ນະ​ຄອນໂຮ່​ຈີ​ມິນປ່ຽນ​ແປງ​ຍຸດ​ທະ​ສາດ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ

(VOVWORLD) -ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ພ້ອມກັບການຊຸດໂຊມດ້ານເສດຖະກິດທົ່ວໂລກ... ການດຶງດູດການລົງທຶນຂອງຕ່າງປະເທດ(FDI)ເຂົ້ານະຄອນໂຮ່ຈີມິນໄລຍະຜ່ານມາແມ່ນເຕີບໂຕຊັກຊ້າ. ເພາະສະນັ້ນນັບແຕ່ຕົ້ນປີນີ້ ນະຄອນໂຮ່ຈີມິນໄດ້ປ່ຽນແປງຍຸດທະສາດດຶງດູດທຶນFDI, ຄັດເລືອກໂຄງການທີ່ມີຄວາມເປັນໄປໄດ້, ນຳໃຊ້ເຕັກໂນໂລຊີໃຫມ່, ມີມູນຄ່າເພີ່ມສູງ, ສົ່ງຜົນກະທົບແບບແຜ່ຂະຫຍາຍ, ເຊື່ອມຕໍ່ລະບົບການຜະລິດແລະການສະຫນອງທົ່ວໂລກ.
ນະ​ຄອນໂຮ່​ຈີ​ມິນປ່ຽນ​ແປງ​ຍຸດ​ທະ​ສາດ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ - ảnh 1ຄວນຍູ້ແຮງການກໍ່ສ້າງສຳເລັດກິດຈະກຳພື້ນຖານໂຄງລ່າງ. ພາບປະກອບ: VOV

ຕາມການສະຖິຕິຂອງພະແນກແຜນການແລະການລົງທຶນນະຄອນໂຮ່ຈີມິນແລ້ວ, ແຕ່ປີ 1988 ຮອດເດືອນເມສາປີນີ້, ນະຄອນໂຮ່ຈີມິນນຳຫນ້າທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນຈາກ 117 ປະເທດ, ເຂດແຄ້ວນດ້ວຍ 11.220 ໂຄງການ, ຍອດເງິນລົງທຶນແມ່ນປະມານ 83 ຕື້ USD. ແຕ່ປີກາຍນີ້, ຍອດທຶນ FDI ເຂົ້ານະຄອນໂຮ່ຈີມິນບັນລຸພຽງກວ່າ 4,3 ຕື້ USD, ຫລຸດລົງເກືອບ 40% ເມື່ອທຽບໃສ່ປີ 2021. ສະເພາະ 4 ເດືອນຕົ້ນປີນີ້ ນະຄອນດຶງດູດທຶນ FDI ກວ່າ979,6ລ້ານ USD, ຫລຸດລົງ 23,4 % ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ປອຫງວຽນຕູແອງ, ຫົວຫນ້າກົມສັງລວມ, ຄະນະເສດຖະກິດສູນກາງຖືວ່າ: ບັນດາວິສາຫະກິດຕ່າງປະເທດຍັງຄິດໄລ່ຊັ່ງຊາເມື່ອຕັດສິນໃຈລົງທຶນເຂົ້ານະຄອນໂຮ່ຈີມິນ ຍ້ອນມີຄວາມກັງວົນຕໍ່ຄວາມຫຍຸ້ງຍາກຈາກການຈັດວາງພາສີລະດັບຕ່ຳສຸດທົ່ວໂລກເຮັດໃຫ້ເສຍທ່າໄດ້ປຽບຂອງບັນດາປະເທດທີ່ພວມມີລະດັບພາສີບຸລິມະສິດຄືຢູ່ຫວຽດນາມ.

 “ພວກເຮົາພວມບຸລິມະສິດໃຫ້ແກ່ບັນດາວິສາຫະກິດFDIຫລາຍສົມຄວນ,ພິເສດແມ່ນບັນດາກຸ່ມບໍລິສັດໃຫຍ່ ດ້ວຍລະດັບພາສີຕ່ຳກວ່າ 15%. ຖ້າຫາກຫວຽດນາມຮັກສາໄດ້ລະດັບບຸລິມະສິດນັ້ນ, ວິສາຫະກິດຕ່າງປະເທດເອງຈະຕ້ອງເສຍພາສີອີກ 15%, ບຸລິມະສິດນັ້ນຈະບໍ່ມີຄຸນປະໂຫຍດອີກແລ້ວ”.

ນັບແຕ່ໄລຍະຕົ້ນປີນີ້, ນະຄອນໂຮ່ຈີມິນໄດ້ມອບຫນ້າທີ່ໃຫ້ພະແນກແຜນການແລະການລົງທຶນສ້າງແຜນຮ່າງລະດົມການລົງທຶນຈາກສັງຄົມແລະການລົງທຶນຂອງຕ່າງປະເທດໃນບໍລິເວນນະຄອນປີ 2023. ຕາມນັ້ນແລ້ວ, ນະຄອນໂຮ່ຈີມິນຈະດຶງດູດທຶນFDIໂດຍມີການຄັດເລືອກ, ຖືຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຊີແລະການປົກປັກຮັກສາສິ່ງແວດລ້ອມແມ່ນມາດຖານຕີລາຄາຕົ້ນຕໍ; ບຸລິມະສິດບັນດາໂຄງການທີ່ມີເຕັກໂນໂລຊີກ້າວຫນ້າ, ເຕັກໂນໂລຊີໃຫມ່, ເຕັກໂນໂລຊີສູງ, ເຕັກໂນໂລຊີສະອາດ, ການຄຸ້ມຄອງທັນສະໄຫມ, ມີມູນຄ່າເພີ່ມສູງ, ມີການແຜ່ຂະຫຍາຍກວ້າງຂວາງ, ເຊື່ອມຕໍ່ລະບົບການຜະລິດແລະການສະຫນອງທົ່ວໂລກ.

ບັນດາຂະແຫນງດຶງດູດການລົງທຶນນັ້ນແມ່ນກົນຈັກປະດິດສ້າງ, ເອເລັກໂຕນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ,ຢາງພາລາ, ປຸງແຕ່ງທັນຍາຫານ, ອາຫານ, ເສດຖະກິດດິຈີຕອນ. ຄຽງຄູ່ກັນນັ້ນນະຄອນໂຮ່ຈີມິນກໍ່ສືບຕໍ່ສ້າງເງື່ອນໄຂໃຫ້ແກ່ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ເຂົ້າຮ່ວມລົງທຶນຜ່ານຮູບການປະກອບທຶນ, ປະກອບຫຸ້ນສ່ວນກັບບັນດາວິສາຫະກິດພາຍໃນປະເທດ, ມີນະໂຍບາຍບຸລິມະສິດພາສີໃຫ້ເຂົາເຈົ້າ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກເພື່ອດຶງດູດຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າໃນການເຄື່ອນໄຫວລົງທຶນຢ່າງມີປະສິດທິຜົນ.

ນະ​ຄອນໂຮ່​ຈີ​ມິນປ່ຽນ​ແປງ​ຍຸດ​ທະ​ສາດ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ - ảnh 2ທ່ານນາງ ກາວທິຟີເວີນ ຮອງຫົວຫນ້າສູນສົ່ງເສີມການຄ້າ ແລະ ການລົງທຶນ(ITPC). ພາບ:VOV

ກ່ຽວກັບມາດຕະການດຶງດູດທຶນ FDI ໂດຍມີການຄັດເລືອກ, ນະຄອນສືບຕໍ່ກໍ່ສ້າງບາງເຂດອຸດສາຫະກຳ, ເຂດປຸງແຕ່ງເພື່ອສົ່ງອອກໂດຍໝູນໃຊ້ເຕັກໂນໂລຊີສູງ; ສືບຕໍ່ຍູ້ແຮງການປະຕິຮູບດ້ານລະບຽບການບໍລິຫານ, ຄົ້ນຄ້ວາບັນດານະໂຍບາຍບຸລິມະສິດທີ່ເດັ່ນຊັດ, ແກ້ງແຍ່ງສາກົນ, ສ້າງເງື່ອນໄຂດຳເນີນທຸລະກິດຢ່າງສະດວກເພື່ອດຶງດູດບັນດາໂຄງການໃຫຍ່, ເຕັກໂນໂລຊີສູງ...ທ່ານນາງກາວທິຟີເວີນ, ຮອງຜູ້ອຳນວຍການສູນສົ່ງເສີມການຄ້າແລະການລົງທຶນ(ITPC)ຖືວ່າ: ຄຽງຄູ່ການສຸມໃສ່ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງໂປ່ງໃສ, ຈະແຈ້ງ, ເປີດກວ້າງນະໂຍບາຍລົງທຶນ, ປ່ຽນແປງວິທີການເຂົ້າເຖິງ, ດຶງດູດການສະຫນອງຂໍ້ມູນໃຫ້ບັນດານັກລົງທຶນສາກົນ...ແລ້ວນັ້ນນະຄອນໂຮ່ຈີມິນ ກໍ່ຄວນເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງຄົມມະນາຄົມເພື່ອເຊື່ອມຕໍ່ເຂດ:

“ນະຄອນໂຮ່ຈີມິນບໍ່ສາມາດພັດທະນາໄດ້ຖ້າຫາກມີພຽງແຕ່ນະຄອນເອງ. ກົງກັນຂ້າມນະຄອນຈະພັດທະນາໄດ້ກໍ່ຕໍ່ເມື່ອບັນດາແຂວງ, ນະຄອນອ້ອມຂ້າງພ້ອມກັນພັດທະນາ. ເວລານັ້ນພວກເຮົາຈະສ້າງບັນດາລະບົບຮ່ວມສຳພັນ. ນະຄອນໂຮ່ຈີມິນແມ່ນຂອດສຳຄັນໃນລະບົບຮ່ວມສຳພັນນັ້ນ, ຮ່ວມມືກັບບັນດາແຂວງ, ນະຄອນເພື່ອສ້າງເຂດວັດຖຸດິບ, ລະບົບສະຫນອງຢ່າງແຮງ”.

ທ່ານຟ້າມຟູເກື່ອງ, ຜູ້ອຳນວຍການໃຫຍ່ ບໍລິສັດໃຫ້ຄຳປຶກສາດຳເນີນທຸລະກິດເຊື່ອມໂຍງທົ່ວໂລກ(GIBC) ຖືວ່າ: ພ້ອມກັບເລື່ອງເປີດກວ້າງການຮ່ວມສຳພັນເຂດ, ITPCຈະເພີ່ມທະວີການຮ່ວມມືກັບຫລາຍອົງການ, ຫົວຫນ່ວຍອື່ນເພື່ອດຶງດູດນັກລົງທຶນເຂົ້າມານະຄອນໂຮ່ຈີມິນ:

“ພວກເຮົາມີຫລາຍວິສາຫະກິດດຶງດູດນັກລົງທຶນເສລີ. ບັນດານັກລົງທຶນ, ກອງທຶນລົງທຶນມີການພົວພັນຫລາຍຢ່າງກໍ່ແມ່ນຂອດປະສານທີ່ແບ່ງປັນງ່າຍ, ໃກ້ຊິດກັບບັນດານັກລົງທຶນອື່ນ. ສູນສົ່ງເສີມການລົງທຶນອາດຈະພິຈາລະນາຕື່ມເພື່ອເຊີນບັນດາຫົວຫນ່ວຍນັ້ນຫລືກຸ່ມນັກລົງທຶນທີ່ມີຄວາມເຂົ້າໃຈກ່ຽວກັບນະຄອນເພື່ອແຜ່ຂະຫຍາຍສານດັ່ງກ່າວ”.

ຄຽງຂ້າງນັ້ນເພື່ອຊ່ວຍນະຄອນໂຮ່ຈີມິນດຶງດູດທຶນ  FDI, ໃນໄລຍະຈະມາເຖິງITPCຈະສືບຕໍ່ຍູ້ແຮງການເປີດກວ້າງການຮ່ວມສຳພັນກັບບັນດາອົງການການທູດຂອງຫລາຍປະເທດຕາມຂົງເຂດຊື່ງນະຄອນໃຫ້ບຸລິມະສິດດຶງດູດການລົງທຶນ; ແນະນຳບັນດານັກລົງທຶນປະຕິບັດລະບຽບການອອກຫນັງສືອະນຸຍາດ; ເສນາທິການໃຫ້ນະຄອນຍົກລະດັບພື້ນຖານໂຄງລ່າງ, ຫນູນຊ່ວຍວິສາຫະກິດເຊື່ອມຕໍ່ຜ່ານງານວາງສະແດງກ່ຽວກັບອຸດສາຫະກຳຫນູນຊ່ວຍ, ລົງທຶນເຊື່ອມຕໍ່ກັບຂະແຫນງການຜະລິດ, ກໍ່ສ້າງສູນສົ່ງເສີມການຄ້າແລະການລົງທຶນໃຫ້ກາຍເປັນອົງການຮັບເອົາ, ລວບລວມຂໍ້ມູນຕອບກັບຈາກບັນດາພະແນກຂະແຫນງການສຳລັບຂໍ້ສະເຫນີ, ຂໍ້ຕິດຄັດ, ຄວາມຫຍຸ້ງຍາກຂອງນັກລົງທຶນ, ຍູ້ແຮງການຫນູນຊ່ວຍຮ່ວມເດີນທາງກັບວິສາຫະກິດ...ພ້ອມກັນນັ້ນນະຄອນກໍ່ຈະສ້າງຕາຕະລາງຕີລາຄາກ່ຽວກັບບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊອ້ນ, ດຶງດູດບັນດານັກລົງທຶນຍຸດທະສາດຈາກນັ້ນກໍ່ດຶງດູດນັກລົງທຶນອື່ນໆ, ເປີດຂອບເຂດພັດທະນາໃຫມ່ໃຫ້ແກ່ນະຄອນໂຮ່ຈີມິນຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ