ຕົ້ນເສົາກ້ວຍດຳປະກອບສ່ວນລົບລ້າງຄວາມທຸກຍາກໃຫ້ແກ່ຊາວກະສິກອນຢູ່ແຂວງ ກາວບັ່ງ

(VOVWORLD) - ຕົ້ນເສົາກ້ວຍດຳ ຊື່ວິທະຍາສາດແມ່ນ Mesona chinensis Benth ປະຊາຊົນໄດ້ເອົາມາເຮັດເປັນຂອງກິນເສີມ ແລະ ໄດ້ຮັບຄວາມນິຍົມຈາກຫລາຍຄົນ ແລະ ໄດ້ວາງຂາຍຢູ່ຫລາຍບ່ອນ ນັບແຕ່ຕະຫລາດຢູ່ເຂດບ້ານນາຕະຫລອດຮອດຮ້ານສັບພະສິນຄ້າ ຢູ່ຕາມຕົວເມືອງໃຫຍ່. ເສົາກ້ວຍດຳ ມີຫລາຍປະເພດ ແຕ່ແຊບທີ່ສຸດ ແລະ ມີຊື່ສຽງກວ່າໝູ່ ແມ່ນ ເສົາກ້ວຍດຳທີ່ຜະລິດຢູ່ເທດສະບານ ແທັກອານ ແຂວງ ກາວບັ່ງ. ໂດຍທຳມະຊາດດົນບັນດານໃຫ້ອາກາດເຢັນສະບາຍຕະຫລອດປີ, ເຂດດິນແດນນີ້ເໝາະສົມກັບການເຕີບໃຫຍ່ຂະຫຍາຍຕົວຂອງຕົ້ນເສົາກ້ວຍດຳ. ເພາະສະນັ້ນ ເສົາກ້ວຍດຳ ພວມໄດ້ຮັບຖືວ່າ ແມ່ນຕົ້ນປາຍແຫລມໃນການພັດທະນາເສດຖະກິດຢູ່ ທ້ອງຖິ່ນ, ຊ່ວຍໃຫ້ຫລາຍຄອບຄົວມີລາຍຮັບເປັນປົກກະຕິກວ່າ, ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ.

ຕົ້ນເສົາກ້ວຍດຳປະກອບສ່ວນລົບລ້າງຄວາມທຸກຍາກໃຫ້ແກ່ຊາວກະສິກອນຢູ່ແຂວງ ກາວບັ່ງ - ảnh 1ຕົ້ນເສົາກ້ວຍດຳແຫ້ງ 

ດ້ວຍເນື້ອທີ່ປູກຕົ້ນເສົາກ້ວຍດຳ ເກືອບ 100 ເຮັກຕາ, ຕາແສງ ດຶກທົງ ແມ່ນທ້ອງຖິ່ນມີເນື້ອທີ່ປູກຕົ້ນ ເສົາກ້ວຍດຳ ຫຼາຍກວ່າໝູ່ຢູ່ເມືອງ ແທັກອານ. ປ້າ ຈ້ຽວທິຮຽນ ຊາວເຜົ່າຢ້າວ ຢູ່ ຕາແສງ ດຶກທົງ ໃຫ້ຮູ້ວ່າ: ຍ້ອນເງື່ອນໄຂດິນຟ້າອາກາດສະດວກ, ເຢັນສະບາຍຕະຫລອດປີ, ດິນເໝາະສົມກັບການປູກຕົ້ນ ເສົາກ້ວຍດຳ ສະນັ້ນ ນັບແຕ່ປີ 2016 ເປັນຕົ້ນມາ ຄອບຄົວຂອງປ້າ ໄດ້ປູກຕົ້ນເສົາກ້ວຍດຳ ໃນເນື້ອທີ່ກວ່າ 1 ເຮັກຕາ ສ້າງລາຍຮັບໄດ້ປະມານ 60 ລ້ານດົ່ງ/ປີ. ປ້າ ຮຽນ ໃຫ້ຮູ້ວ່າ:

 ຕົ້ນເສົາກ້ວຍດຳ ເມື່ອກ້າເບ້ຍແລ້ວຈະໄດ້ນຳເອົາມາປູກຢູ່ໄຮ່ ໃນເງື່ອນໄຂອາກາດຊຸ່ມ ສ່ວນຫຼາຍແມ່ນຕົ້ນເດືອນກຸມພາ ຕົ້ນເສົາກ້ວຍດຳ ມັກຈະປູກຢູ່ຕາມເນີນພູ, ບ່ອນມີຄວາມຊຸ່ມສູງ ແຕ່ໃນເວລາເກັບກູ້ ແມ່ນສາມາດປະຕິບັດໄດ້ພຽງແຕ່ໃນລະດູຮ້ອນເທົ່ານັ້ນ. ສິ່ງພິເສດ ນັ້ນແມ່ນ ດິນແຕ່ລະຕອນສາມາດປູກໄດ້ພຽງລະດູດຽວເທົ່ານັ້ນ.”

ໃບເສົາກ້ວຍດຳ ໂດຍແມ່ນພໍ່ຄ້າຊາວຂາຍມາເກັບຊື້ແລ້ວສົ່ງໄປຂາຍໃຫ້ບັນດາຮາກຖານຜະລິດເສົາກ້ວຍດຳ ຢູ່ຫລາຍທ້ອງຖິ່ນ ຫລື ສົ່ງໄປຍັງປະເທດຈີນ. ສະເພາະຢູ່ທ້ອງຖິ່ນ ປະຈຸບັນ ກໍ່ມີຫລາຍຮາກຖານປຸງແຕ່ງ ເສົາກ້ວຍດຳ ໄດ້ສ້າງລາຍຮັບ ແລະ ວຽກເຮັດງານທຳໃຫ້ຜູ້ອອກແຮງງານ ນັບຫລາຍສິບຄົນ. ນາງ ເລຖູ່ຍ ເຈົ້າຂອງຮາກຖານປຸງແຕ່ງ ເສົາກ້ວຍດຳ ຢູ່ ເທດສະບານ ດົງເຄ ເມືອງ ແທັກອານ ໃຫ້ຮູ້ວ່າ: ກ່ອນນີ້ ຂ້າພະເຈົ້າປຸງແຕ່ງ ເສົາກ້ວຍດຳ ພຽງແຕ່ນຳໃຊ້ໃນຄອບຄົວ ຫລື ມອບໃຫ້ໝູ່ເພື່ອນ, ພີ່ນ້ອງໃນຄຸ້ມບ້ານເທົ່ານັ້ນ ແຕ່ເມື່ອເຫັນວ່າ ຄວາມຕ້ອງການ ເສົາກ້ວຍດຳ ຢູ່ຕະຫລາດເພີ່ມຂຶ້ນ ເອື້ອຍຖູ່ຍ ຈຶ່ງຮ່ຳຮຽນເອົາບົດຮຽນເພີ່ມ, ຊື້ອຸປະກອນມາປຸງແຕ່ງ ຕາມລະບົບຕ່ອງໂສ້.

ກ່ອນນີ້ ພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກລຳບາກຫລາຍ, ລາຍຮັບຍັງຕ່ຳຢູ່ ແຕ່ມາປະຈຸບັນ ແມ່ນດີຂຶ້ນຫຼາຍແລ້ວ. ຢູ່ຮາກຖານຜະລິດຂອງຄອບຄົວຂ້າພະເຈົ້າ ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ 10 ຄົນ, ເມື່ອຄວາມຕ້ອງການໃນທ້ອງຕະຫລາດເພີ່ມຂຶ້ນໃນລະດັບສູງ ແຕ່ລະມື້ ພວກຂ້າພະເຈົ້າຜະລິດ ເສົາກ້ວຍດຳ ໄດ້1000 ກ່ອງ, ປະມານ 2 ໂຕນ, ໄດ້ເປີດກວ້າງຕະຫລາດ ແລະ ສົ່ງໄປຂາຍຕາມຕະຫຼາດທົ່ວແຂວງທາງພາກເຫນືອ”

ຕົ້ນເສົາກ້ວຍດຳປະກອບສ່ວນລົບລ້າງຄວາມທຸກຍາກໃຫ້ແກ່ຊາວກະສິກອນຢູ່ແຂວງ ກາວບັ່ງ - ảnh 2ຂັ້ນຕອນປຸງແຕ່ງເສົາກ້ວຍດຳ

ຢູ່ເມືອງ ແທັກອານ ແຂວງ ກາວບັ່ງ, ຕົ້ນເສົາກ້ວຍດຳ ໄດ້ປູກຢູ່ບັນດາຕາແສງຄື: ດຶກທົງ, ກວາງຈ້ອງ, ແກງເຕິນ, ມີງຄາຍ.. ປີນີ້ ຍອດເນື້ອທີ່ປູກ ຕົ້ນເສົາກ້ວຍດຳ ຂອງເມືອງ ແທັກອານ ບັນລຸກວ່າ 360 ເຮັກຕາ, ປະລິມານການຜະລິດຄາດວ່າ ບັນລຸກວ່າ 2000 ໂຕນ, ມູນຄ່າດ້ານເສດຖະກິດໄດ້ນຳມາໃຫ້ປະຊາຊົນປະມານ 80 -100 ຕື້/ ປີ. ຈາກຕົ້ນ “ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ” ປະຈຸບັນ ເສົາກ້ວຍດຳ ໄດ້ພັດທະນາກາຍເປັນ “ຕົ້ນສ້າງຄວາມຮັ່ງມີ” ຂອງຊາວກະສິກອນຫລາຍໆຄົນຢູ່ ແທັກອານ.

ທ່ານ ຫວູດຶກທ້ຽນ, ຫົວຫນ້າ ຫ້ອງການກະສິກຳ ເມືອງ ແທັກອານ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

“ດ້ວຍເນື້ອທີ່ດິນປູກຕົ້ນເສົາກ້ວຍດຳ 1 ເຮັກຕາ ຈະເກັບກູ້ໄດ້ປະມານ 6 ໂຕນ ແລະ ສ້າງລາຍຮັບໄດ້ຫຼາຍກວ່າ 100 ລ້ານດົ່ງ. ເພາະສະນັ້ນ ມູນຄ່າດ້ານເສດຖະກິດຈາກຕົ້ນເສົາກ້ວຍດຳ ແມ່ນສູງກວ່າຫລາຍເມື່ອທຽບໃສ່ການປູກເຂົ້າ, ສາລີ…ສະນັ້ນ ທາງເມືອງແທັກອານ ຈຶ່ງກຳນົດວ່າ ນີ້ແມ່ນແນວພັນປູກປາຍແຫລມ ຊ່ວຍພໍ່ແມ່ປະຊາຊົນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳໃຫ້ຊາວຜູ້ອອກແຮງງານເປັນຢ່າງດີ.

ປະຈຸບັນ ຜະລິດຕະພັນເສົາກ້ວຍດຳ ທີ່ຜະລິດຢູ່ ແທັກອານ ແຂວງ ກາວບັ່ງ ພວມໄດ້ສົ່ງໄປຂາຍຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ. ເຖິງຢ່າງໃດກໍຕາມ, ບັນດາຮາກຖານຜະລິດເສົາກ້ວຍດຳ ຢູ່ບໍລິເວນ ຍັງແມ່ນຂະຫນາດນ້ອຍ ແລະກະແຈກກະຈາຍ, ກຳລັງຄວາມສາມາດໃນການຜະລິດຍັງຈຳກັດຢູ່. ທ່ານ ຮ່ວາງວັນແທັກ ເລຂາພັກເມືອງ ແທັກອານ ໃຫ້ຮູ້ວ່າ: ເພື່ອໃຫ້ ເສົາກ້ວຍດຳ ກາຍເປັນ ຜະລິດຕະພັນ “ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ” ແບບຍືນຍົງນັ້ນ, ທາງທ້ອງຖິ່ນ ພວມກຳນົດທິດພັດທະນາເຂດວັດຖຸດິບ, ສ້າງເຄື່ອງໝາຍການຄ້າແບບຍືນຍົງໃຫ້ຜະລິດຕະພັນຕົ້ນເສົາກ້ວຍດຳ ໃນອະນາຄົດ.

 “ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າຈະຮຽກຮ້ອງບັນດານັກລົງທຶນ ມາລົງທຶນກໍ່ສ້າງໂຮງງານຜະລິດ ເສົາກ້ວຍດຳ ຢູ່ທ້ອງຖິ່ນ. ປະຈຸບັນ ການຜະລິດ ຜະລິດຕະພັນເສົາກ້ວຍດຳ ຍັງຈຳກັດຢູ່, ການຜະລິດຢູ່ກັບທີ່ບໍ່ໄດ້ຫລາຍ, ສ່ວນຫລາຍແມ່ນສົ່ງໃບເສົາກ້ວຍດຳດິບ ໄປຂາຍຢູ່ຈີນ, ມູນຄ່າບໍ່ສູງ. ພວກຂ້າພະເຈົ້າ ພວມຍື່ນສະເຫນີ ກະຊວງ ວິທະຍາສາດເຕັກໂນໂລຊີ ຈົດທະບຽນກາໝາຍໃຫ້ຕົ້ນເສົາກ້ວຍດຳຂອງທ້ອງຖິ່ນ.”

ປະຈຸບັນ ມີບາງກິດຈະກຳຄົ້ນຄ້ວາວິທະຍາສາດເຕັກໂນໂລຊີປຸງແຕ່ງເສົາກ້ວຍດຳ ແມ່ນເໝາະສົມກັບເງື່ອນໄຂການຜະລິດຂອງແຂວງ ກາວບັ່ງ. ຖ້າຫາກການຄົ້ນຄວ້ານີ້ປະສົບຜົນສຳເລັດ, ບັນດາຫົວເລື່ອງ ວິທະຍາສາດນີ້ຈະເປັນພື້ນຖານເພື່ອໃຫ້ແຂວງ ກາວບັ່ງ ພິຈາລະນາ, ກໍ່ສ້າງບັນດາຮາກຖານປຸງແຕ່ງເສົາກ້ວຍດຳ ດ້ວຍຂອບຂະຫນາດໃຫຍ່ ບັນລຸມາດຕະຖານສົ່ງອອກ ເພື່ອແນໃສ່ເສີມຂະຫຍາຍທ່າແຮງໃຫ້ພືດພິເສດນີ້ ສ້າງຜະລິດຕະພັນໃຫມ່ໃຫ້ທ້ອງຖິ່ນ, ຊຸກຍູ້ຂະແຫນງອຸດສາຫະກຳປຸງແຕ່ງພັດທະນາ, ຍົກສູງລາຍຮັບໃຫ້ຊາວກະສິກອນຢູ່ເຂດຫ່າງໄກສອກຫຼີກໃນບໍລິເວນແຂວງ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ