ການພັດທະນາໄຟຟ້າຈາກພະລັງແຮງລົມ ຢູ່ ບາກລຽວ ແລະ ຄວາມສາມາດບົ່ມຊ້ອນດ້ານໄຟຟ້າຈາກພະລັງແຮງລົມຢູ່ ຫວຽດນາມ

(VOVWORLD) -ປະຈຸບັນ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ມີທ່າໄດ້ປຽບຫລາຍຢ່າງເພື່ອພັດທະນາບັນດາໂຄງການໄຟຟ້າຈາກພະລັງແຮງລົມ. ການພັດທະນາ ໄຟຟ້າຈາກພະລັງແຮງລົມ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ ຫາກຍັງຫລຸດຜ່ອນຄວາມວິຕົກກັງວົນກ່ຽວກັບມົນລະພິດສິ່ງແວດລ້ອມອີກດ້ວຍ. ຜົນສຳເລັດໃນເບື້ອງຕົ້ນຂອງໂຄງການ ໄຟຟ້າຈາກພະລັງແຮງລົມ ຢູ່ ແຂວງ ບາກລຽວ ບັນລຸປະລິມານການຜະລິດແມ່ນລື່ນກາຍຄາດໝາຍເບື້ອງຕົ້ນ ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າເຂດນີ້ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາ ໄຟຟ້າຈາກພະລັງແຮງລົມ.

ການພັດທະນາໄຟຟ້າຈາກພະລັງແຮງລົມ ຢູ່ ບາກລຽວ ແລະ ຄວາມສາມາດບົ່ມຊ້ອນດ້ານໄຟຟ້າຈາກພະລັງແຮງລົມຢູ່ ຫວຽດນາມ - ảnh 1  ເສົາ turbin ໃຊ້ພະລັງແຮງລົມ ຢູ່ ບາກລຽວ

ພາບ:vietnam+

ໂຄງການ ໄຟຟ້າຈາກພະລັງແຮງລົມ ບາກລຽວ ແມ່ນໂຄງການກໍ່ສ້າງໂຮງງານຜະລິດ ໄຟຟ້າຈາກພະລັງແຮງລົມແຫ່ງທຳອິດຢູ່ ຫວຽດນາມ. ໂຄງການນີ້ໄດ້ຮັບການກໍ່ສ້າງຢູ່ ຕາແສງ ຫວີງແຈກດົງ, ນະຄອນ ບາກລຽວ ແຂວງ ບາກລຽວ. ໂຄງການນີ້ໄດ້ລົງມືກໍ່ສ້າງເມື່ອວັນທີ 9 ກັນຍາປີ 2010 ໃນເນື້ອທີ່ 1.300 ເຮັກຕາ ດ້ວຍບັນດາ turbin ຖືກຕັ້ງຢູ່ແຄມຝັ່ງທະເລຈາກ ຕາແສງ ຍ່າມາດ ເຖິງ ເຂດຂີດຂັ້ນແຄມທະເລແຂວງ ຊອກຈັງ. ໂຄງການນີ້ໄດ້ຮັບການກໍ່ສ້າງສຳເລັດພາຍຫລັງປະຕິບັດມາເປັນເວລາ 5 ປີ ດ້ວຍ 62 ເສົາ turbin ໃຊ້ພະລັງແຮງລົມຕັ້ງຢູ່ທະເລ. ມາຮອດປະຈຸບັນ ກຳລັງການຜະລິດບັນລຸເກືອບ 100 MW, ແຕ່ລະເດືອນ 62 turbin ດັ່ງກ່າວໄດ້ເຊື່ອມຕໍ່ຕາຫນ່າງໄຟຟ້າແຫ່ງຊາດກວ່າ 16.000 MWh . ຕາມເຈົ້າຂອງການລົງທຶນແລ້ວ, ຕົວເລກດັ່ງກ່າວຈະເພີ່ມຂຶ້ນໃນໄລຍະຈະມາເຖິງ ຍ້ອນກຳລັງແຮງລົມຢູ່ເຂດທະເລ ແຂວງ ບາກລຽວ ຍາມໃດກໍ່ຢູ່ໃນລະດັບສູງກວ່າການຄາດຄະເນ. ທ່ານ ໂຮ່ມີແຈງ, ຮອງຜູ້ອຳນວຍການໂຄງການ ໄຟຟ້າຈາກພະລັງແຮງລົມ ບາກລຽວ ໃຫ້ຮູ້ວ່າ: ເບື້ອງຕົ້ນ ໂຄງການວາງຄາດໝາຍ ຄວາມໄວພະລັງແຮງລົມບັນລຸ 6 -7 ແມັດ/ວິນາທີ ສຳລັບ turbin ເຄື່ອນໄຫວ, ແຕ່ຄວາມຈິງ turbin ຍາມໃດກໍ່ເຄື່ອນໄຫວຢ່າງມີປະສິດທິຜົນ, ຄວາມໄວແຮງລົມລ້ວນແຕ່ບັນລຸ 8 ແມັດ/ ວິນາທີ. ສ່ວນ ປອ ເລແອງຕວັນ, ຜູ້ຊ່ຽວຊານຄົ້ນຄ້ວາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຖືວ່າ: “ໂຄງການ ໄຟຟ້າຈາກພະລັງແຮງລົມ ບາກລຽວ ຄືເປັນແບບຢ່າງ ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນແຫ່ລງ ໄຟຟ້າຈາກພະລັງແຮງລົມອຸດົມສົມບູນຈາກບັນດາເຂດແຄມທະເລຫວຽດນາມ ແຕ່ກອ່ນມາຮອດປະຈຸບັນຍັງບໍ່ທັນໄດ້ຮັບການຂຸດຄົ້ນໄດ້ປານໃດ”

 ດ້ວຍທ່າໄດ້ປຽບທີ່ມີຢູ່ແລ້ວ, ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກາຍເປັນສູນ ໄຟຟ້າຈາກພະລັງແຮງລົມ, ຕາມບັນດານັກລົງທຶນແລ້ວ ນອກຈາກນະໂຍບາຍໃຫ້ບຸລິມະສິດ ຍັງຄົງຕ້ອງມີຄວາມເອົາໃຈໃສ່ຈາກລັດຖະບານ ແລະ ບັນດາກະຊວງ, ຂະແຫນງການຫລາຍກວ່າອີກດ້ວຍ. ທ່ານ ໂຕຮ່ວາຍເຢີນ, ເຈົ້າຂອງໂຄງການ ໄຟຟ້າຈາກພະລັງແຮງລົມ ບາກລຽວ ຍົກຄຳເຫັນວ່າ:

 ຄວນມີນະໂຍບາຍຫລຸດຜ່ອນອັດຕາດອກເບ້ຍ, ແກ່ຍາວການກຳນົດເວລາໂຄງການ ຈະມີວິສາຫະກິດຫລາຍແຫ່ງເຂົ້າຮ່ວມການລົງທຶນກວ່າ. ຂ້າພະເຈົ້າປາດຖະຫນາວ່າ ພວກເຮົາຄວນເສີມຂະຫຍາຍເລື່ອງປົກປັກຮັກສາສິ່ງແວດລ້ອມໄປຄຽງຄູ່ກັບການພັດທະນາເສດຖະກິດ. ເສີມຂະຫຍາຍລັກສະນະປະສິດທິຜົນຂອງເສດຖະກິດ ຄວນຕິດພັນກັບປະສິດທິຜົນເພື່ອສິ່ງແວດລ້ອມ.”

ປະສິດທິຜົນຂອງໂຄງການ ໄຟຟ້າຈາກພະລັງແຮງລົມ ບາກລຽວ ພວມກາຍເປັນຄວາມສົນໃຈຂອງຫລາຍທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ. ດ້ວຍຝັ່ງທະເລຍາວກ່ວາ 700 ກິໂລແມັດ, ແຫລ່ງ ໄຟຟ້າຈາກພະລັງແຮງລົມ ພວມໄດ້ຮັບຄວາມຫວັງວ່າຈະກາຍເປັນທ່າໄດ້ປຽບຂອງບັນດາທ້ອງຖິ່ນຢູ່ເຂດນີ້. ນອກຈາກ ແຂວງ ບາກລຽວ, ມີ 10 ໂຄງການ ໄຟຟ້າຈາກພະລັງແຮງລົມ  ຢູ່ ບັນດາແຂວງ ກາເມົາ, ຈາວີງ, ຊອກຈັງ ດ້ວຍ turbin ນັບຮ້ອຍໆເຄື່ອງ ໄດ້ມອບຫນັງສືອະນຸຍາດລົງທຶນໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ.

ຕາມບັນດານັກຊ່ຽວຊານຄົ້ນຄ້ວາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດແລ້ວ, ຫວຽດນາມ ແມ່ນປະເທດມີຄວາມສາມາດບົ່ມຊ້ອນກ່ຽວກັບພະລັງງານຜະລິດຄືນໃຫມ່ຢ່າງໃຫຍ່ຫລວງ ລວມມີ: ໄຟຟ້ານ້ຳຕົກຂະຫນາດນ້ອຍ, ໄຟຟ້າຈາກພະລັງແຮງລົມ, ໄຟຟ້າຈາກແສງຕາເວັນ, ໄຟຟ້າຈາກສິ່ງເສດເຫລືອ… ດ້ວຍຝັ່ງທະເລຍາວກວ່າ 3.200 ກິໂລແມັດ, ຄວາມສາມາດບົ່ມຊ້ອນຜະລິດ ໄຟຟ້າຈາກພະລັງແຮງລົມແມ່ນປະມານ 2.700 ກິໂລຕາແມັດ. ເຖິງຢ່າງໃດກໍຕາມ, ປະຈຸບັນ ຂົງເຂດຜະລິດ ໄຟຟ້າຈາກພະລັງແຮງລົມ ຢູ່ ຫວຽດນາມ ພັດທະນາ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ. ທ່ານ ກີ່ກວາງວີງ ຜູ້ຊ່ຽວຊານຄົ້ນຄ້ວາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຖືວ່າ:

             “ຕາມການສຳຫລວດຄົ້ນຄ້ວາ, ເຂດແຄມທະເລຢູ່ ຫວຽດນາມ ອາດຈະບັນລຸ 500.00 MW. ນີ້ແມ່ນ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງສຳລັບເຂດຜະລິດ ໄຟຟ້າຈາກພະລັງແຮງລົມຂອງຫວຽດນາມ”

          ບັນດາຜູ້ຊ່ຽວຊານກ່ຽວກັບພະລັງງານ ຈາກພະລັງແຮງລົມ ຍັງຖືວ່າ:   ໄຟຟ້າຈາກພະລັງແຮງລົມ ແມ່ນຫນຶ່ງໃນບັນດາມາດຕະຖານທີ່ຈຳເປັນສຳລັບການພັດທະນາພະລັງງານຜະລິດ ຄືນໃຫມ່, ພະລັງງານສະອາດຢູ່ ຫວຽດນາມ. ຕາມການວາງແຜນກຳນົດແລ້ວ, ຫວຽດນາມ ໄດ້ວາງຄາດໝາຍ  ຮອດປີ 2020 ອັດຕາສ່ວນການຜະລິດ ໄຟຟ້າໃຊ້ພະລັງງານຜະລິດຄືນໃຫມ່ກວມເອົາກວ່າ 6,5% ໃນອົງປະກອບແຫລ່ງໄຟຟ້າ, ໃນນັ້ນ ກຳລັງການຜະລິດ ໄຟຟ້າຈາກພະລັງແຮງລົມ ບັນລຸ 800 MW ໃນປີ 2020  ແລະ 6000 MW ໃນປີ 2030. ຕາມ ສາດສະດາຈານ ຫງວຽນເທມິກ, ຜູ້ຊ່ຽວຊານກ່ຽວກັບໄຟຟ້າຈາກພະລັງແຮງລົມແລ້ວ, ມາຮອດຈຸດເວລານີ້ ຍອດກຳລັງການຜະລິດຂອງບັນດາໂຮງງານ ໄຟຟ້າຈາກພະລັງແຮງລົມ ພຽງບັນລຸປະມານ 200 MW ສະນັ້ນຍາກທີ່ຈະບັນລຸໄດ້ຄາດໝາຍວາງອອກ. ໃນຂະນະຄວາມສາມາດບົ່ມຊ້ອນການຜະລິດພະລັງານຜະລິດຄືນໃຫມ່ຢູ່ຫວຽດນາມ, ພິເສດ ແມ່ນ ໄຟຟ້າຈາກພະລັງແຮງລົມ ຢູ່ ເຂດທົ່ງພຽງແມ່ນ້ຳຂອງ ຍັງໃຫຍ່ຫລວງຢູ່. ສະນັ້ນ ໃນໄລຍະຈະມາເຖິງ ຫວຽດນາມ ຄວນເອົາໃຈໃສ່ພັດທະນາແຫລ່ງພະລັງງານ ໄຟຟ້າຈາກພະລັງແຮງລົມ, ເພາະວ່າ ການພັດທະນາ ໄຟຟ້າຈາກພະລັງແຮງລົມ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ ຫາກຍັງຊ່ວຍໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ແຫລ່ງພະລັງງານສະອາດ ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມໃນອະນາຄົດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ