ກວ໋າງນິງ ສຸມໃສ່ດຶງດູດການລົງທຶນເຂົ້າລະບົບທ່າກຳປັ່ນທະເລ

(VOVWORLD) - ໂດຍກຳນົດໄດ້ວ່າ ພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມແມ່ນບາດກ້າວກະກຽມສຳຄັນເພື່ອພັດທະນາທ່າກຳປັ່ນທະເລ, ແຂວງ ກວ໋າງນີງ ຈະລົງທຶນກໍ່ສ້າງບັນດາເສັ້ນທາງໄປຍັງທ່າກຳປັ່ນໃນບໍລິເວນແຂວງ ດ້ວຍທຶນຈາກງົບປະມານ. ນີ້ແມ່ນບາດກ້າວກະກຽມສຳຄັນ ເພື່ອສາມາດດຶງດູດບັນດານັກລົງທຶນປະກອບສ່ວນເສີມຂະຫຍາຍກຸ່ມທ່າກຳປັ່ນເວົ້າລວມ ແລະ ເສດຖະກິດທາງທະເລຂອງແຂວງ ກວ໋າງນີງ ເວົ້າສະເພາະ.

ກວ໋າງນິງ ສຸມໃສ່ດຶງດູດການລົງທຶນເຂົ້າລະບົບທ່າກຳປັ່ນທະເລ - ảnh 1ປີ 2020 ປະລິມານສິນຄ້າຜ່ານທ່າກຳປັ່ນ ກອນອອງ ຮ່ອນແນັດບັນລຸ 65 ລ້ານໂຕນ

ທ່າກ່ຳປັ່ນ ກອນອອງ - ຮ່ອນແນັດ ຂອງນະຄອນ ເກີ໋ມຝາ ໄດ້ຮັບການກຳນົດວ່າ ແມ່ນທ່າກ່ຳປັ່ນໝວດທີ1 ທີ່ມີທ່າໄດ້ປຽບຫລາຍຢ່າງເມື່ອທຽບໃສ່ບັນດາທ່າກ່ຳປັ່ນອື່ນຢູ່ພາກເຫນືອ.

ດ້ວຍທ່າໄດ້ປຽບແມ່ນທ່າກຳປັ່ນຫນຶ່ງດຽວທີ່ອະນຸຍາດໃຫ້ຂົນສົ່ງສິນຄ້າທີ່ບໍ່ບັນຈຸໃນກັບ ຫຼື ຕູ້ຄື: ຖ່ານຫີນ, clanker, ຊີມັງ…. ແລະ ສາມາດຮັບກຳປັ່ນທີ່ມີນ້ຳຫນັກ 180.000 ໂຕນ, ປະລິມານສິນຄ້າຜ່ານທ່າກຳປັ່ນໃນປີ 2020 ບັນລຸກວ່າ 65 ລ້ານໂຕນ, ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ການວາງແຜນໃນເບື້ອງຕົ້ນ.

ທ່ານ ຫງວຽນຮົ່ງເຢືອງ, ຫົວຫນ້າ ພະແນກແຜນການ ແລະ ການລົງທຶນ ແຂວງ ກວ໋າງນີງ ໃຫ້ຮູ້ວ່າ: ນັບແຕ່ປີ 2017 ມາຮອດປະຈຸບັນ, ມີສິນຄ້າຜ່ານບັນດາທ່າກຳປັ່ນທະເລຂອງແຂວງ ກວ໋າງນີງປະມານ 2/3 ແມ່ນຜ່ານທ່າກຳປັ່ນ ກອນອອງ - ຮ່ອນແນັດ. ເພື່ອເສີມຂະຫຍາຍບັນດາທ່າໄດ້ປຽບຂອງທ່າກຳປັ່ນແຫ່ງນີ້ ແຂວງ ກວ໋າງນີງ ຈະລົງທຶນກໍ່ສ້າງເສັ້ນທາງຈາກທາງຫລວງເລກ 18 ເພື່ອດຶງດູດບັນດາວິສາຫະກິດໃຫຍ່ກ່ຽວກັບການບໍລິການ logisticsແລະ ພະລາທິການ.

 “ພະແນກແຜນການ ແລະ ການລົງທຶນ ພວມເສນາທິການໃຫ້ແຂວງ ຮີບເຮັ່ງຜັນຂະຫຍາຍ ການວາງແຜນຜັງສັງລວມ ແລະ ເຂດສະເພາະ. ຄຽງຄູ່ກັນນັ້ນ ກໍ່ກະກຽມເລື່ອງລົງທຶນບັນດາໂຄງການລົງທຶນຂອງລັດເພື່ອດຶງດູດການລົງທຶນພາກເອກະຊົນ. ແຂວງ ກໍ່ມີກົນໄກທີ່ສະດວກກວ່າຕໍ່ບັນດານັກລົງທຶນໃນວິວັດການປະຕິບັດໂຄງການນີ້”

ຍູ້ແຮງການປະຕິຮູບດ້ານບໍລິຫານ, ວາງອອກບຸລິມະສິດຫລາຍຢ່າງກ່ຽວກັບນະໂຍບາຍ ແລະ ເປັນເຈົ້າການລົງທຶນກໍ່ສ້າງບັນດາກິດຈະການພື້ນຖານໂຄງລ່າງເພື່ອດຶງດູດບັນດານັກລົງທຶນ ນັ້ນແມ່ນທິດກ້າວເດີນໂດຍແຂວງ ກວ໋າງນີງ ເລືອກເຟັ້ນ ເພື່ອຊຸກຍູ້ເສດຖະກິດພັດທະນາໃນສະພາບໂລກລະບາດໂຄວິດ 19 ພວມຜັນແປໄປສັບສົນຍາກທີ່ຄາດຄະເນລ່ວງຫນ້າໄດ້.

ກວ໋າງນິງ ສຸມໃສ່ດຶງດູດການລົງທຶນເຂົ້າລະບົບທ່າກຳປັ່ນທະເລ - ảnh 2ກຳປັ່ນຂົນສົ່ງສິນຄ້າ ເຂົ້າທຽບທ່າກຳປັ່ນ ກອນອອງ

ນັບແຕ່ປີ 2014 ມາຮອດປະຈຸບັນ, ແຂວງ ກວ໋າງນີງ ໄດ້ປະຕິບັດຫລາຍໂຄງການລົງທຶນຕາມຮູບການຄູ່ຮ່ວມມື ພາກລັດ - ພາກເອກະຊົນ ແລະ ສ່ວນຫລາຍລ້ວນແຕ່ເສີມຂະຫຍາຍປະສິດທິຜົນ, ປະກອບສ່ວນຊຸກຍູ້ເສດຖະກິດ ສັງຄົມທ້ອງຖິ່ນພັດທະນາຄື: ທ່າອາກາດສະຍານສາກົນ ເວີນດົນ, ໂຄງການກໍ່ສ້າງຂົວ ແບກດັ່ງ, ເສັ້ນທາງດ່ວນ ຮ້າລອງ - ເວີນດົ່ງ, ທ່າກຳປັ່ນທ່ອງທ່ຽວສາກົນສະເພາະຕ່າງຫາກ.

  ທັງມີທ່າກຳປັ່ນທະເລ ທັງມີດ່ານສົ່ງອອກນຳເຂົ້າສິນຄ້າທາງບົກ, ແຂວງ ກວ໋າງນີງ ມີບັນດາທ່າໄດ້ປຽບລື່ນກາຍຫລາຍທ້ອງຖິ່ນອື່ນເພື່ອພັດທະນາບໍລິການຂົນສົ່ງ.

ທ່ານ ຫງວຽນຊວັນກີ ເລຂາຄະນະພັກ ປະທານສະພາປະຊາຊົນແຂວງ ກວ໋າງນີງ ໃຫ້ຮູ້ວ່າ: ວຽກທີ່ຕ້ອງເຮັດໃນຈຸດເວລານີ້ ແມ່ນຍາດແຍ່ງການສະຫນັບສະຫນູນຂອງລັດຖະບານ ແລະ ບັນດາກະຊວງ ຂະແຫນງການ ເພື່ອບູລະນະ, ຍົກລະດັບລະບົບເສັ້ນທາງຢູ່ບັນດາປະຕູອອກສູ່ທະເລ. ພ້ອມກັນນັ້ນ ກໍສ້າງລະບຽບການໃຫ້ສຳເລັດໂດຍໄວ ແລະ ຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງເຖິງທ່າກຳປັ່ນໂດຍເຊື່ອມຕໍ່ກັບລະບົບເສັ້ນທາງດ່ວນ.

 “ຕໍ່ກັບຂໍ້ສະເຫນີຂອງບັນດາພະແນກ, ຂະແຫນງການ ແລະ ແຜນນະໂຍບາຍຂອງຄະນະພັກແຂວງ, ອຳນາດການປົກຄອງແຂວງ ຈະຕົກລົງກໍ່ສ້າງຂົວ ແລະ ເສັ້ນທາງອອກສູ່ທ່າກຳປັ່ນ ກອນອອງ ຮ່ອນແນັດ ເພື່ອດຶງດູດການລົງທຶນນອກພາກລັດ, ສ້າງຫນ້າພຽງເພື່ອໃຫ້ມີການບໍລິການ logistics, ມີພະລາທິການທ່າກຳປັ່ນທີ່ມີກຳລັງແຮງພຽງພໍເພື່ອແກ້ງແຍ່ງກັບບັນດາທ່າກຳປັ່ນທີ່ມີຊື່ສຽງຢູ່ ພາກເຫນືອ.

ໂຄງການກໍ່ສ້າງທ່າກຳປັ່ນກອນອອງ - ຮ່ອນແນັດໄດ້ຮັບການກຳນົດວ່າແມ່ນໂຄງການກຳລັງຫນູນເພື່ອປ່ຽນແປງໂສມຫນ້າເສດຖະກິດທ່າກຳປັ່ນທະເລຂອງແຂວງກວ໋າງນີງແລະເຂດ. ປີ 2021 ກວ໋າງນີງວາງເປົ້າໝາຍກໍ່ສ້າງລະບົບທ່າກຳປັ່ນທະເລຕ້ອງບັນລຸການເຕີບໂຕຢູ່ໃນລະດັບ 2 ຕົວເລກ. ເລື່ອງໃຊ້ຈ່າຍງົບປະມານເພື່ອຮຽກຮ້ອງການລົງທຶນຈາກພາກເອກະຊົນອີກຄັ້ງຫນຶ່ງໄດ້ຢັ້ງຢືນແຜນນະໂຍບາຍອັນຖືກຕ້ອງ, ກ້າຄິດກ້າເຮັດ… ຊ່ວຍນຳແຂວງກວ໋າງນີງກາຍເປັນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າທົ່ວປະເທດກ່ຽວກັບເສດຖະກິດຈາກທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ