ບີ່ງເຢືອງຍູ້ແຮງວຽກງານການຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) -ໄລຍະຜ່ານມາ, ແຂວງ ບີ່ງເຢືອງ ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງໃນຂົງເຂດການຕ່າງປະເທດ ດ້ວຍການຈັດຕັ້ງຫລາຍເຫດການສຳເລັດຜົນດ້ວຍຂອບຂະຫນາດສາກົນ. ຜ່ານນັ້ນ ຫນູນຊ່ວຍກິດຈະການພັດທະນາເສດຖະກິດສັງຄົມຂອງແຂວງ ຢ່າງຕັ້ງຫນ້າ. ແຂວງ ກໍ່ໄດ້ຕ້ອນຮັບຫລາຍຄະນະຜູ້ແທນສາກົນຂັ້ນສູງ, ບັນດາຄະນະຜູ້ແທນການທູດ, ບັນດາກຸ່ມບໍລິສັດໃຫຍ່, ບັນດາຄະນະວິສາຫະກິດຕ່າງປະເທດມາຢ້ຽມຢາມ ແລະ ເຮັດວຽກຢູ່ ທ້ອງຖິ່ນ. ໃນສະພາບການໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ, ແຂວງ ບີ່ງເຢືອງ ໄດ້ ແລະ ພວມມານະພະຍາຍາມເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ເພື່ອແນໃສ່ຍູ້ແຮງການພັດທະນາເສດຖະກິດ ສັງຄົມ ນັບມື້ນັບໝັ້ນຄົງກວ່າ ຊື່ງແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມ ແມ່ນສຸມໃສ່ແຫລ່ງກຳລັງ ເພື່ອແນໃສ່ຜັນຂະຫຍາຍປະຕິບັດແຜນຮ່າງ “ນະຄອນ ອັດສະລິຍະ - ບີ່ງເຢືອງ” ແລະ ຍຸດທະສາດບຸກທະລຸ “ບີ່ງເຢືອງ Navigator 2021”.

ບີ່ງເຢືອງຍູ້ແຮງວຽກງານການຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ - ảnh 1ການນຳ WTA ແລະ ບີ່ງເຢືອງ ຢ້ຽມຢາມ ຮູບຈຳລອງນະຄອນ ອັດສະລິຍະ          ບີ່ງເຢືອງ ທີ່ກອງປະຊຸມ WTA 10/2018  ພາບ: baodautu.vn

ປີ 2018 ບີ່ງເຢືອງ ແມ່ນທ້ອງຖິ່ນທຳອິດຂອງຫວຽດນາມ ມີຄວາມເປັນກຽດແມ່ນຫນຶ່ງໃນຈຳນວນ 21 ຕົວເມືອງ, ເຂດ ມີຍຸດທະສາດພັດທະນານະຄອນ ອັດສະລິຍະພົ້ນເດັ່ນຂອງໂລກປີ 2019. ດ້ວຍສະພາບແວດລ້ອມແຫ່ງການລົງທຶນສະດວກ ແລະ ດູດດື່ມ ພ້ອມກັບການຊີ້ນຳນຳພາ, ຄວາມເອົາໃຈໃສ່ເປັນພິເສດເຖິງການຜັນຂະຫຍາຍບັນດາການເຄື່ອນໄຫວການຕ່າງປະເທດຈຸດສຸມ, ໄລຍະຜ່ານມາ ແຂວງ ບີ່ງເຢືອງ ສືບຕໍ່ຮັກສາທີ່ຕັ້ງບົດບາດແມ່ນຕົວເມືອງມີຄວາມຂະຫຍັນຂັນເຄື່ອນໃນການເຊື່ອມໂຍງ, ດຶງດູດຫລາຍແຫລ່ງກຳລັງລົງທຶນເພື່ອພັດທະນາ.

ຂີດໝາຍການຕ່າງປະເທດພົ້ນເດັ່ນຂອງແຂວງ ນັ້ນແມ່ນ ຮອດປີ 2018 ແຂວງ ບີ່ງເຢືອງ ເປັນເຈົ້າພາບຈັດຕັ້ງສອງເຫດການການຕ່າງປະເທດສຳຄັນທີ່ມີລະດັບສາກົນສຳເລັດຜົນ ນັ້ນແມ່ນ ກອງປະຊຸມສະຫະສະມາຄົມຕົວເມືອງວິທະຍາສາດໂລກ WTA - ບີ່ງເຢືອງ ແລະ ເວທີປາໄສການຮ່ວມມືເສດຖະກິດ ອາຊີ Horasis. ນີ້ແມ່ນກາລະໂອກາດສະດວກສຳລັບແຂວງ ບີ່ງເຢືອງ ໄດ້ແລກປ່ຽນ, ແບ່ງປັນ ແລະ ຮ່ຳຮຽນເອົາບົດຮຽນກໍຄືແນະນຳຄວາມສາມາດບົ່ມຊ້ອນ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ. ມີການນຳຂັ້ນສູງກວ່າ 350 ຄົນມາຈາກບັນດາກຸ່ມບໍລິສັດນາໆຊາດ ແລະ ບັນດາວິສາຫະກິດໃຫຍ່ ມາຈາກ 60 ປະເທດ ແລະ ເຂດແຄ້ວນໃນໂລກ ໄດ້ມາແຂວງ ບີ່ງເຢືອງ ໃນໂອກາດນີ້. ທ່ານ ເຈີນແທງລຽມ ປະທານ ຄະນະກຳມະການປະຊາຊົນແຂວງ ບີ່ງເຢືອງ ຢືນຢັນວ່າ:

 ນີ້ແມ່ນເຫດການພິເສດໃນຊີວິດທາງດ້ານເສດຖະກິດ ສັງຄົມ ຂອງແຂວງ ບີ່ງເຢືອງ, ແລະ ສາມາດນຳມາເຊິ່ງບັນດາກາລະໂອກາດແທດຈິງໃຫ້ແຂວງ ບີ່ງເຢືອງ ເພື່ອພ້ອມກັນແລກປ່ຽນ, ແບ່ງປັນບັນດາບົດຮຽນກ່ຽວກັບທັດສະນະເຮັດທຸລະກິດໃຫມ່ ແລະ ບັນດາຮູບແບບການພັດທະນາທີ່ກ້າວຫນ້າ ສອດຄອ່ງກັບທ່າອ່ຽງປະຈຸບັນ, ປະກອບສ່ວນແກ້ໄຂຫລາຍບັນຫາ ແລະ ຜົນຕາມຫລັງ, ບັນດາຂໍ້ຈຳກັດທີ່ເກີດຂຶ້ນໃນວິວັດການຫັນຕົວເມືອງເປັນອຸດສາຫະກຳປະຈຸບັນ. ພິເສດ ຜ່ານນັ້ນ ແຂວງ ບີ່ງເຢືອງ ປາດຖະຫນາຈະຊອກໄດ້ບັນດາມາດຕະການສຳຄັນ ເພື່ອຈັດແບ່ງຄືນແຫລ່ງກຳລັງພັດທະນາຂອງແຂວງ ຕາມທິດມີປະສິດທິຜົນກວ່າ, ໝູນໃຊ້ໃຫ້ສອດຄອ່ງກັບພຶດຕິກຳ ຢ່າງມີປະສິດທິຜົນໃນສະພາບການຂອງແຂວງໃນໄລຍະຈະມາເຖິງ, ປະກອບສ່ວນຮັບປະກັນໃຫ້ພື້ນຖານເສດຖະກິດຂອງແຂວງພັດທະນາໃຫ້ນັບມື້ນັບຂະຫຍັນຂັນເຄື່ອນ, ເພື່ອປັບໃຫ້້ແທດເໝາະ ແລະ ກຽມພ້ອມໃຫ້ການເຊື່ອມໂຍງ, ຫັນບັນດາເປົ້າໝາຍພັດທະນາຂອງແຂວງ ບີ່ງເຢືອງກາຍເປັນຕົວເມືອງອັດສະລິຍະໃຫ້ປະກົດຜົນເປັນຈິງ.”

ດ້ວຍສະພາບແວດລ້ອມແຫ່ງການລົງທຶນສະດວກ ແລະ ດູດດື່ມ ພ້ອມກັບການຊີ້ນຳນຳພາ, ເອົາໃຈໃສ່ເປັນພິເສດເຖິງການຜັນຂະຫຍາຍບັນດາການເຄື່ອນໄຫວການຕ່າງປະເທດເປັນຈຸດສຸມ, ໄລຍະຜ່ານມາ ແຂວງ ບີ່ງເຢືອງ ສືບຕໍ່ຮັກສາທີ່ຕັ້ງບົດບາດແມ່ນຕົວເມືອງຂະຫຍັນຂັນເຄື່ອນໃນການເຊື່ອມໂຍງ, ດຶງດູດຫລາຍແຫລ່ງກຳລັງລົງທຶນເພື່ອພັດທະນາ. ໄລ່ມາຮອດປະຈຸບັນ ແຂວງ ບີ່ງເຢືອງ ຢືນອັນດັບ 3 ໃນທົ່ວປະເທດ (ຖັດຈາກ ນະຄອນ ໂຮ່ຈິມີນ ແລະ ຮ່າໂນ້ຍ) ກ່ຽວກັບການດຶງດູດເງິນລົງທຶນຕ່າງປະເທດ ດ້ວຍ 3.644 ໂຄງການຍັງມີຜົນສັກສິດ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນເກືອບ 33 ຕື້ USD. 6 ເດືອນຕົ້ນປີ 2019 ຍອດຈຳນວນເງິນລົງທຶນຂອງຕ່າງປະເທດ FDI ຈົດທະບຽນໃຫມ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນຂອງ ແຂວງ ບີ່ງເຢືອງ ບັນລຸເກືອບ 1,5 ຕື້ USD, ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018, ລື່ນກາຍ 3,5% ເມື່ອທຽບໃສ່ຄາດໝາຍປີ 2019. ທ່ານ ຈີ້ງແທງລອງ, ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ:

 

ບີ່ງເຢືອງ ດຶງດູດຫລາຍຂະແຫນງອາຊີບ, ໃນນັ້ນ ມີການປຸງແຕ່ງ, ປະດິດສ້າງ, ບໍລິການ, ພິເສດ ທາງແຂວງ ກໍ່ໄດ້ດຶງດູດບັນດາວິສາຫະກິດ ມີເງິນລົງທຶນໃຫຍ່ ພ້ອມທັງມີຄວາມໝັ້ນຄົງ, ບໍ່ຄ່ອຍກໍ່ມົນລະພິດຕໍ່ສິ່ງແວດລ້ອມ.”

ບັນລຸໄດ້ບັນດາໝາກຜົນນີ້ ກໍ່ຍ້ອນວ່າ ແຂວງ ບີ່ງເຢືອງ ຍູ້ແຮງບັນດາການເຄື່ອນໄຫວພົວພັນຕ່າງປະເທດ, ເປັນຕົ້ນແມ່ນການພົວພັນດ້ານເສດຖະກິດ, ສ້າງເງື່ອນໄຂສະດວກ ເພື່ອສົ່ງເສີມດ້ານການຄ້າ, ດຶງດູດການລົງທຶນ. ມາຮອດປະຈຸບັນ ແຂວງ ບີ່ງເຢືອງ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືມິດຕະພາບກັບ 10 ທ້ອງຖິ່ນຂອງຕ່າງປະເທດ.

ສືບຕໍ່ເປີດກວ້າງການພົວພັນຕ່າງປະເທດ ຮັບໃຊ້ການພັດທະນາເສດຖະກິດ ກໍ່ແມ່ນຫນຶ່ງໃນບັນດາຄຳຮຽກຮ້ອງທີ່ວາງອອກໃນການກຳນົດທິດພັດທະນາຂອງແຂວງ ບີ່ງເຢືອງ ໃນໄລຍະໃຫມ່. ຮູບພາບ ແຂວງ ບີ່ງເຢືອງ ຂະຫຍັນຂັນເຄື່ອນ ໄດ້ ແລະ ພວມດຶງດູດບັນດານັກລົງທຶນຕ່າງປະເທດ, ຊ່ວຍ ແຂວງ ບີ່ງເຢືອງ ກາຍເປັນແຂວງອຸດສາຫະກຳຈຸດສຸມ ຢູ່ ຫວຽດນາມ. ປີ 2019 ແຂວງ ບີ່ງເຢືອງ ສືບຕໍ່ເປັນເຈົ້າພາບຈັດຕັ້ງເວທີປາໄສການຮ່ວມມືເສດຖະກິດ ອາຊີ (Horasis – ບີ່ງເຢືອງ ປີ 2019. ເຫດການການຕ່າງປະເທດສຳຄັນນີ້ ຄາດວ່າ ຈະໄດ້ຈັດຂຶ້ນແຕ່ວັນທີ 24 – 26 ພະຈິກ, ເຕົ້າໂຮມແຂກຖືກເຊີນຂັ້ນສູງ ປະມານ 400 ຄົນທີ່ມາຈາກ 60 ປະເທດ ໃນໂລກ ພ້ອມກັບ 350 ຄົນຈາກສູນກາງ, ກະຊວງ, ຂະແຫນງການຂອງຫວຽດນາມ ແລະ ທ້ອງຖິ່ນຕ່າງໆ. ນີ້ແມ່ນກາລະໂອກາດເພື່ອໃຫ້ແຂວງ ບີງເຢືອງໂຄສະນາພາບພົດ ແລະ ດຶງດູດການລົງທຶນຈາກບັນດາກຸ່ມບໍລິສັດໃຫຍ່ແຖວຫນ້າໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ