ແຂວງ​ເຊີນ​ລາ ພັດ​ທະ​ນາ​ຊົນ​ນະ​ບົດ​ທັນ​ສະ​ໄໝ, ຊາວ​ກະ​ສິ​ກອນ​ສີ​ວິ​ໄລ

(VOVWORLD) - ໃນຊຸມປີທີ່ຜ່ານມາ, ບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກັນກໍ່ສ້າງຊົນນະບົດໃໝ່, ຕົວເມືອງສິວິໄລ” ໃນບໍລິເວນແຂວງເຊີນລາ ໄດ້ກາຍເປັນຂະບວນການແຜ່ຂະຫຍາຍອອກຢ່າງກ້ວາງຂວາງ. ໂດຍມີການເຂົ້າຮ່ວມຂອງສະມາຄົມຊາວກະສິກອນຂັ້ນຕ່າງໆ, ມາຮອດປະຈຸບັນ, ໂສມໜ້າຊົນນະບົດ ເຊີນລາ ມີການປ່ຽນແປງຫຼາຍຢ່າງ, ປຊຊ ໄດ້ໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກເຂົ້າໃນຂະແໜງກະສິກຳ ໄດ້ນຳມາເຊິ່ງປະສິດທິຜົນສູງ, ຈາກນັ້ນ, ຊີວິດການເປັນຢູ່ຂອງ ປຊຊ ນັບມື້ນັບໄດ້ຍົກສູງຂຶ້ນ. ເຊີນລາ ພວມພັດທະນາຊົນນະບົດທັນສະໄໝ, ຊາວກະສິກອນສິວິໄລເທື່ອລະກ້າວ.
 
ແຂວງ​ເຊີນ​ລາ ພັດ​ທະ​ນາ​ຊົນ​ນະ​ບົດ​ທັນ​ສະ​ໄໝ, ຊາວ​ກະ​ສິ​ກອນ​ສີ​ວິ​ໄລ - ảnh 1

ຊາວກະສິກອນເຊີນລາ ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ (ພາບປະກອບ: baosonla.org.vn)

 

“ທົ່ວປວງຊົນສາມັກຄີກັນກໍ່ສ້າງຊົນນະບົດໃໝ່, ຕົວເມືອງສິວິໄລ” “ທົ່ວປວງຊົນສາມັກຄີກັນສ້າງຊີວິດວັດທະນະທຳ” ແມ່ນ 2 ໃນຈຳນວນບັນດາໂຄງການໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ແຂວງ ເຊີນລາ ໃນຊຸມປີຜ່ານມາ. ສະມາຄົມຊາວກະສິກອນຂັ້ນຕ່າງໆ ໃນບໍລະເວນແຂວງ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາໂຄງການດັ່ງກ່າວ ແລະ ດຶງດູດການເຂົ້າຮ່ວມຂອງສະມາຊິກ, ຊາວກະສິກອນ ແລະ ປຊຊ ເປັນຈຳນວນຫຼວງຫຼາຍ. ທ່ານຫງວຽນແທັງກົງ, ຮອງປະທານຄະນະກຳມະການ ປຊຊ ແຂວງເຊີນລາ ຕີລາຄາວ່າ:

   ສະຕິຄວາມຮັບຮູ້ຂອງ ປຊຊ ມີການຫັນປ່ຽນຢ່າງຈະແຈ້ງ ໂດຍສະເພາະແມ່ນການຫັນປ່ຽນດ້ານຈິນຕະນາການ ໃນການນຳໃຊ້ພາຫະນະການຜະລິດ ເພື່ອບັນລຸສະມັດຕະພາບສູງ ແລະ ແຂວງເຊີນລາ ພວມເຮັດສິ່ງດັ່ງກ່າວໄດ້ດີທີ່ສຸດ. ນອກຈາກນັ້ນແລ້ວ, ຊີວິດການເປັນຢູ່ຂອງ ປຊຊ ກໍ່ໄດ້ຍົກສູງຂຶ້ນ, ຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງສັງຄົມຢູ່ຊົນນະບົດ ກໍ່ມີການຫັນປ່ຽນຢ່າງເຫັນໄດ້ຊັດ, ປະກອບສ່ວນໃຫ້ແກ່ການຮັກສາສະຖຽນລະພາບທາງສັງຄົມ ແລະ ການພັດທະນາເສດຖະກິດຂອງທົ່ວແຂວງ.

 ໃນຊຸມປີມໍ່ໆມານີ້, ສະມາຄົມຊາວກະສິກອນຂັ້ນຕ່າງໆໃນບໍລິເວນແຂວງ ໄດ້ປຸກລະດົມຫຼາຍຂະບວນການແຂ່ງຂັນ ເພື່ອທະວີຄູນ ແລະ ນຳໃຊ້ສຳເລັດຫຼາຍຮູບແບບການຜະລິດຕາມມາດຖານ, ສ້າງຜະລິດຕະພັນປອດສານພິດ, ມີຄຸນນະພາບດີ, ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ປະກອບສ່ວນນຳຜະລິດຕະພັນກະເສດ ເຊີນລາ ສາມາດສົ່ງໄປຂາຍຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ປ້າ ຫງວຽນທິເຊົາ, ຢູ່ເມືອງມາຍເຊີນ, ແຂວງເຊີນລາ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ໄປຮຽນກ່ຽວກັບເຕັກນິກການບົວລະບັດຕົ້ນໄມ້, ເຂົາເຈົ້າໄດ້ແນະນຳໃຫ້ໝົດ, ເຮັດແນວໃດໃນການບົວລະບັດຕົ້ນໄມ້ເພື່ອໃຫ້ສະມັດຕະພາບສູງ. ນຳໃຊ້ມາດຕະຖານ VietGap ແມ່ນມີປະໂຫຍດໃຫ້ແກ່ຕົນເອງ. ເມື່ອເຮົາຜະລິດໝາກຂຽບປອດສານພິດໄດ້, ຕະຫຼາດຈຶ່ງຈະຮັບຮູ້, ມີເຄື່ອງໝາຍການຄ້າຈຶ່ງຈະມີຕະຫຼາດ.

ໂດຍໄດ້ປະກອບສ່ວນເຂົ້າໃນວິວັດທະນາການພັດທະນາຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລໃນບໍລິເວນແຂວງເຊີນລາ, ສະມາຄົມຊາວກະວິກອນແຂວງ ໄດ້ເສີມຂະຫຍາຍບົດບາດໃຈກາງ ແລະ ຫຼັກແຫຼ່ງໃນການພັດທະນາກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່. ສະມາຊິກ ສະມາຄົມຊາວກະສິກອນແຂວງ ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການຊາວກະສິກອນແຂ່ງຂັນກັນ ທຳການຜະລິດ ດຳເນີນທຸລະກິດເກັ່ງ, ໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການພັດທະນາກະສິກຳຊົນນະບົດໃນບໍລິເວນແຂວງ. ທ່ານຫງວຽນງອກຢຸງ, ຫົວໜ້າສະຫະກອນຕາແສງ ງອກລານ, ເມືອງມາຍເຊີນ ໃຫ້ຮູ້ວ່າ:

  ຢາກພັດທະນາຢ່າງໝັ້ນຄົງ ຕ້ອງມີການຮ່ວມສຳພັນເປັນສະຫະກອນ. ໃນ 2,3 ປີມານີ້, ທາງສະຫະກອນມີເຄື່ອງໝາຍການຄ້າ ແລະ ໝາກໄມ້ບັນລຸຄຸນນະພາບດີ, ສະນັ້ນ, ເລື່ອງຈຳໜ່າຍມີຄວາມສະດວກພໍສົມຄວນ. ທາງສະຫະກອນຍັງຊ່ວຍຈຳໜ່າຍຜະລິດຕະພັນຈຳນວນໜຶ່ງ ໃຫ້ແກ່ສະມາຊິກສະຫະກອນຢູ່ຕະຫຼາດຮ່າໂນ້ຍ.

 ການນຳນົດທິດພັດທະນາຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລມີຄວາມໝາຍສຳຄັນ ໃນການຍູ້ແຮງພື້ນຖານກະສິກຳຂອງແຂວງເຊີນລາ ຕາມທິດທັນສະໄໝ, ພັດທະນາແບບຍືນຍົງ, ເສີມຂະຫຍາຍບົດບາດເປັນເສົາຄ້ຳຂອງພື້ນຖານເສດຖະກິດ, ຜ່ານນັ້ນ, ປະກອບສ່ວນນຳເຊີນລາ ກາຍເປັນສູນປຸງແຕ່ງຜະລິດຕະພັນກະເສດຂອງເຂດຕາເວັນຕົກສ່ຽງເໜືອ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ