ຜູ້​ປູກ​ຖົ່ວ​ລຽນ​ຢູ່ ດັກ​ລັກ ຕໍ່​ໜ້າ​ໂອ​ກາດ​ຕະຫຼາດ​ຈີນ ເປີດ​ປະ​ຕູ

(VOVWORLD) - ບັນດາເຂດປູກຖົ່ວລຽນຂອງແຂວງ ດັກລັກ ກະກຽມລະດູການເກັບກ່ຽວຕົ້ນຕໍ, ກົງກັບຈຸດເວລາທີ່ອະນຸສັນຍາວ່າດ້ວຍຂການກັກກັນພະຍາດໃຫ້ໝາກຖົ່ວລຽນເຂົ້າຕະຫຼາດຈີນ ໄດ້ຮັບການລົງນາມ, ຊື່ງໄດ້ເປີດທາງໃຫ້ແກ່ໝາກໄມ້ປະເພດນີ້ ໄດ້ສົ່ງອອກຕາມໂຄຕາ. ນີ້ຖືກຖືວ່າ ແມ່ນໂອກາດໃຫ້ບັນດາວິສາຫະກິດ ແລະ ຊາວກະສິກອນສົ່ງອອກໝາກໄມ້ປະເພດນີ້ຕາມໂຄຕາ ໄປຕະຫຼາດຈີນ.
ຜູ້​ປູກ​ຖົ່ວ​ລຽນ​ຢູ່ ດັກ​ລັກ ຕໍ່​ໜ້າ​ໂອ​ກາດ​ຕະຫຼາດ​ຈີນ ເປີດ​ປະ​ຕູ - ảnh 1

 ທົ່ວລຽນໄດ້ນຳມາເຊິ່ງຄຸນຄ່າເສດຖະກິດສູງໃຫ້ແກ່ ປຊຊ ດັກລັກ (ພາບ: VOV)

   ເຖິງວ່າບໍ່ທັນຮອດລະດູເກັບກ່ຽວຕົ້ນຕໍ ແຕ່ສວນປູກຖົ່ວລຽນໃນເນື້ອທີ່ກ່ວາ 2 ເຮັກຕາຂອງຄອບຄົວເອື້ອຍ ເລທິແທັງທູຍ, ຢູ່ບ້ານບວນຢຸງ, ຕາແສງ ແອອາຢົງ, ເມືອງກຼົງປັກ, ແຂວງດັກລັກ ກໍ່ມີພໍ່ຄ້າຊາວຂາຍມາຖາມຊື້ທຸກມື້. ເອື້ອຍທູຍ ໃຫ້ຮູ້ວ່າ, ລາຄາໝາກຖົ່ວລຽນພວມເພີ່ມຂຶ້ນສູງຕາມແຕ່ລະວັນ ແລະ ພວມໃນລະດັບເກືອບ 50.000 ດົ່ງ/ໂລ, ສູງທົບ 2 ເທົ່າເມື່ອທຽບກັບລະດູກ່ອນ ແລະ ຫວັງວ່າ ຖ້າໄດ້ສົ່ງອອກຕາມໂຄຕາ, ລາຄາໝາກຖົ່ວລຽນຈະມີຄວາມເປັນປົກກະຕິກ່ວາອີກ:

   ລັດໄດ້ເຊັນອະນຸສັນຍາວ່າດ້ວຍຂການກັກກັນພະຍາດໃຫ້ໝາກຖົ່ວລຽນເຂົ້າຕະຫຼາດຈີນ ນັ້ນ ແມ່ນຄອບຄົວຂ້າພະເຈົ້າ ກໍ່ຄືຊາວກະສິກອນມີຄວາມພາກພູມໃຈທີ່ສຸດ. ປີນີ້ລາຄາຂາຍໝາກຖົ່ວລຽນສູງທົບ 2 ເທົ່າ. ຊາວກະສິກອນພວກຂ້າພະເຈົ້າຈະພະຍາຍາມລົງທຶນຊື້ຝຸ່ນອົງຄະທາດ ເພື່ອສົ່ງອອກຕາມມາດຖານ. ແຕ່ກ່ອນແມ່ນໄດ້ຂາຍໃຫ້ພວກພໍ່ຄ້າຊາວຂາຍ, ແລ້ວສົ່ງໄປໃສກໍ່ບໍ່ຮູ້, ລາຄາເໜັງຕີງຕະຫຼອດ.

ຜູ້​ປູກ​ຖົ່ວ​ລຽນ​ຢູ່ ດັກ​ລັກ ຕໍ່​ໜ້າ​ໂອ​ກາດ​ຕະຫຼາດ​ຈີນ ເປີດ​ປະ​ຕູ - ảnh 2

 ທາງໃນບໍບິສັດຫຸ້ນສ່ວນສົ່ງອອກນຳເຂົ້າ ຢຸງທາຍເຊີນ (ພາບ: VOV)

    ບໍ່ພຽງແຕ່ຜູ້ປູກຖົ່ວລຽນເທົ່ານັ້ນ, ບັນດາວິສາຫະກິດເກັບຊຶ້, ປຸງແຕ່ງ, ສົ່ງອອກໝາກຖົ່ວລຽນ ກໍ່ມີຄວາມປິຕິຊົມຊື່ນ ເມື່ອອະນຸສັນຍາ ວ່າດ້ວຍຂການກັກກັນພະຍາດໃຫ້ໝາກຖົ່ວລຽນເຂົ້າຕະຫຼາດຈີນ ໄດ້ຮັບການລົງນາມ. ຕາມທ່ານ ເລແອັງຈຸງ, ຜູ້ອຳນວຍການຮັບຜິດຊອບເຂດວັດຖຸດິບ ບໍລິສັດຫຸ້ນສ່ວນນຳເຂົ້າສົ່ງອອກ ຢຸງທາຍເຊີນ, ຢູ່ຕາແສງ ແອອາແກັງ, ເມືອງກຼົງປັກ, ແຂວງດັກລັກ, ນີ້ແມ່ນໂອກາດທີ່ດີສຳລັບບັນດາວິສາຫະກິດສົ່ງອອກໝາກຖົ່ວລຽນ. ຍ້ອນວ່າ, ກ່ອນທີ່ມີອະນຸສັນຍາສະບັບດັ່ງກ່າວ, ເຖິງວ່າວິສາຫະກິດ ໄດ້ສ້າງລະບົບຮ່ວມສຳພັນແລ້ວ ແລະ ເຮັດລະບຽບການສະໜອງລະຫັດເຂດປູກກໍ່ຕາມ, ແຕ່ໝາກຖົ່ວລຽນຍັງສົ່ງອອກຕາມແບບບໍ່ມີໂຄຕາ ແລະ ຕ້ອງຜ່ານຫຼາຍຂອດເປັນກາງ, ເຮັດໃຫ້ລາຄາເພີ່ມຂຶ້ນສູງ:

   ແຕ່ປີ 2020, ພວກຂ້າພະເຈົ້າໄດ້ຮ່ວມສຳພັນ ເພື່ອສ້າງເຂດວັດຖຸດິບ ດ້ວຍ 33 ລະຫັດເຂດປູກໃຫ້ເນື້ອທີ່ 1160 ເຮັກຕາ. ພ້ອມກັນນັ້ນ ພວກຂ້າພະເຈົ້າມີ 9 ຮາກຖານຫຸ້ມຫໍ່ ດ້ວຍເນື້ອທີ່ເກືອບ 60.000 ມ2, ສາມາດເກັບຊື້ຢູ່ບັນດາເຂດຮ່ວມສຳພັນ ດ້ວຍປະລິມານ 200.000 ໂຕນ/ປີ. ມາຮອດຈຸດເວລານີ້, ພວກຂ້າພະເຈົ້າໄດ້ຮ່ວມສຳພັນກັບ 20 ສະຫະກອນ ດ້ວຍເນື້ອທີ່ກ່ວາ 6000 ເຮັກຕາ. ໃນນັ້ນ, ວຽກງານເຮັດລະບຽບການດ້ານສຳເນົາເອກະສານເຂດວັດຖຸດິບ ເພື່ອໄດ້ຮັບລະຫັດເຂດປູກສຳເລັດກ່ວາ 2500 ເຮັກຕາແລ້ວ.

   ປະຈຸບັນ, ດັກລັກ ມີເນື້ອທີ່ປູກໝາກຖົ່ວລຽນເກືອບ 17.000 ເຮັກຕາ, ໃນນັ້ນມີ 15.000 ເຮັກຕາ ພວມຢູ່ໃນໄລຍະດຳເນີນທຸລະກິດ, ຍອດປະລິມານການຜະລິດແມ່ນ 140.000 ໂຕນ. ສະເລ່ຍແຕ່ລະປີ ມີເຖິງ 70% ປະລິມານໝາກຖົ່ວລຽນໄດ້ສົ່ງອອກໄປຕະຫຼາດຈີນ ຕາມແບບບໍ່ມີໂຄຕາ. ໃນນັ້ນ, ກຼົງປັກ ແມ່ນໜຶ່ງໃນບັນດາເມືອງທີ່ມີເນື້ອທີ່ປູກຖົ່ວລຽນຫຼາຍກ່ວາໝູ່, ດ້ວຍກ່ວາ 4000 ເຮັກຕາ, ປີ 2021, ປະລິມານບັນລຸໄດ້ປະມານ 50.000 ໂຕນ. ທ່ານນາງ ໂງທິມິນຈິງ, ຮອງປະທານຄະນະກຳມະການ ປຊຊ ເມືອງກຼົງປັກ, ແຂວງດັກລັກ ໃຫ້ຮູ້ວ່າ: ເຄື່ອງໝາຍການຄ້າຖົ່ວລຽນ ກຼົງປັກ ໄດ້ຮັບການອາລັກຂາແລ້ວ, ເມື່ອໝາກຖົ່ວລຽນໄດ້ສົ່ງອອກຕາມໂຄຕາ, ທາງເມືອງຈະໝູນໃຊ້ໂອກາດນີ້ໃຫ້ເປັນຢ່າງດີ:

   ໃນໄລຍະຜ່ານມາ, ທາງເມືອງໄດ້ເພີ່ມທະວີຕັ້ງໜ້າສ້າງບັນດາມາດຖານຄື Vietgap ແລ້ວແນະນຳຊາວກະສິກອນວິທີປູກແບບອົງຄະທາດ. ຄຽງຂ້າງນັ້ນ, ເມືອງສືບຕໍ່ຈົດທະບຽນລະຫັດເຂດປູກ, ປະຈຸບັນ, ເມືອງສະໜອງລະຫັດເຂດປູກໄດ້ 1040 ເຮັກຕາແລ້ວ ແລະ ຈະສືບຕໍ່ສະເໜີສະໜອງໃຫ້ໄດ້ປະມານ 1000 ເຮັກຕາຕື່ມອີກ.

   ທ່ານ ຫວູ້ດຶກໂກນ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ດັກລັກ ໃຫ້ຮູ້ວ່າ: ເພື່ອຮັບໂອກາດສົ່ງອອກຕາມໂຄຕາ ໄປຕະຫຼາດຈີນ, ທາງແຂວງ ໄດ້ເອົາໃຈໃສ່ພິເສດ ຕໍ່ການພັດທະນາເຂດວັດຖຸດິບຍືນຍົງ ນັບແຕ່ເມື່ອອະນຸສັນຍາ ເລີ່ມໄດ້ຮັບການສ້າງຂຶ້ນ. ທ່ານ ຫວູ້ດຶກໂກນ ຖືວ່າ, ເພື່ອໃຫ້ໝາກຖົ່ວລຽນຂອງແຂວງດັກລັກ ສົ່ງໄປຈີນ ໄດ້ຢ່າງຍາວນານ, ຍືນຍົງ, ແຕ່ລະທ້ອງຖິ່ນ, ວິສາຫະກິດ, ຊາວກະສິກອນຕ້ອງຍົກສູງຄຸນນະພາບ, ລະດັບສີມືອາຊີບໃນການໝູນໃຊ້ລະບົບຄຸນຄ່າຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ, ຂໍ້ກຳນົດລະບຸໄວ້ໃນອະນຸສັນຍາ ໃຫ້ເປັນຢ່າງດີ:

     ຝ່າຍຈີນ ໄດ້ຮັບຮູ້ລະຫັດເຂດປູກ, ລະຫັດຮາກຖານຫຸ້ມຫໍ່, ພ້ອມກັບການລົງນາມໃນອະນຸສັນຍາ ພຽງແຕ່ແມ່ນເງື່ອນໄຂທີ່ຕ້ອງການເທົ່ານັ້ນ, ສ່ວນເພື່ອໃຫ້ຜະລິດຕະພັນ, ສິນຄ້າຂອງພວກເຮົາສົ່ງອອກໄປຈີນ ໄດ້ ນັ້ນຕ້ອງມີການກວດກາຕີລາຄາ, ໄດ້ຮັບການຮັບຮູ້. ເພື່ອໃຫ້ໝາກຖົ່ວລຽນສົ່ງອອກໄປຈີນ ໄດ້ຢ່າງຍາວນານ, ຕ້ອງມີການສູ້ຊົນຢ່າງຕໍ່ເນື່ອງ, ຈາກຂອດການຜະລິດ, ບົວລະບັດການຫຸ້ມຫໍ່, ຕະຫຼອດຮອດການຂົນສົ່ງ, ຕ້ອງປະຕິບັດຕາມຂໍ້ກຳນົດຂອງປະເທດນຳເຂົ້າ.

   ແຂວງດັກລັກ ມີວິວັດການກະກຽມຢ່າງລະອຽດພໍສົມຄວນ ເພື່ອສົ່ງອອກໝາກຖົ່ວລຽນຕາມໂຄຕາ. ເມື່ອອະນຸສັນຍາວ່າດ້ວຍຂການກັກກັນພະຍາດໃຫ້ໝາກຖົ່ວລຽນເຂົ້າຕະຫຼາດຈີນ ໄດ້ຮັບການລົງນາມ, ກໍ່ແມ່ນຂີດໝາຍແຫ່ງບາດກ້າວເດີນສຳຄັນ ເພື່ອໃຫ້ໝາກຖົ່ວລຽນຫວຽດນາມ ສາມາດສົ່ງອອກໄປໄກ. ເພື່ອຂຸດຄົ້ນບັນດາຕະຫຼາດຕ່າງປະເທດໃຫ້ເຫັນຢ່າງດີ, ໂດຍສະເພາະແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຄື ຈີນ ໄດ້ຢ່າງຍາວນານນັ້ນ, ທາງແຂວງດັກລັກ ພວມມານະພະຍາຍາມໂຄສະນາເຄື່ອງໝາຍການຄ້າ, ໝູນໃຊ້ເຕັກໂນໂລຊີເຂົ້າໃນວິທີປູກ, ບົວລະບັດໝາກຖົ່ວລຽນ, ກໍ່ຄືການປະຕິບັດບັນດາເນື້ອໃນຂອງອະນຸສັນຍາຢ່າງຄົບຖ້ວນ. ນີ້ແມ່ນກຳລັງໜູນ, ທັງແມ່ນໂອກາດເພື່ອໃຫ້ຂະແໜງຖົ່ວລຽນຂອງແຂວງ ດັກລັກເວົ້າສະເພາະ, ຫວຽດນາມ ເວົ້າລວມ, ພັດທະນາຢ່າງມີແບບມີແຜນ ແລະ ຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ