ເລື່ອງ​ລາວ​ຢູ່​ໝູ່​ບ້ານ​ປູກ​ຕົ້ນ​ໄມ້​ປະ​ດັບ​ວິ​ເຄ

(VOVWORLD) - ໝູ່ບ້ານປູກຕົ້ນໄມ້ປະດັບຕັ້ງຢູ່ເຂດດິນແດນແຄມແມ່ນ້ຳແດງ, ຂຶ້ນກັບຕາແສງດ່ຽນຊາ, ເມືອງນາມຈຶກ, ແຂວງນາມດິ້ງ ແມ່ນໝູ່ບ້ານອາຊີບມູນເຊື້ອມາໄດ້ 800 ປີແລ້ວ ແລະ ຖືກຂະໜານນາມວ່າ ແມ່ນກົກເຄົ້າເຫງົ້າກໍຂອງອາຊີບປູກດອກໄມ້,  ຕົ້ນໄມ້ປະດັບຢູ່ຫວຽດນາມ. ວິເຄ ກໍ່ແມ່ນບ່ອນສະໜອງດອກໄມ້ຫຼາຍຊະນິດໃຫ້ແກ່ປະຊາຊົນໃນທົ່ວປະເທດໃນຍາມບຸນເຕັດວຽນມາ.
ເລື່ອງ​ລາວ​ຢູ່​ໝູ່​ບ້ານ​ປູກ​ຕົ້ນ​ໄມ້​ປະ​ດັບ​ວິ​ເຄ - ảnh 1

ເຂດເຮືອນສວນຂຽວອຸ່ມທຸ່ມດ້ວຍຕົ້ນໄມ້ປະດັບຫຼາຍຊະນິດ

(ພາບ: tintucnamdinh.vn)

       ຕາມການບັນທຶກໄວ້ຢູ່ສາລາບ້ານວິເຄ ແລ້ວ, ອາຊີບປູກດອກໄມ້, ຕົ້ນໄມ້ປະດັບຢູ່ແຫ່ງນີ້ມີມາແຕ່ສະຕະວັດທີ 13 (ປີ 1211) ໂດຍອາດຍາເຈົ້ານາຍຜູ້ໜຶ່ງໃນສະໄໝລາຊະວົງຫຼີ ຊື່ ໂຕຈູງຕຶ ໄດ້ຖ່ອຍຖອດໃຫ້ຊາວບ້ານ. ທ່ານຫງວຽນວັນຣິ ຜູ້ຄຸ້ມຄອງສາລາວິເຄ ເລົ່າສູ່ຟັງວ່າ:

  ປະຫວັດຄວາມເປັນມາຂອງໝູ່ບ້ານປູກຕົ້ນໄມ້ປະດັບວິເຄ ໄດ້ມີມາແຕ່ກ່ອນນີ້ກ່ວາ 1000 ປີແລ້ວ. ມາຮອດປະຈຸບັນ, ເຖິງວ່າ ໝູ່ບ້ານປູກດອກໄມ້, ຕົ້ນໄມ້ປະດັບໄດ້ຜ່ານພົ້ນໄປ 8 ສະຕະວັດ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກນາໆປະການແລ້ວກໍ່ຕາມ ແຕ່ໝູ່ບ້ານຂອງພວກຂ້າພະເຈົ້າຍັງຄົງຮັກສາອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານໄວ້ໄດ້.

ເລື່ອງ​ລາວ​ຢູ່​ໝູ່​ບ້ານ​ປູກ​ຕົ້ນ​ໄມ້​ປະ​ດັບ​ວິ​ເຄ - ảnh 2

ນາຍຊ່າງກຳລັງດັດຕົ້ນໄມ້

(ພາບ: danviet.vn)

   ປະຈຸບັນ, ຢູ່ລຽບຕາມທາງເຂົ້າບ້ານ, ສອງຝາກທາງແມ່ນບັນດາເຮືອນສວນຂຽວອຸ່ມທຸ່ມໄປດ້ວຍຕົ້ນໄມ້ປະດັບຫຼາຍຊະນິດ, ແຕ່ລະຕົ້ນມີການດັດແປງຮູບຮ່າງສະເພາະຂອງໃຜມັນຕາມແຕ່ລະສວນ. ບັນດາຕົ້ນໄມ້ປະດັບເຫຼົ່ານັ້ນໄດ້ຮັບການຕັດ, ສອຍຢ່າງລະອຽດລະອໍ. ເມື່ອມາຢ້ຽມຢາມໝູ່ບ້ານປູກຕົ້ນໄມ້ປະດັບວິເຄ, ແຂກທ່ອງທ່ຽວສ່ວນຫຼາຍລ້ວນແຕ່ມີຄວາມປະທັບໃຈຕໍ່ສີມືອັນຄ່ອງແຄ້ວຂອງບັນດານາຍຊ່າງທີ່ໄດ້ດັດຕົ້ນໄມ້ໃຫ້ເປັນຮູບໂຕນົກ, ສັດປະເພດຕ່າງໆ, ວັດເສົາດຽວ, ທາດໂຝມິນ…ວິເຄມີຕົ້ນໄມ້ປະດັບຫຼາຍຊະນິດຄື: ຕົ້ນໄຮ, ຕົນໝາກເດື່ອ, ຕົ້ນກະໂດນ, ຕົ້ນໝາກ… ດ້ວຍທ່າຕົ້ນໄມ້ທີ່ມີຫຼາຍຮູບຫຼາຍແບບແຕກຕ່າງກັນ. ແຕ່ດົນນານມາແລ້ວ, ອາຊີບປູກດອກໄມ້, ຕົ້ນໄມ້ປະດັບໄດ້ກາຍເປັນອາຊີບສ້າງລາຍຮັບຕົ້ນຕໍໃຫ້ແກ່ຊາວບ້ານ. ທ່ານຫງວຽນວັນຈຽນ, ນາຍຊ່າງໄດ້ທຳອາຊີບປູກຕົ້ນໄມ້ປະດັບ ໃຫ້ຮູ້ວ່າ:

  ປະຊາຊົນໃນບ້ານເກືອບ 100% ລ້ວນແຕ່ໄດ້ເຮັດອາຊີບນີ້. ນອກຈາກນັ້ນ ຊາວບ້ານກໍ່ມີອາຊີບເຮັດນາຕື່ມອີກ,  ແຕ່ອາຊີບປູກດອກໄມ້, ຕົ້ນໄມ້ປະດັບແມ່ນອາຊີບຕົ້ນຕໍ. ປະຈຸບັນ, ຄອບຄົວໃນບ້ານເກືອບທັງໝົດກໍ່ສືບທອດອາຊີບທີ່ເປັນມູນເຊື້ອນີ້ຈາກລຸ້ນພໍ່ລຸ້ນອ້າຍ.

ເລື່ອງ​ລາວ​ຢູ່​ໝູ່​ບ້ານ​ປູກ​ຕົ້ນ​ໄມ້​ປະ​ດັບ​ວິ​ເຄ - ảnh 3

ຕົ້ນໄມ້ມີອາຍຸ 100 ປີຂອງຄອບຄົວອ້າຍຟ້າມຫາຍແອງຢູ່ບ້ານວິເຄ

(ພາບ: VOV)

   ເມື່ອມາຢ້ຽມຢາມບ້ານວິເຄ, ແຂກທ່ອງທ່ຽວຈະໄດ້ຮັບຟັງການແນະນຳກ່ຽວກັບການຕັດ, ດັດ, ສອຍ, ຕົ້ນໄມ້ແຕ່ລະທ່າຈາກບັນດານາຍຊ່າງ, ສະນັ້ນຈຶ່ງເຫັນໄດ້ພະລັງຊີວິດຂອງຕົ້ນໄມ້ແຕ່ລະຊະນິດ ແລະ ຊ້ອນແຝງໄວ້ຢູ່ໃນນັ້ນແມ່ນບັນດາທິດສະດີປັດສະຍາອັນເລິກເຊິ່ງຂອງລຸ້ນພໍ່ລຸ້ນອ້າຍທີ່ມີລັກສະນະວັດທະນະທຳມະນຸດ, ມຸ່ງໄປເຖິງບັນດາຄຸນຄ່າດ້ານຄວາມຈິງໃຈ, ຄວາມເມດຕາ ແລະ ຄວາມງາມໃນຊີວິດ. ອ້າຍຫງວນວັນຢາງ, ນາຍຊ່າງໜຸ່ມໃນໝູ່ບ້ານປູກຕົ້ນໄມ້ປະດັບວິເຄ ໃຫ້ຮູ້ວ່າ:

   ເພື່ອສ້າງໄດ້ຕົ້ນໄມ້ປະດັບທີ່ມີຄວາມສວຍງາມນັ້ນ, ກ່ອນອື່ນໝົດແມ່ນຕ້ອງສ້າງທ່າໃຫ້ຕົ້ນໄມ້, ໂດຍເລີ່ມແຕ່ຂັ້ນຕອນການໂທມຕົ້ນໄມ້ ຕ້ອງເສຍເວລາປະມານ 3 ເດືອນ, ຫຼັງຈາກນັ້ນຕັດເອົາຕົ້ນໄມ້ທີ່ໂທມນັ້ນມາປູກຕ້ອງເສຍເວລາຕື່ມອີກປະມານ 4 ເດືອນ. ເມື່ອຕົ້ນໄມ້ງາມແລ້ວຈຶ່ງຈະດັດເປັນທ່າ, ສອຍງ່າ, ບາງເທື່ອກໍ່ຕ້ອງເສຍເວລາເຖິງ 4-5 ປີຈຶ່ງຈະມີຕົ້ນໄມ້ທີ່ມີຮູບຮ່າງທີ່ສວຍງາມຕົ້ນໜຶ່ງໄດ້.

  ຜູ້ໃດໄດ້ມາໝູ່ບ້ານວິເຄແລ້ວ ຈະມີໂອກາດຮັບຊົມທິວທັດທຳມະຊາດຂອງເຂດບ້ານນາທີ່ສະຫງົບງຽບ. ໃນໂອກາດທ້າຍປີ, ຖ້າຫຼຽວເບິ່ງຈາກຄັນຄູລົງມາ, ແຂກທ່ອງທ່ຽວຈະເຫັນເຂດດິນແດນວິເຄ ທີ່ກວ້າງໃຫ່ຍດ້ວຍສວນດອກໄມ້ນາໆສີ, ຕົ້ນໄມ້ປະດັບສະຫຼັບກັນ ແລະ ລຽນເປັນແຖວແຕ່ໃນບ້ານຈົນຮອດຕີນຄັນຄູ, ນັບທັງຢູ່ຝັ່ງແມ່ນ້ຳກໍ່ເຕັມໄປດ້ວຍດອກໄມ້ຫຼາຍຊະນິດທີ່ສວຍງາມທີ່ສຸດ. ສີຂຽວຂອງຕົ້ນໄມ້ ແລະ ສີສັນຂອງດອກໄມ້ທຸກຊະນິດໄດ້ເຮັດໃຫ້ຄວາມເປັນຫ່ວງກັງວົນໃນແຕ່ລະວັນຖືກຈາງຫາຍໄປ. ສີສັນຂອງດອກໄມ້, ຕົ້ນໄມ້ບໍ່ພຽງແຕ່ສ້າງຄວາມງາມໃຫ້ແກ່ທິວທັດເຂດບ້ານນາເທົ່ານັ້ນ, ຫາກຍັງໄດ້ສ້າງໃຫ້ມີບັນດາຜະລິດຕະພັນ, ຕົ້ນໄມ້ປະດັບທີ່ນຳມາເຊິ່ງຄຸນຄ່າເສດຖະກິດສູງ ແລະ ບັນດາຜະລິດຕະພັນສິລະປະຕົ້ນໄມ້ປະດັບທີ່ເຂັມຂຸ້ນໄປດ້ວຍວັດທະນະທຳຂອງເຂດທົ່ງພຽງແມ່ນ້ຳແດງ.




ຕອບກັບ

ຂ່າວ/ບົດ​ອື່ນ