ບັນດາການປ່ຽນແປງຂອງຊາວເຜົ່າ ລາຫູ໋, ເມືອງ ເມື່ອງແຕ່, ແຂວງລາຍເຈົາ

(VOVWORLD) -

ກ່ອນນີ້, ພໍ່ແມ່ປະຊາຊົນຊາວເຜົ່າ ລາຫູ ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ ມີຮີດຄອງປະເພນີການປູກຝັງແບບເຄື່ອນທີ່, ຊີວິດການເປັນຢູ່ບໍ່ເປັນປົກກະຕິ, ປະສົບກັບຄວາມຫຍຸ້ງຍາກ. ນັບແຕ່ເມື່ອ ໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລຈາກລັດ, ພ້ອມກັບການໂຄສະນາ, ຂົນຂວາຍ, ຕັ້ງຖິ່ນຖານຄົງທີ່ ແລະ ການແນະນຳຜັນຂະຫຍາຍບັນດາຮູບແບບເສດຖະກິດໃໝ່ຈາກກຳລັງທະຫານປ້ອງກັນຊາຍແດນ ທີ່ຕັ້ງທັບໃນບໍລິເວນນັ້ນ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ມີການປ່ຽນແປງ, ພັດທະນາຫຼາຍຢ່າງ.

ບັນດາການປ່ຽນແປງຂອງຊາວເຜົ່າ ລາຫູ໋, ເມືອງ ເມື່ອງແຕ່, ແຂວງລາຍເຈົາ - ảnh 1ທະຫານປ້ອງກັນຊາຍແດນແນະນຳວິທີປູກຝັງໃຫ້ແກ່ປະຊາຊົນເຜົ່າລາຫູ
(ພາບ:VOV)

ໃນເຮືອນມະຫາສາມັກຄີທີ່ກ້ວາງໃຫຍ່, ງາມຕາ, ແໜ້ນໜາ, ອ້າຍ ຝານເລຊາ, ຢູ່ບ້ານ ເຕີນບຽນ, ຕາແສງ ປາອູ໋, ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ ໄດ້ເລົ່າເລື່ອງລາວ ຂອງ 2 – 3 ປີກ່ອນ, ເວລາທີ່ຄອບຄົວຂອງອ້າຍ ພ້ອມກັບພໍ່ແມ່ປະຊາຊົນໄດ້ລົງພູເພື່ອຊອກຫາບ່ອນຕັ້ງຖີ່ນຖານຄົງທີ່. ຄາວນັ້ນ, ພະນັກງານນັກຮົບຂອງປ້ອມປ້ອງກັນຊາຍແດນ ປາອູ໋ ໄດ້ຂົນຂວາຍພໍ່ຂອງອ້າຍ ແມ່ນພໍ່ຕູ້ ຝານສະໂຈ, ເຊິ່ງເປັນຜູ້ມີອິດທິພົນຊື່ສຽງໃນວົງຄະນະຍາດຊາວເຜົ່າ ລາຫູ໋, ເປັນຜູ້ພາທາງ, ຜ່ານພູຂ້າມຫ້ວຍ ໄປຫາແຕ່ລະຄອບຄົວເພື່ອລະດົມກຳລັງໃຈ, ຊັກຊວນພໍ່ແມ່ປະຊາຊົນໃຫ້ປະ ການດຳລົງຊີວິດ, ການປູກຝັງແບບເຄື່ອນທີ່ ເພື່ອມາຕັ້ງຖິ່ນຖານຄົງທີ່ຢູ່ບ້ານແຫ່ງໃໝ່. ບັນດາພະນັກງານ, ນັບຮົບ, ທະຫານປ້ອງກັນຊາຍແດນ ໄດ້ສະຫຼະເວລາເພື່ອກິນນຳ, ຢູ່ນຳກັບ ພໍ່ແມ່ປະຊາຊົນ, ຊ່ວຍພໍ່ແມ່ປະຊາຊົນຕັດໄມ້, ປຸກສ້າງເຮືອນ, ແນະນຳ ວິທີປູກເຂົ້ານາທາມ, ປູກຜັກພືດ, ລ້ຽງສັດ, ລ້ຽງສັດປີກ...ໃຫ້ພໍ່ແມ່ປະຊາຊົນ. ໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກນັ້ນ, ນ້ຳໃຈລະຫວ່າງທະຫານ ແລະ ປະຊາຊົນນັບມື້ນັບສະໜິດແໜ້ນຂຶ້ນຕື່ມ. ອ້າຍ ຝານເລຊາ, ໃຫ້ຮູ້ວ່າ:

“ທະຫານປ້ອງກັນຊາຍແດນປ້ອມ ປາອູ ໄດ້ສ້າງເຮືອນຊານບ້ານຊ່ອງໃຫ້, ດັ່ງນັ້ນ ປະຈຸບັນພໍ່ແມ່ປະຊາຊົນໄດ້ມີເຮືອນຢູ່ຖາວອນແລ້ວ. ນັບແຕ່ເວລາມີເຮືອນມະຫາສາມັກຄີ, ພໍ່ແມ່ປະຊາຊົນໄດ້ມີຄວາມອຸ່ນອ່ຽງໃຈດຳລົງຊີວິດ, ເສດຖະກິດກໍ່ດີຂຶ້ນ. ກ່ຽວກັບການລ້ຽງສັດນັ້ນ, ທະຫານໄດ້ຊ່ວຍເຫຼືອ, ຂົນຂວາຍ ການອະນາໄມຄອກ ດັ່ງນັ້ນໂລກລະບາດກໍ່ຫລຸດລົງ. ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນນັບມື້ນັບດີຂຶ້ນເມື່ອທຽບໃສ່ໄລຍະກ່ອນ”.

ບ້ານ ຍູ໊ມາ, ຕາແສງ ປາອູ໋, ເມືອງເມື່ອງແຕ່, ແຂວງລາຍເຈົາ, ມີປະຊາຊົນທັງໝົດ 100% ແມ່ນຊາວເຜົ່າ ລາຫູ໋, ເຊິ່ງເຄີຍດຳລົງຊີວິດຢູ່ເຂດພູສູງ, ໃນທ່າມກາງເຂດພູຜາປ່າໄມ້. ໃນຊຸມວັນທຳອິດທີ່ທະຫານໄດ້ມາຂົນຂວາຍ, ພໍ່ແມ່ປະຊາຊົນບໍ່ຮັບຟັງ ແລະ ບໍ່ຢາກເຮັດຕາມ. ຫຼັງຈາກນັ້ນ, ຖັນແຖວຜູ້ມີອິດທິພົນຊື່ສຽງໃນບ້ານໄດ້ເຂົ້າຮ່ວມການຂົນຂວາຍ. ທ່ານ ລີສະປູ, ຜູ້ມີອິດທິພົນຊື່ສຽງຢູ່ບ້ານ ຍູ໋ມາ, ໃຫ້ຮູ້ວ່າ:

“ຕ້້ອງພະຍາຍາມເຮັດຈົນສຸດຄວາມສາມາດເພື່ອຂົນຂວາຍໃຫ້ພໍ່ແມ່ປະຊາຊົນເຂົ້າໃຈ, ສິ່ງໃດເຮັດໄດ້, ສິ່ງໃດເຮັດບໍ່ໄດ້. ເພື່ອຮັບປະກັນຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການພັດທະນາ, ຂ້າພະເຈົ້າພະຍາຍາມຂົນຂວາຍໃຫ້ພໍ່ແມ່ປະຊາຊົນທຳມາຫາກິນ ທຳການຜະລິດ, ມີຊີວິດທີ່ພໍຢູ່ພໍກິນ. ຄາວນັ້ນ, ຍາກທີ່ສຸດແມ່ນຂົນຂວາຍນັກຮຽນໄປໂຮງຮຽນ, ດັ່ງນັ້ນ, ພວກຂ້າພະເຈົ້າພະຍາຍາມໂຄສະນາເຜີຍແຜ່, ຂົນຂວາຍພໍ່ແມ່ປະຊາຊົນໃຫ້ລູກຫຼານໄປໂຮງຮຽນເປັນປະຈຳ”.

ບັນດາການປ່ຽນແປງຂອງຊາວເຜົ່າ ລາຫູ໋, ເມືອງ ເມື່ອງແຕ່, ແຂວງລາຍເຈົາ - ảnh 2ທະຫານປ້ອງກັນຊາຍແດນຊ່ວຍປະຊາຊົນກໍ່ສ້າງເຮືອນຢູ່
(ພາບ: VOV)

ຕາແສງ ປາອູ໋ ມີທັງໝົດ 870 ຄອບຄົວ ແລະ ປະຊາຊົນທັງໝົດ 3.700 ຄົນ, ໃນນັ້ນຊາວເຜົ່າ ລາຫູ໋ ກວມກ່ວາ 98%. ຕາແສງແຫ່ງນີ້ໄດ້ຮັບການຮູ້ຈັກເຖິງແມ່ນເຂດທີ່ທຸກຍາກ ແລະ ຫຼ້າຫຼັງທີ່ສຸດ; ມີຊ່ວງເວລາອັດຕາຄອບຄົວທຸກຍາກກວມ 95%. ຍ້ອນມີກຳລັງທະຫານປ້ອງກັນຊາຍແດນຕັ້ງໜ້າເຂົ້າຮ່ວມ, ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນລົງພູຕັ້ງຖິ່ນຖານຄົງທີ່, ແນະນຳການພັດທະນາບັນດາຮູບແບບການຜະລິດ, ການລ້ຽງສັດ... ດັ່ງນັ້ນ ອັດຕາທຸກຍາກອຶດຫິວ ຫຼຸດແຕ່ກວ່າ 89% ລົງເຫຼືອພຽງ 77% ໃນປີ 2021. ທ້ອງຖິ່ນກໍ່ໄດ້ປູກຝັງໃນເນື້ອທີ່ດິນເກືອບ 300 ເຮັກຕາ ດ້ວຍປະເພດຕ່າງໆຄື: ໂສມ, ໝາກແໜ່ງ, ຕົ້ນແຄ່, ຕົ້ນໝາກກ້ຽງ, ຕົ້ນໝາກໝັ້ນ... ພັນຕີ ໂງວັນເຟືອງ, ຜູ້ຮັບຜິດຊອບບັນຫາການເມືອງ ປ້ອມປ້ອງກັນຊາຍແດນ ປາອູ໋, ເມືອງ ເມື່ອງແຕ່, ໃຫ້ຮູ້ວ່າ:

“ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະ ທະຫານປ້ອງກັນຊາຍແດນ ໄດ້ໂຄສະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມໂດຍກົງໃນການປັບປຸງຮາກຖານການເມືອງ, ວັດທະນະທຳ, ສັງຄົມ; ໂຄສະນາຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍຂອງພັກ, ແນວທາງ, ກົດໝາຍຂອງລັດຢ່າງເຂັ້ມງວດ. ພ້ອມກັນນັ້ນ, ປະຊາຊົນຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມພ້ອມກັບທະຫານປ້ອງກັນຊາຍແດນ ແລະ ທ້ອງຖິ່ນເຂົ້າຮ່ວມການປົກປ້ອງເຂດຊາຍແດນ, ຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງເຂດຊາຍແດນແຫ່ງຊາດ, ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນ”.

ເຮືອນຊານທີ່ໃຫຍ່ໂຕ ແລະ ງາມຕາທີ່ປະກົດມີຢູ່ ປາອູ໋ ນັບມື້ນັບຫຼາຍຂຶ້ນ, ແທນທີ່ໃຫ້ບັນດາເຮືອນຊານທີ່ເກົ່າແກ່ເມື່ອກ່ອນນີ້; ທົ່ງປູກສາລີ, ເຂົ້າ, ໂນນພູປູກຕົ້ນໄມ້ກິນໝາກທີ່ຂຽວອຸ່ມທຸ່ມ… ນັ້ນແມ່ນໂສມໜ້າໃໝ່ຂອງໝູ່ບ້ານຂອງຊາວເຜົ່າ ລາຫູ໋ ໃນທຸກວັນນີ້. ເຖິງວ່າ, ໄລຍະຈະມາເຖິງຍັງຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ການຮ່ວມແຮງຮ່ວມໃຈຂອງອຳນາດການປົກຄອງ ແລະ ບັນດາທະຫານປ້ອງກັນຊາຍແດນໝັ້ນໝາຍຈະນຳມາເຊິ່ງອະນາຄົດທີ່ສົດໃສສວຍງາມ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ຈະນັບມື້ນັບອີ່ມໜຳສຳລານ ແລະ ມີຄວາມຜາສຸກກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ