນ, ການຄົມມະນາຄົມໄປມາຫຍຸ້ງຍາກ, ປຊຊ ດຳລົງຊີວິດແບບກະແຈກກະຈາຍ, ອັດຕາສ່ວນຄອບຄົວທຸກຍາກສູງ. ໂດຍຮັບຮູ້ໄດ້ເຖິງຄວາມສຳຄັນຂອງໂຄງການໂທລະຄົມສ່ວນລວມ, ໃນໄລຍະຜ່ານມາ, ອຳນາດການປົກຄອງຂັ້ນຕ່າງໆຢູ່ເມືອງ ບັ໊ກຮ່າ ພ້ອມກັບບັນດາຫົວໜ່ວຍສະໜອງການບໍລິການໂທລະຄົມ ໄດ້ຜັນຂະຫຍາຍໜູນຊ່ວຍການບໍລິການໂທລະຄົມສ່ວນລວມ ໃຫ້ຄອບຄົວທຸກຍາກເກືອບ 3.000 ຄອບຄົວ. ທ່ານ ຫງວຽນຢຸຍຮ່ວາ ເລຂາຄະນະພັກເມືອງ ບັ໊ກຮ່າ ໃຫ້ຮູ້ວ່າ: ໃນການພັດທະນາເສດຖະກິດ, ນັບແຕ່ເມື່ອ ປຊຊ ເຊື່ອມຕໍ່ເຄືອຂ່າຍອິນເຕີເນັດ, ຫຼາຍຄອບຄົວໄດ້ຮູ້ຈັການນຳໃຊ້ເຄືອຂ່າຍສັງຄົມ ເພື່ອໂຄສະນາຜະລິດຕະພັນກະເສດ, ໂຄສະນາບັນດາສະຖານທີ່ທ່ອງທ່ຽວ, ຜ່ານນັ້ນ ໄດ້ດຶງດູດແຂກມາຢ້ຽມຊົມ ແລະ ລາຍຮັບກໍ່ເພີ່ມຂຶ້ນ, ທ່ານ ຮ່ວາ ເວົ້າວ່າ:

   ການຜັນຂະຫຍາຍໂຄງການໂທລະຄົມສ່ວນລວມ ໄດ້ປະກອບສ່ວນໃນການຫັນເປັນດີຈີຕອນຢູ່ເມືອງ ບັ໊ກຮ່າ. ທາງເມືອງໄດ້ກຳນົດວ່າ ການຫັນເປັນດີຈີຕອນ ແມ່ນຈຸດສຸມເພື່ອປະຕິບັດການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ. ໃນໄລຍະຜ່ານມາ, ໂດຍໄດ້ຮັບການໜູນຊ່ວຍຈາກ VNPT ລາວກາຍ, ທາງເມືອງກໍ່ສາມາດປະຕິບັດການຫັນເປັນດີຈີຕອນໄດ້ດີພໍສົມຄວນ.

    ປະຈຸບັນ, VNPT ລາວກາຍ ໄດ້ເລີ່ມຜັນຂະຫຍາຍການສະໜອງຄ່າບໍລິການບຸລິມະສິດໂທລະຄົມສ່ວນລວມ ໃຫ້ແກ່ບັນດາຄອບຄົວເຂດຫ່າງໄກສອກຫລີກ, ໄປມາບໍ່ສະດວກ. ກ່ວາ 23.500 ຄອບຄົວໄດ້ຊົມໃຊ້ນະໂຍບາຍນີ້. ທ່ານນາງ ເດົ້າອາຍລວານ, ຜູ້ອຳນວຍການຝ່າຍການດຳເນີນທຸລະກິດ VNPT ລາວກາຍ ໃຫ້ຮູ້ວ່າ:

  ນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງປະເທດຊາດ, ທາງບໍລິສັດຂອງພວກຂ້າພະເຈົ້າ ໄດ້ສະຫງວນທຸກແຫຼ່ງກຳລັງເພື່ອປະຕິບັດ ແລະ ກໍ່ເຂົ້າໃຈໄດ້ວ່າ ເມື່ອສະໜອງການບໍລິການໃຫ້ ປຊຊ ເຂດຫ່າງໄກສອກຫລີກໄດ້ຫຼາຍ ແລະ ໄວທີ່ສຸດ ຈະຊ່ວຍໃຫ້ ປຊຊ ໄດ້ຮັບຂໍ້ມູນ, ສຳຜັດກກັບວິທະຍາສາດ ເພື່ອຍົກສູງລະດັບຄວາມຮູ້ ເພື່ອ ປຊຊ ໝູນໃຊ້ເຂົ້າໃນຊີວິດປະຈຳວັນ.

   ເລື່ອງຊາວເຂດພູສູງເມືອງ ບັ໊ກຮ່າ ໄດ້ສຳຜັດກັບການບໍລິການໂທລະຄົມຢ່າງກວ້າງຂວາງນັ້ນ ພວມຄ່ອຍໆນຳມາເຊິ່ງການປ່ຽນແປງໃນການດຳລົງຊີວິດຂອງ ປຊຊ. ນີ້ແມ່ນແປ້ນຢັນເພື່ອໃຫ້ ປຊຊ ສຳຜັດບັນດານະໂຍບາຍໃໝ່, ຄວາມຮູ້ໃໝ່ຢ່່າງວ່ອງໄວທີ່ສຸດ, ຈາກນັ້ນ ຈະສາມາດບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ./.

ຕອບກັບ

ຂ່າວ/ບົດ​ອື່ນ