ການຄ້າເອເລັກໂຕນິກຂ້າມຊາຍແດນ-ກາລະໂອກາດໃຫ້ແກ່ຜະລິດຕະພັນກະເສດ ຫວຽດນາມ ເຂົ້າຕະຫລາດ ອີຢູ

(VOVWORLD) - ປະຈຸບັນ ເຖິງວ່າ ຈຳນວນທຸລະກຳການຄ້າເອເລັກໂຕນິກຂອງຫວຽດນາມ ໄປຍັງຕະຫລາດ ສະຫະພາບເອີລົບ (ອີຢູ) ຍັງບໍ່ທັນສູງປານໃດກໍຕາມ ແຕ່ໃນໄລຍະຜ່ານມາ ມີບາງວິສາຫະກິດ ຫວຽດນາມ ກໍ່ໄດ້ປະສົບຜົນສຳເລັດເມື່ອເລີ່ມຕົ້ນສ້າງໄດ້ຮູບແບບດຳເນີນທຸລະກິດທາງການຄ້າເອເລັກໂຕນິກຂ້າມຊາຍແດນຂອງຕົນຢູ່ຕະຫລາດນີ້.

ການຄ້າເອເລັກໂຕນິກຂ້າມຊາຍແດນ-ກາລະໂອກາດໃຫ້ແກ່ຜະລິດຕະພັນກະເສດ ຫວຽດນາມ ເຂົ້າຕະຫລາດ ອີຢູ - ảnh 1ໝາກລິ້ນຈີ່ ຂອງຫວຽດນາມ ເປັນຄັ້ງທຳອິດສົ່ງອອກໄປຍັງຕະຫລາດເຢຍລະມັນຜ່ານຊ່ອງການຄ້າເອເລັກໂຕນິກ Voso (phunuonline.com.vn)

ດ້ວຍທ່າໄດ້ປຽບເຊື່ອມຕໍ່ໂດຍກົງຈາກຜູ້ຂາຍເຖິງຜູ້ບໍລິໂພກ, ການຄ້າເອເລັກໂຕນິກຂ້າມຊາຍແດນ ຈະເປີດກວ້າງຂອບເຂດໝວດສິນຄ້າ, ຜະລິດຕະພັນ ແລະ ເປົ້າໝາຍຂາຍສິນຄ້າແມ່ນໃຫຍ່ກວ່າເກົ່າ. ໄລຍະຜ່ານມາ ໝາກລິ້ນຈີ່ ບັກຢາງ ຈຳນວນ 3 ໂຕນເປັນຄັ້ງທຳອິດໄດ້ສົ່ງໄປຂາຍຢູ່ ເຢຍລະມັນ ຜ່ານຊ່ອງການຄ້າເອເລັກໂຕນິກ Voso. ນີ້ແມ່ນລາຍການຮ່ວມມືລະຫວ່າງ ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈີຕອນ (ກະຊວງອຸດສາຫະກຳການຄ້າ) ກັບຊ່ອງການຄ້າເອເລັກໂຕນິກ Vosoແລະ ບໍລິສັດໃຫຍ່ໄປສະນີໂທລະຄົມ Viettel (Viettel Post),ເພື່ອພັດທະນາການນຳໃຊ້ຊອບແວການຄ້າເອເລັກໂຕນິກຂ້າມຊາຍແດນໃຫ້ແກ່ວິສາຫະກິດສົ່ງອອກຂອງ ຫວຽດນາມ.

ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຖືວ່າ: ເຫດການນີ້ ແມ່ນບາດກ້າວເດີນທີ່ເປັນຫນ້າຊື່ນຊົມສຳລັບຂະແຫນງການຄ້າເອເລັກໂຕນິກ ຫວຽດນາມ ໃນການສົ່ງບັນດາຜະລິດຕະພັນກະເສດສົດທີ່ມີຄຸນນະພາບສູງໄປຍັງບັນດາຕະຫລາດຕ່າງປະເທດ ທີ່ເຄັ່ງຄັດກັບຄຸນນະພາບສິນຄ້າຄືຕະຫລາດເອີລົບ.

“ເລື່ອງ ບັກຢາງ ກໍ່ຄື ບາງທ້ອງຖິ່ນ ທີ່ມີບັນດາຜະລິດຕະພັນກະເສດ ໄດ້ນຳໃຊ້ການດຳເນີນທຸລະກິດຜ່ານພື້ນຖານເຕັກໂນໂລຊີ ແມ່ນທິດກ້າວເດີນອັນຖືກຕ້ອງ, ເປັນວິທີການສຳຜັດ ແລະ ແກ້ໄຂບັນຫາຢ່າງມີຫົວຄິດປະດິດສ້າງ, ສອດຄ່ອງແລະ ບັນລຸປະສິດທິຜົນໃນຊ່ວງເວລາເກີດໂລກລະບາດໂຄວິດ 19 ພ້ອມທັງປະກອບສ່ວນປັບປຸງພັດທະນາການພົວພັນດ້ານເສດຖະກິດ ການຄ້າກັບບັນດາປະເທດ ແລະ ເຂດແຄ້ວນ”

ຕາມການຄາດຄະເນ, ປີ 2022 ລາຍຮັບຈາກການຄ້າເອເລັກໂຕນິກ ຂ້າມຊາຍແດນ ຂອງ 16 ປະເທດໃຫຍ່ ອີຢູ ຈະບັນລຸ 220 ຕື້ເອີໂຣ, ແມ່ນເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ປີ 2019 (108 ຕື້ເອີໂຣ). ຕາມການກຳນົດຂອງ ອີຢູ, ບັນດາການທຸລະກຳຄ້າຂາຍສິນຄ້າຜ່ານການຄ້າເອເລັກໂຕນິກ ລະຫວ່າງ ຫວຽດນາມ ແລະ ອີຢູ ໃນໄລຍະຈະມາເຖິງ ຍັງຄົງຕ້ອງເສຍພາສີມູນຄ່າເພີ່ມ ແຕ່ກໍ່ຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າ ຖ້າຫາກງວດສິນຄ້ານັ້ນມີມູນຄ່າຕ່ຳກວ່າ 150 ເອີໂຣ.

ການຄ້າເອເລັກໂຕນິກຂ້າມຊາຍແດນ-ກາລະໂອກາດໃຫ້ແກ່ຜະລິດຕະພັນກະເສດ ຫວຽດນາມ ເຂົ້າຕະຫລາດ ອີຢູ - ảnh 2ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ (ພາບ:nld.com.vn)

ຜູ້ຕາງຫນ້າກົມການຕະຫລາດ ເອີລົບ - ທະວີບ ອາເມລິກາ (ກະຊວງອຸດສາຫະກຳການຄ້າ) ໃຫ້ຮູ້ວ່າ: ບັນດາວິສາຫະກິດ ຫວຽດນາມ ຢາມກພັດທະນາການຄ້າຂາຍທາງໄກ ຫລື ຜ່ານທຸລະກຳການຄ້າເອເລັກໂຕນິກເຖິງຜູ້ບໍລິໂພກ ອີຢູ ແມ່ນຄວນຈົດທະບຽນການດຳເນີນທຸລະກິດຢູ່ ປະເທດຫນຶ່ງໃນ ອີຢູ ແລະ ແຈ້ງບັນດາການທຸລະກຳຜ່ານເວັບໄຊ IOSS ຂອງແຕ່ລະປະເທດສະມາຊິກ.

ທ່ານ ຫງວຽນຫາຍມີງ, ຮອງປະທານ ສະຫະສະມາຄົມວິສາຫະກິດ ເອີລົບ ຢູ່ ຫວຽດນາມ ໃຫ້ຮູ້ວ່າ: ການຄ້າເອເລັກໂຕນິກຂ້າມຊາຍແດນ ໄດ້ເປີດເລື່ອງລາວສົ່ງອອກໃຫ້ແກ່ບັນດາຜະລິດຕະພັນກະເສດເວົ້າລວມ ແລະ ບັນດາຜະລິດຕະພັນອື່ນໆທີ່ເຄີຍເປັນທ່າແຮງຂອງຫວຽດນາມ ເປັນຕົ້ນເມື່ອສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ອີຢູ EU (EVFTA)ມີຜົນສັກສິດຢ່າງເປັນທາງການ.

 “ພວກຂ້າພະເຈົ້າມີຄວາມປາດຖະຫນາວ່າ ສຳລັບວິສາຫະກິດຂະຫນາດກາງ ແລະ ນ້ອຍນັ້ນ ບັນດາທ້ອງຖິ່ນຄວນມີການເຄື່ອນໄຫວເພື່ອໂຄສະນາ ແລະ ຫນູນຊ່ວຍໃຫ້ແກ່ວິສາຫະກິດ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈກວ່າຕໍ່ຜົນປະໂຫຍດຂອງສັນຍາ, ຫລຸດຜ່ອນຂັ້ນຕອນພາສີຄືແນວໃດ ພິເສດແມ່ນບັນດາມາດຕະຖານຄຸນນະພາບຈາກ ຝ່າຍເອີລົບ ຄືແນວໃດ.”

ເພື່ອຍູ້ແຮງການສົ່ງອອກດ້ວຍຮູບການການຄ້າເອເລັກໂຕນິກຂ້າມຊາຍແດນ, ກະຊວງອຸດສາຫະກຳ ການຄ້າ ໄດ້ມອບໃຫ້ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດິຈີຕອນ ເປັນເຈົ້າພາບ, ສົມທົບກັບຊ່ອງການຄ້າເອເລັກໂຕນິກ Vosoພ້ອມກັບບັນດາກະຊວງ, ຂະແຫນງການ ທີ່ກ່ຽວຂ້ອງໜູນຊ່ວຍສ້າງບັນດາລະບຽບການນຳເຂົ້າສົ່ງອອກ, ລະບຽບການກວດກາໂລກລະບາດ ແລະ ກວດຢັ້ງຢືນຄຸນນະພາບສິນຄ້າໃຫ້ສຳເລັດ, ຕອບສະຫນອງມາດຕະຖານສິນຄ້າທີ່ເຄັ່ງຄັດຂອງບັນດາປະເທດນຳເຂົ້າຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ