ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ລູ​ກ​ຄ້າ​ເພື່ອ​ໃຫ້​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ເຕີບ​ໂຕ

(VOVWORLD) -ໂລກລະບາດໂຄວິດ 19 ຜັນແປຢ່າງສັບສົນໄດ້ປ່ຽນຄວາມຊິນເຄີຍຂອງຜູ້ບໍລິໂພກ ເມື່ອການຊື້ສິນຄ້າໂດຍກົງຫລຸດລົງຫລາຍເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດ. ມີຫລາຍຫົວຫນ່ວຍຜະລິດ ດຳເນີນທຸລະກິດ ກຳໄດ້ທ່າອ່ຽງນີ້ ໄດ້ມີການຫັນປ່ຽນຢ່າງວ່ອງໄວ, ຕອບສະຫນອງຄວາມຕ້ອງການຂອງລູກຄ້າ ແລະ ເພື່ອການເຕີບໂຕຂອງວິສາຫະກິດ.

ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ລູ​ກ​ຄ້າ​ເພື່ອ​ໃຫ້​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ເຕີບ​ໂຕ - ảnh 1ພາບປະກອບ

ບໍລິສັດຫຸ້ນສ່ວນ Eviet Global, ມີສຳນັກງານຕັ້ງຢູ່ ຕາແສງ ຮວ່າງລຽດ ເມືອງ ຮ່ວາງມາຍ ນະຄອນ ຮ່າໂນ້ຍ ແມ່ນວິສາຫະກິດຈຸນລະພາກ ໄດ້ຮັບການສ້າງຕັ້ງນັບແຕ່ຕົ້ນປີ 2020 ແລະ ເຄື່ອນໄຫວສະເພາະໃນຂົງເຂດການຄ້າເອເລັກໂຕນິກ. ທ່ານ ເຈີນມີງຕູ ຕາງຫນ້າບໍລິສັດໃຫ້ຮູ້ວ່າ: ໂດຍເຫັນໄດ້ວ່າ ການພົວພັນການຄ້າອອນລາຍມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງ ກໍ່ໝາຍຄວາມວ່າມີຄູ່ແຂ່ງຫລາຍ, ທາງບໍລິສັດໄດ້ເລືອກເຟັ້ນການຈັດແບ່ງເປັນສ່ວນ ດ້ວຍປະເພດຜະລິດຕະພັນເຄື່ອງສິລະປະຫັດຖະກຳເພື່ອສຸມໃສ່ພັດທະນາ.

ປະຈຸບັນ ມີວິສາຫະກິດຫລາຍແຫ່ງຂອງຫວຽດນາມ ເຫັນໄດ້ທ່າໄດ້ປຽບ ຊື່ງການຄ້າເອເລັກໂຕນິກນຳມາໃຫ້ ແລະ ສຸມໃສ່ພັດທະນາຂະແຫນງການຄ້າເອເລັກໂຕນິກ ຕາມທິດຍືນຍົງ.  ບໍ່ພຽງແຕ່ບຳລຸງສ້າງ, ຮັບສະໝັກ ແລະ ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດເທົ່ານັ້ນ ຫາກບັນດາວິສາຫະກິດ ຍັງຊອກຮູ້ດ້ານນິຕິກຳຂອງຕະຫລາດແຕ່ລະແຫ່ງເພື່ອຫລີກລ້ຽງການຂັດແຍ້ງການພົວພັນດ້ານການຄ້າ. ໂດຍເຫັນໄດ້ສະພາບຕົວຈິງນີ້ ພ້ອມກັບຄວາມສາມາດບົ່ມຊ້ອນຂອງການເຄື່ອນໄຫວດ້ານການຄ້າເອເລັກໂຕນິກ ກະຊວງອຸດສາຫະກຳ ການຄ້າ, ອົງການຄຸ້ມຄອງການເຄື່ອນໄຫວດ້ານການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ ໄດ້ ແລະ ພວມມີຫລາຍໂຄງການດຳເນີນງານຫນູນຊ່ວຍບັນດາອົງການ, ສ່ວນບຸກຄົນ, ວິສາຫະກິດ. ທ່ານນາງ ຫວວຽນທິມີງຮ່ວຽນ ຮອງຫົວຫນ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ສັງກັດກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

 “ແຜນນະໂຍບາຍການກຳນົດທິດລວມຂອງລັດຖະບານ ໃນການຍູ້ແຮງການພັດທະນາການຄ້າເອເລັກໂຕນິກ ແລະ ຫັນເປັນດີຈີຕອນ ໄລຍະ 2021 -2025 ແລະ ໃນຂອບເຂດການຂົນຂວາຍ­ ຊາວຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ, ແຕ່ລະປີ ຈະມີແຜນການ, ວຽກງານຈຸດສຸມເພື່ອປະຕິບັດສຳເລັດຕາມຄາດໝາຍນັ້ນ. ວຽກງານບຳລຸງສ້າງເພື່ອຍົກສູງຄວາມຮັບຮູ້ ແລະ ກຳລັງຄວາມສາມາດຄຸ້ມຄອງຂອງບັນດາວິສາຫະກິດ ແມ່ນຫນຶ່ງໃນບັນດາບັນຫາຫລັກແຫລ່ງ”

ໄລຍະຜ່ານມາ, ອົງການທີ່ມີບົດບາດຫນ້າທີ່ ໄດ້ມີການຄົ້ນຄ້ວາ ຄິດໄລ່ເປັນລະອຽດ ດ້ວຍແຜນນະໂຍບາຍ ເປີດຊ່ອງທາງໃຫ້ບັນດາຮູບການພົວພັນແລກປ່ຽນດ້ານການຄ້າອອນລາຍເຊື່ອມຊຶມເຂົ້າຊີວິດເສດຖະກິດສັງຄົມ ຊ່ວຍໃຫ້ປະຊາຊົນທຸກຄົນໄດ້ສຳຜັດກັບບັນດາຮູບການນີ້ຢ່າງວ່ອງໄວ. ຫນຶ່ງໃນບັນດາມາດຕະການທີ່ໄດ້ຮັບຖືວ່າເປັນສຳຄັນ ນັ້ນແມ່ນສະຫນອງຄວາມຮູ້ພື້ນຖານໃນວົງກວ້າງ ແລະ ບຳລຸງສ້າງແບບລົງເລິກ ເພື່ອໃຫ້ການເຄື່ອນໄຫວນີ້ນັບມື້ນັບມີວິທະຍາສາດກວ່າ, ມີການປະກອບສ່ວນຕັ້ງຫນ້າໃຫ້ແກ່ການເຕີບໂຕຫລາຍກວ່າອີກ. ທ່ານ ບຸ່ຍກວາງຕວັນ, ຫົວຫນ້າສະຖາບັນເສດຖະກິດ ຫວຽດນາມ ຖືວ່າ:

“ຂໍ້ຕົກລົງ 645 ຂອງລັດຖະບານ ໄດ້ຢັ້ງຢືນວ່າ ການຄ້າເອເລັກໂຕນິກ ແມ່ນເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ່ງຂອງວິສາຫະກິດ ຍູ້ແຮງການສົ່ງອອກ ແລະ ວິສາຫະກິດ ແມ່ນກຳລັງຫລັກແຫລ່ງເພື່ອຜັນຂະຫຍາຍການໝູນໃຊ້ການຄ້າເອເລັກໂຕນິກ. ລັດສວມບົດບາດຄຸ້ມຄອງກໍ່ສ້າງພື້ນຖານໂຄງລ່າງ, ສ້າງສະພາບແວດລ້ອມ. ຄາດໝາຍ ຮອດປີ 2025 ມີ 55% ຈຳນວນພົນລະເມືອງຊື້ສິນຄ້າທາງອອນລາຍ, ສະເລ່ຍ 600 USD/ຄົນ/ປີ, ລາຍຮັບຈາກການຄ້າເອເລັກໂຕນິກເພີ່ມຂຶ້ນ 25%/ປີ. ຮອດປີ 2025 ການຄ້າເອເລັກໂຕນິກ ກວມເອົາ 10% ຍອດລະດັບຂາຍຍ່ອຍສິນຄ້າ ແລະ ບໍລິການຂອງທັງປະເທດ”

ຍຸດທະສາດຢ່າງເປັນລະບົບ ຈາກວິສາຫະກິດຕະຫລອດຮອດລະດັບຊາດ ແລະ ຢຶດໝັ້ນ - ຄວາມມີໄຫວພິບ ຜັນຂະຫຍາຍການປະຕິບັດໃຫ້ສອດຄ່ອງກັບສະພາບການ ນັ້ນແມ່ນຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ ແລະ ຈຳເປັນຕ້ອງມີຄວາມມານະພະຍາຍາມຂອງນັກທຸລະກິດແຕ່ລະຄົນ ຕະຫລອດຮອດຂັ້ນອົງການຄຸ້ມຄອງ. ສິ່ງນີ້ ແນ່ນອນວ່າ ຈະຊ່ວຍໃຫ້ການເຄື່ອນໄຫວດ້ານການຄ້າເອເລັກໂຕນິກມີປະສິດທິຜົນກວ່າຢ່າງແທ້ຈິງ, ຫຍັບມໍ່ເຂົ້າກັບຄາດໝາຍ - ຄວາມຄາດຫວັງ ຊື່ງລັດຖະບານວາງອອກໃຫ້ແກ່ພື້ນຖານເສດຖະກິດດີຈີຕອນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ