ຄວາມໝັ້ນແກ່ນຂອງຖານະບົດບາດ ຫວຽດນາມ

(VOVWORLD) - ໂດຍບໍ່ຫົວຊາຕໍ່ການກະທົບຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19 ແລະ ສະພາບມືດມົນຂອງພື້ນຖານເສດຖະກິດທົ່ວໂລກ, ເສດຖະກິດຫວຽດນາມ ຍັງຄົງໄດ້ຮັບການຄາດຄະເນວ່າ ຈະບັນລຸການເຕີບໂຕສູງ ແລະ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນຂອງເສດຖະກິດໂລກປີ 2021.

ຄວາມໝັ້ນແກ່ນຂອງຖານະບົດບາດ ຫວຽດນາມ - ảnh 1ຫວຽດນາມໄດ້ຮັບຖືວ່າ ແມ່ນແບບຢ່າງດີເດັ່ນໃນການປ້ອງກັນຕ້ານໂລກລະບາດໂຄວິດ 19

ພາບ:ກະຊວງສາທາລະນະສຸກ

ບົດລາຍງານການຄົ້ນຄ້ວາທົ່ວໂລກ ຂອງທະນາຄານ Standard Chartered ມີຫົວຂໍ້ວ່າ: "Vietnam - Q3 disruption, but recovery remains intact" ແປວ່າ: ຫວຽດນາມ - ການເຕີບໂຕຖືກຢຸດສະງັກຊົ່ວຄາວໃນໄຕມາດ 3 ແຕ່ມີແງ່ຫວັງການຟື້ນຟູຢ່າງເປັນປົກກະຕິ” ຊື່ງໄດ້ປະກາດຫວ່າງມໍ່ໆມານີ້ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ຈະບັນລຸການເຕີບໂຕຢູ່ໃນລະດັບ 7,8% ໃນປີ 2021 ສູງທົບກວ່າ 2,5 ເທົ່າລະດັບເຕີບໂຕປີ 2020 ເຄີຍໄດ້ຮັບຖືວ່າແມ່ນລະດັບປະທັບໃຈ ແລະ ແມ່ນຈຸດເດັ່ນຂອງເສດຖະກິດໂລກ. ພ້ອມກັບທ່າອ່ຽງນັ້ນ ອົງການຈັດອັນດັບຄວາມໄວ້ວາງໃຈສາກົນ S&P Global Ratings ຄາດຄະເນວ່າ ຫວຽດນາມ ອາດສາມາດບັນລຸການເຕີບໂຕ GDP ຢູ່ໃນລະດັບ 11,2% ໃນປີ 2021. ກ່ອນຫນ້ານັ້ນ ບົດລາຍງານອັບເດດແງ່ຫວັງການພັດທະນາ ອາຊີ  (ADO) 2020 ຂອງທະນາຄານພັດທະນາອາຊີ (ADB) ປະກາດໃນວັນທີ 15 ກັນຍາ ວ່າ ການເຕີບໂຕ GDP ຂອງຫວຽດນາມປີ 2021 ອາດຈະບັນລຸ 6,3%.

ບັນດາຜູ້ຊ່ຽວຊານເສດຖະກິດໃຫ້ຂໍ້ສັງເກດວ່າ: ແງ່ຫວັງການພັດທະນາ ຍັງໃຫຍ່ຫລວງຢູ່ເພື່ອໃຫ້ຫວຽດນາມ ຊຸກຍູ້ການເຕີບໂຕ ໃນຂະນະທີ່ບັນດາພື້ນຖານເພື່ອສ້າງກຳລັງຫນູນພັດທະນາທີ່ມີຢູ່ແລ້ວ. ກ່າວຄຳເຫັນທີ່ “ເວທີປາໄສເສດຖະກິດ ປີ 2021”: ບ່ອນອີງເພື່ອຟື້ນຟູ ແລະ ພັດທະນາ” ຊື່ງດຳເນີນໃນທ້າຍເດືອນ ພະຈິກ ປີ 2020, ທ່ານ ຫວູຕຽນລົກ ປະທານຫ້ອງການການຄ້າອຸດສາຫະກຳຫວຽດນາມ ເນັ້ນຫນັກວ່າ:

 “ຂຸດຄົ້ນບັນດາຄວາມບົ່ມຊ້ອນຂອງລະບອບ, ຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດເປັນຢ່າງດີນັ້ນ ຈະສ້າງເປັນກຳລັງຫນູນໃຫ້ແກ່ການພັດທະນາ. ເລື່ອງຍົກເລີກຮົ້ວກີດຂວາງ, ຫັນລະບຽບການເປັນງ່າຍດ່າຍ ເພື່ອສາມາດລະດົມທຸກແຫລ່ງກຳລັງຂອງທົ່ວປວງຊົນເຂົ້າໃນພາລະກິດແຫ່ງການພັດທະນາ, ເພື່ອສາມາດຍູ້ໄວຄວາມຄືບຫນ້າການກໍ່ສ້າງ ແລະ ນຳບັນດາໂຄງການເຂົ້າເຄື່ອນໄຫວ ນັ້ນຈະແມ່ນແຫລ່ງກຳລັງໃຫຍ່ສຸດໃຫ້ແກ່ການພັດທະນາໃນປີ 2021.”

ຄວາມໝັ້ນແກ່ນຂອງຖານະບົດບາດ ຫວຽດນາມ - ảnh 2ມູນຄ່າສົ່ງອອກໄມ້, ຜະລິດຕະພັນຈາກໄມ້ຂອງຫວຽດນາມ ຍັງຄົງບັນລຸການເຕີບໂຕດີເຖິງວ່າຖືກຜົນສະທ້ອນຈາກໂຄວິດ 19

ແງ່ຫວັງເສດຖະກິດອັນສົດໃສ ນັ້ນແມ່ນຫນຶ່ງໃນບັນດາພື້ນຖານສຳຄັນ ເພື່ອໃຫ້ຜູ້ຊ່ຽວຊານ ແລະ ນັກວາງແຜນນະໂຍບາຍເສດຖະກິດສາກົນຖືວ່າ: ຫວຽດນາມ ພວມ ແມ່ນຈຸດນັດພົບອັນດູດດື່ມ. ທ່ານ Hong Sun ປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ VBF 2020 ແລະ ທ່ານ ຮອງປະທານ ສະຫະສະມາຄົມວິສາຫະກິດ ສເກົາຫລີ ປະຈຳຫວຽດນາມ (Kocham) ຢືນຢັນວ່າ:

 “ປະຈຸບັນ ຫວຽດນາມ ແມ່ນຫນຶ່ງໃນບັນດາສະຖານທີ່ມີນັກລົງທຶນຫລາຍຄົນສົນໃຈເຖິງ. ຫວຽດນາມ ເຂົ້າຮ່ວມສັນຍາການຄ້າເສລີຫລາຍສະບັບຄື: EVFTA, CPTPP ນັ້ນແມ່ນສິ່ງສ້າງຄວາມສະດວກໃຫ້ແກ່ວິສາຫະກິດຫວຽດນາມທີ່ສຸດໃນການພັດທະນາຕະຫລາດໃຫມ່. ເພື່ອຍາດແຍ່ງໂອກາດນີ້ ມີບໍລິສັດ ສເກົາຫລີ ຫລາຍແຫ່ງ ພວມສົນໃຈຢາກເຂົ້າຮ່ວມຕະຫລາດຫວຽດນາມ, ບໍ່ພຽງແຕ່ດ້ານປະລິມານເທົ່ານັ້ນ ຫາກນັບທັງຄຸນນະພາບອີກດ້ວຍ. ທ່າອ່ຽງກ່ອນນີ້ ພຽງແຕ່ວິສາຫະກິດ ດຳເນີນການຜະລິດ ແຕ່ປະຈຸບັນ ມີນັກລົງທຶນ StartUp ຫລາຍຄົນກໍ່ຫັນມາ ເຮັດວຽກຢູ່ຫວຽດນາມ”

ກ່ຽວກັບການພົວພັນຕ່າງປະເທດ, ຫວຽດນາມ ກໍ່ຢັ້ງຢືນໄດ້ຖານະບົດບາດ ແລະ ອິດທິພົນຊື່ສຽງໃນທຸກການພົວພັນກັບສາກົນ. ທ່ານ ດັ້ງດີງກູຍ ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ: ປະຊາຄົມ ສາກົນ ບໍ່ພຽງແຕ່ຕີລາຄາສູງຕໍ່ການປະກອບສ່ວນຂອງຫວຽດນາມເທົ່ານັ້ນ ຫາກຍັງມີຄວາມເຊື່ອໝັ້ນວ່າ ບົດບາດ ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ຈະນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

 “ພວກເຮົາໄດ້ປ່ຽນແປງ, ເປີດປະຕູຢ່າງສຳເລັດຜົນ ແລະໄດ້ເຄື່ອນໄຫວຕາມກົດໝາຍສາກົນ, ສ້າງເປັນບັນດາຜົນງານຊື່ງໄດ້ຮັບການຕີລາຄາສູງຈາກບັນດາປະເທດ ແລະ ປະຈຸບັນ ພວກເຮົາພວມປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດ. ທີສາມ ພວກເຮົາມີການພົວພັນ, ການປະພຶດກັບບັນດາປະເທດໃຫຍ່ເປັນຢ່າງດີ, ມີການພົວພັນບໍລິສຸດຜຸດຜ່ອງກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ກໍ່ຄືສຳລັບທຸກປະເທດໃນທົ່ວໂລກ. ເພາະສະນັ້ນ ບັນດາປະເທດຮັບຮູ້ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດມີຄວາມຮັບຜິດຊອບເທົ່ານັ້ນ ຫາກຍັງແມ່ນປະເທດເພື່ອນມິດທີ່ໄວ້ເນື້ອເຊື່ອໃຈອີກດ້ວຍ.”

ໃນຂະນະນັ້ນ ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈຳຫວຽດນາມ ຢັ້ງຢືນວ່າ: ສປຊ ຍັງຄົງຕ້ອງການບົດບາດນຳພາ, ນຳຫນ້າຂອງຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງອົງການຫລາຍຝ່າຍໃຫຍ່ສຸດໃນໂລກ.

 “ອາດເວົ້າໄດ້ວ່າ ຫວຽດນາມ ສວມບົດບາດນຳຫນ້າໃນກິດຈະການປ່ຽນແປງໃຫມ່ຂອງ ສປຊ ຢູ່ໃນ ລະດັບຊາດ.  ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດນຳຫນ້າສຳເລັດເປົ້າໝາຍພັດທະນາສະຫັດສະວັດເກືອບທັງໝົດ. ຫວຽດນາມ ແມ່ນປະເທດມີບົດບາດສຳຄັນ ແລະ ສປຊ ຍັງສືບຕໍ່ຕ້ອງການການຮ່ວມມືຂອງຫວຽດນາມ ເພື່ອຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາຂອງສປຊ.”

        ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນປີ 2020 ພ້ອມກັບບັນດາການຕີລາຄາຢ່າງມີວິທະຍາສາດ, ພາວະວິໄສກ່ຽວກັບແງ່ຫວັງເສດຖະກິດ ສັງຄົມ ກໍ່ຄື ຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ຍົກສູງຂຶ້ນໃນເວທີ ສາກົນ, ພວກເຮົາ ມີຄວາມເອກອ້າງທະນົງໃຈ, ໝັ້ນໃຈກ້າວເຂົ້າສູ່ປີ 2021 ດ້ວຍຈິດໃຈຕັ້ງຫນ້າ, ປະເອີບໃຈ, ເຊື່ອໝັ້ນຕໍ່ອະນາຄົດອັນສົດໃສໃນພາຍພາກຫນ້າ.

ຕອບກັບ

ຂ່າວ/ບົດ​ອື່ນ