ດຶງດູດການລົງທຶນຕ້ອງມີວີໄສທັດຍຸດທະສາດ

(VOVWORLD) -ດຶງດູດການລົງທຶນແມ່ນຂົງເຂດສຳຄັນພິເສດ ພວມໄດ້ຮັບການບຸລິມະສິດແຖວຫນ້າໃນຍຸດທະສາດພັດທະນາເສດຖະກິດ ສັງຄົມຈາກບັນດາແຂວງ, ນະຄອນ. ເຖິງຢ່າງໃດກໍຕາມ, ບໍ່ແມ່ນແຂວງ, ນະຄອນໃດກໍ່ປະສົບຜົນສຳເລັດ ແລະ ຮັບຕ້ອນວິສາຫະກິດຢູ່ພາຍໃນປະເທດ ແລະ ຕ່າງປະເທດມາລົງທຶນ. ດ້ວຍວິທີເຮັດຢ່າງມີຫົວຄິດປະດິດສ້າງ ແລະ ວິໄສທັດຍຸດທະສາດ ແລະ ເປັນລະບົບ, ມີຫລາຍແຂວງ, ນະຄອນ ໄດ້ປະສົບຜົນສຳເລັດໃນຂົງເຂດນີ້ ດຶງດູດການລົງທຶນຢ່າງແຮງເພື່ອຮັບໃຊ້ການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ.


ກວ໋າງນີງ ແມ່ນແຂວງຫນຶ່ງທີ່ປະສົບຜົນສຳເລັດໃນການປະຕິຮູບດ້ານບໍລິຫານ, ເຄີຍນຳຫນ້າປະເທດກ່ຽວກັບບັນດາດັດຊະນີຄື: PCI (ກຳລັງແກ້ງແຍ່ງຂັ້ນແຂວງ), SIPAS (ຄວາມເພິ່ງພໍໃຈຕໍ່ການຮັບໃຊ້ລະບຽບການບໍລິຫານ), PAPI  (ປະສິດທິຜົນການຄຸ້ມຄອງບໍລິຫານສາທາລະນະ), ICT (ລະດັບໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ).. ແຕ່ວ່າ ເພື່ອດຶງດູດການລົງທຶນ, ກ່ອນນີ້ຫລາຍປີ ແຂວງ ກວ໋າງນີງ ໄດ້ມີຄວາມເອົາໃຈໃສ່ເປັນພິເສດເຖິງການວາງແຜນກຳນົດ. ນີ້ແມ່ນຈຸດແຕກຕ່າງຂອງທ້ອງຖິ່ນນີ້ໃນການດຶງດູດການລົງທຶນ.

ດຶງດູດການລົງທຶນຕ້ອງມີວີໄສທັດຍຸດທະສາດ - ảnh 1ໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ BOT ງີເຊີນ 2. ພາບ: VOV

        ເດືອນກັນຍາ ປີ 2014, ພາຍຫລັງຜັນຂະຫຍາຍການວາງແຜນກຳນົດມາເປັນເວລາຫລາຍໆເດືອນ, ແຂວງ ກວ໋າງນີງ ໄດ້ປະກາດ  ການວາງແຜນກຳນົດຍຸດທະສາດສຳຄັນ 7 ກິດຈະກຳ, ສ້າງພື້ນຖານໝັ້ນແກ່ນເພື່ອໃຫ້ແຂວງຫັນບັນດາເປົ້າໝາຍພັດທະນາເປັນລະອຽດ. ທ່ານ ບູ່ຍວັນຄັງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ກວ໋າງນີງ ໃຫ້ຮູ້ວ່າ: ຫນຶ່ງໃນບັນດາບັນຫາຊື່ງແຂວງ ກວ໋າງນີງ ວາງອອກໃນຕໍ່ຫນ້າ ແລະ ຍາວນານ, ນັ້ນແມ່ນຕ້ອງມີການວາງແຜນກຳນົດຍຸດທະສາດເພື່ອຮັບໃຊ້ວຽກງານຊີ້ນຳ ນຳພາ, ເປັນພື້ນຖານເພື່ອຜັນຂະຫຍາຍບັນດາໂຄງການລົງທຶນຢ່າງມີແບບມີແຜນ, ມີວິທະຍາສາດ, ຈຸດສຸມ, ສ້າງກຳລັງແຜ່ກະຈາຍເພື່ອດຶງດູດບັນດານັກລົງທຶນ.

“ປີ 2011 ແຂວງ ກວ໋າງນີງ ໄດ້ເຊື້ອເຊີນຜູ້ໃຫ້ຄຳປຶກສາຈາກຕ່າງປະເທດເຂົ້າມາເພື່ອປະຕິບັດການວາງແຜນກຳນົດຍຸດທະສາດ 7 ກິດຈະກຳ. ມາຮອດປະຈຸບັນ ຍັງສືບຕໍ່ສືບທອດເສີມຂະຫຍາຍ 7 ກິດຈະກຳນັ້ນ ແລະ ພວມສ້າງການວາງແຜນກຳນົດໃຫ້ແຂວງໃນໄລຍະຕໍ່ໄປ. ພວກຂ້າພະເຈົ້າໄດ້ວາງແຜນກຳນົດໃຫ້ແກ່ການກໍ່ສ້າງ, ທີ່ດິນ ແລະ ຂະແຫນງການ. ນີ້ແມ່ນບົດຮຽນປະສົບການ ຖ້າບໍ່ວາງແຜນກຳນົດໃຫ້ 3 ຂົງເຂດດັ່ງກ່າວ, ບັນດາໂຄງການຢູ່ພາຍໃນປະເທດ ແລະ ຕ່າງປະເທດເມື່ອເຂົ້າມາລົງທຶນຢູ່ແຂວງອາດຈະປະສົບກັບຄວາມຫຍຸ້ງຍາກ”

        ຢູ່ ບໍລິເວນບັນດາແຂວງ ພາກກາງ ປະຈຸບັນ ມີ 2.151 ໂຄງການ FDI ຍັງມີຜົນສັກສິດ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນແມ່ນ 60,77 ຕື້ USD. ໃນນັ້ນ ແຂວງ ແທງຮວາ ແມ່ນທ້ອງຖິ່ນນຳຫນ້າ ດ້ວຍ 164 ໂຄງການ, ຍອດທຶນຈົດທະບຽນແມ່ນຂຶ້ນເຖິງ 14,57 ຕື້  USD, ກວມເອົາ 21% ຍອດທຶນຈົດທະບຽນໃນທົ່ວພາກພື້ນ. ແຂວງ ແທງຮວາ ວາງເປົ້າໝາຍແມ່ນນອນໃນກຸ່ມບັນດາແຂວງ, ນະຄອນ ນຳຫນ້າທົ່ວປະເທດ, ເປັນເສົາຄ້ຳການເຕີບໂຕທາງພາກເຫນືອຂອງທົ່ວປະເທດ ພ້ອມກັບ ຮ່າໂນ້ຍ - ຫາຍຟ່ອງ - ກວ໋າງນີງ. ຫລາຍປີມານີ້ ແຂວງ ແທງຮວາ ໃຫ້ບຸລິມະສິດເປັນພິເສດການພັດທະນາພື້ນຖານໂຄງລ່າງ, ມານະພະຍາຍາມສ້າງ ແລະ ນຳອຳນາດການປົກຄອງແບບສ້າງສັນເຂົ້າເຄື່ອນໄຫວ, ຮັບໃຊ້ປະຊາຊົນ, ວິສາຫະກິດເປັນຢ່າງດີ. ທ່ານ ຫງວຽນວັນທີ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນ ແຂວງ ແທງຮວາ ຢັ້ງຢືນວ່າ:

 “ທຸກວິສາຫະກິດ ມາລົງທຶນຢູ່ແຂວງ ແທງຮວາ ລ້ວນແຕ່ໄດ້ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງສັງຄົມ, ຊັບສິນ, ຊີວິດອິນຊີໃຫ້ນັກລົງທຶນ. ພວກຂ້າພະເຈົ້າກໍ່ສືບຕໍ່ສ້າງທຸກເງື່ອນໄຂສະດວກ ໃນໄລຍະກ່ອນ, ພາຍໃນ ແລະ ຫລັງການລົງທຶນ, ເຮັດໃຫ້ນັກລົງທຶນມີຄວາມເພິ່ງພໍໃຈ ດ້ວຍທິດນຳທີ່ວ່າ ຜົນສຳເລັດຂອງວິສາຫະກິດ ແມ່ນປະກອບສ່ວນເຂົ້າໃນຜົນສຳເລັດຂອງແຂວງ”

ປະຈຸບັນ ບັນດາທ້ອງຖິ່ນໃນທົ່ວປະເທດພວມຍາດແຍ່ງຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເພື່ອຟື້ນຟູເສດຖະກິດໂດຍໄວ. ເຖິງຢ່າງໃດກໍຕາມ, ການຟື້ນຟູເສດຖະກິດແຕ່ຍັງຕ້ອງຮັບປະກັນບັນດາມາດຖານ ນັ້ນແມ່ນ ພັດທະນາແບບຍືນຍົງ. ທ່ານ ເລງອກຮວາ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເງ້ອານ ໃຫ້ຮູ້ວ່າ: ເພື່ອບັນລຸໄດ້ເປົ້າໝາຍນີ້ແມ່ນສິ່ງທີ່ບໍ່ແມ່ນງ່າຍ. ເງ້ອານແມ່ນແຂວງ ມີເງື່ອນໄຂພິເສດສະເພາະ, ຖ້າຫາກບໍ່ມີຍຸດທະສາດລະອຽດ ຈະສົ່ງຜົນສະທ້ອນບໍ່ແມ່ນຫນ້ອຍເຖິງຊີວິດ, ສັງຄົມ ແລະ ປະຊາຊົນໃນປະຈຸບັນ ແລະ ອະນາຄົດ. ແຕ່ປີ 2018 ແຂວງ ເງ້ອານ ໄດ້ມີການປ່ຽນແປງນະໂຍບາຍດຶງດູດການລົງທຶນ.

“ປີ 2021 ແຂວງ ເງ້ອານ ໄດ້ປະກາດໃຊ້ມະຕິເລກທີ 05 ຂອງສະພາປະຊາຊົນແຂວງກ່ຽວກັບກົນໄກນະໂຍບາຍດຶງດູດການລົງທຶນ, ກ່ຽວກັບພື້ນຖານໂຄງລ່າງ ພວກເຮົາຮູ້ນຳກັນແລ້ວວ່າ ປີຫນ້າ ເສັ້ນທາງຄວາມໄວສູງຈາກພາກເຫນືອຮອດພາກໃຕ້ຈະໄດ້ເຊື່ອມຕໍ່ ແລະ ຜ່ານແຂວງ ເງ້ອານ ແລະ ແທງຮວາ, ນີ້ແມ່ນກຳລັງຫນູນໃຫຍ່ເພື່ອພັດທະນາເສດຖະກິດສັງຄົມ. ພວກຂ້າພະເຈົ້າຖືນີ້ແມ່ນເງື່ອນໄຂສະດວກ ແລະ ພວກຂ້າພະເຈົ້າຈະກະກຽມໃຫ້ພື້ນຖານໂຄງລ່າງຢ່າງຄົບຊຸດຢູ່ບັນດາເຂດອຸດສາຫະກຳ, ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ”

 ໂດຍກຳນົດວ່າ ດຶງດູດການລົງທຶນແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນ, ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງພາຍໃນຢ່າງສຸດຂີດ, ດຶງດູດແຫລ່ງກຳລັງແຮງພາຍນອກເຂົ້າມາລົງທຶນພື້ນຖານໂຄງລ່າງ, ສ້າງກຳລັງຫນູນໃຫ້ແກ່ການພັດທະນາວ່ອງໄວ ແລະ ຍືນຍົງ. ໝາກຜົນການດຶງດູດການລົງທຶນປະຈຸບັນ ແມ່ນຍຸດທະສາດຢ່າງມີແບບມີແຜນ, ມີວິທະຍາສາດ ຄື ການວາງແຜນການຳນົດຢູ່ ກວ໋າງນີງ, ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຢູ່ ແທງຮວາ ຫລື ຈິດໃຈມີໄຫວພິບ, ລັດຫນ້າຢູ່ ເງ້ອານ ເປັນການສະແດງໃຫ້ເຫັນບາດກ້າວເດີນຢ່າງມີແບບມີແຜນ ແລະ ມີປະສິດທິດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ