ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025 - ສະ​ຖານ​ທີ່​ເຕົ້າ​ໂຮມ​ສິ່ງຍອດ​ຢ້ຽມຂອງ​ສິນ​ຄ້າ ຫວຽດ​ນາມ ແລະ ໂອ​ກາດ​ເຊື່ອມ​ໂຍງ​ກັບ​ທົ່ວ​ໂລກ

(VOVWORLD) - ນັບແຕ່ວັນທີ 25 ຕຸລາ ຫາວັນທີ 4 ພະຈິກ, ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ຈະຈັດຂຶ້ນຢູ່ສູນງານວາງສະແດງ ຫວຽດນາມ (VEC),ດົງແອັງ, ຮ່າໂນ້ຍ. ດ້ວຍຫົວຂໍ້ “ເຊື່ອມຕໍ່ມະນຸດກັບການຜະລິດ, ດຳເນີນທຸລະກິດ” ເຫດການໄດ້ຈັດຂຶ້ນດ້ວຍລະດັບຊາດ, ແມ່ນງານຕະຫຼາດນັດທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ ຫວຽດນາມນັບແຕ່ກ່ອນມາຮອດປັດຈຸບັນ. ບໍ່ພຽງແຕ່ແມ່ນສະຖານທີ່ໂຄສະນາບັນດາຜະລິດຕະພັນດີເດັ່ນ, ມີຄຸນນະພາບສູງຂອງ ວິສາຫະກິດ ຫວຽດນາມ ເທົ່ານັ້ນ ງານຕະຫຼາດນັດຍັງແມ່ນສະຖານທີ່ເຊື່ອມຕໍ່ການຄ້າຂາຍລະຫວ່າງຕະຫຼາດພາຍໃນປະເທດ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄາດໝາຍເຕີບໂຕເສດຖະກິດ ຫວຽດນາມໃນປີ 2025, ສ້າງທ່ວງທ່າພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.



ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025 - ສະ​ຖານ​ທີ່​ເຕົ້າ​ໂຮມ​ສິ່ງຍອດ​ຢ້ຽມຂອງ​ສິນ​ຄ້າ ຫວຽດ​ນາມ ແລະ ໂອ​ກາດ​ເຊື່ອມ​ໂຍງ​ກັບ​ທົ່ວ​ໂລກ - ảnh 1ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 (ພາບ: ຄະນະຈັດຕັ້ງ)

ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ມີຮ້ານວາງສະແດງ 3.000 ຮ້ານໃນເນື້ອທີ່ປະມານ 130.000 ຕາເມັດ, ດ້ວຍການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ, ບັນດາກະຊວງ, ຂະແໜງການ, ກຸ່ມບໍລິສັດໃຫຍ່, ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ງານຕະຫຼາດນັດໄດ້ແບ່ງເປັນ 5 ເຂດຫຼັກ, ແຕ່ລະເຂດລ້ວນແຕ່ມີສີສັນສະເພາະ, ສະແດງໃຫ້ເຫັນຄວາມອຸດົມສົມບູນ, ເປັນຫຼາຍຮູບຫຼາຍແບບຂອງສິນຄ້າ ຫວຽດ. ໃນນັ້ນ, ເຂດທີ 1 ແມ່ນ: ອຸດສາຫະກຳ, ການຄ້າ, ການບໍລິການ - ລະດູໃບໄມ້ຫຼົ່ນວັດທະນາຖາວອນ, ເຂດທີ 2 ແມ່ນ ສິ່ງຍອດຢ້ຽມຂອງວັດທະນະທຳຫວຽດ, ເຂດທີ 3: ສິ່ງຍອດຢ້ຽມຍາມລະດູໃບໄມ້ຫຼົ່ນ ຮ່າໂນ້ຍ, ເຂດທີ 4: “ລະດູໃບໄມ້ຫຼົ່ນແຫ່ງດິນແດນ ຫວຽດ - ສີສັນລະດູໃບໄມ້ຫຼົ່ນ”, ເຂດທີ 5: “ລະດູໃບໄມ້ຫຼົ່ນສຳລັບຄອບຄົວ”.

ບັນດາຂະແໜງສິນຄ້າທີ່ວາງສະແດງຢູ່ງານຕະຫຼາດນັດມີຫຼາຍຮູບຫຼາຍແບບຄື: ອຸດສາຫະກຳໜັກ, ອຸດສາຫະກຳເບົາ, ອຸດສາຫະກຳວັດທະນະທຳ, ວິທະຍາສາດເຕັກໂນໂລຢີ - ນະວັດຕະກຳ, ກະສິກຳ, ການປຸງແຕ່ງອາຫານ, ການບໍລິການ, ການຄ້າ ແລະ ເຄື່ອງໃຊ້ສອຍ. ບັນດາຜະລິດຕະພັນທີ່ວາງສະແດງຢູ່ງານຕະຫຼາດນັດ ແມ່ນບັນດາສິນຄ້າດີເດັ່ນ, ໄດ້ຮັບການກວດກາທາງດ້ານຄຸນນະພາບຢ່າງເຂັ້ມງວດ, ສະແດງໃຫ້ເຫັນຄວາມສາມາດຜະລິດນັບມື້ນັບສູງຂອງວິສາຫະກິດ ຫວຽດນາມ ໃນຍຸກສະໄໝແຫ່ງການເຊື່ອມໂຍງ. ທ່ານນາງ ໂດທິທູເຮືອງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນການຢາ ວິງຟຸກ (Vinaphaco) ໃຫ້ຮູ້ວ່າ:

ເຂົ້າຮ່ວມງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025, Vinaphaco ໄດ້ຕັ້ງຄວາມຫວັງວ່າ ນີ້ຈະແມ່ນການເຄື່ອນໄຫວສົ່ງເສີມການຄ້າທີ່ມີປະສິດທິຜົນ ແລະ ຮອບດ້ານ, ຊ່ວຍ Vinaphaco ເພີ່ມທະວີການໂຄສະນາເຄື່ອງໝາຍການຄ້າ ແລະ ບັນດາຜະລິດຕະພັນຂອງບໍລິສັດ, ພ້ອມທັງ, ມີໂອກາດເຊື່ອມຕໍ່, ພົບປະແລກປ່ຽນ, ຮ່ວມມືກັບບັນດາລູກຄ້າ, ວິສາຫະກິດ, ຄູ່ຮ່ວມມື, ເປີດກາລະໂອກາດກ່ຽວກັບການຮ່ວມມືຖ່າຍທອດເຕັກໂນໂລຢີ ແລະ ພັດທະນາ, ຜະລິດຢຸກຢາທີ່ມີຄຸນນະພາບສູງ.

ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025 - ສະ​ຖານ​ທີ່​ເຕົ້າ​ໂຮມ​ສິ່ງຍອດ​ຢ້ຽມຂອງ​ສິນ​ຄ້າ ຫວຽດ​ນາມ ແລະ ໂອ​ກາດ​ເຊື່ອມ​ໂຍງ​ກັບ​ທົ່ວ​ໂລກ - ảnh 2ການຖະແຫຼງຂ່າວກ່ຽວກັບງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຮ່າໂນ້ຍ 2025 (ພາບ: ຄະນະຈັດຕັ້ງ)

ສິ່ງທີ່ແຕກຕ່າງກັນຂອງງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ເມື່ອປຽບທຽບກັບງານຕະຫຼາດນັດປົກກະຕິແມ່ນມີລະດັບຊາດ ແລະ ມີລັກສະນະເຊື່ອມຕໍ່ກັບທົ່ວໂລກ. ຕາມຄະນະຈັດຕັ້ງແລ້ວ ໄດ້ມີ ວິສາຫະກິດພາຍໃນ ແລະ ຕ່າງປະເທດ 2.500 ແຫ່ງຈົດທະບຽນເຂົ້າຮ່ວມງານຕະຫຼາດນັດ, ໃນນັ້ນ ມີວິສາຫະກິດ 100 ແຫ່ງ ແມ່ນມາຈາກເອີລົບ ຄື: ຝລັ່ງ, ແບນຊິກ, ໂຮນລັງ, ໂອຕາລິດ, ສະວິດ… ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ:

ບັນດາຮ້ານວາງສະແດງຮັບປະກັນມີທັງວິສາຫະກິດພາຍໃນ, ວິສາຫະກິດຕ່າງປະເທດ ແລະ ບັນດາຄູ່ຮ່ວມມືທີ່ກຽມເຂົ້າຮ່ວມທຸລະກຳຊື້ຂາຍສິນຄ້າ, ໃນນັ້ນ ມີກຸ່ມບໍລິສັດ Amazon. ທ່ານປະທານ Amazon ໃຫ້ຮູ້ວ່າ ທ່ານຢາກເຂົ້າຮ່ວມງານຕະຫຼາດນັດນີ້ທີ່ສຸດ ແລະ ເຂົາເຈົ້າຈະປະກອບສ່ວນໃຫ້ແກ່ເຫດການນີ້ ດ້ວຍວິທີທັງໂຄສະນາ, ທັງເຊື່ອມຕໍ່ກັບບັນດາວິສາຫະກິດທີ່ມີໜ້າຢູ່ງານຕະຫຼາດນັດນີ້ ແລະ ພາເຂົາເຈົ້າເຂົ້າຮ່ວມຕ່ອງໂສ້ຂອງ Amazon.

ໄປຄຽງຄູ່ກັບການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງບັນດາວິສາຫະກິດ, ບັນດາການເຄື່ອນໄຫວຂາຍຍ່ອຍໃຫ້ຜູ້ບໍລິໂພກກໍ່ແມ່ນປັດໄຈສ້າງກຳລັງດຶງດູດໃຫຍ່ ຂອງເຫດການ. ທ່ານ ຫວູບ໋າຝູ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ), ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ໃຫ້ຮູ້ວ່າ:

ນີ້ແມ່ນງານຕະຫຼາດນັດທີ່ມີການປະສົມລະຫວ່າງ ງານບຸນ ແລະ ຕະຫຼາດ, ດັ່ງນັ້ນ ການເຄື່ອນໄຫວຂາຍຍ່ອຍໃຫ້ຜູ້ບໍລິໂພກ ເພື່ອໄດ້ສຳຜັດຕົວຈິງ ແລະ ນຳໃຊ້ກໍ່ແມ່ນສ່ວນໜຶ່ງທີ່ສຳຄັນເພື່ອສ້າງເປັນບັນຍາກາດອັນຟົດຟື້ນຂອງງານຕະຫຼາດນັດ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການຊີ້ນຳກ່ຽວກັບລະດັບໂປຼໂມຊັນ ຂຶ້ນເຖິງ 100% ເພື່ອສ້າງລາຍຮັບໃຫ້ໃຫຍ່ກ່ວາອີກ.

ສຳລັບບັນດາທ້ອງຖິ່ນ, ພິເສດແມ່ນ ຮ່າໂນ້ຍ ເຊິ່ງແມ່ນສະຖານທີ່ຈັດເຫດການ, ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ແມ່ນໂອກາດເພື່ອໂຄສະນາທັງຄຸນຄ່າວັດນະທະທຳ ທັງຄວາມສາມາດບົ່ມຊ້ອນດ້ານເສດຖະກິດອີກດ້ວຍ. ທ່ານ ຫງວຽນແອັງເຢືອງ, ຮອງຫົວໜ້າພະແນກອຸດສາຫະກຳການຄ້າ ຮ່າໂນ້ຍ ແບ່ງປັນວ່່າ:

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພິເສດທີ່ສຸດ, ບໍ່ພຽງແຕ່ປະກອບສ່ວນໃຫ້ແກ່ວຽກງານສົ່ງເສີມການຄ້າຂອງນະຄອນຫຼວງເທົ່ານັ້ນ ຫາກຍັງໃຫ້ທັງວຽກງານໂຄສະນາ, ດຶງດູດການລົງທຶນຂອງນະຄອນ ຮ່າໂນ້ຍ ເວົ້າລວມ. ຜ່ານການເຄື່ອນໄຫວນີ້, ບັນດາຄອບຄົວດຳເນີນທຸລະກິດ, ບັນດາວິສາຫະກິດ, ຫົວໜ່ວຍຜະລິດ ຈະມີໂອກາດເພື່ອແນະນຳ, ໂຄສະນາ, ເຊື່ອມຕໍ່ການແລກປ່ຽນຄ້າຂາຍ ແລະ ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຮ່າໂນ້ຍ ແນະນຳບັນດາຜະລິດຕະພັນຍອດຢ້ຽມ ທີ່ມີລັກສະນະວັດທະນະທຳ ແລະ ບັນລຸມູນຄ່າເສດຖະກິດສູງທີ່ສຸດເຖິງປະຊາຊົນ, ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ດ້ວຍບັນດາປັດໄຈ: ມີຂອບຂະໜາດໃຫຍ່ທີ່ສຸດ, ສະຖານທີ່ທັນສະໄໝທີ່ສຸດ, ຜະລິດຕະພັນອຸດົມສົມບູນທີ່ສຸດ, ມີຄຸນນະພາບສູງທີ່ສຸດ, ການເຄື່ອນໄຫວດຶງດູດໃຈທີ່ສຸດ, ບຸລິມະສິດດີທີ່ສຸດ, ໄດ້ຮັບຖືວ່າແມ່ນເຄື່ອງມືນະໂຍບາຍສຳຄັນເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ, ຊຸກຍູ້ການບໍລິໂພກ, ເປີດກວ້າງການສົ່ງອອກ, ເພີ່ມທະວີຄວາມສາມາດແກ້ງແຍ້ງຂອງວິສາຫະກິດ ຫວຽດ ຢູ່ຕະຫຼາດທົ່ວໂລກ. ໃນສະພາບການເສດຖະກິດທົ່ວໂລກມີການຜັນແປຫຼາຍຢ່າງ, ງານຕະຫຼາດນັດແມ່ນຫຼັກຖານພະຍານສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມເປັນເຈົ້າການ, ຄວາມຂະຫຍັນຂັນເຄື່ອນ ແລະ ວິໄສທັດຍຸດທະສາດຂອງ ຫວຽດນາມ ໃນການສ້າງພື້ນຖານເສດຖະກິດທີ່ທັນສະໄໝ, ຍືນຍົງ ແລະ ເຊື່ອມໂຍງ.

ຕອບກັບ

ຂ່າວ/ບົດ​ອື່ນ