ກາລະໂອກາດຮ່ວມມື ແລະ ພັດທະນາຂອງການບິນຫວຽດນາມ 2019

(VOVWORLD) -ວັນທີ 15 ກຸມພາ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ມອບໃບຢັ້ງຢືນໃຫ້ສັດຕະຍາບັນກ່ຽວກັບຄວາມອາດສາມາດໃນການຕິດຕາມກວດກາຄວາມປອດໄພໃນການເດີນທາງອາກາດອັນດັບ 1 category 1 (CAT 1) ຂອງກົມການບິນສະຫະລັດອາເມລິກາ (FA) ໃຫ້ກົມການບິນ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນປັດໄຈສຳຄັນສຳລັບບັນດາບໍລິສັດການບິນຫວຽດນາມ ທີ່ຢາກເປີດສາຍການບິນໂດຍກົງໄປຍັງ ອາເມລິກາ, ເປີດກາລະໂອກາດຮ່ວມມື ແລະ ພັດທະນາຂອງການບິນຫວຽດນາມ.

        ໃບຢັ້ງຢືນ CAT 1 ແມ່ນ ມາດຕະຖານຕິດຕາມກວດກາຄວາມປອດໄພໃນການເດີນທາງອາກາດ ໄດ້ຮັບການໃຫ້ສັດຕະຍາບັນຈາກໂຄງການຕີລາຄາຄວາມປອດໄພໃນການເດີນທາງອາກາດສາກົນຂອງ FAA, ໂດຍອີງຕາມ 8 ມາດຕະຖານຄວາມປອດໄພສຳຄັນຂອງ ອົງການການບິນພົນລະເຮືອນສາກົນ (ICAO). ນີ້ແມ່ນອົງການເຕັກນິກຂອງ ສະຫະປະຊາຊາດ ທີ່ໄດ້ສ້າງບັນດາມາດຕະຖານສາກົນ ແລະ ຍົກອອກຂໍ້ສະເໜີແນະ ເພື່ອເຄື່ອນໄຫວ ແລະ ບຳລຸງຮັກສາເຮືອບິນ. ຖ້າຫາກປະເທດໃດຢາກເປີດສາຍການບິນການຄ້າໄປຍັງ ອາເມລິກາ ແມ່ນຕ້ອງບັນລຸມາດຕະຖານຄວາມປອດໄພ CAT 1. ສຳລັບຫວຽດນາມແລ້ວ,  ເລື່ອງບັນລຸໄດ້ມາດຕະຖານ CAT 1 ແມ່ນມີຄວາມໝາຍສຳຄັນທີ່ສຸດ ເພາະວ່າ ນີ້ແມ່ນເງື່ອນໄຂທີ່ຈຳເປັນສຳລັບບັນດາບໍລິສັດການບິນຂອງແຕ່ລະປະເທດ ທີ່ຢາກເປີດສາຍການບິນໄປຍັງ ອາເມລິກາ. ເລື່ອງບັນລຸມາດຕະຖານ CAT 1 ກໍໝາຍຄວາມວ່າ ຂະແໜງການບິນຂອງປະເທດນັ້ນ ໄດ້ຮັບການຮັບຮູ້ວ່າ ຮັບປະກັນມາດຕະຖານກ່ຽວກັບຄວາມປອດໄພໃນການເດີນທາງອາກາດ ແລະ ຄວາມໄວ້ວາງໃຈຂອງລູກຄ້າທີ່ໃຊ້ບໍລິການຂອງບໍລິສັດການບິນຂອງປະເທດນັ້ນ. ເມື່ອມີໃບຢັ້ງຢືນ CAT 1 ແລ້ວ, ບັນດາບໍລິສັດການບິນຫວຽດນາມ ມີສິດຍື່ນໃບຄຳຮ້ອງຂໍເປີດສາຍການບິນໂດຍກົງໄປຍັງ ອາເມລິກາ ພ້ອມທັງເປີດກາລະໂອກາດຮ່ວມມືເປີດບໍລິສັດ (core –sharing) ກັບບັນດາບໍລິສັດການບິນຂອງ ອາເມລິກາ ໃນບັນດາສາຍການບິນຂອງບັນດາບໍລິສັດການບິນຂອງ ອາເມລິກາ, ເປີດກາລະໂອກາດຮ່ວມມື, ພັດທະນາ ແລະ ແງ່ຫວັງຫຼາຍຢ່າງໃຫ້ບັນດາບໍລິສັດການບິນພາຍໃນຂອງ ຫວຽດນາມ ໄດ້ສຳຜັດກັບຕະຫຼາດໃໝ່, ຊຸກຍູ້ການພັດທະນາການທ່ອງທ່ຽວ. ປັດຈຸບັນ, ວິສາຫະກິດທ່ອງທ່ຽວຫຼາຍແຫ່ງ ໄດ້ ແລະ ກຳລັງຄິດໄລ່ ເພື່ອບໍ່ໃຫ້ພາດກາລະໂອກາດນີ້. ທ່ານ ຫງວຽນກົງຮວ່ານ ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທ່ອງທ່ຽວຮ່າໂນ້ຍ Red Tour ຖືວ່າ:

        “ຖ້າຫາກມີສາຍການບິນໂດຍກົງໄປຍັງ ອາເມລິການັ້ນ ຈະສ້າງຄວາມສະດວກຫຼາຍຢ່າງໃຫ້ແກ່ແຂກທ່ອງທ່ຽວ ຫວຽດນາມ ທີ່ໄປຢ້ຽມຢາມ ອາເມລິກາ,ໂດຍບໍ່ຕ້ອງເປັນຫ່ວງເຖິງເລື່ອງ transit. ດ້ານອື່ນ ແຂກທ່ອງທ່ຽວ ຈາກ ອາເມລິກາ ມາ ຫວຽດນາມ ຈະມີຄວາມສະດວກກວ່າ ແລະ ບັນດາຜະລິດຕະພັນທ່ອງທ່ຽວຜ່ານສາຍການບິນນີ້ຈະຫຼາກຫຼາຍກວ່າ”.

ກາລະໂອກາດຮ່ວມມື ແລະ ພັດທະນາຂອງການບິນຫວຽດນາມ 2019 - ảnh 1 ທ່ານເອກອັກຄະລັດຖະທູດ Daniel J. Kritenink ມອບໃບຢັ້ງຢືນ  FAA ໃຫ້ກົມການບິນຫວຽດນາມ 

        ປັດຈຸບັນບັນດາບໍລິສັດທ່ອງທ່ຽວຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ອາເມລິກາ ນັບລ້ານໆຄົນ ແລະ ນີ້ແມ່ນທ່າໄດ້ປຽບ ເມື່ອລະດັບເຕີບໂຕແຕ່ລະປີຍາມໃດກໍຢູ່ລະດັບ 2 ຕົວເລກ. ຍິ່ງໄປກວ່່ານັ້ນ ອາເມລິກາ ແມ່ນປະເທດທີ່ມີພົນລະເມືອງຫຼາຍ ແລະ ມີລະດັບໃຊ້ຈ່າຍສູງກວ່າຫຼາຍປະເທດອື່ນໃນໂລກ, ດັ່ງນັ້ນບັນດາບໍລິສັດທ່ອງທ່ຽວພາຍໃນປະເທດ ມີໂອກາດຫຼາຍຢ່າງ ເພື່ອຂຸດຄົ້ນຕະຫຼາດດັ່ງກ່າວ. ທ່ານ ຟ້າມວັນໄບ໋, ຮອງຜູ້ອໍານວຍການບໍລິສັດທ່ອງທ່ຽວ Viet Travel ສາຂາ ຮ່່າໂນ້ຍ, ໃຫ້ຮູ້ວ່າ:

        “ຖ້າຫາກໃນໄລຍະທໍາອິດ ຜັນຂະຫຍາຍບັນດາລາຍການກະຕຸກຊຸກຍູ້ຄວາມຕ້ອງການ ເມື່ອເປີດສາຍການບິນໂດຍກົງໃໝ່ນີ້ ບໍລິສັດ Viet Travel ຍາມໃດກໍກຽມພ້ອມສົມທົບກັບບໍລິສັດການບິນແຫ່ງຊາດຫວຽດນາມ ເພື່ອຜັນຂະຫຍາຍໂປໂມຊັນທີ່ດີທີ່ສຸດ ສໍາລັບປະຊາຊົນຫວຽດນາມ.”

        ຕາມການນໍາກົມການບິນຫວຽດນາມແລ້ວ, ເລື່ອງເປີດບັນດາສາຍການບິນໂດຍກົງໄປຍັງ ອາເມລິກາ ຈະປະກອບສ່ວນເພີ່ມການກະຕຸກຊຸກຍູ້ຄວາມຕ້ອງການພາຍໃນປະເທດ ເມື່ອປະຊາຊົນຫວຽດນາມໃຊ້ບໍລິການຂອງບັນດາບໍລິສັດການບິນຫວຽດນາມເອງ.

        ປັດຈຸບັນ, ຕະຫຼາດການບິນຫວຽດນາມ ໄດ້ຮັບການຕີີລາຄາວ່າ ແມ່ນຕະຫຼາດທີ່ດູດດື່ມ ເມື່ອມີການເຕີີບໂຕທີ່ດີໃນຮອບເວລາ 10 ປີ ຜ່ານມາ. ລະອຽດ, ສະຫະສະມາຄົມການບິນສາກົນ (IATA) ໃຫ້ຮູ້ວ່າ ນີ້ແມ່ນໜຶ່ງໃນບັນດາຕະຫຼາດພົ້ນເດັ່ນທີ່ສຸດໃນທົ່ວໂລກ ດ້ວຍລະດັບເຕີບໂຕຂອງລາຍຮັບສະເລ່ຍແມ່ນ 17,4% ໃນໄລຍະ 10 ປີຜ່ານມາຢ່າງລຽນຕິດ, ຖ້າຫາກທຽບໃສ່ລະດັບ 7,9% ຂອງພາກພື້ນ ອາຊີ - ປາຊີຟິກ ເຊິ່ງກໍເປັນພາກພື້ນທີ່ພວມມີຂະແໜງການບິນເຕີບໂຕສູງ. ຕາມການຄາດຄະເນຄວາມຕ້ອງການແລ້ວ, ທາງການບິນຈະເພີ່ມຂ້ຶນທົບສອງຫາສາມເທົ່າ ໃນໄລຍະຈະມາເຖິງ. ຕົ້ນປີ 2019, ບໍລິສັດການບິນ Bamboo Airwways ໂດຍທ່ານ ຈິ້ງວັນກວຽດ ເປັນເຈົ້າຂອງລົງທຶນ ໄດ້ເລີີ່ມເປີດບໍລິການ ແລະ ກາຍເປັນ ບໍລິສັດການບິນທີ 5 ຂອງຫວຽດນາມ.  ເມື່ອກາງເດືອນ ມັງກອນ ຜ່ານມາ, ທ່ານ ຫງວຽນກວັກກີ່, ຜູ້ອໍານວຍການໃຫຍ່ Viettravel ກໍໄດ້ສະແດງໃຫ້ເຫັນວ່າ ຢາກສ້າງຕັ້ງ Viettravel Airlines,  ເຊິ່ງມີຫ້ອງການຕັ້ງຢູ່ ເຫວ້. ບໍລິສັດການບິນ Vietjet ໃຫ້ຮູ້ວ່າ ຈະນໍາໃຊ້ເຮືອບິນຂະໜາດໃຫຍ່ ເພື່ອຮັບໃຊ້ສາຍການບິນໂດຍກົງໄປຍັງ ອາເມລິກາ ພາຍຫຼັງໄດ້ຮັບໃບອະນຸຍາດຈາກອົງການຄຸ້ມຄອງການບິນສະຫະລັດ ອາເມລິກາ. ໄປຄຽງຄູ່ກັນນັ້ນ, ບໍລິສັດການບິນ Vietstar Airlines ກໍພວມຕັດສິນໃຈຂໍອະນຸຍາດເປີດບໍລິການ ໃນໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ