ພັດ​ທະ​ນາ​ຕົ້ນ​ໂສມ ແລະ ວິ​ທີ​ສ້າງ​ຄວາມ​ຮັ່ງ​ມີ​ຂອງ​ປະ​ຊາ​ຊົນ​ເຂດ​ພູ​ສູງ ລາຍ​ເຈົາ

(VOVWORLD) - ໄປພ້ອມກັບການພັດທະນາຂອງຕົ້ນຢາສະໝູນໄພທ້ອງຖິ່ນຄື ກະວານ (ໝາກແໜ່ງ), ຕີນຮຸ້ງດອຍ… ປັດຈຸບັນນີ້, ປະຊາຊົນເຂດພູສູງ ແຂວງ ລາຍເຈົາ ພວມໄດ້ສຸມໃສ່ເປີດກວ້າງເນື້ອທີ່ປູກຕົ້ນໂສມ. ມາຮອດປັດຈຸບັນ, ບັນດາວິສາຫະກິດ, ສ່ວນບຸກຄົນຢູ່ທ້ອງຖິ່ນ ປູກຕົ້ນໂສມໄດ້ກວ່າ 100 ເຮັກຕາ, ໃນເບື້ອງຕົ້ນ ກໍນຳມາເຊິ່ງສະມັດຕະພາບສູງດ້ານເສດຖະກິດ ເມື່ອທຽບໃສ່ການປູກຕົ້ນໄມ້ຊະນິດອື່ນໆ. ໄປຄຽງຄູ່ກັບການລົງທຶນເປີດກວ້າງເນື້ອທີ່ປູກແລ້ວ, ປະຊາຊົນເຂດພູສູງກຳລັງປູກຕົ້ນໂສມຕາມຂັ້ນຕອນແບບຄົບວົງຈອນ ເພື່ອນຳມາເຊິ່ງປະສິດທິຜົນແບບຍືນຍົງ.

ເມື່ອປີ 2018, ມີເທື່ອໜຶ່ງ ອ້າຍ ເຕິນຊ່າຍຍ່ວນ, ຢູ່ບ້ານ ສິນຈາຍ, ຕາແສງ ສີ່ເຫຼີເຫຼົ່າ, ເມືອງ ຟອງໂຖ, ແຂວງ ລາຍເຈົາ ເຂົ້າໄປປ່າ ແລ້ວເຫັນມີຕົ້ນໄມ້ຊະນິດໜຶ່ງທີ່ແປກໆ. ລາວກໍສຶກສາຄົ້ນຄວ້າ ແລະ ຮູ້ວ່າ ນີ້ແມ່ນຕົ້ນໂສມປ່າ, ຕົ້ມນ້ຳກິນຈະມີຜົນດີຕໍ່ສຸຂະພາບ. ສະນັ້ນ ອ້າຍ ຍ່ວນ ຈຶ່ງເອົາເມືອປູກຢູ່ສວນບ້ານ. ນັບແຕ່ນັ້ນມາ, ສວນໂສມທີ່ມີເນື້ອທີ່ກວ່າ 400m2 ຂອງຄອບຄົວອ້າຍໃນເບື້ອງຕົ້ນ ກໍມີຫຼາຍຄົນຖາມຊື້.

ພັດ​ທະ​ນາ​ຕົ້ນ​ໂສມ ແລະ ວິ​ທີ​ສ້າງ​ຄວາມ​ຮັ່ງ​ມີ​ຂອງ​ປະ​ຊາ​ຊົນ​ເຂດ​ພູ​ສູງ ລາຍ​ເຈົາ - ảnh 1ໄລ່ມາຮອດປັດຈຸບັນ, ແຂວງ ລາຍເຈົາ ປູກຕົ້ນໂສມໄດ້ກວ່າ 100 ເຮັກຕາ (ພາບ: VOV)

ອ້າຍ ເຕິນຊ່າຍຍ່ວນ ໄດ້ແບ່ງປັນວ່າ ປັດຈຸບັນ, ຄອບຄົວອ້າຍປູກຕົ້ນໂສມໄດ້ປະມານ 1 ເຮັກຕາ, ດ້ວຍເບ້ຍໄມ້ທີ່ມີອາຍຸ 1 ປີ ກວ່າ 2.000 ເບ້ຍ, ໃນນັ້ນ ຕົ້ນທີ່ມີອາຍຸ 5 ປີ ແມ່ນເກືອບ 1.000 ຕົ້ນ. ຄາດວ່າ ຮອດທ້າຍປີນີ້, ຄອບຄົວອ້າຍ ຍ່ວນ ຈະເປີດກວ້າງເນື້ອທີ່ປູກໃຫ້ຂຶ້ນເປັນ 2 ເຮັກຕາ ແລະ ປັດຈຸບັນ ພວມສຸມໃສ່ການກ້າເບ້ຍໃໝ່ ເພື່ອປູກ ແລະ ຂາຍອອກສູ່ຕະຫຼາດ.

“ໃນເບື້ອງຕົ້ນ, ການປູກໂສມນີ້ ແມ່ນຍັງບໍ່ທັນສາມາດສ້າງລາຍຮັບໄດ້ເລີຍ, ຫາກຕ້ອງປະມານ 2 3 ປີ ຈຶ່ງມີລາຍຮັບ. ແຕ່ຂ້າພະເຈົ້າເຫັນວ່າ ຕົ້ນໂສມສາມາດນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ ແລະ ພັດທະນາໄດ້ດີ, ສະນັ້ນ, ຄອບຄົວຂ້າພະເຈົ້າ ກໍເລີ່ມຂະຫຍາຍເນື້ອທີ່ປູກ. ຖ້າຫາວ່າ ໄດ້ປູກຕົ້ນໂສມໃນເນື້ອທີ 2 ເຮັກຕານີ້ ແລະ ບົວລະບັດໄດ້ດີ, ຕົ້ນໄມ້ພັດທະນາໄດ້ດີນັ້ນ ຄາດວ່າຈະສ້າງລາຍຮັບປະມານ 2 3 ຕື້ດົ່ງ, ເພາະວ່າ ລາຄາສະເລ່ຍໃນປັດຈຸບັນ ແມ່ນປະມານ 6 ລ້ານດົ່ງ ຕໍ່ໂລ.”

ຕາແສງຊາຍແດນ ສີ່ເຫຼີເຫຼົ່າ ແມ່ນບ່ອນດຳລົງຊີວິດຕົ້ນຕໍຂອງພໍ່ແມ່ພີ່ນ້ອງຊາວເຜົ່າຢ້າວ. ໃນເມື່ອກ່ອນ, ບໍລິເວນດັ່ງກ່າວ ແມ່ນທ້ອງຖິ່ນທີ່ທຸກຍາກທີ່ສຸດຂອງເມືອງ ຟອງໂຖ, ແຂວງ ລາຍເຈົາ, ເພາະວ່າ ປະຊາຊົນມີຄວາມຊິນເຄີຍໃນການປູກຝັງແບບດັ້ງເດີມ ແລະ ອາຊີບຕົ້ນຕໍສ່ວນຫຼາຍແມ່ນການເຮັດໄຮ່ເຮັດສວນ. ນັບແຕ່ເມື່ອຕົ້ນໂສມໄດ້ນຳມາປູກຢູ່ທີ່ນີ້, ຊີວິດການເປັນຢູ່ຂອງປະຊາຊົນໄດ້ມີການປົວແປງຫຼາຍຢ່າງ. ໄລ່ມາຮອດປັດຈຸບັນ, ຮູບແບບສະຫະກອນປູກໂສມຢູ່ທ້ອງຖິ່ນມີໃນເນື້ອທີ່ເກືອບ 10 ເຮັກຕາ, ດ້ວຍມູນຄ່າທັງໝົດນັບສິບຕື້ດົ່ງ. ທ່ານ ເຕິນລາວຊານ, ຮອງປະທານ ຄະນະກຳມະການປະຊາຊົນຕາແສງ ສີ່ເຫຼີເຫຼົາ, ເມືອງ ຟອງໂຖ, ໃຫ້ຮູ້ວ່າ:

“ເມື່ອກ່ອນນີ້, ປະຊາຊົນເຂົ້າປ່າເອົາມາປູກ, ເຫັນວ່າ, ມີປະສິດທິຜົນດ້ານເສດຖະກິດ, ສະນັ້ນ ພໍ່ແມ່ປະຊາຊົນ ຈຶ່ງເປີດກວ້າງເນື້ອທີ່. ປັດຈຸບັນ, ບາງຄອບຄົວກໍທະວີຄູນຮູບແບບນັ້ນໃຫ້ກາຍເປັນສະຫະກອນ ແລະ ປັດຈຸບັນ ມີຫຼາຍສິບຄອບຄົວປູກ, ແຕ່ລະຄອບຄົວມີເນື້ອທີ່ປູກແຕ່ 2.000 3.000 m2 ຮອດໜຶ່ງເຮັກຕາ. ຍ້ອນການປູກໂສມມີປະສິດທິຜົນ ສະນັ້ນ ຈຶ່ງສ້າງລາຍຮັບທີ່ດີ ແລະ ຍົກລະດັບຄ່າຄອງຊີບໃຫ້ແກ່ປະຊາຊົນໃຫ້ດີຂຶ້ນ”.

ພັດ​ທະ​ນາ​ຕົ້ນ​ໂສມ ແລະ ວິ​ທີ​ສ້າງ​ຄວາມ​ຮັ່ງ​ມີ​ຂອງ​ປະ​ຊາ​ຊົນ​ເຂດ​ພູ​ສູງ ລາຍ​ເຈົາ - ảnh 2ການພັດທະນາຕົ້ນໂສມ ໄດ້ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບປົວແປງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດພູສູງ (ພາບ:  VOV)

ຕົ້ນໂສມລາຍເຈົາ ຢັ້ງຢືນໄດ້ມູນຄ່າເສດຖະກິດ ແລະ ພວມໄດ້ພັດທະນາຢ່າງກວ້າງຂວາງໃນບັນດາເມືອງ ຕາມເດື່ອງ, ສິນໂຮ່, ຟອງໂຖ ແລະ ເມື່ອງແຕ່. ຄາດໝາຍຂອງແຂວງ ແມ່ນສູ້ຊົນຮອດປີ 2030 ຈະປູກຕົ້ນໂສມໄດ້ປະມານ 3.000 ເຮັກຕາ ແລະ ກຳນົດທິດຮອດປີ 2045 ປູກໄດ້ປະມານ 10.000 ເຮັກຕາ.

ການພັດທະນາເນື້ອທີ່ປູກໂສມ ໄດ້ປະຕິບັດຕາມຮູບແບບຮ່ວມສຳພັນ ແລະ ອຳນາດການປົກຄອງແຂວງ ລາຍເຈົາ ພວມວາງອອກຫຼາຍນະໂຍບາຍເພື່ອດຶງດູດບັນດານັກລົງທຶນ, ແນໃສ່ໜູນຊ່ວຍຮາກຖານການຜະລິດເບ້ຍໄມ້, ສ້າງຕັ້ງເຂດວັດຖຸດິບ ແລະ ປຸງແຕ່ງໃຫ້ກາຍເປັນບັນດາຜະລິດຕະພັນທີ່ເປັນເອກະລັກຂອງແຂວງ.

ທ່ານ ດຣ. ຟ້າມກວາງຕວຽນ, ສະຖາບັນຄົ້ນຄວ້າວະນະສາດ /ຊີວະພາບປ່າໄມ້, ສັງກັດສະຖາບັນວິທະຍາສາດ ປ່າໄມ້ ຫວຽດນາມ ຢັ້ງຢືນວ່າ ເພື່ອອະນຸລັກຮັກສາ ແລະ ພັດທະນາຕົ້ນໂສມ ລາຍເຈົາ ໃຫ້ກາຍເປັນສິນຄ້າທີ່ມີຄຸນຄ່າສະໝູນໄພ ແລະ ກາຍເປັນເຄື່ອງໝາຍການຄ້າແບບຍືນຍົງນັ້ນ, ການຄົ້ນຄວ້າຂັ້ນຕອນຄັດຈ້ອນແນວພັນ, ຂະຫຍາຍແນວພັນ, ການປູກ, ບົວລະບັດ ແມ່ນບັນຫາທີ່ຮີບດ່ວນ ທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່.

“ເພື່ອອະນຸລັກຮັກສາແນວພັນໂສມ ລາຍເຈົາ ນັ້ນ, ກ່ອນອື່ນໝົດ ແມ່ນຕ້ອງສ້າງຕັ້ງສູນຄົ້ນຄວ້າ, ເກັບກຳ, ຮັກສາແຫຼ່ງແຢນ, ເພື່ອສ້າງແຫຼ່ງແຢນດັ້ງເດີມ, ແຫຼ່ງແຢນທີ່ມີຄຸນຄ່າ ເພື່ອຮັບໃຊ້ຂະບວນວິວັດປະສົມພັນ, ພັດທະນາແຫຼ່ງແນວພັນໃນຕໍ່ໜ້າ. ຜ່ານການປູກ, ຜະລິດ, ພວກເຮົາເກັບທ້ອນແກ່ນມາເປັນແນວພັນ, ຊ້ຳບໍ່ໜຳ, ພວກເຮົາກໍສົ່ງຄືນໃຫ້ທຳມະຊາດ, ເພື່ອເພີ່ມຄວາມຫຼາກຫຼາຍໃຫ້ລະບົບຊີວະນາໆພັນ. ຈາກນັ້ນ, ຂັ້ນຕອນການຄັດຈ້ອນເບ້ຍໄມ້ຈະສ້າງແຫຼ່ງແນວພັນທີ່ມີຄຸນຄ່າແກ່ການຜະລິດ ແລະ ພັດທະນາ”.

ການວາງແຜນຜັງເຂດປູກ, ສ້າງກົນໄກ, ນະໂຍບາຍດີທີ່ສຸດ ກໍຄື ກຳນົດໄດ້ຂໍ້ຄົງຄ້າງ, ຂໍ້ຕິດຂັດໃນການພັດທະນາໄດ້ຢ່າງຈະແຈ້ງນັ້ນ ແມ່ນມາດຕະການທີ່ອຳນາດການປົກຄອງແຂວງ ລາຍເຈົາ ພວມໄດ້ສຸມໃສ່ຊີ້ນຳແກ້ໄຂ. ໃນຕໍ່ໜ້າແມ່ນສ້າງຕັ້ງລະບົບຮ່ວມສຳພັນການຜະລິດ, ສ້າງລະບົບແນະນຳ, ເພີ່ມທະວີການຖ່າຍທອດກ່ຽວກັບແນວພັນ, ສ້າງຂັ້ນຕອນການບົວລະບັດ, ເກັບກ່ຽວ, ຮັກສາ ແລະ ປຸງແຕ່ງຜະລິດຕະພັນ… ເພື່ອໃຫ້ຕົ້ນໂສມກາຍເປັນຕົ້ນໄມ້ທີ່ນຳມາເຊິ່ງມູນຄ່າທາງດ້ານເສດຖະກິດທີ່ສູງຢ່າງແທ້ຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ