ອາ​ຊີບເຮັດ​​ເຂົ້າຂຽບ ມີ​ອາ​ຍຸກວ່າ 200 ປີ ຢູ່ ເກີນ​ເທີ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

(VOVWORLD) - ອາຊີບເຮັດເຂົ້າຂຽບຢູ່ຕາແສງ ທ້ວນຮຶງ, ເມືອງ ທົດນົດ, ນະຄອນ ເກນເທີ ຂອງ ຫວຽດນາມ ຫາກໍໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ໃນຂົງເຂດອາຊີບຫັດຖະກຳທີ່ເປັນມູນເຊື້ອ. ໝູ່ບ້ານເຂົ້າຂຽບ ທ້ວນຮຶງ ແມ່ນໝູ່ບ້ານອາຊີບແຫ່ງທຳອິດຂອງເກີນເທີ ທີ່ເປັນກຽດໄດ້ຮັບການຮັບຮອງດັ່ງກ່າວ. ນີ້ແມ່ນຄວາມເອກອ້າງທະນົງໃຈສຳລັບພໍ່ແມ່ປະຊາຊົນໃນໝູ່ບ້ານອາຊີບ ທີ່ໄດ້ສ້າງຕັ້ງ ແລະ ພັດທະນາ ມາເປັນເວລາວ່າ 200 ປີ.
ອາ​ຊີບເຮັດ​​ເຂົ້າຂຽບ ມີ​ອາ​ຍຸກວ່າ 200 ປີ ຢູ່ ເກີນ​ເທີ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ​ເປັນ​ວັດ​ຖຸ​ລະ​ດັບ​ຊາດ - ảnh 1ໝູ່ບ້ານອາຊີເຮັດເຂົ້າຂຽບ ທ້ວນຮຶງ

ໝູ່ບ້ານອາຊີເຮັດເຂົ້າຂຽບ ທ້ວນຮຶງ, ຕັ້ງຢູ່ບໍລິເວນເມືອງ ທົດນົດ, ຫ່າງຈາກໃຈກາງນະຄອນ ເກີນເທີ ປະມານ 40 ກິໂລເມັດ, ເຊິ່ງເປັນສະຖານທີ່ຢ້ຽມຊົມທີ່ໜ້າປະທັບໃຈພໍສົມຄວນສຳລັບແຂກທ່ອງທ່ຽວ ເມື່ອມາເຂດດິນແດນທາງທິດຕາເວັນຕົກ. ພໍເຂົ້າໄປໝູ່ບ້ານແຫ່ງນີ້, ກໍເຫັນມີກິ່ນຫອມຂອງແປ້ງເຂົ້າ, ກິ່ນໝາກພ້າວ ແລະ ກິ່ນຄວັນໄຟຈາກເຕົາເຮັດເຂົ້າຂຽບ. ສ່ວນຢູ່ລຽບຕາມເສັ້ນທາງບ້ານ ມີແຜ່ນເຂົ້າຂຽບໄດ້ຈັດຕາກເປັນລະບຽບຄືດັ່ງເສັ້ນໄໝສີຂາວທີ່ຄົດໂງໄປຕາມເສັ້ນທາງ ສະຫຼັບກັບຮົ່ມຕົ້ນໄມ້ສີຂຽວທີ່ຕ້ອງໃສ່ໜ້າທາງນັ້ນ ໃດ້ສ້າງເຂດຊົນນະບົດແຫ່ງນີ້ງາມເໝືອນດັ່ງພາບແຕ້ມ.

ປະຊາຊົນໃນໝູ່ບ້ານ ກໍບໍ່ຮູ້ແນ່ວ່າ ອາຊີບນີ້ໄດ້ມີມາແຕ່ປີໃດ, ພຽງແຕ່ຮູ້ວ່າ ມັນໄດ້ຖ່າຍທອດແຕ່ເສັ່ນຄົນນີ້ສູ່ເສັ່ນຄົນອື່ນ ໄດ້ປະມານກວ່າ 200 ປີ ເຊິ່ງຜ່ານໄລຍະຕ່າງຄົບທຸກຮູບແບບ. ໂດຍເລີ່ມຈາກບັນດາຄອບຄົວເຮັດຂະໜາດນ້ອຍໃນເບື້ອງຕົ້ນ ແລະ ຄ່ອຍໆໄດ້ຮັບຄວາມນິຍົມຈາກຕະຫຼາດ, ບັນດາຄອບຄົວຢູ່ອ້ອມຂ້າງ ກໍເລີ່ມເຂົ້າຮ່ວມລະບົບສະໜອງ. ເຂົ້າຂຽບ ທ້ວນຮຶງ ໄດ້ເຮັດຕາມເຄັດລັບສະເພາະຂອງແຕ່ລະຄອບຄົວ ເຊິ່ງບໍ່ມີໝູ່ບ້ານແຫ່ງໃດຄືກັນໄດ້. ບັນດາຂັ້ນຕອນເຮັດເຂົ້າຂຽບ ລ້ວນແຕ່ໄດ້ປະຕິບັດຢ່າງລະອຽດລະອໍ ແລະ ຮຽກຮ້ອງຕ້ອງມີຄວາມຊັດເຈນດ້ວຍປະສົບການຫຼາຍປີຂອງຜູ້ເຮັດ. ອ້າຍ ເຈິ່ນແທງເຕິມ, ເຈົ້າຂອງຮາກຖານຜະລິດເຂົ້າຂຽບ ທີເທີ ກໍເປັນລຸ້ນທີ 3 ຂອງຄອບຄົວທີ່ີເຮັດອາຊີບນີ້ໃຫ້ຮູ້ວ່າ, ບັນດາຄອບຄົວໃນບ້ານ ລ້ວນແຕ່ຜະລິດຕາມຂັ້ນຕອນແບບຄົບວົງຈອນ ນັບແຕ່ຂັ້ນຕອນຊື້ວັດຖຸດິບ, ການປຸງແຕ່ງໃນເບື້ອງຕົ້ນຕະຫຼອດຮອດໄລຍະຜະລິດອອກເປັນຜະລິດຕະພັນສຳເລັດຮູບ. ອ້າຍ ເຕິມ ແບ່ງປັນສູ່ຟັງວ່າ:

“ເຂົ້າຂຽບ ປະກອບມີວັດຖຸດິບຕົ້ນຕໍແມ່ນເຂົ້າສານ. ເຂົ້າໄດ້ໝ່າກ່ອນ ແລ້ວເອົາໄປບົດເລີຍ ຈຶ່ງຈະຮັບປະກັນໄດ້ຄວາມແຊບນົວ. ຫຼັງຈາກນັ້ນ ຕ້ອງຂູດໝາກພ້າວ, ບົດໝາກພ້າວ ແລະ ຕ້ອງເອົານ້ຳກະທິ ເພື່ອເຮັດເຂົ້າຂຽບ... ແລ້ວຕ້ອງຜ່ານ 3 4 ຂັ້ນຕອນຕື່ມອີກຈຶ່ງຈະເອົາໄປເຕົາເຮັດເປັນເຂົ້າຂຽບ”.

ອາ​ຊີບເຮັດ​​ເຂົ້າຂຽບ ມີ​ອາ​ຍຸກວ່າ 200 ປີ ຢູ່ ເກີນ​ເທີ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ​ເປັນ​ວັດ​ຖຸ​ລະ​ດັບ​ຊາດ - ảnh 2ອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຫຼາຍຄົນ

ປັດຈຸບັນ, ຢູ່ໝູ່ບ້ານເຂົ້າຂຽບ ທ້ວນຮຶງ ມີທັງໝົດ 75 ຄອບຄົວຜະລິດເປັນປະຈຳ ແລະ 41 ຄົວຄອບຜະລິດເປັນໄລຍະ. ບັນດາຄອບຄົວສ່ວນໃຫຍ່ແມ່ນຜະລິດດ້ວຍມື ແລະ ນຳໃຊ້ເຕົາຂີ້ແກບ. ເຖິງຢ່າງໃດກໍຕາມ, ຍັງມີບາງຄອບຄົວໄດ້ລົງທຶນຜະລິດເຂົ້າຂຽບດ້ວຍເຄື່ອງຈັກທີ່ທັນສະໄໝ ເພື່ອປະຢັດແຮງງານ, ຍ້ອນເຫດນັ້ນ ສະມັດຕະພາບການຜະລິດ ແລະ ລາຍໄດ້ກໍສູງກວ່າ. ພ້ອມດຽວກັນນັ້ນ, ເພື່ອໃຫ້ເຄື່ອງໝາຍການຄ້າເຂົ້າຂຽບ ທ້ວນຮຶງ ໄດ້ເປັນທີ່ຮູ້ຈັກຂອງຜູ້ບໍລິໂພກນັບມື້ນັບຫຼາຍນັ້ນ, ບັນດາຄອບຄົວທີ່ມີປະສົບການເຮັດມາຫຼາຍປີແລ້ວ ຍັງເຂົ້າຮ່ວມງານບຸນອາຫານການກິນ ທັງຢູ່ພາຍໃນ ແລະ ຕ່າງແຂວງ ອີກດ້ວຍ. ຫວ່າງມໍ່ໆມານີ້, ໃນງານບຸນເຂົ້າໜົມພື້ນເມືອງພາກໃຕ້ ຫວຽດນາມ ປີ 2023 ທີ່ຈັດຂຶ້ນຢູ່ ເກີນເທີ ແຕ່ວັນທີ 28 ເມສາ ຫາວັນທີ 2 ພຶດສະພາ, ທ່ານນາງ ຮ່າທິເຊົ໊າ, ຜູ້ທີ່ເຮັດເຂົ້າຂຽບມາເປັນເວລາກວ່າ 30 ປີ ກໍໄດ້ເຂົ້າຮ່ວມເຊັ່ນດຽວກັນ.

“ນັບແຕ່ປີ 2015 ມາຮອດປັດຈຸບັນ, ປີໃດຂ້າພະເຈົ້າກໍໄດ້ເຂົ້າຮ່ວມງານບຸນເຂົ້າໜົມ. ໃນງານບຸນນັ້ນ, ຂ້າພະເຈົ້າທັງເຮັດເຂົ້າໜົມ, ທັງຂາຍ, ມ່ວນຫຼາຍ. ກໍຍ້ອນເຂົ້າຮ່ວມຫຼາຍງານບຸນແບບນີ້, ອາຊີບເຮັດເຂົ້າຂຽບຂອງໝູ່ບ້ານ ຈຶ່ງນັບມື້ນັບມີຫຼາຍຄົນຮູ້ຈັກເຖິງ ແລະ ພັດທະນາກວ່າອີກ. ພວກຂ້າພະເຈົ້າກໍຮູ້ສຶກດີໃຈຫຼາຍ”.

ອາດເວົ້າໄດ້ວ່າ ຄວາມມານະພະຍາຍາມໃນການຮັກສາ ແລະ ພັດທະນາອາຊີບພື້ນເມືອງທີ່ໄດ້ຖ່າຍທອດກັນມາເປັນຫຼາຍເສັ່ນຄົນນັ້ນ ໄດ້ຊ່ວຍປ່ຽນໂສມໜ້າໃໝ່ໃຫ້ໝູ່ບ້ານເຂົ້າຂຽບ ທ້ວນຮຶງ. ປະລິມານຜະລິດຕະພັນໄດ້ຈຳໜ່າຍ ແລະ ລາຍຮັບທີ່ບັນລຸໄດ້ກໍເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ໄລ່ສະເພາະປີ 2022, ລາຍຮັບທັງປີຂອງບັນດາຄອບຄົວທັງໝົດທີ່ເຮັດເຂົ້າຂຽບໃນບ້ານ ບັນລຸປະມານ 68 ຕື້ດົ່ງ (ເກືອບ 3 ລ້ານ USD), ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນຫຼາຍຄົນ. ນອກຈາກຈຳໜ່າຍຢູ່ພາຍໃນປະເທດແລ້ວ, ເຂົ້າຂຽບ ທ້ວນຮຶງ ຍັງໄດ້ນຳໄປຂາຍຢູ່ ກຳປູເຈຍ ແລະ ເປັນຂອງຕ້ອນຂອງຝາກທີ່ໄດ້ຮັບຄວາມນິຍົມຈາກຊາວຕ່າງປະເທດອີກດ້ວຍ.

ຕາມທ່ານນາງ ດ່າວທິແທງຖຸຍ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ເກີນເທີ ແລ້ວ, ເລື່ອງໝູ່ບ້ານເຂົ້າຂຽບ ທ້ວນຮຶງ ກາຍເປັນສະຖານທີ່ທຳອິດຂອງນະຄອນ ໄດ້ຮັບການຮັບຮອງວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດນັ້ນ ກໍໄດ້ຢັ້ງຢືນຄຸນຄ່າປະຫວັດສາດທີ່ມີມາແຕ່ດົນນານຂອງອາຊີບນີ້.  ໄລຍະຜ່ານມາ, ອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຫຼາຍຄົນ. ພ້ອມດຽວກັນນັ້ນ, ໝູ່ບ້ານອາຊີບແຫ່ງນີ້ ກໍໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກຂອງທ້ອງຖິ່ນ, ປະກອບສ່ວນພັດທະນາເສດຖະກິດການທ່ອງທ່ຽວຂອງທ້ອງຖິ່ນອີກດ້ວຍ.

ໃນໄລຍະຈະມາເຖິງ, ພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວແຂວງ ຈະສົມທົບກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ສືບຕໍ່ຜັນຂະຫຍາຍບັນດາໂຄງການເປົ້າໝາຍໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້. ພ້ອມທັງ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນຮູ້ກ່ຽວກັບໝູ່ບ້ານອາຊີບນີ້ຢ່າງກວ້າງຂວາງ, ຈາກນັ້ນ, ກໍຮັບໃຊ້ໃຫ້ການເຄື່ອນໄຫວຕ່າງໆທີ່ນຳມາເຊິ່ງມູນຄ່າດ້ານເສດຖະກິດ - ສັງຄົມ ກໍຄື ປະຕິບັດວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຂອງໝູ່ບ້ານອີກດ້ວຍ”.

ເຂົ້າຂຽບ ທ້ວນຮຶງ ນັບມື້ນັບໄດ້ໄປຮອດໄປເຖິງມືຜູ້ບໍລິໂພກໃນທົ່ວປະເທດ. ຍ້ອນມີຍຸດທະສາດທີ່ເປັນເອກະລັກສະເພາະໃຫ້ແກ່ໝູ່ບ້ານທີ່ເປັນມູນເຊື້ອຂອງທ້ອງຖິ່ນ, ຫວັງວ່າ ອາຊີບເຮັດເຂົ້າຂຽບ ທ້ວນຮຶງ ຈະສືບຕໍ່ພັດທະນາ, ນຳມາເຊິ່ງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ, ຈາກນັ້ນ, ຊາວທ້ອງຖິ່ນຈະພະຍາຍາມອະນຸລັກຮັກສາອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້ໄວ້./.

ຕອບກັບ

ຂ່າວ/ບົດ​ອື່ນ