ການວາງແຜນຜັງ ແຂວງ ກວ໋າງນິງ: ຊຸກຍູ້ການເຕີບໂຕສີຂຽວ ແລະ ການຮ່ວມສຳພັນເຂດ

(VOVWORLD) -ກວ໋າງນິງ ແມ່ນແຂວງທຳອິດໃນເຂດທົ່ງພຽງແມ່ນ້ຳແດງທາງພາກເຫນືອ ທີ່ໄດ້ຮັບການເຊັນອະນຸມັດແຜນຜັງແຂວງ ໄລຍະແຕ່ປີ 2021 2030, ວິໄສທັດຮອດປີ 2050. ບໍ່ພຽງແຕ່ກຳນົດທິດພັດທະນາໃຫ້ກາຍເປັນທ້ອງຖິ່ນເຕີບໂຕສີຂຽວ ແລະ ຍືນຍົງເທົ່ານັ້ນ ຫາກການວາງແຜນຜັງຍັງສະແດງໃຫ້ເຫັນບົດບາດກຳລັງຫນູນຂອງແຂວງ ກວ໋າງນິງ ໃນທົ່ວເຂດເສດຖະກິດຈຸດສຸມຂອງພາກເຫນືອຢ່າງຈະແຈ້ງອີກດ້ວຍ.

ການວາງແຜນຜັງ ແຂວງ ກວ໋າງນິງ: ຊຸກຍູ້ການເຕີບໂຕສີຂຽວ ແລະ ການຮ່ວມສຳພັນເຂດ - ảnh 1ເສັ້ນທາງຄວາມໄວສູງ ເວີນດົນ - ມອງກາຍ. (ພາບ:VOV)

ໃນໄລຍະເກືອບ 10 ປີຜ່ານມາ, ແຂວງ ກວ໋າງນິງ ໄດ້ຮັບການຕີລາຄາວ່າ ມີຫລາຍບາດກ້າວພັດທະນາກະໂດດຂັ້ນ ດ້ວຍທ່າເຕີບໂຕຍາມໃດກໍ່ເປັນປົກກະຕິຢູ່ໃນລະດັບສູງຂອງທົ່ວປະເທດ. ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນເພີ່ມຂຶ້ນສອງຕົວເລກໃນ 7 ປີຢ່າງລຽນຕິດ (ສູງທົບ 1,5 ເທົ່າເມື່ອທຽບໃສ່ລະດັບສະເລ່ຍຂອງທົ່ວປະເທດ), ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງຫນ້າ.

       ໃນການວາງແຜນຜັງແຂວງ ກວ໋າງນິງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໄດ້ຮັບການປະກາດໃຊ້ໃນວັນທີ 12 ກຸມພາ ຜ່ານມາ, ທັດສະນະຫລັກແຫລ່ງຂອງແຂວງ ກວ໋າງນິງ ຍັງຄົງແມ່ນການພັດທະນາຍືນຍົງ, ການເຕີບໂຕສີຂຽວ, ສືບຕໍ່ຫັນປ່ຽນວິທີການພັດທະນາຈາກ “ສີນ້ຳຕານ” ໄປຍັງ “ສີຂຽວ” ໂດຍອີງໃສ່ 3 ເສົາຄ້ຳ: ທຳມະຊາດ, ມະນຸດ ແລະ ວັດທະນະທຳ. ການວາງແຜນຜັງມີລັກສະນະສືບທອດບັນດາການກຳນົດທິດຍຸດທະສາດກ່ອນນີ້, ພ້ອມທັງກຳນົດບັນດາຂອດບຸກທະລຸໃຫມ່. ທ່ານ Marco Breu, ຜູ້ອຳນວຍການ ບໍລິສັດ McKinsey & Company ຈຳກັດ ຫວຽດນາມ, ຫນຶ່ງໃນບັນດາຫົວຫນ່ວຍໃຫ້ຄຳປຶກສາການວາງແຜນຜັງແຂວງ ກວ໋າງນິງ ຢືນຢັນວ່າ:

 “ພວກຂ້າພະເຈົ້າຮັບປະກັນວ່າ ແຜນຜັງແຕ່ປີ 2011 ຮອດປີ 2020 ທັງໝົດ ເມື່ອຫັນມາວາງແຜນຜັງໃຫມ່ນີ້ ຈະແມ່ນການສືບທອດ, ຕົວຢ່າງຄື: ການພັດທະນາແບບຍືນຍົງດ້ວຍພື້ນຖານເສດຖະກິດເຕີບໂຕ, ດ້ວຍກົກຮາກຈາກການວາງແຜນຜັງເກົ່ານັ້ນ ການວາງແຜນຜັງໃຫມ່ໄດ້ເພີ່ມເຕີມຫລາຍຈຸດ, ເໝາະສົມກັບຍຸກສະໄຫມ, ທ່າອ່ຽງໃຫມ່ຂອງທົ່ວໂລກ.

ປະຈຸບັນ ແຂວງ ກວ໋າງນິງ ໄດ້ມີວິທີພັດທະນາຢ່າງລະອຽດໃຫ້ແກ່ບັນດາຂະແຫນງ, ຂົງເຂດສຳຄັນ, ໃນນັ້ນໃຫ້ບຸລິມະສິດພັດທະນາອຸດສາຫະກຳສີຂຽວ, ເພີ່ມອັດຕາປະກອບສ່ວນຂອງອຸດສາຫະກຳປຸງແຕ່ງ, ປະດິດສ້າງເຕັກໂນໂລຊີສູງໂດຍໄວ. ຄຽງຂ້າງນັ້ນ, ເປົ້າໝາຍກາຍເປັນ “ສູນ logistics, ສູນເສດຖະກິດທະເລ, ກະສິກຳຊີວະພາບສີຂຽວ - ສະອາດ” ກໍ່ແມ່ນການກຳນົດທິດຈຸດສຸມ. ທ່ານ ສຸຣະສັກ ພັນເຣືອງວົງ ຮອງປະທານຜູ້ທີຫນຶ່ງ ຝ່າຍພັດທະນາທຸລະກິດ ບໍລິສັດ B.Grimm ຂອງໄທ ພວມຊອກຫາກາລະໂອກາດລົງທຶນຢູ່ ແຂວງ ກວ໋າງນິງ ຕີລາຄາວ່າ:

ກ່ອນອື່ນໝົດ ພວກຂ້າພະເຈົ້າຢາກຄົ້ນຄ້ວາພັດທະນາໄຟຟ້າໃຊ້ແຮງລົມ, ຫລັງຈາກນັ້ນ ແມ່ນໄຟຟ້າແສງຕາເວັນ, ອາຍແກັທຳມະຊາດແຫຼວ (LNG) ເໝາະສົມກັບການກຳນົທິດພັດທະນາຂອງແຂວງ. ຕາມການຄົ້ນຄ້ວາຂອງພວກຂ້າພະເຈົ້າແລ້ວ, ກວ໋າງນິງ ແມ່ນເຂດມີແຫລ່ງແຮງລົມດີ, ມີຫລາຍຄວາມສາມາດບົ່ມຊ້ອນ ແລະ ໄດ້ພັດທະນາອຸດສາຫະກຳຢ່າງແຮງ ພິເສດແມ່ນພື້ນຖານໂຄງລ່າງນັບທັງຄວາມສາມາດເຊື່ອມຕໍ່ຄົມມະນາຄົມ ແລະ ລະບົບສົ່ງໄຟຟ້າໃຫ້ແກ່ເຂດ.

ການວາງແຜນຜັງ ແຂວງ ກວ໋າງນິງ: ຊຸກຍູ້ການເຕີບໂຕສີຂຽວ ແລະ ການຮ່ວມສຳພັນເຂດ - ảnh 2ທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ມອບຂໍ້ຕົກລົງການວາງແຜນຜັງແຂວງ ກວ໋າງນິງ ໄລຍະ 2021 - 2030 ໃຫ້ແກ່ແຂວງ ກວ໋າງນິງ. (ພາບ:VOV)

ຕາມແຜນຜັງໄລຍະ 2021-2030, ດ້ວຍວິໄສທັດຮອດປີ 2050, ແຜນການຈັດຕັ້ງພື້ນທີ່ການເຄື່ອນໄຫວເສດຖະກິດ - ສັງຄົມຂອງ ກວ໋າງນິງ ມີການເປີດກ້ວາງ, ບໍ່ໄດ້ສຸມໃສ່ພຽງແຕ່ບັນດາເຂດສະດວກ, ມີທ່າໄດ້ປຽບຫລາຍຢ່າງ. ແຂວງມຸ່ງໄປເຖິງການຂຸດຄົ້ນນຳໃຊ້ຂົງເຂດທະເລ, ເກາະ ແບບຍືນຍົງ; ສ້າງບັນດາແລວທາງຄົມມະນາຄົມຕິດພັນກັບບັນດາແລວທາງເສດຖະກິດ, ແລວທາງຕົວເມືອງ, ມຸ່ງໄປເຖິງການກໍ່ສ້າງນະຄອນຂຶ້ນກັບສູນກາງ... ພິເສດ, ແຂວງກວ໋າງນິງ ໄດ້ກຳນົດບົດບາດຂອງຕົນໃນການຊຸກຍູ້ການຮ່ວມສຳພັນ ພາຍໃນເຂດ, ຮ່ວມສຳພັນເຂດ ແລະ ຮ່ວມມືເຂດແຄ້ວນ. ນີ້ກໍ່ແມ່ນໝວດມາດຕະການແກ້ໄຂສຳຄັນທີ່ ທ່ານ ຫງວຽນຊວນກີ, ປະທານສະພາປະຊາຊົນແຂວງ ກວ໋າງນິງ ເນັ້ນໜັກເຖິງ:

           “ສຳລັບການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ, ບົນພື້ນຖານຕາໜ່າງເສັ້ນທາງຄວາມໄວສູງ ຫາຍຟອງ - ຮ້າລອງ - ເວີນໂດນ - ມອງກາຍ ໄດ້ກໍ່ສ້າງສຳເລັດ ແລະ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ຕ້ອງມີມາດຕະການ, ແຜນເຊື່ອມຕໍ່ແຫຼ່ງກຳລັງບັນດາທ້ອງຖິ່ນໃນເຂດຢ່າງລະອຽດ ເພື່ອຍູ້ແຮງຄວາມຄືບໜ້າການກໍ່ສ້າງ, ລະດັບຄວາມສຳເລັດໃນບັນດາລາຍການທີ່ມີລັກສະນະເຊື່ອມຕໍ່, ແກ້ໄຂບັນດາຈຸດຕິດຂັດຂອງ “ແກນເພົາຄົມມະນາຄົມ” ທີ່ກີດຂວາງການເຊື່ອມຕໍ່ລະຫວ່າງເຂດ. ຄຽງຄູ່ກັນນັ້ນ, ກໍ່ຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດ ແລະ ອົງປະກອບແຮງງານ, ຮັດແຄບຄວາມຜິດດ່ຽງເຂດພາກ; ພ້ອມກັນນັ້ນ ກໍ່ຍົກສູງຄວາມສາມາດເຊື່ອມຕໍ່ ຊຸກຍູ້ການພັດທະນາບັນດາແລວທາງເສດຖະກິດຕາມແຜນຜັງຂອງເຂດ ແລະ ພາກເໜືອ.

            ພ້ອມດ້ວຍບັນດາເສັ້ນທາງ, ຂົວເຊື່ອມຕໍ່ ກວ໋າງນິງ ແລະ ນະຄອນ ຫາຍຟ່ອງ, ບັນດາແຂວງ ຫາຍເຢືອງ, ບັກຢ່າງ, ລ້າງເຊີນ... ກໍ່ກຳລັງຄ່ອຍໆສ້າງສຳເລັດ, ແຂວງ ກວ໋າງນິງ ກໍ່ໄດ້ສະເໜີໃຫ້ຈັດຕັ້ງກໍ່ສ້າງຕົວເມືອງ ຕາມການກຳນົດທິດແຜນຜັງພື້ນທີ່ພັດທະນາລວມ; ມີ “ການມອບໝາຍບົດບາດ” ລະຫວ່າງບັນດາທ້ອງຖິ່ນໃນເຂດເພື່ອບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ກໍ່ສ້າງລະບົບນິເວດໃນຊີວິດການເປັນຢູ່ຂອງປະຊາຊົນຢ່າງດຶງດູດໃຈ.

        ແຜນຜັງ ແຂວງກວ໋າງນິງ ໄລຍະ 2021-2030, ວິໄສທັດຮອດປີ 2050 ໄດ້ຮັບຖືວ່າເປັນ “ສະແຕັມຮັບປະກັນ” ປະກອບສ່ວນແກ້ໄຂ “ຈຸດຕິດຂັດ” ບໍ່ພຽງແຕ່ຊ່ວຍໃຫ້ທ້ອງຖິ່ນລະດົມ, ຈັດສັນ ແລະ ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນເທົ່ານັ້ນ ຫາກຍັງປະກອບສ່ວນເພື່ອໃຫ້ບັນດາທ້ອງຖິ່ນໃນເຂດ ເຕີມເຕັມໃຫ້ກັນ, ພ້ອມກັນພັດທະນາໃນເຂດລວມສາມຫຼ່ຽມກຳລັງຫນູນຮ່າໂນ້ຍ - ຫາຍຟ່ອງ - ກວ໋າງນິງ, ເຂດເສດຖະກິດຈຸດສຸມ ພາກເໜືອ ແລະ ເຂດທົ່ງພຽງແມ່ນ້ຳແດງ./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ