ບັນດາໂຄງການເສັ້ນທາງຄວາມໄວສູງ ສ້າງການເຊື່ອມຕໍ່ ແລະ ສ້າງກຳລັງຫນູນພັດທະນາເສດຖະກິດປະເທດຊາດ

(VOVWORLD) -ບັນດາຄາດໝາຍພັດທະນາໄດ້ວາງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ຢັ້ງຢືນການສ້າງລະບົບພື້ນຖານໂຄງລ່າງຢ່າງົບຊຸດ ແມ່ນຫນຶ່ງໃນ 3 ເສົາຄ້ຳບຸກທະລຸຍຸດທະສາດ. ສະນັ້ນ ການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ດ້ວຍທິດນຳ  “ໄປກ່ອນເພື່ອເປີດທາງໄດ້ຮັບຖືວ່າແມ່ນປາຍແຫລມກະໂດດຂັ້ນ, ບຸລິມະສິດແຖວຫນ້າຂອງ ຫວຽດນາມ. ເລື່ອງພັດທະນາລະບົບເສັ້ນທາງຄວາມໄວສູງຢ່າງຄົບຊຸດ ໄດ້ປະກອບສ່ວນຊຸກຍູ້ເສດຖະກິດ ັງຄົມ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງແຫ່ງຊາດ, ລົບລ້າງຄວາມອຶວຫິວຫລຸດຜ່ອນຄວາມທຸກຍາກ.

ບັນດາໂຄງການເສັ້ນທາງຄວາມໄວສູງ ສ້າງການເຊື່ອມຕໍ່ ແລະ ສ້າງກຳລັງຫນູນພັດທະນາເສດຖະກິດປະເທດຊາດ - ảnh 1ເສັ້ນທາງຄວາມໄວສູງ ມາຍເຊີນ - ທາງຫລວງເລກ 45. ພາບ:TTXVN

ທ້າຍເດືອນ ເມສາ, 2 ໂຄງການນ້ອຍຂອງໂຄງການເສັ້ນທາງຄວາມໄວສູງ ເຫນືອ - ໃຕ້ (ໄລຍະທີ 1), ລວມມີ: ມາຍເຊີນ - ເສັ້ນທາງຫລວງ ເລກທີ 45 (ເຊື່ອມຕໍ່ ນິງບິ່ງ ກັບ ແທງຮວາ) ແລະ ຟານທຽດ (ບິ່ງທ້ວນ) - ເຢົ່າໄຢ (ດົ່ງນາຍ) ໄດ້ນຳເຂົ້າໃຊ້ການ. ປະຈຸບັນ ບັນດາອົງການ, ຫົວຫນ່ວຍໃນຂະແຫນງຄົມມະນາຄົມພ້ອມກັບບັນດາວິສາຫະກິດ, ນັກປະມູນ... ພວມຕັ້ງຫນ້າຜັນຂະຫຍາຍບັນດາໂຄງການໄລຍະທີ 2 (2021 – 2025) ມີຄວາມຍາວເກືອບ 724 Km. ເມື່ອເສັ້ນທາງຄວາມໄວສູງ ເຫນືອ - ໃຕ້ ກໍ່ສ້າງສຳເລັດ ຈະບໍ່ພຽງແຕ່ເຊື່ອມຕໍ່ຄົມມະນາຄົມ ເຫນືອ - ໃຕ້ ເທົ່ານັ້ນ ຫາກຍັງແມ່ນກຳລັງຫນູນເພື່ອພັດທະນາບັນດາຂະແຫນງການເສດຖະກິດອື່ນຄື: ການທ່ອງທ່ຽວ, ການບໍລິການ, ປະກອບສ່ວນເຂົ້າໃນຄາດໝາຍພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດອີກດ້ວຍ. ທ່ານ ຫງວຽນເຕີນຕວນ, ປະທານ ຄະນະກຳມະການປະຊາຊົນ ແຂວງ ແຄງຮ່ວາ ເນັ້ນຫນັກວ່າ:       

ພວກຂ້າພະເຈົ້າເລືອກເຟັ້ນບັນດາຫົວຫນ່ວຍທີ່ມີກຳລັງຄວາມສາມາດເພື່ອປະຕິບັດໂຄງການ. ແຫລ່ງວັດສະດຸກໍ່ສ້າງຄື ບໍ່ດິນ, ບໍ່ຊາຍຢູ່ທ້ອງຖິ່ນ ພວກຂ້າພະເຈົ້າກໍ່ກຳນົດວ່າ ຈະພຽງແຕ່ສະຫນອງໃຫ້ນັກປະມູນ, ບັນດາເຈົ້າຂອງການລົງທຶນໂຄງການ. ໂດຍກຳນົດໂຄງການເສັ້ທາງຄວາມໄວສູງ ເຫນືອ - ໃຕ້ ແມ່ນໂຄງການຈຸດສຸມ, ປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ ເພື່ອຮັບປະກັນການສະຫນອງວັດສະດຸກໍ່ສ້າງຮັບໃຊ້ໂຄງການເສັ້ນທາງຄວາມໄວສູງ.

ເພື່ອມີພື້ນຖານໂຄງລ່າງຢ່າງຄົບຊຸດ ແລະ ແມ່ນພື້ນຖານຊຸກຍູ້ເສດຖະກິດພັດທະນາ, ເລື່ອງຄວາມຄືບຫນ້າ, ຄຸນນະພາບບັນດາເສັ້ນທາງຕ້ອງຖືເປັນບັນຫາແຖວຫນ້າ. ໃນນັ້ນມີບົດບາດສຳຄັນຂອງບັນດາວິສາຫະກິດທີ່ເຂົ້າຮ່ວມການກໍ່ສ້າງບັນດາໂຄງການຄົມມະນາຄົມຂົນສົ່ງ. ທ່ານ ຫງວຽນມິງຄຽມ, ຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ 319, ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ເມື່ອປະຕິບັດບັນດາໂຄງການຈຸດສຸມຂະແຫນງຄົມມະນາຄົມຂົນສົ່ງ, ວິສາຫະກິດ ຍາມໃດກໍ່ຕ້ອງມີສະຕິໃນການຮັກສາເຄື່ອງໝາຍການຄ້າ, ຮັບປະກັນຄຸນນະພາບ:

ເມື່ອປະຕິບັດບັນດາໂຄງການເສັ້ນທາງຄວາມໄວສູງ, ຍາມໃດ ລັດຖະບານ, ບັນດາກະຊວງ ຂະແຫນງການ, ທ້ອງຖິ່ນຕ່າງໆກໍ່ເອື້ອອຳນວຍຄວາມສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ ເພື່ອຜັນຂະຫຍາຍ ແລະ ປະຕິບັດສຳເລັດຫນ້າທີ່ວຽກງານ. ສິ່ງນີ້ທັງມີປະໂຫຍດໃຫ້ແກ່ວິສາຫະກິດ, ທັງມີປະໂຫຍດໃຫ້ແກ່ປະຊາຊົນເມື່ອໄດ້ຊົມໃຊ້ຜົນປະໂຫຍດຈາກໂຄງການ. ທ່ານ ຟ້າມວັນຄູຍ ປະທານສະພາບໍລິຫານ ບໍລິສັດ ເຟືອງແທ່ງ ແບ່ງປັນວ່າ:

 “ຂະແຫນງຄົມມະນາຄົມຂົນສົ່ງ ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ກໍ່ມີຄວາມສະດວກຫລາຍຢ່າງ. ນັ້ນແມ່ນ: ພັກ, ລັດ ແລະ ບັນແຂວງ, ນະຄອນ ໄດ້ສ້າງເງື່ອນໄຂສະດວກກ່ຽວກັບດ້ານທຶນຮອນ, ພື້ນຖານໂຄງລ່າງເພື່ອຜັນຂະຫຍາຍເສັ້ນທາງຄວາມໄວສູງໄລຍະທີ 2, ເພື່ອແນໃສ່ສ້າງກຳລັງຫນູນພັດທະນາເສດຖະກິດ. ບັນດາວິສາຫະກິດເມື່ອມີຫນ້າພຽງແລ້ວ ກໍ່ຕ້ອງສຸມໃສ່ສຸດກຳລັງຄວາມສາມາດເພື່ອກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງ.

ໃນຊຸມປີຜ່ານມາ, ມີຫລາຍເສັ້ນທາງຄວາມໄວສູງໄດ້ຮັບການລົງທຶນກໍ່ສ້າງ, ບໍ່ພຽງແຕ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ ສັງຄົມເທົ່ານັ້ນ, ຫາກຍັງເຊື່ອມຕໍ່ດ້ານວັດທະນະທຳຂອງເຂດພາກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳອີກດ້ວຍ. ທ່ານ ເຈີນຈຸ໊ງ ປະທານ ສະຫະມະຄົມບັນດານັກລົງທຶນກິດຈະກຳຄົມມະນາຄົມແບ່ງປັນວ່າ.

ສຳລັບວິສາຫະກິດ, ບໍ່ພຽງແຕ່ຄິດໄລ່ສະເພາະດ້ານເສດຖະກິດເທົ່ານັ້ນ ຫາກຍັງນັບທັງບັນຫາສັງຄົມ, ວັດທະນະທຳ. ຕົວຢ່າງຄື: ເສັ້ນທາງຄວາມໄວສູງ ດົ່ງດັງ (ລ້າງເຊີນ) - ຈ່າຫລີງ (ກາວບັ່ງ) ນີ້ແມ່ນບ້ານເກີດເມືອງນອນແຫ່ງການປະຕີວັດ, ມີເສັ້ນຊາຍແດນແຫ່ງຊາດຍາວ 350 Km ແລະ ແມ່ນເຂດທີ່ມີຊາວຊົນເຜົ່າດຳລົງຊີວິດເປັນຈຳຫນວນຫລວງຫລາຍ. ສິ່ງນີ້ໄດ້ຊຸກຍູ້ວິສາຫະກິດຮັບໂຄງການ ເພາະເຫັນໄດ້ວ່າ ເມື່ອໂຄງການກໍ່ສ້າງສຳເລັດແລ້ວ ຈະຊ່ວຍພັດທະນາປະເທດຊາດ.

ບັນດາໂຄງການເສັ້ນທາງຄວາມໄວສູງ ສ້າງການເຊື່ອມຕໍ່ ແລະ ສ້າງກຳລັງຫນູນພັດທະນາເສດຖະກິດປະເທດຊາດ - ảnh 2ທ່ານ ຫງວຽນເຕີນຕວນ ປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ. ພາບ:qdnd.vn

ມີ  4 ຕອນໃນ 11 ໂຄງການນ້ອຍຂອງໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ເຫນືອ - ໃຕ້ ໄລຍະທີ 1 ຈະໄດ້ຮັບການກໍ່ສ້າງສຳເລັດໃນ 6 ເດືອນທ້າຍປີ ລວມມີ: ເສັ້ນທາງຫລວງ ເລກທີ 45 - ງິເຊີນ (ຈະໄດ້ຮັບການກໍ່ສ້າງສຳເລັດໃນເດືອນ ສິງຫາ), ງິເຊີນ - ຢຽນເຈົາ (ຈະກໍ່ສ້າງສຳເລັດໃນເດືອນ ກໍລະກົດ), ຍາຈາງ - ກາມເລີມ (ຈະກໍ່ສ້າງສຳເລັດໃນເດືອນກັນຍາ) ແລະ ຂົວ ຫມີທ້ວນ 2 (ຈະກໍ່ສ້າງສຳເລັດໃນເດືອນທັນວາ). ບັນດາໂຄງການດັ່ງກ່າວ ຈະປະກອບສ່ວນຫັນເປົ້າໝາຍ ຫວຽດນາມ ປະຕິບັດການກໍ່ສ້າງເສັ້ນທາງຄວາມໄວສູງ ດ້ວຍຄວາມຍາວ 5000 Km ໃນປີ 2023 ໃຫ້ປະກົດຜົນເປັນຈິງ. ນີ້ແມ່ນພື້ນຖານໂຄງລ່າງທີ່ມີບົດບາດເຊື່ອມຕໍ່, ສ້າງກຳລັງຫນູນພັດທະນາເສດຖະກິດຂອງທຸກແຖບຖິ່ນປະເທດຊາດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ