ຫາຍ​ຟ່ອງ​ບົນ​ເສັ້ນ​ທາງ​ກາຍ​ເປັນ​ສູນ​ກາງ​ທ່ອງ​ທ່ຽວ​ສາ​ກົນ

(VOVWORLD) -ພາຍຫລັງໂລກລະບາດໂຄວິດ -19 ໄດ້ຄວບຄຸມດີພໍສົມຄວນ, ນະຄອນ ຫາຍຟ່ອງ ໄດ້ຂຶ້ນແຜນການຈັດຕັ້ງຫລາຍເຫດການ ເພື່ອກະຕຸ້ນການທ່ອງທ່ຽວ. ບໍ່ພຽງແຕ່ຫັນເປັນຫລາຍຮູບຫລາຍແບບ, ພັດທະນາຫລາຍຜະລິດຕະພັນທ່ອງທ່ຽວໃຫມ່ເທົ່ານັ້ນ ຫາກບັນດາວິສາຫະກິດທ່ອງທ່ຽວຢູ່ ຫາຍຟ່ອງ ກໍ່ມີການປ່ຽນແປງວິທີສຳຜັດກັບບັນດາກຸ່ມເປົ້າໝາຍລະອຽດເພື່ອແນໃສ່ດຶງດູດນັກທ່ອງທ່ຽວ.

ຫາຍ​ຟ່ອງ​ບົນ​ເສັ້ນ​ທາງ​ກາຍ​ເປັນ​ສູນ​ກາງ​ທ່ອງ​ທ່ຽວ​ສາ​ກົນ - ảnh 1ຂົວແມ່ນ້ຳ ຕາມບາກ, ຫາຍຟ່ອງ (ພາບ: laodong.vn)

 

  ພາຍຫລັງຢຸດການເຄື່ອນໄຫວໃນໄລຍະຍາວສົມຄວນຍ້ອນຜົນສະທ້ອນຈາກ ໂລກລະບາດໂຄວິດ -19, ບໍລິສັດທ່ອງທ່ຽວ S9 ຈຳກັດ ໄດ້ເລີ່ມເຄື່ອນໄຫວລາຍການ “ ຮ່າໂນ້ຍ tour”- ພານັກທ່ອງທ່ຽວໄປຢ້ຽມຊົມ ຮ່າໂນ້ຍ ດ້ວຍລົດໄຟໃນເວລາມື້ຫນຶ່ງ ແລະ ລາຍການ “ຄົ້ນຫາ ຫາຍຟ່ອງ” ໃນເວລາມື້ຫນຶ່ງໃຫ້ແກ່ນັກທ່ອງທ່ຽວທີ່ມາຈາກບັນດາແຂວງ ນະຄອນ ຄື: ຮ່າໂນ້ຍ, ຮຶງອຽນ, ບັກນີງ..

ນັກທ່ອງທ່ຽວ ຈະຂີ່ລົດໄຟໄປນະຄອນ ຫາຍຟ່ອງ, ຢ້ຽມຊົມນະຄອນທ່າກຳປັ່ນ ແລະ ຊີມອາຫານເຍື່ອງຕ່າງໆທີ່ເປັນເອກະລັກສະເພາະຂອງຫາຍຟ່ອງ.  ອ້າຍ ລືວຮ່ວາງດຽບ, ຜູ້ອຳນວຍການບໍລິສັດທ່ອງທ່ຽວ S9 ຈຳກັດ ໃຫ້ຮູ້ວ່າ: ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ນັກທ່ອງທ່ຽວຍັງມີຄວາມກັງວົນຕໍ່ໂລກລະບາດ ສະນັ້ນ ບັນດາວິສາຫະກິດທ່ອງທ່ຽວ ຕ້ອງປ່ຽນແປງການເຄື່ອນໄຫວເພື່ອປັບຕົວໃຫ້ແທດເໝາະກັບສະພາບການ.

         ສຳລັບວິສາຫະກິດທ່ອງທ່ຽວຂອງພວກຂ້າພະເຈົ້າ ແມ່ນມີການປ່ຽນແປງຫລາຍແລ້ວ, ສ້າງຫລາຍລາຍການທ່ອງທ່ຽວໄລຍະສັ້ນ, ບໍ່ຖືເປັນສຳຄັນເຖິງບັນດາລາຍການທ່ອງທ່ຽວຕາມທິດ combo ອີກ ຫາກສ້າງບັນດາລາຍການທ່ອງທ່ຽວຊອກຮູ້ວັດທະນະທຳ. ປ່ຽນແປງພາຫະນະໄປມາ, ປ່ຽນແປງວິທີການໄປທ່ອງທ່ຽວ, ບໍ່ຂາຍບໍລິການທ່ອງທ່ຽວເປັນກຸ່ມໃຫຍ່ຄືກ່ອນນີ້ ຫາກຂາຍໃຫ້ແຕ່ລະຄອບຄົວ”

ຫາຍ​ຟ່ອງ​ບົນ​ເສັ້ນ​ທາງ​ກາຍ​ເປັນ​ສູນ​ກາງ​ທ່ອງ​ທ່ຽວ​ສາ​ກົນ - ảnh 2ນັກທ່ອງທ່ຽວບໍ່ໄປທ່ຽວຕາມກຸ່ມເປັນຫລາຍຄົນ ຫາກໄປຕາມຄອບຄົວ ຫລືກຸ່ມຫນ້ອຍຄົນ (ພາບ: VOV)
ຫັນຜະລິດຕະພັນທ່ອງທ່ຽວເປັນຫລາຍຮູບຫລາຍແບບ ໃນນັ້ນ ສຸມໃສ່ບັນດາເປົ້າໝາຍນັກທ່ອງທ່ຽວລະອຽດ, ມີວິສາຫະກິດທ່ອງທ່ຽວຫລາຍແຫ່ງຢູ່ ນະຄອນ ຫາຍຟ່ອງ ພວມປະສົບຜົນສຳເລັດດ້ວຍວິທີຕາມຮູບການນີ້. ພິເສດ ດ້ວຍທ່າອ່ຽງນັກທ່ອງທ່ຽວບໍ່ໄປທ່ຽວຕາມກຸ່ມເປັນຫລາຍຄົນ ຫາກໄປຕາມຄອບຄົວ ຫລືກຸ່ມຫນ້ອຍຄົນ ແລະ ນຳໃຊ້ບັນດາບໍລິການ VIP, ບັນດາໂຮງແຮມ, ຮ້ານອາຫານຢູ່ ຫາຍຟ່ອງ ໄດ້ວາງອອກຫລາຍ combo ອັນດູດດື່ມ. ເອື້ອຍ ຫງວຽນທິບິກຢູງ, ຜູ້ອຳນວຍການຝ່າຍທຸລະກິດ Flamingo  ກາດບ່າ (ຫາຍຟ່ອງ) ໃຫ້ຮູ້ວ່າ:

“ໂດຍຕອບສະຫນອງລາຍການກະຕຸ້ນການທ່ອງທ່ຽວ ຢູ່ ຫາຍຟ່ອງ ແລະ ເນື່ອງໃນໂອກາດສະເຫລີມສະຫລອງ 25 ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດ Flamingo ພວກຂ້າພະເຈົ້າ ໄດ້ສ້າງບັນດາ  combo ພັກຜ່ອນບຳລຸງຂະພາບອັນດູດດື່ມທີ່ສຸດ. ນັ້ນແມ່ນບັນດາ combo ໃນທ້າຍອາທິດ, ນັກທ່ອງທ່ຽວພຽງແຕ່ຊຳລະຄ່າເຊົ່າຫ້ອງພັກ ແລະ ຈະໄດ້ຊົມໃຊ້ຫລາຍບໍລິການໂດຍບໍ່ເສຍຄ່າ..”

  ບໍ່ພຽງແຕ່ປ່ຽນແປງວິທີການສຳຜັດກັບນັກທ່ອງທ່ຽວ ແລະ ສ້າງບັນດາຜະລິດຕະພັນເປັນພິເສດສະເພາະເພື່ອເໝາະສົມກັບທ່າອ່ຽງທ່ອງທ່ຽວໃຫມ່ຂອງນັກທ່ອງທ່ຽວ, ບັນດາວິສາຫະກິດ ຍັງຮ່ວມສຳພັນຢ່າງແຫນ້ນແຟ້ນ, ຮ່ວມມືພ້ອມກັນພັດທະນາ. ບັນດາຮ້ານອາຫານ, ໂຮງແຮມ ຢູ່ ຫາຍຟ່ອງ ໄດ້ວາງອອກຫລາຍການບໍລິການໃຫ້ແກ່ການທ່ອງທ່ຽວ ແລະ ຂາຍໃຫ້ບັນດາບໍລິສັດທ່ອງທ່ຽວ.

ນັ້ນແມ່ນຄຳໝັ້ນໝາຍຮ່ວມເດີນທາງ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກພາຍຫລັງໂລກລະບາດຂອງບັນດາວິສາຫະກິດທ່ອງທ່ຽວ ແລະ ໂຮງແຮມ. ສະຫະສະມາຄົມທ່ອງທ່ຽວ ຫາຍຟ່ອງ ກໍ່ໄດ້ປະຕິບັດບົດບາດເຊື່ອມຕໍ່ບັນດາວິສາຫະກິດທ່ອງທ່ຽວ ຢູ່ ຫາຍຟ່ອງ ແລະ ບັນດາທ້ອງຖິ່ນ, ເພື່ອແນໃສ່ໂຄສະນາ, ກະຕຸ້ນການທ່ອງທ່ຽວ. ທ່ານ ຮ່ວາງຕວນແອງ, ຮອງປະທານ ສະຫະສະມາຄົມທ່ອງທ່ຽວ ຫາຍຟ່ອງ ໃຫ້ຮູ້ວ່າ:    

  “ສະຫະສະມາຄົມທ່ອງທ່ຽວ ກໍ່ໄດ້ຂົນຂວາຍບັນດາຫົວຫນ່ວຍ ສືບຕໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວໃຫມ່, ສົມທົບກັບສະຖານທີ່ທ່ອງທ່ຽວ, ລາຍການທ່ອງທ່ຽວໃຫມ່ພາຍໃນຕົວເມືອງ ແລະ ເຂດໃກ້ຄຽງ ດ້ວຍບໍລິການທ່ອງທ່ຽວລະດັບສູງ (VIP) ຄືແນວນັ້ນ ແລະ ດ້ວຍການສົມທົບຂອງບັນດາບໍລິສັດການບິນ. ວິສາຫະກິດທ່ອງທ່ຽວກໍ່ໄດ້ກະກຽມໃຫ້ແກ່ການເປີດປະຕູຄືນໃຫມ່. ວິສາຫະກິດທ່ອງທ່ຽວພວມກະກຽມໃຫ້ຫລາຍຜະລິດຕະພັນທ່ອງທ່ຽວອັນດູດດື່ມ”

ປີ 2021 ຫາຍຟ່ອງ ສູ້ຊົນດຶງດູດນັກທ່ອງທ່ຽວປະມານ 9,5 ລ້ານເທື່ອຄົນ. ເພື່ອດຶງດູດນັກທ່ອງທ່ຽວ ແລະ ໂຄສະນາພາບພົດຂອງນະຄອນ, ບັນດາທ້ອງຖິ່ນມີທ່າແຮງກ່ຽວກັບການທ່ອງທ່ຽວຂອງ ຫາຍຟ່ອງ ກໍ່ໄດ້ຈັດຕັ້ງຫລາຍລາຍການໂຄສະນາ, ກະຕຸ້ນການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ