ອາ​ຊີບ​ເຮັດ​ເຂົ້າ​ໜົ​ມ​ເປ໊ຍ ທີ່​ເປັນ​ມູນ​ເຊື້ອ​ຢູ່​ແຂ​ວງ ຊອັກ​ຈັງ

(VOVWORLD) -      ໄປຢາມແຂວງ  ຊອັກຈັງ ທາງພາກໃຕ້ ຫວຽດນາມ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ເຫັນປະຈັກຕາບັນດາວັດວາອາຮາມເກົ່າແກ່ຂອງພໍ່ແມ່ປະຊາຊົນ ຊາວເຜົ່າຂະແມ ຢູ່ທາງພາກໃຕ້ ຫຼື ເຊື່ອມຕົວເຂົົ້າກັບບັນດາງານບຸນທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ເບີກບານມ່ວນຊື່ນເທົ່ານັ້ນ ຫາກຍັງໄດ້ຊີມບັນດາສິ່ງທີ່ເປັນເອກະລັກຂອງທ້ອງຖິ່ນທີ່ເຂັ້ມຂຸ້ນໄປດ້ວຍສີສັນການປະສົມປະສານກັນລະຫວ່າງພື້ນຖານວັດທະນະທຳບັນດາຊົນເຜົ່າ ກິງ, ຮວາ (ຈີນ), ຂະແມ ຄື ເຂົ້າປຸ້ນນ້ຳແລ່ວ, ໄສ້ອົ່ວໄສ້ກອກ, ເຂົ້າໜົມເປ໊ຍ, ເຂົ້າໜົມໜາກງາ ແມ່ລ໊າວ, ເຂົ້າໜົມຈືນ ບັນກ໊ອງ… ໃນນັ້ນ ມີເຍື່ອງເຂົ້າໜົມເປ໊ຍ ໄດ້ຂ້າມຊາຍແດນ ເພື່ອມີໜ້າຢູ່ແຫ່ງຕ່າງໆໃນໂລກ.

        ໃນສະຕະວັດທີ XVII, ຊາວ ໝິງຊຽງ (ຈີນ) ຈຳນວນໜຶ່ງ ເມື່ອອົບພະຍົບມາ ຫວຽດນາມ ເພື່ອຫົບໄພສົງຄາມຍາດແຍ່ງຊີງບັນລັງ ກໍໄດ້ຖືເອົາທັງບັນດາວັດຖຸສິ່ງຂອງທີ່ເປັນເອກະລັກທ້ອງຖິ່ນເພື່ອແຕ່ງເປັນສະບຽງອາຫານມານຳ, ໜຶ່ງໃນນັ້ນແມ່ນເຂົ້າໜົມ “ເປ໊ຍ” ເຊິ່ງທີ່ເປັນທີ່ຮູ້ຈັກຂອງປະຊາຊົນໃນປັດຈຸບັນ. ເມື່ອອະທິບາຍກ່ຽວກັບຕົ້ນກຳເນີດຂອງເຂົ້າໜົມປະເພດນີ້ . ທ່ານ ປະລິນຍາເອກ ຈິ໋ງກົງລີ໊ ປະທານສະມາຄົມວິທະຍາສາດປະຫວັດສາດ ຊອັກຈັງ ໃຫ້ຮູ້ວ່າ:

        “ພາກໃຕ້ມີຊື່ສຽງຮຽງນາມຍດ້ວຍເຫດການ ເຈົ້າກະສັດ ຫງວຽນ ຍອມອະນຸຍາດໃຫ້ບັນດາພົນທະຫານ ລາຊະວົງໝິງ ໃນຂະບວນການຕໍ່ຕ້ານ ລາຊະວົງຊິງ ແລະ ຮັບໃຊ້ ລາຊະວົງໝິງ ແຕ່ເຂົາເຈົ້າບໍ່ສາມາດຟື້ນຟູສຳເລັດ ສະນັ້ນ ເຂົາເຈົ້າໄດ້ລົງໄປດຳລົງຊີວິດຢູ່ພາກໃຕ້.ມີນາຍທະຫານກອງທະຫານຂອງເຈິ່ນເຖື້ອງຊວຽນ ປະມານ 3.000 ຄົນ ໄດ້ຖືກ ເຈົ້າກະສັດຫງວຽນ ຈັດໃຫ້ໄປຢູ່ ໝີ໊ທໍ, ບຽນຮວ່າ ແຕ່ປີ 786. ໃນຈຳນວນນັ້ນ ມີທັງຊາວຈີນ ໄປນຳອີກ. ອາດຈະແມ່ນເຂົາເຈົ້າເອງ ໄດ້ສ້າງອາຊີບຢູ່ເຂດ ວູ໊ງເທີມ, ເຂົາເຈົ້າເຫັນເຂດນີ້ ອາດສາມາດເປັນບ່ອນປັກຫຼັກຖິ່ນຖານເພື່ອພັດທະນາອາຊີບເຮັດ ເຂົ້າໜົມເປ໊ຍ ຂອງຕົນ”.

ອາ​ຊີບ​ເຮັດ​ເຂົ້າ​ໜົ​ມ​ເປ໊ຍ ທີ່​ເປັນ​ມູນ​ເຊື້ອ​ຢູ່​ແຂ​ວງ ຊອັກ​ຈັງ - ảnh 1 ຢູ່ ຊອັກຈັງ ມີປະມານ 50 ຄອບຄົວເຮັດເຂົ້າໜົມ ເປ້ຍ (ພາບ: thanhnien.vn)

        ໃນຊີວິດປະຈຳວັນ, ບັນດາຊາວ ມິງເຮືອງ ຍັງເຮັດເຂົ້າໜົມເປ໊ຍ ຕາມຄວາມຕ້ອງການຂອງຄອບຄົວ ແລະ ກໍແມ່ນການຮັກສາຄວາມມຸ່ງຫວັງຢາກກັບເມືອຫາບ້ານເກີດເມືອງນອນຂອງຕົນ. ໝູ່ບ້ານ ວູ໊ງເທີມ, ຕາແສງ ໝີ໊ເຕິມ, ເມືືອງ ໝີ໊ຕູ໋, ແຂວງ ຊ໋ອກຈັງ ໄດ້ຮັບຖືວ່າແມ່ນບ່ອນກຳເນີດອາຊີບເຮັດເຂົ້າໜົມເປ໊ຍ. ເມື່ອກ່ອນ ບັນດາເຕົາເຂົ້າໜົມ ລ້ວນແຕ່ເຕົ້າໂຮມກັນຢູ່ແຫ່ງນີ້, ປົກກະຕິ ຈະເຮັດເຂົ້າໜົມໃນວັນບຸນໄຫວ້ພະຈັນ ແລະ ວັນບຸນອື່ນໆ.

        ປັດຈຸບັນ, ຊອັກຈັງ ມີເຕົາ (ໂຮງງານ) ເຮັດເຂົ້າໜົມຂະໜາດນ້ອຍໃຫຍ່ ປະມານ 50 ເຕົາ, ເຖິງວ່າຈະມີຊື່ເອີ້ນວ່າ ເຂົ້າໜົມເປ໊ຍ ຄືກັນກໍຕາມ, ແຕ່ວ່າແຕ່ລະເຕົາພັດມີເຄັດລັບຕ່າງຫາກ, ສ້າງເປັນລົດຊາດສະເພາະຂອງຕົນ. ແຕ່ວ່າຂັ້ນຕອນ ແລະ ວັດຖຸດິບໃນການເຮັດເຂົ້າໜົມເປ໊ຍ ແມ່ນເກືອບຄືກັນໝົດ. ວັດຖຸດິບໃຊ້ເຮັດເຂົ້າໜົມເປ໊ຍ ມີ ແປ້ງເຂົ້າຈີ່, ຖົ່ວຂຽວເພື່ອເຮັດໄສ້ໃນ, ປັດຈຸບັນຍັງໄດ້ເຮັດດ້ວຍເຜືອກ, ຖົ່ວລຽນ, ໄຂ່ເຄັມ, ແກ່ນບົວ, ຊີ້ນໝູປິ່ນ…ຕື່ມອີກ. ຂັ້ນຕອນໃນການເຮັດເຂົ້າໜົມເປ໊ຍ ແມ່ນມີຫຼາຍຂັ້ນຕອນ ເຊິ່ງຮຽກຮ້ອງໃຫ້ມີຄວາມພິຖີພິຖັນທີ່ສຸດ. ຄັ້ນແປ້ງເຂົ້າຈີ່ປົນກັບນ້ຳ, ນ້ຳຕານຊາຍຂາວ, ເກືອ, ນໍາ້ມັນພືດ, ນ້ຳມັນໝູ, ເຮັດເປັນແປ້ງເປືອກນອກ ແລະ ແປ້ງໄສ້ໃນ (ນວດແປ້ງໃຫ້ອ່ອນໜຽວ ແລະ ປັ້ນເປັນກ້ອນໄດ້). ຮີດແປ້ງເປືອກນອກໃຫ້ບາງ ພໍດີຫຸ້ມຫໍ່ເອົາແປ້ງໄສ້ໃນໄດ້, ຈາກນັ້ນ ຮີດໃຫ້ບາງ ແລ້ວມ້ວນແຜ່ນແປ້ງເຂົ້າ, ເນັ້ນລົງໃຫ້ງາມແລ້ວພັບ 3 – 4 ພັບ ກ່ອນທີ່ຈະຮີດເປັນວົງມົນອີກເທື່ອໜຶ່ງ ແລ້ວເອົາມາຫໍ່ກ້ອນໄສ້ໃນຂອງເຂົ້າໜົມ. ອາດເວົ້າໄດ້ວ່າ ນີ້ແມ່ນຂອດເຕັກນິກສຳຄັນຕົ້ນຕໍໃນການເຮັດໃຫ້ແປ້ງ 2 ສ່ວນທັບຊ້ອນກັນເປັນຫຼາຍຊັ້ນບາງໆ ແຕ່ບໍ່ໄດ້ປົນເຂົ້າກັນ, ຍ້ອນແນວນັ້ນ ພາຍຫຼັງປີ້ງອົບແລ້ວ ເປືອກຂອງເຂົ້າໜົມຈະເປັນຫຼາຍຊັ້ນ ເຮັດໃຫ້ແກະອອກໄດ້ງ່າຍ. ນີ້ແມ່ນຈຸດພິເສດຂອງເຂົ້າໜົມເປ໊ຍ.

ອາ​ຊີບ​ເຮັດ​ເຂົ້າ​ໜົ​ມ​ເປ໊ຍ ທີ່​ເປັນ​ມູນ​ເຊື້ອ​ຢູ່​ແຂ​ວງ ຊອັກ​ຈັງ - ảnh 2 ໄສ້ໃນຂອງເຂົ້າໜົມ (ພາບ: thanhnien.vn)

        ໄສ້ໃນຂອງເຂົ້າໜົມ ແມ່ນປຸງແຕ່ງດ້ວຍວິທີທີ່ແຕກຕ່າງກັນຕາມແຕ່ລະຊະນິດຂອງມັນ. ຫຼັງຈາກໜຶ້ງສຸກແລ້ວ ຈະນຳມາຄົນໃສ່ກັບນ້ຳຕານ ແລ້ວບົດໃຫ້ລະອຽດ, ເອົານ້ຳມັນໃສ່ຕື່ມໜ້ອຍໜຶ່ງເພື່ອເພີ່ມຄວາມມັນແຊບ - ນ້ຳມັນທີ່ໃຊ້ເຮັດໄສ້ໃນແມ່ນຕ້ອງຊອຍເປັນເສັ້ນ ແລ້ວເອືອບດ້ວຍນ້ຳຕານເພື່ອໃຫ້ມັນຫົດເຂົ້າ ຈຶ່ງສາມາດເກັບໄວ້ໄດ້ດົນ; ເອົາຖົ່ວລຽນຄົນໃສ່ກັບນ້ຳມັນ ແລ້ວເຮັດເປັນເສັ້ນ; ເອົາໄຂ່ແດງຂອງໄຂ່ເຄັມໃສ່ເຄິ່ງກາງ, ພ້ອມທັງຍັດເຂົ້າໄປຊັ້ນຂອງເປືອກເຂົ້າໜົມ… ບັນດາຂັ້ນຕອນນີ້ແມ່ນເຮັດດ້ວຍມືທັງໝົດ. ພໍ່ເຖົ້າ ເຈິ່ນການ ເຈົ້າຂອງເຕົາເຂົ້າໜົມເປ໊ຍ ຢູ່ເມືອງ ເຈົາແທ່ງ, ແຂວງ ຊອັກຈັງ ໃຫ້ຮູ້ວ່າ:

        “ເມື່ອກ່ອນ ເຮັດເຂົ້າໜົມເປ໊ຍດ້ວຍມືທັງໝົດ, ເຮັດໄສ້ໃນເອງ ແລະ ປັ້ນເປັນແຕ່ລະກ້ອນ. ເມື່ອຮອດວັນເພັງ ຫຼື ວັນທີ 1 ຂອງທຸກໆເດືອນ, ພິເສດແມ່ນເດືອນ 8 (ໄລ່ຕາມຈັນທະປະຕິທິນ), ບັນດາໂຮງງານເຮັດເຂົ້າໜົມກໍເຮັດເພີ່ມຂຶ້ນ ເພືື່ອໃຫ້ມີເຂົ້າໜົມເປ໊ຍ ຈຳໜ່າຍອອກສູ່ຕະຫຼາດ”.

        ເມື່ອເຮັດເຂົ້າໜົມ, ຊ່າງຈະເອົາໄສ້ໃສ່ເຄິ່ງໃຈກາງຂອງແຜ່ນແປ້ງ ແລ້ວຫໍ່ໂອບເອົາໄສ້ນັ້ນ, ຫຼັງຈາກນັ້ນ ປີ້ນເບື້ອງທີ່ເປັນຮອຍກີບຫໍ່ລົງໃສ່ແຜ່ນເຈ້ຍ ໄຂເນັ່ນໃຫ້ກ້ອນເຂົ້າໜົມແປລົງໜ້ອຍໜຶ່ງ, ໃຊ້ຄວາມກ້ວາງ ແລະ ຄວາມມົນຂອງແຜ່ນເຈ້ຍ ເຮັດເປັນມາດຖານຂອງເຂົ້າໜົມ. ຈາກນັ້ນ ແມ່ນພິມລາຍໃສ່ໜ້າຂອງເຂົ້າໜົມ.

        ອົບປີ້ງເຂົ້າໜົມ ແມ່ນຂັ້ນຕອນສຸດທ້າຍທີ່ຮຽກຮ້ອງເຖິງປະສົບການທີ່ສູງ, ຕາມປົກກະຕິແລ້ວ ການອົບປີ້ງເຂົ້າໜົມແມ່ນຕ້ອງຢູ່ໃນອຸນນະພູມແຕ່ 170 – 220 ອົງສາ. ເມື່ອອົບປີ້ງໃນເຕົາໄດ້ປະມານ 5 – 7 ນາທີ, ເປືອກນອກຂອງເຂົ້າໜົມກໍເປັນສີຂຸ້ນໆ ແລະ ໂພງຂຶ້ນ ແມ່ນໃຫ້ເອົາອອກ, ເອົາໄຂ່ແດງໄກ່ທີ່ປົນກັບນ້ຳໄວ້ນັ້ນມາທາໃສ່ໜ້າເຂົ້າໜົມ ເພື່ອໃຫ້ມີກິ່ນຫອມ ແລະ ສີເຫຼືອງງາມ. ແລ້ວປີ້ງຕື່ມອີກປະມານ 15 ນາທີ ຈົນກວ່າເຂົ້າໜົມຈະມີສີເຫຼືອງງາມ, ມີ່ກິ່ນຫອມ ກໍແມ່ນເວລາທີ່ເຂົ້າໜົມສຸກພໍດີ.

ອາ​ຊີບ​ເຮັດ​ເຂົ້າ​ໜົ​ມ​ເປ໊ຍ ທີ່​ເປັນ​ມູນ​ເຊື້ອ​ຢູ່​ແຂ​ວງ ຊອັກ​ຈັງ - ảnh 3ປັດຈຸບັນ, ແຂວງ ຊອັກຈັງ ກໍມີເຄື່ອງໝາຍການຄ້າຂອງຜະລິດຕະພັນເຂົ້າໜົມເປ໊ຍ - ໂຮງງານທີ່ມີຊື່ສຽງຫຼາຍແຫ່ງຄື ເຕິນເຮວເວິນ, ໝີ໊ເຈິນ, ກວ໋າງເຈິນ, ກົງເລິບແທ່ງ, ເຕິນຮຶງ…

        ມາຮອດປັດຈຸບັນ, ແຂວງ ຊອັກຈັງ ກໍມີເຄື່ອງໝາຍການຄ້າຂອງຜະລິດຕະພັນເຂົ້າໜົມເປ໊ຍ - ໂຮງງານທີ່ມີຊື່ສຽງຫຼາຍແຫ່ງຄື ເຕິນເຮວເວິນ, ໝີ໊ເຈິນ, ກວ໋າງເຈິນ, ກົງເລິບແທ່ງ, ເຕິນຮຶງ… ໃນໝູ່ບ້ານເຂົ້າໜົມເປ໊ຍ ຊັອກຈັງ, ເຄື່ອງໝາຍການຄ້າ ເລິບຮືງ ໄດ້ສ້າງຕັ້ງມາເກືອບ 50 ປີແລ້ວ ແລະ ເລີ່ມມີຊື່ສຽງມາໄດ້ 30 ກວ່າປີມານີ້. ເຄັດລັບໃນການດຶງດູດລູກຄ້າຂອງເຂົ້າໜົມເປ໊ຍ ເລິບຮືງ ແມ່ນຄຸນນະພາບຂອງໄສ້ເຂົ້າໜົມ ແລະ ຄວາມອ່ອນນຸ້ມຂອງແປ້ງເປືອກນອກ. ສ່ວນລົດຊາດທີ່ເປັນຈຸດຕົ້ນຕໍ ແມ່ນການປະສົມປະສານລະຫວ່າງກິ່ນຫອມຂອງຖົ່ວລຽນ ແລະ ຄວາມມັນຂອງຖົ່ວຂຽວ. ພໍ່ເຖົ້າ ເຈືອງມິງເຫງັຍ ເຈົ້າຂອງວິສາຫະກິດເອກະຊົນ ຜະລິດເຂົ້າໜົມເປ໊ຍ ເລິບຮຶງ, ແຂວງ ຊອັກຈັງ ໃຫ້ຮູ້ວ່າ:

        “ອາຊີບເຮັດເຂົ້າໜົມເປ໊ຍນີ້ແມ່ນອາຊີບຂອງຊາວຈີນ, ຂ້າພະເຈົ້າຮຽນເຮັດເຂົ້າໜົມນີ້ມາແຕ່ປີ 1965 ເຊິ່ງຫ່າງຈາກນີ້ 50 ປີ. ຕາມອາຊີບດັ້ງເດີມແລ້ວ ອາຊີບນີ້ແຕ່ລະປີແມ່ນພັດທະນາຂຶ້ນຕື່ມອີກ. ແຕ່ລະບ່ອນທີ່ເຮັດເຂົ້າໜົມນັ້ນ ລ້ວນແຕ່ມີລົດຊາດ ແລະ ເຄັດລັບສະເພາະ, ແຕ່ລະຄົນ ກໍລ້ວນແຕ່ນຳໃຊ້ປະສົບການອັນຍາວນານຂອງຕົນເພື່ອຜະລິດເຂົ້າໜົມເປ໊ຍ. ພ້ອມກັນນັ້ນ, ວັດຖຸດິບທີ່ແຊບ ແລະ ສົດຕື່ມອີກ ກໍຈະເຮັດໃຫ້ເຂົ້າໜົມມີຄຸນນະພາບດີ”.

        ປັດຈຸບັນ, ຮູບແບບກັບຂອງເຂົ້າໜົມເປ໊ຍ ຍັງຄົງຮັກສາຮູບແບບທີ່ເປັນມູນເຊື້ອໄວ້ໄດ້, ເຊິ່ງລວມມີ 4 ກ້ອນ, ໂດຍເກັບຮັກສາໄວ້ຢູ່ໃນກັບ ເພື່ອຮັກສາຮູບຊົງຂອງກ້ອນເຂົ້າໜົມໄວ້, ຊອງຫໍ່ຕ້ອງແມ່ນສີແດງ ແລະ ເຫຼືອງ ແຕ່ມີສີເຂັ້ມງາມກວ່າເກົ່າ.ປັດຈຸບັນ, ຮູບແບບກັບຂອງເຂົ້າໜົມເປ໊ຍ ຍັງໄດ້ພິມບັນດາອັດຕາສ່ວນກ່ຽວກັບມາດຕະຖານຄຸນນະພາບ, ວັນເດືອນປີການຜະລິດ, ອາຍຸການນຳໃຊ້ໃສ່ ຢ່າງຄົບຖ້ວນ, ຊ່ວຍໃຫ້ຜູ້ບໍລິໂພກສາມາດເລືອກບໍລິໂພກໄດ້ຢ່າງເໝາະສົມ.


ຕອບກັບ

ຂ່າວ/ບົດ​ອື່ນ