ຕ້ອງ​ມີ​ກຳ​ລັງ​ໜູນສຳລັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2023 ຫຼາຍ​ກ່​ວາ​ອີກ

(VOVWORLD) - GDP ໄຕມາດທີ 1 ຂອງ ຫວຽດນາມ ພຽງແຕ່ເພີ່ມຂຶ້ນກ່ວາ 3,3% ແມ່ນໄດ້ສ່ອງແສງສອງບັນຫາໃຫຍ່. ທີໜຶ່ງເສດຖະກິດ ຫວຽດນາມ ໄດ້ຮັບຜົນກະທົບຢ່າງແຮງຈາກວິກິດການດ້ານເສດຖະກິດທົ່ວໂລກ. ສິ່ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເມື່ອວົງເງິນການສົ່ງອອກໃນໄຕມາດທີ 1 ຄາດວ່າບັນລຸກ່ວາ 79 ຕື້ USD, ຫຼຸດລົງເກືອບ 12%, ວົງເງິນການນຳເຂົ້າຄາດວ່າບັນລຸ 75 ຕື້ USD, ຫຼຸດລົງ 14,7%, ອັດຕາການເຕີບໂຕຂອງບັນດາຂະແໜງອຸດສາຫະກຳປຸງແຕ່ງ, ປະດິດແຕ່ງລ້ວນແຕ່ຫຼຸດລົງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທີສອງ, ຄວາມໄວໃນການເພີ່ມ GDP ສະແດງໃຫ້ເຫັນກຳລັງພາຍໃນຂອງພື້ນຖານເສດຖະກິດພວມມີຂໍ້ບົກຜ່ອງ ໃນການບໍລິຫານຄຸ້ມຄອງແຫຼ່ງເງິນ, ເຊິ່ງກໍ່ຜົນກະທົບທາງລົບຕໍ່ຕະຫຼາດພັນທະບັດ ແລະ ບັນດາຂະແໜງການກໍ່ສ້າງ, ອະສັງຫາລິມະຊັບ. ດັ່ງນັ້ນ, ການບັນລຸໄດ້ເປົ້າໝາຍການເຕີບໂຕ 6,5%ຂອງພື້ນຖານເສດຖະກິດໃນປີ 2023ແມ່ນບໍ່ງ່າຍດາຍ. ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

ຕ້ອງ​ມີ​ກຳ​ລັງ​ໜູນສຳລັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2023 ຫຼາຍ​ກ່​ວາ​ອີກ - ảnh 1ພາບປະກອບ:  VOV

ຄາດວ່າ ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນ 3 ເດືອນຕົ້ນປີ 2023 ຈະເພີ່ມຂຶ້ນ 3,32% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ແຕ່ຍັງຢູ່ລະດັບເພີ່ມຂຶ້ນຕ່ຳທີ່ສຸດໃນໄລຍະ 2011 – 2023”. ນີ້ແມ່ນຂໍ້ມູນທີ່ພົ້ນເດັ່ນໃນຕາຕະລາງສະຖິຕິເສດຖະກິດໄຕມາດທີ 1 ໂດຍກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ປະກາດ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ມີຫຼາຍດັດຊະນີທີ່ໄດ້ຮັບຖືວ່າ ແມ່ນກຳລັງໜູນຂອງພື້ນຖານເສດຖະກິດ, ແຕ່ດົນນານມານີ້ ໄດ້ມີອັດຕາການເຕີບໂຕທີ່ເປັນໜ້າປະທັບໃຈຄື: ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ການສົ່ງອອກນຳເຂົ້າສິນຄ້າ...ລ້ວນແຕ່ຫຼຸດລົງ. ເພາະສະນັ້ນ, ເປົ້າໝາຍການເຕີບໂຕທັງປີຢູ່ລະດັບ 6,5% ແນ່ນອນວ່າຈະວາງອອກສິ່ງທ້າທາຍຫຼາຍຢ່າງ ແລະ ຫວຽດນາມ ຕ້ອງມີກຳລັງໜູນຫຼາຍກ່ວາອີກ ເພື່ອບັນລຸໄດ້ຄາດໝາຍການເຕີບໂຕປີ 2023.

ເພື່ອໃຫ້ການເຕີບໂຕໃນປີ 2023 ບັນລຸໄດ້ລະດັບ 6,5% ແມ່ນຫຍຸ້ງຍາກທີ່ສຸດ. ໝາຍຄວາມວ່າພວກເຮົາຕ້ອງບັນລຸກ່ວາ 7 – 7,5% ໃນບັນດາໄຕມາດທີ່ຍັງເຫຼືອຂອງປີ, ໃນສະພາບການເສດຖະກິດໂລກມີການຜັນແປຫຼາຍຢ່າງທີ່ຜິດປົກກະຕິ ແລະ ຄວາມຕ້ອງການຂອງບັນດາຄູ່ຮ່ວມມືພາຍນອກຫຼຸດລົງ, ການຜັນແປທີ່ບໍ່ເອື້ອຍອຳນວຍຂອງດິນຟ້າອາກາດ, ໄພທຳມະຊາດ ແລະ ການຜັນແປທີ່ສັບສົນຂອງການປະທະກັນດ້ານອາວຸດໃນໂລກອີກດ້ວຍ.

ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ ແຕ່ບັນດານັກຊ່ຽວຊານດ້ານເສດຖະກິດກໍ່ໄຈ້ແຍກບັນດາຈຸດເດັ່ນ ເພື່ອປະຊາຄົມວິສາຫະກິດມີກຳລັງໜູນປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ເງິນລົງທຶນໂດຍກົງຈາກຕ່າງປະເທດ ເຖິງວ່າຫຼຸດລົງແຕ່ ຫວຽດນາມ ຍັງສືບຕໍ່ໄດ້ຮັບການຄຳໝັ້ນສັນຍາລົງທຶນຈາກບັນດາວິສາຫະກິດຂະໜາດໃຫຍ່ໃນຂອບຂະໜາດທົ່ວໂລກ. ມີກຸ່ມວິສາຫະກິດຫຼາຍແຫ່ງຈາກຕະຫຼາດທີ່ມີຄຸນນະພາບຄື ເອີລົບ ພວມປາດຖະໜາຢາກຍ້າຍມາລົງທຶນຢູ່ ຫວຽດນາມ. ເຂົ້າສານ ຫວຽດນາມ ພວມ ແລະ ຈະສືບຕໍ່ຮັກສາເຄື່ອງໝາຍການຄ້າທີ່ພົ້ນເດັ່ນໃນທົ່ວໂລກ, ໂດຍບໍ່ພຽງແຕ່ຊ່ວຍຮັກສາສະບຽງອາຫານພາຍໃນປະເທດເປັນປົກກະຕິ, ປະກອບສ່ວນເຂົ້າໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິເທົ່ານັ້ນ ຫາກຍັງມີຄວາມສາມາດບົ່ມຊ້ອນ ເພື່ອໃຫ້ ຫວຽດນາມ ມີການເຕີບໂຕການສົ່ງອອກອີກດ້ວຍ. ທ່ານ ປ.ອ ເລຢຸຍບິ່ງ, ນັກຊ່ຽວຊານດ້ານເສດຖະກິດ ຕີລາຄາວ່າ:

ໃນສະພາບການເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນ, ພວກເຮົາຍັງມີບັນດາຈຸດພົ້ນເດັ່ນ ຍົກຕົວຢ່າງຄື ຂົງເຂດ ກະສິກຳ - ປ່າໄມ້ - ການປະມົງຍັງຮັກສາການເຕີບໂຕ, ອັດຕາການຟື້ນຟູຂະແໜງການທ່ອງທ່ຽວມີຄວາມຕັ້ງໜ້າ, ເງິນລົງທຶນທົ່ວສັງຄົມ, ເງິນລົງທຶນຈາກລັດ ຍັງເພີ່ມຂຶ້ນຍ້ອນຄວາມມານະພະຍາຍາມອັນໃຫຍ່ຫຼວງຈາກລັດຖະບານ, ເຈົ້າຂອງການລົງທຶນ, ຜູ້ຮັບເໝົາ. ນອກຈາກນັ້ນ, ຍອດລະດັບການຂາຍຍ່ອນສິນຄ້າ ແລະ ລາຍຮັບການບໍລິການບໍລິໂພກ ຍັງເພີ່ມຂຶ້ນ, ກໍ່ແມ່ນເສົາຄ້ຳໜຶ່ງຂອງພື້ນຖານເສດຖະກິດ. ໃນສະພາບການບັນດາຂະແໜງຜະລິດ, ປຸງແຕ່ງຫຼຸດລົງນັ້ນ, ແຕ່ອັດຕາຜູ້ອອກແຮງານທີ່ມີອາຍຸແຕ່ 15 ປີຂຶ້ນໄປພັດເພີ່ມຂຶ້ນ, ອັດຕາວ່າງງານຫຼຸດລົງ, ຊື່ງໄດ້ສະແດງໃຫ້ເຫັນວ່າ ພື້ນເສດຖະກິດບໍ່ເປັນທາງການ ອາດຈະແມ່ນຖານຮອງຮັບໃນການພັດທະນາສຳລັບພື້ນທາງການ ເຊິ່ງແມ່ນການປຸງແຕ່ງ, ປະດິດແຕ່ງ ແລະ ຂະແໜງຕ່າງໆ.

ຕ້ອງ​ມີ​ກຳ​ລັງ​ໜູນສຳລັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2023 ຫຼາຍ​ກ່​ວາ​ອີກ - ảnh 2ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ (ພາບ: VGP)

ເພື່ອໃຫ້ ຫວຽດນາມ ຮັບປະກັນເສດຖະກິດເປັນປົກກະຕິ ແລະ ມີໂອກາດເຕີບໂຕທີ່ດີ ໃນຊຸມໄຕມາດຈະມາເຖິງ, ທ່ານ ເຈິ່ນກີ້ ນັກຊ່ຽວຊານດ້ານເສດຖະກິດ, ຫົວໜ້າສະຖາບັນພັດທະນາເສດຖະກິດດີຕອນ ຫວຽດນາມ ສະເໜີວ່າ:

ລັດຖະບານຄວນເພີ່ມທະວີການຄວບຄຸມລາຄາ ແລະ ລັກສະນະແກ້ງແຍ້ງ ເພື່ອຈຳກັດການເພີ່ມລາຄາຂອງບັນດາຜະລິດຕະພັນ ແລະ ການບໍລິການ, ຈາກນັ້ນ ຫຼຸດຜ່ອນຄວາມກົດດັນຕໍ່ຜູ້ບໍລິໂພກ ແລະ ວິສາຫະກິດ. ວິສາຫະກິດກໍ່ຄວນເພີ່ມທະວີຄວາມສາມາດໃນການແກ້ງແຍ້ງ, ຫັນຂັ້ນຕອນຜະລິດໃຫ້ດີທີ່ສຸດ, ຍົກສູງຄຸນນະພາບສິນຄ້າຜະລິດຕະພັນ. ເພື່ອເຮັດໄດ້ສິ່ງນັ້ນ, ຕ້ອງເພີ່ມທະວີການຫັນເປັນດີຈີຕອນເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ. ລັດກໍ່ຄວນລົງທຶນເຂົ້າບັນດາການເຄື່ອນໄຫວໜູນຊ່ວຍການເຕີບໂຕດ້ານເສດຖະກິດໄລຍະຍາວຄື ພື້ນຖານໂຄງລ່າງ, ການສຶກສາ, ການຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຢີ, logistic… ນັ້ນແມ່ນບັນດາມາດຕະການສຳລັບໄລຍະຍາວເພື່ອຫຼຸດຜ່ອນກຳລັງກົດດັນໃນການພັດທະນາ.

ຕາມແງ່ມູມຂອງນັກທຸລະກິດ, ວິສາຫະກິດ, ທ່ານ ຫງວຽນວັນເທິນ ປະທານສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ປະກອບຄຳເຫັນວ່າ:

ບັນດານະໂຍບາຍຫຼັງໂຄວິດ - 19 ຄຶນະໂຍບາຍປີການເງິນ, ທະນາຄານຄວນສືບຕໍ່ປະຕິບັດ ເພື່ອເພີ່ມກຳລັງແຮງໃຫ້ແກ່ວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ສຳລັບຂະແໜງທ່ອງທ່ຽວ, ຄວນເປີດກວ້າງນະໂຍບາຍຍົກເວັ້ນວີຊາ ເພື່ອດຶງດູດແຂກທ່ອງທ່ຽວ, ແນໃສ່ການຟື້ນຟູ, ພັດທະນາການທ່ອງທ່ຽວ. ແລະພິເສດກ່ວານັ້ນ ບັນດາທະນາຄານພວມໄປຖືກທິດ ແມ່ນຫຼຸດຜ່ອນອັດຕາດອກເບ້ຍ ແລະ ຄວນສືບຕໍ່ແກ່ຍາວເວລາຈ່າຍໜີ້ ແລະ ຫຼຸດຜ່ອນອັດຕາດອກເບ້ຍໃຫ້ແກ່ບັນດາຂະແໜງທີ່ໄດ້ຮັບບຸລິມະສິດ. ເວົ້າລວມແລ້ວ, ບັນດານະໂຍບາຍທ້າຍປີເປັນແນວໃດ ແລະ ໄຕມາດ 1 ປີນີ້ມີຄືແນວໃດ ແມ່ນໃນໄຕມາດຕໍ່ໄປ ກໍ່ຄວນຮັກສາຄືເກົ່າຈະດີກ່ວາ.

ບັນດາອົງການຈັດຕັ້ງສາກົນ ໄດ້ ແລະ ພວມຍົກອອກບັນດາຂໍ້ສັງເກດທີ່ແຕກຕ່າງກັນກ່ຽວກັບການເຕີບໂຕດ້ານເສດຖະກິດທົ່ວໂລກ ປີ 2023 ດ້ວຍການຄາດຄະເນວ່າ ສະພາບການນີ້ຈະສືບຕໍ່ກໍ່ຜົນກະທົບທີ່ບໍ່ສະດວກ ຕໍ່ຜົນປະໂຫຍດດ້ານເສດຖະກິດພາຍໃນປະເທດ. ເຖິງຢ່າງໃດກໍ່ຕາມ, ບັນດາການໄຈ້ແຍກ, ຂໍ້ສະເໜີແນະ ແລະ ຄວາມໄວ້ເນື້ແຂື່ອໃຈຈາກບັນດານັກຊ່ຽວຊານ, ນັກທຸລະກິດ ໄດ້ສະແດງໃຫ້ເຫັນວ່າ ຖ້າຫາກທົ່ວພື້ນຖານເສດຖະກິດເສີມຂະຫຍາຍໄດ້ບັນດາກຳລັງໜູນທີ່ມີຢູ່ແລ້ວ, ຄວບຄຸມຄວາມສ່ຽງຢ່າງມີປະສິດທິຜົນກວ່າ, ລັດຖະບານມີຄວາມໄຫວພິບກ່ວາໃນການບໍລິຫານລາຄານັ້ນ ໝາກຜົນຂອງການຜະລິດ, ດຳເນີນທຸລະກິດໃນໄຕມາດ 1 ຍັງສາມາດແມ່ນພື້ນຖານທີ່ດີ ເພື່ອໃຫ້ຫວຽດນາມ ບັນລຸໄດ້ຄາດໝາຍເຕີບໂຕແມ່ນ 6,5% ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ