ຫວິ້ງ​ຝຸກ ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ດ້ວຍ​ກະ​ສິ​ກຳ​ທັນ​ສະ​ໄໝ

(VOVWORLD) -   ປະຈຸບັນ, ແຂວງ ຫວິ້ງຝຸກ ມີ 19 ໝູ່ບ້ານອາຊີບມູນເຊື້ອ ດ້ວຍສະຫະກອນ 235 ແຫ່ງໄດ້ເຄື່ອນໄຫວໃນຂົງເຂດກະສິກຳ. ແຂວງ ຫວິ້ງຝຸກ ຍັງມີບາງເຂດຜະລິດກະສິກຳສິນຄ້າລວມສູນທີ່ມີຂອບຂະໜາດໃຫ່ຍ, ພັດທະນາຮອບດ້ານພໍສົມຄວນ. ນີ້ແມ່ນຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ ເພື່ອໃຫ້ບັນດາອົງການ, ສ່ວນບຸກຄົນເຂົ້າຮ່ວມໂຄງການໜຶ່ງຕາແສງ ໜຶ່ງະລິດຕະພັນ (OCOP),  ສ້າງເປັນບັນດາຜະລິດຕະພັນທີ່ມີມູນຄ່າ, ມີກຳລັງແກ້ງແຍ້ງໃນທ້ອງຕະຫຼາດ.
ຫວິ້ງ​ຝຸກ ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ດ້ວຍ​ກະ​ສິ​ກຳ​ທັນ​ສະ​ໄໝ - ảnh 1

 ປະລິດເຫັດຢູ່ ບໍລິສັດເຫັດ ຝຸ່ງຢາ ຈຳກັດ (ພາບ: VOV)

   ປີ 2017, ສາມອ້າຍນ້ອງນາມສະກຸນ ຝຸ່ງ ຢູ່ເມືອງບິ່ງຊວຽນ, ແຂວງຫວິ້ງຝຸກ ໄດ້ຕົກລົງສ້າງຕັ້ງບໍລິສັດປູກເຫັດ ຕາມຮູບແບບກະສິກຳທັນສະໄໝ. ນັບແຕ່ເມື່ອຫາກໍ່ສ້າງຕັ້ງຂຶ້ນ, ບໍລິສັດເຫັດ ຝຸ່ງຢາ ຈຳກັດ ກໍ່ຄືກັນກັບບໍລິສັດ start up  ອື່ນໆຫຼາຍແຫ່ງ ກໍ່ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ມາຮອດປະຈຸບັນ, ພາຍຫຼັງໄດ້ເຄື່ອນໄຫວມາເປັນເວລາເກືອບ 6 ປີ, ທາງບໍລິສັດສາມາດເກັບກ່ຽວເຫັດໄດ້ 2 ໂຕນ/ມື້, ລາຍຮັບໄດ້ກ່ວາ 60 ຕື້ດົ່ງ/ປີ (2.6 ລ້ານ USD). ອ້າຍ ຝຸ່ງດຶກເກື່ອງ, ຮອງຜູ້ອຳນວຍການ ບໍລິສັດເຫັດ ຝຸ່ງຢາ ຈຳກັດ ໃຫ້ຮູ້ວ່າ: ຜະລິດຕະພັນເຫັດຂອງບໍລິສັດ ໄດ້ຜະລິດຕາມມາດຖານ VietGap. ປະຈຸບັນ, ເຫັດຂອງບໍລິສັດບັນລຸໃບຢັງຢືນ OCOP 4 ດາວ, ສະນັ້ນ ຈະສາມາດໂຄສະນາເຄື່ອງໝາຍການຄ້າ ແລະ ພັດທະນາຕະຫຼາດໄດ້ຢ່າງງ່າຍດາຍ:

   ເມື່ອເຂົ້າຮ່ວມໂຄງການ OCOP, ທາງບໍລິສັດກໍ່ສູ້ຊົນບັນລຸບັນດາຄາດໝາຍທີ່ໄດ້ວາງອອກ. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບການໜູນຊ່ວຍດ້ານທຶນຮອນ, ລະບຽບການຕ່າງໆ ເພື່ອເປີດກ້ວາງຂອບຂະໜາດການຜະລິດ.

ຫວິ້ງ​ຝຸກ ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ດ້ວຍ​ກະ​ສິ​ກຳ​ທັນ​ສະ​ໄໝ - ảnh 2

 ຜະລິດຕະພັນຈາກນ້ຳເຜິ້ງ (ພາບ: VOV)

    ໂດຍແມ່ນໜຶ່ງໃນບັນດາຫົວໜ່ວຍທີ່ໄດ້ເຂົ້າຮ່ວມໂຄງການ OCOP, ປະຈຸບັນ, ບໍລິສັດຫຸ້ນສ່ວນ ເຜິ້ງ ຕາມດາວ ຢູ່ຕາແສງດ້າວດຶກ, ເມືອງບິງຊວຽນ, ແຂວງຫວິ້ງຝຸກ ມີ 13 ຜະລິດຕະພັນທີ່ໄດ້ຮັບໃບຢັ້ງຢືນຜະລິດຕະພັນ OCOP ບັນລຸຄຸນະພາບ 4 ດາວ, ຜະລິດໃນຕ່ອງໂສ້ບັນລຸໃບຢັ້ງຢືນ GMP ສະບຽງອາຫານ (ໃບຢັ້ງຢືນການປະຕິບັດການຜະລິດທີ່ດີ). ແຕ່ລະປີ, ບໍລິສັດດັ່ງກ່າວໄດ້ຈຳໜ່າຍນ້ຳເຜິ້ງຢູ່ຕະຫຼາດພາຍໃນປະເທດປະມານ 160 ໂຕນ ແລະ ສົ່ງອອກປະມານ 600 ໂຕນ. ຕາມທ່ານ ເຈິ່ນວັນຕຸຍ, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນ ເຜິ້ງ ຕາມດາວ ແລ້ວ, ໂຄງການ OCOP ໄດ້ນຳມາເຊິ່ງບັນດາຄຸນຄ່າທີ່ຕັ້ງໜ້າ, ຍົກລະດັບເຄື່ອງໝາຍການຄ້າຜະລິດຕະພັນຂອງບໍລິສັດ:

     ໃນ 2 ປີມານີ້, ປະສິທິຜົນທີ່ໄດ້ນຳມາໃຫ້ ແມ່ນຈະແຈ້ງທີ່ສຸດ ນັ້ນແມ່ນຜູ້ບໍລິໂພກ ໄດ້ຮູ້ຈັກເຖິງຜະລິດຕະພັນໃນໂຄງການ OCOP ແລະ ມີຄວາມເຊື່ອໝັ້ນຕໍ່ຜະລິດຕະພັນຄຸນນະພາບ 4 ດາວ ແມ່ນສູງທີ່ສຸດ. ວິສາຫະກິດສົ່ງສິນຄ້າເຂົ້າໄປຂາຍຢູ່ບັນດາຮ້ານສັບພະສິນຄ້າກໍ່ມີທ່າໄດ້ປຽບ.

    ເມື່ອບໍ່ທັນມີໂຄງການ OCOP, ບັນດາຜະລິດຕະພັນກະເສດຢູ່ແຂວງ ຫວິ້ງຝຸກ ມີລັກສະນະຍ່ອຍໆ, ກະແຈກກະຈາຍ, ບໍ່ທັນມີຫຼາຍຄົນໄດ້ຮູ້ຈັກເຖິງ. ມາຮອດປະຈຸບັນ, ພາຍຫຼັງໄດ້ປະຕິບັດໂຄງການເປັນເວລາ 4 ປີ, ທົ່ວແຂວງ ຫວິ້ງຝຸກ ມີ 105 ຜະລິດຕະພັນກະເສດທີ່ບັນລຸໃບຢັ້ງຢືນ OCOP, ໃນນັ້ນ ມີ 26 ຜະລິດຕະພັນບັນລຸມາດຖານ OCOP 4 ດາວ (ລະດັບສູງສຸດ) ແລະ 79  ຜະລິດຕະພັນບັນລຸມາດຖານ OCOP 3 ດາວ.

   ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ໃນຕົວຈິງ, ການຜັນຂະຫຍາຍ ໂຄງການ OCOP ຢູ່ຫວິ້ງຝຸກ ຍັງມີຂໍ້ຂາດຕົກບົກຜ່ອງ, ຄວາມຈຳກັດຫຼາຍຢ່າງ. ໜ້າສົນໃຈແມ່ນ ກົນໄກ, ນະໂຍບາຍໜູນຊ່ວຍໃຫ້ແກ່ ໂຄງການ OCOP ແມ່ນ ແມ່ນໄດ້ປະສົມຄວບຄູ່ກັບຫຼາຍນະໂຍບາຍອື່ນໆ, ເຖິງວ່າມີຄວາມຄົບຖ້ວນພໍສົມຄວນແລ້ວກໍ່ຕາມ ແຕ່ຍັງຂາດລັກສະນະຄົບຊຸດ, ພາໄປເຖິງຄວາມສັບສົນ ແລະ ຫຍຸ້ງຍາກໃນການຜັນຂະຫຍາຍປະຕິບັດ. ວຽກງານສົ່ງເສີມການຄ້າຜະລິດຕະພັນ OCOP ໃນບໍລິເວນແຂວງ ຫວິ້ງຝຸກ ແມ່ນຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່, ບໍ່ມີຍຸດທະສາດ, ການກຳນົດລະອຽດ, ດັ່ງນັ້ນ ບໍ່ທັນສ້າງເຄື່ອງໝາຍການຄ້າ ແລະ ສົ້ນອອກເປັນປົກກະຕິໃຫ້ບັນດາຜະລິດຕະພັນໄດ້. ທ່ານ ຝຸ່ງຊວນຕຽນ ຮອງຫົວໜ້າຫ້ອງການປະສານງານການກໍ່ສ້າງຊົນນະບົດໃໝ່ແຂວງ ຫວິ້ງຝຸກ ຖືວ່າ: ບັນດາຂັ້ນ ຂະແໜງການ ໄດ້ເອົາໃຈໃສ່ທີ່ສຸດຕໍ່ການສ້າງຄຸນຄ່າຜະລິດຕະພັນກະເສດໃຫ້ບັນລຸມາດຖານ OCOP ແລະ ຮັກສາຄຸນນະພາບບັນດາຜະລິດຕະພັນທີ່ບັນລຸໃບຢັງຢືນ:

   ທາງຫ້ອງການກໍ່ມີແຜນການສົມທົບກັບບັນດາພະແນກ ຂະແໜງການທີ່ກ່ຽວຂ້ອງ ໄປກວດກາການນຳໃຊ້ສະແຕມຂອງຜະລິດຕະພັນ, ຊ້ຳບໍ່ໜຳແມ່ນຈະໄປກວດກາບັນດາຜະລິດຕະພັນທີ່ບັນລຸໃບຢັ້ງຢືນມາດຖານ OCOP ໂດຍບໍ່ແຈ້ງກ່ອນ ວ່າຈະຮັບປະກັນຫຼືບໍ່, ຖ້າບໍ່ໄດ້ຮັບການຮັບປະກັນ ຈະມີມາດຕະການແກ້ໄຂ ສະເໜີເກັບຄືນຜະລິດຕະພັນນັ້ນ.

   ໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ ເພື່ອແນໃສ່ການພັດທະນາເສດຖະກິດເຂດຊົນນະບົດ,  ຊຸກຍູ້ພັດທະນາບັນດາຜະລິດຕະພັນກະເສດ ຈາກແຫຼ່ງກຳລັງຂອງທ້ອງຖິ່ນ. ນີ້ພວມແມ່ນທິດເດີນຂອງແຂວງ ຫວິ້ງຝຸກ ໃນໄລຍະພັດທະນາເສດຖະກິດກະສິກຳ ຕາມທິດທັນສະໄໝ, ຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ