ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ໃຊ້​ສອຍ​ເພື່ອ​ກະ​ຕຸກ​ຊຸກ​ຍູ້​ກຳ​ລັງ​ຊື້​ເຄື່ອງ​ຂອງ

(VOVWORLD) -ເພື່ອຫນູນຊ່ວຍວິສາຫະກິດຟື້ນຟູການຜະລິດຫລັງໂລກລະບາດໂຄວິດ 19, ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍຫລາຍໂຄງການກະຕຸ້ນຄວາມຕ້ອງການ ດ້ວຍລະດັບໂປຣໂມຊັນກວ່າ 50%. ລາຍການດັ່ງກ່າວໄດ້ປະກອບສ່ວນຊຸກຍູ້ກຳລັງຊື້ໃນຊ່ວງເວລາວິສາຫະກິດປະສົບກັບຄວາມຫຍຸ້ງຍາກກ່ຽວກັບຕະຫລາດ, ຍ້ອນເຫດນັ້ນ ການຈຳຫນ່າຍສິນຄ້າຂອງບາງວິສາຫະກິດ ຈິ່ງມີການ ເພີ່ມຂຶ້ນ ແຕ່ 20-35%.
ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ໃຊ້​ສອຍ​ເພື່ອ​ກະ​ຕຸກ​ຊຸກ​ຍູ້​ກຳ​ລັງ​ຊື້​ເຄື່ອງ​ຂອງ - ảnh 1ສະບຽງອາຫານສົດແມ່ນສິນຄ້າໄດ້ຮັບຄວາມສົນໃຈຫຼາຍກ່ວາໝູ່ຈາກລຸກຄ້າ

ລາຍການກະຕຸ້ນຄວາມຕ້ອງການໃຊ້ສອຍປີ 2020 ໂດຍພະແນກອຸດສາຫະກຳ ການຄ້າ ນະຄອນ ໂຮ່ຈີມິນ ຈັດຕັ້ງຂຶ້ນ ນັບແຕ່ຕົ້ນເດືອນກໍລະກົດຜ່ານມາ ໂດຍມີວິສາຫະກິດເກືອບ 500 ແຫ່ງເຂົ້າຮ່ວມ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີວິສາຫະກິດເກືອບ 300 ແຫ່ງ ດ້ວຍ 400 ລາຍການໂປຣໂມຊັນ, ຫລຸດລາຄາ, ມອບຂອງຂວັນ ລວມມູນຄ່າກວ່າ 39 ຕື້ດົ່ງ. ນີ້ກໍ່ແມ່ນລາຍການກະຕຸ້ນຄວາມຕ້ອງການໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ວິສາຫະກິດ ເຂົ້າຮ່ວມກໍ່ໄດ້ຮັບການຫນູນຊ່ວຍດ້ານຫນ້າພຽງໂດຍບໍ່ເສຍຄ່າ.

ຕາມການສະຖິຕິແລ້ວ, ເຖິງວ່າ ດຳເນີນໄປພຽງໃນເວລາ 4 ມື້ກໍ່ຕາມ, ແຕ່ລາຍການດັ່ງກ່າວໄດ້ດຶງດູດແຂກເຂົ້າຊົມ, ຊື້ເຄື່ອງຂອງ ເກືອບ 60.000 ເທື່ອຄົນ, ວິສາຫະກິດເກັບລາຍຮັບມາໄດ້ກວ່າ 40 ຕື້ດົ່ງ. ທ່ານນາງ ຫງວຽນທິຫງ້ວຽນຜູ້ອຳນວຍການບໍລິສັດ ການຄ້າ ການຜະລິດ ເຮືອງມີ ຈຳກັດ ຊື່ງແມ່ນບໍລິສັດຜະລິດກະເປົານັກຮຽນ ແລະ ກະເປົາຫິ້ວ ກໍ່ບໍ່ຄາດຄິດວ່າ ເມື່ອເຂົ້າຮ່ວມລາຍການ, ບໍລິສັດ ຂອງທ່ານນາງຈະ ຂາຍກະເປົາໄດ້ກວ່າ 2000 ໜ່ວຍ ລວມມູນຄ່າກວ່າ 100 ລ້ານດົ່ງ.

ພາຍຫລັງເຂົ້າຮ່ວມລາຍການນີ້ ບໍລິສັດ ກໍ່ຈະສືບຕໍ່ປະຕິບັດບັນດາລາຍການໂປຣໂມຊັນອື່ນໆອີກເພື່ອກະຕຸ້ນຄວາມຕ້ອງການ.

“ປີນີ້ ແມ່ນປີທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ສະນັ້ນ ພວກຂ້າພະເຈົ້າປ່ຽນແປງລາຍການຂາຍສິນຄ້າເພື່ອກະຕຸ້ນຄວາມຕ້ອງການ, ສຸມໃສ່ຄຸນນະພາບ ຮູບແບບຜະລິດຕະພັນ, ດັດປັບ ແລະ ສ້າງໂປຣໂມຊັນ. ພວກຂ້າພະເຈົ້າສົມທົບກັບບັນດາສາຂາ, ຮ້ານຂາຍປື້ມ, ຮ້ານສັບພະສິນຄ້າຢູ່ ນະຄອນ ໂຮ່ຈີມິນ ແລະ ໃນທົ່ວປະເທດເພື່ອຜັນຂະຫຍາຍລາຍການຫລຸດລາຄາ ແຕ່ 10 – 15%.”

ທ່ານ ໂດ໋ກວັກຮູຍ ຜູ້ອຳນວຍການ Marketing SaiGon Coop ໃຫ້ຮູ້ວ່າ: ລາຍການດັ່ງກ່າວໄດ້ປະກອບສ່ວນເພີ່ມຈຳນວນລູກຄ້າມາຊື້ສິນຄ້າຢູ່ຮ້ານສັບພະສິນຄ້າ ຊ່ວຍໃຫ້ວິສາຫະກິດເພີ່ມລາຍຮັບຂຶ້ນ 35% ເມື່ອທຽບໃສ່ເດືອນກ່ອນ.

“ຜ່ານການສະຖິຕິໃນເບື້ອງຕົ້ນແລ້ວ ໝວດສິນຄ້າອາຫານສົດເພີ່ມຂຶ້ນຫລາຍພໍສົມຄວນ ເກືອບ 40%. SaiGon Coop ກໍ່ມີຫລາຍລາຍການໂປຣໂມຊັນສຳລັບໝວດສິນຄ້າເຄື່ອງໃຊ້ສອຍ, ເຄື່ອງສຳອາງ, ເຄື່ອງນຸ່ງແຟຊັນຕ່າງໆ, ໝວດສິນຄ້ານີ້ແມ່ນເພີ່ມຂຶ້ນປະມານ 25%. ໃນສັບປະດາທຳອິດຂອງການປະຕິບັດລາຍການໂປຣໂມຊັນ ມີຜະລິດຕະພັນປະມານ 300.000 ໂຕນ ແມ່ນ ແຈກແຖມ ໃຫ້ລູກຄ້າ”.

ບໍ່ພຽງແຕ່ບັນດາວິສາຫະກິດເຂົ້າຮ່ວມລາຍການກະຕຸ້ນຄວາມຕ້ອງການເທົ່ານັ້ນ ຫາກບັນດາລະບົບຮ້ານສັບພະສິນຄ້າຢູ່ ນະຄອນ ໂຮ່ຈີມິນ ກໍ່ໄດ້ປະຕິບັດລາຍການໂປຣໂມຊັນເປັນຈຳນວນຫລວງຫລາຍ. ມີບາງຮ້ານຫລຸດລາຄາສິນຄ້າ ແຕ່ 10% - 50%.

ຕາມພະແນກອຸດສາຫະກຳ ການຄ້າ ນະຄອນ ໂຮ່ຈີມິນ ແລ້ວ, ນອກຈາກຜັນຂະຫຍາຍລາຍການໂປຣໂມຊັນ ພະແນກກໍ່ໄດ້ຈັດຕັ້ງຫລາຍລາຍການເຊື່ອມຕໍ່ການສະຫນອງ ຄວາມຕ້ອງການລະຫວ່າງບັນດາວິສາຫະກິດ ຢູ່ ນະຄອນ ແລະ ວິສາຫະກິດບັນດາແຂວງ, ນະຄອນ ທາງທິດຕາເວັນອອກສ່ຽງເຫນືອ, ທາງທິດຕາເວັນຕົກສ່ຽງເຫນືອ ແລະ ລະບົບຈຳຫນ່າຍສິນຄ້າ SaiGon Coop, BigC, Lotte, Aeon Mall… ຜ່ານນັ້ນ ມີ 172 ບົດບັນທຶກຄວາມເຂົ້າໃຈດ້ານການຄ້າໄດ້ຮັບການລົງນາມ.

ທ່ານນາງ ຫງວຽນຮີ່ງຈາງ, ຮອງຫົວຫນ້າພະແນກອຸດສາຫະກຳ ການຄ້າ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ວິສາຫະກິດ ຢາກກະຕຸ້ນຄວາມຕ້ອງການໃຫ້ເປັນຢ່າງດີນັ້ນ ສິນຄ້າຕ້ອງຮັບປະກັນຄຸນນະພາບ, ລາຄາເໝາະສົມ, ພ້ອມທັງຮ່ວມສຳພັນໃນການຜະລິດ ແລະ ການຈຳຫນ່າຍ.

“ວິສາຫະກິດລົງທຶນສຸມໃສ່ຄຸນນະພາບສິນຄ້າ ແລະ ຮັກສາລາຄາຢູ່ໃນລະດັບເໝາະສົມ ພ້ອມກັບໄດ້ຮັບການຫນູນຊ່ວຍຈາກບັນດາພະແນກ, ຄະນະ, ຂະແຫນງການ ພວກເຮົາສາມາດມີການຫັນປ່ຽນໃຫຍ່ໃນການຈຳຫນ່າຍສິນຄ້າ. ໃນເດືອນ ກັນຍາຈະມາເຖິງ, ພະແນກຈະເສນາທິການໃຫ້ ຄະນະກຳມະການປະຊາຊົນ ນະຄອນ ຈັດຕັ້ງການເຊື່ອມຕໍ່ການສະຫນອງຄວາມຕ້ອງການກັບບັນດາແຂວງ, ນະຄອນ. ລາຍການນີ້ ຈະສ້າງກຳລັງແຜ່ຂະຫຍາຍໄປຢ່າງກວ້າງຂວາງກວ່າ.”

ພາຍຫລັງໂລກລະບາດໂຄວິດ 19, ຜູ້ບໍລິໂພກສ່ວນຫລາຍພຽງແຕ່ຊື້ເຄື່ອງຂອງທີ່ຈຳເປັນເພື່ອໃຊ້ໃນຄອບຄົວ. ເພາະສະນັ້ນ ລາຍການກະຕຸ້ນຄວາມຕ້ອງການຂອງນະຄອນ ຈະແມ່ນກຳລັງຫນູນເພື່ອກະຕຸກຊຸກຍູ້ຕະຫລາດໃນຊ່ວງໄລຍະນີ້, ຜ່ານນັ້ນ ກໍປະກອບສ່ວນເພີ່ມກຳລັງຊື້ໃຫ້ຕະຫລາດ ແລະ ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫລັງໄລຍະຕະຫລາດຖືກ ອຶດອັກຊັກຊ້າຍ້ອນ ໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ