ຂະ​ແຫນງ ຊາ ທາຍງວຽນ ສູ້​ຊົນ​ບັນ​ລຸ​ລາຍ​ຮັບ 1 ຕື້ USD

(VOVWORLD) -ໃນປີ 2022,  ຄາດວ່າ ລາຍຮັບຈາກບັນດາຜະລິດຕະພັນ ຊາ ຢູ່ ແຂວງ ທາຍງວຽນ ຈະບັນລຸກວ່າ 10.000 ຕື້ດົ່ງເທົ່າກັບເກືອບ 500 ລ້ານ USD. ຮັບປະກັນຄຸນນະພາບບັນດາຜະລິດຕະພັນ ຊາ ບັນລຸມາດຖານ OCOPຍູ້ແຮງການສົ່ງເສີມດ້ານການຄ້າພິເສດແມ່ນການຄ້າເອເລັກໂຕນິກ ຈະແມ່ນເສັ້ນທາງເພື່ອຂະແຫນງ ຊາ ທາຍງວຽນ ກ້າວເຖິງຄາດໝາຍບັນລຸລາຍຮັບ ຕື້   USD ໃນໄລຍະຈະມາເຖິງ.
ຂະ​ແຫນງ ຊາ ທາຍງວຽນ ສູ້​ຊົນ​ບັນ​ລຸ​ລາຍ​ຮັບ 1 ຕື້  USD - ảnh 1ຂະແຫນງ ຊາ ທາຍງວຽນ ສູ້ຊົນບັນລຸລາຍຮັບ 1 ຕື້ USD.( ພາບ: VOV)


ທ່າແຮງຂອງແຂວງ ທາຍງວຽນ ນັ້ນແມ່ນບັນດາຜະລິດຕະພັນ ຊາ ບັນລຸຫນັງສືຢັ້ງຢືນ OCOP (ຫນຶ່ງຕາແສງຫນຶ່ງຜະລິດຕະພັນ). ນັບແຕ່ເມື່ອ ຊາ ທາຍງວຽນ ໄດ້ໝູນໃຊ້ວິທະຍາສາດ, ເຕັກນິກເຂົ້າໃນການຜະລິດ, ນຳໃຊ້ວັດຖຸດິບປຸງແຕ່ງຈາກບັນດາແນວພັນຊາທີ່ມີສະມັດຕະພາບສູງ, ຂັ້ນຕອນບົວລະບັດໃນໃຊ້ຢາປາບສັດຕູພືດມີຕົ້ນກຳເນີດຈາກຊີວະສາດ, ຝຸ່ນເຄມີ oganic ຕາມມາດຖານ VietGAP, ລາຄາຂາຍແມ່ນເພີ່ມຂຶ້ນທົບສອງເທົ່າ, ສາມເທົ່າ ເມື່ອທຽບໃສ່ກ່ອນນີ້ ນຳມາເຊິ່ງລາຍຮັບທີ່ເປັນປົກກະຕິໃຫ້ແກ່ບັນດາຄອບຄົວເຮັດອາຊີບຊາ.

ທ່ານ ຫວູວັນຟ່ານ, ຫົວຫນ້າພະແນກຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແຂວງ ທາຍງວຽນ ໃຫ້ຮູ້ວ່າ: ເລື່ອງບັນດາສະຫະກອນ, ວິສາຫະກິດ ຍົກສູງນ້ຳໃຈມີສະຕິ, ມີຄວາມຮັບຜິດຊອບ ປະຕິບັດບັນດາຂໍ້ກຳນົດຮັບປະກັນຄຸນນະພາບ ຈະຊ່ວຍໃຫ້ບັນດາຜະລິດຕະພັນ OCOP ເພີ່ມມູນຄ່າ, ກວມເອົາຕະຫລາດພາຍໃນ ແລະ ຕ່າງປະເທດ.

ບັນດາຜະລິດຕະພັນຊາບັນລຸມາດຖານ OCOP ໄດ້ນັ້ນແມ່ນພວກຂ້າພະເຈົ້າ ຍາມໃດກໍ່ເພີ່ມທະວີການກວດກາເພື່ອຮັບປະກັນຄຸນນະພາບ. ປະຈຸບັນ ບັນດາບໍລິສັດ, ອົງການກໍ່ເຫັນໄດ້ຜະລິດຕະພັນທີ່ໄດ້ຮັບໃບຢັ້ງຢືນຄວນໄດ້ຮັບການປົກປັກຮັກສາ ແລະ ຜະລິດໃຫ້ຖືກຕ້ອງຕາມການກຳນົດ.

ທາຍງວຽນ ແມ່ນແຂວງ ມີເນື້ອທີ່ປູກຊາໃຫຍ່ສຸດຢູ່ ຫວຽດນາມ ດ້ວຍເກືອບ 23.000 ເຮັກຕາ, ປະລິມານການຜະລິດບັນລຸກວ່າ 244.000 ໂຕນ. ຜະລິດຕະພັນຊາ ທາຍງວຽນ ໄດ້ນຳມາຂາຍຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ ແລະ ບາງປະເທດໃນໂລກ. ຕາມທ່ານນາງ ຫງວຽນທິງ່າ, ປະທານ ສະມາຄົມຊາ ທາຍງວຽນ ແລ້ວ, ເພື່ອສົ່ງອອກຜະລິດຕະພັນຊາ ໄປຍັງຕະຫລາດບັນດາປະເທດ ແມ່ນຕ້ອງຄວບຄຸມເຂດວັດຖຸດິບ, ກວດກາຂັ້ນຕອນຜະລິດ ແລະ ການເກັບກູ້ຂອງບັນດາວິສາຫະກິດ.

 “ສຳລັບບັນດາບໍລິສັດ, ອົງການ OCOP ແມ່ນຢາກໄດ້ການໂຄສະນາຜະລິດຕະພັນໃນຕະຫລາດທີ່ໃຫຍ່ກວ່າ. ນີ້ແມ່ນບັນດາຜະລິດຕະພັນຊື່ງເຂົາເຈົ້າສຸມຈິດສຸມໃຈໃສ່ເພື່ອບັນລຸ OCOP. ນອກຈາກຢາກໄດ້ການໂຄສະນາຈຳຫນ່າຍຜະລິດຕະພັນແລ້ວ, ເຂົາເຈົ້າກໍ່ຢາກເປີດກວ້າງເຂດວັດຖຸດິບ ເພື່ອຮັກສາຄຸນນະພາບຜະລິດຕະພັນໃຫ້ດີກວ່າອີກ.

         ເພື່ອໃຫ້ຂະແຫນງຊາ ບັນລຸໃຫ້ໄດ້ຄາດໝາຍວາງອອກແມ່ນລາຍຮັບ 1 ຕື້ USD ໃນໄລຍະຈະມາເຖິງ, ທາຍງວຽນ ກໍ່ເພີ່ມທະວີການຫນູນຊ່ວຍບັນດາສະຫະກອນ, ວິສາຫະກິດຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາ, ສົ່ງເສີມການຄ້າ, ຫນູນຊ່ວຍການອອກແບບ, ການຫຸ້ມຫໍ່ຜະລິດຕະພັນຊາ. ທ່ານ ຫງວຽນມິງຕຽນ ຜູ້ອຳນວຍການສູນສົ່ງເສີມການຄ້າກະສິກຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າພວມຍູ້ແຮງການຄ້າເອເລັກໂຕນິກເທື່ອລະກ້າວ, ພິເສດແມ່ນສື່ສັງຄົມ. ໃນເດືອນກຸມພານີ້ ພວກຂ້າພະເຈົ້າ ຈະລົງນາມການຮ່ວມມືກັບ Tik tok, Viettel post ແລະ ສື່ສັງຄົມອື່ນ ເພື່ອສົ່ງເສີມການຄ້າເອເລັກໂຕນິກສຳລັບບັນດາຜະລິດຕະພັນ OCOP”.

ຂະ​ແຫນງ ຊາ ທາຍງວຽນ ສູ້​ຊົນ​ບັນ​ລຸ​ລາຍ​ຮັບ 1 ຕື້  USD - ảnh 2ທ່ານນາງ ຫງວຽນທິງ່າ, ປະທານ ສະມາຄົມ ຊາ ແຂວງ ທາຍງວຽນ (ພາບ:thainguyen.gov.vn)

ເລື່ອງສ້າງລະບົບຮ່ວມສຳພັນດ້ານມູນຄ່າກັບການຈຳຫນ່າຍຜະລິດຕະພັນແບບຄົບວົງຈອນ ນັບຈາກຂອດປູກ, ບົວລະບັດ, ເກັບກູ້, ຮັກສາ, ປຸງແຕ່ງ, ຫຸ້ມຫໍ່, ໂຄສະນາ, ສົ່ງເສີມການຄ້າ ຈຳຫນ່າຍຜະລິດຕະພັນ ພ້ອມທັງເປີດກວ້າງເຂດວັດຖຸດິບ, ຫັນຂັ້ນຕອນບົວລະບັດເປັນມາດຖານ, ບັນລຸມາດຕະຖານແຫ່ງຊາດ ມຸ່ງໄປເຖິງການສົ່ງອອກ ພວມແມ່ນທິດກ້າວເດີນຂອງຂະແຫນງຊາ ທາຍງວຽນ ດ້ວຍຄວາມຕັດສິນໃຈບັນລຸລາຍຮັບ 1 ຕື້  USD ໃນເວລາອັນໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ