ພື້ນຖານ Make in Vietnam - ປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ໃນຂົງເຂດດິຈີຕອນ

(VOVWORLD) -“ປະດິດຄິດສ້າງ ຢູ່ ຫວຽດນາມ, ອອກແບບຢູ່ ຫວຽດນາມ, ຜະລິດຢູ່ ຫວຽດນາມ” ແມ່ນແຜນນະໂຍບາຍ, ການກຳນົດທິດໃຫຍ່ຂອງລັດຖະບານຫວຽດນາມເພື່ອແນໃສ່ປຸກລຸກກຳລັງແຮງພາຍໃນ, ຄວາມຄາດຫວັງພັດທະນາຂອງປະເທດຊາດໃນການປະຕິວັດອຸດສາຫະກຳຄັ້ງທີ 4. ນັບແຕ່ເມື່ອMake in Vietnam” ໄດ້ຍົກອອກມາໃນເດືອນພຶດສະພາປີ 2019, ຂະບວນການນີ້ໄດ້ສ້າງແຫລ່ງພະລັງຊີວິດໃຫມ່, ກຳລັງຫນູນຕັ້ງຫນ້າ, ປ່ຽນແປງຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງວິສາຫະກິດເຕັກໂນໂລຊີ ແລະ ຜະລິດຕະພັນເຕັກໂນໂລຊີດິຈີຕອນໃນພາລະກິດແຫ່ງການພັດທະນາປະເທດຊາດ ພິເສດໃນບັນຫາປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ໃນຂົງເຂດ ດິຈີຕອນ.

ພື້ນຖານ Make in Vietnam - ປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ໃນຂົງເຂດດິຈີຕອນ - ảnh 1ປະຈຸບັນ ຢູ່ ຫວຽດນາມ Facebook ແມ່ນສື່ສັງຄົມອອນລາຍໄດ້ນຳໃຊ້ຫລາຍກວ່າໝູ່. (ພາບ:Reuters)
  ນັບແຕ່ກ່ອນມາຮອດປະຈຸບັນ, ຄວາມຮັບຮູ້ຂອງປະຊາຊົນສ່ວນຫລາຍປົກປັກຮັກສາອະທິປະໄຕແຫ່ງຊາດແມ່ນຕາມທິດດັ້ງເດີມ ນັ້ນແມ່ນບັນດາບັນຫາກ່ຽວກັບໄຫລ່ທະວີບ, ຜືນແຜ່ນດິນ. ແຕ່ໃນສະພາບການໂລກໃຫມ່ນີ້, ອະທິປະໄຕແຫ່ງຊາດທາງເຄືອຂ່າຍອິນເຕີເນັດກໍ່ແມ່ນບັນຫາຕ້ອງໄດ້ຮັບຄວາມສົນໃຈ. ໂດຍແມ່ນປະເທດທີ່ມີພົນລະເມືອງຫນຸ່ມດ້ວຍປະຊາຊົນເກືອບ 97,3 ລ້ານຄົນ, ໃນນັ້ນກວ່າ 70% ແມ່ນຜູ້ນຳໃຊ້ ອິນເຕີເນັດ, ຫວຽດນາມໄດ້ ແລະພວມກາຍເປັນປະເທດເຕັມທີ່ໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ແກ່ນັກສະຫນອງພື້ນຖານດິຈີຕອນ.

ຕາມການສະຖິຕິຫລ້າສຸດຂອງWe are socialປີ2022, Facebookປະຈຸບັນແມ່ນສື່ສັງຄົມອອນລາຍທີ່ໄດ້ຮັບການນຳໃຊ້ຫລາຍກວ່າໝູ່ຢູ່ ຫວຽດນາມດ້ວຍ93,8%ຜູ້ໃຊ້ອິນເຕີເນັດແມ່ນນຳໃຊ້ໃນທຸກເດືອນ. ເຄື່ອງມືສົ່ງຂໍ້ຄວາມ, ສ້າງvideo TikTokແລະແຊພາບທາງInstagramດ້ວຍຈຳນວນປະຊາຊົນຫວຽດນາມກວ່າ 60%ໄດ້ນຳໃຊ້.

ເຖິງຢ່າງໃດກໍຕາມ, ການພັດທະນາຢ່າງແຮງຂອງພື້ນຖານດິຈີຕອນພວມວາງອອກສິ່ງທ້າທາຍໃຫມ່. ນັ້ນແມ່ນ ຄວາມສະຫງົບປອດໄພແຫ່ງຊາດໄດ້ກາຍເປັນຈຸດໝາຍບຸກໂຈມຕີແຊກແຊງ, ເກັບເອົາຂໍ້ມູນລາຊະການລັບແຖວຫນ້າຂອງບັນດາກຸ່ມ Hacker. ສ່ວນບຸກຄົນ, ວິສາຫະກິດ, ອົງການລັດກໍ່ບໍ່ໄດ້ຄວາມປອດໄພ. ທ່ານຫງວຽນມິງຈິງ, ຫົວຫນ້າກົມປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດແລະປ້ອງກັນຕ້ານອາດຊະຍາກອນນຳໃຊ້ເຕັກໂນໂລຊີສູງ, ສັງກັດກະຊວງຕຳຫລວດຖືວ່າ:

“ສິ່ງທ້າທາຍປະຈຸບັນແມ່ນ ທາງເຄືອຂ່າຍອິນເຕີນັດພວມຖືກບັນດາອິດທິກຳລັງເປັນປໍລະປັກພວກປະຕິການ ອາກຊະຍາກຳນຳໃຊ້ເພື່ອດຳເນນການເຄື່ອນໄຫວລ່ວງລ້ຳຄວາມສະຫງົບປອດໄພແຫ່ງຊາດແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ພິເສດແມ່ນການເຄື່ອນໄຫວໂຄສະນາ, ຕ້ານທຳລາຍລະບົບ ຍຸແຍ່ແກ່ດຶງການແຫ່ຂະບວນກໍ່ຄວາມວຸນວາຍເພື່ອແນໃສ່ຢາກປ່ຽນແປງລະບອບການເມືອງຢູ່ຫວຽດນາມ”

ພື້ນຖານ Make in Vietnam - ປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ໃນຂົງເຂດດິຈີຕອນ - ảnh 2ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ. (ພາບ:vneconomy.vn)

.ຕໍ່ຫນ້າສະພາບຕົວຈິງດັ່ງກ່າວ, ໄລຍະຜ່ານມາ, ຄຳນິຍາມເຄືອຂ່າຍອິນເຕີເນັດແລະ ຄວາມສຳຄັນຂອງຄວາມສະຫງົບປອດໄພແຫ່ງຊາດກ່ຽວກັບເຄືອຂ່າຍອິນເຕີເນັດ, ຫວຽດນາມກໍໄດ້ຖືເປັນສຳຄັນພິເສດ. ກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ຮ່າງກົດໝາຍວ່າດ້ວຍການປ້ອງກັນຊາດ (ສະບັບປັບປຸງ) ແມ່ນບັນດາສິ່ງພິສູດໃຫ້ເຫັນບັນດາບາດກ້າວທີ່ເຂັ້ມແຂງຂອງພັກ, ລັດ ກ່ຽວກັບບັນຫາປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ໃນຂົງເຂດດິຈີຕອນ.

ທ່ານຫງວຽນແທ່ງຮຶງ, ປະທານ ສະຫະສະມາຄົມຄວາມປອດໄພດ້ານຂໍ້ມູນຫວຽດນາມ, ໃຫ້ຮູ້ວ່າ:

“ກຳລັງຄວາມສາມາດຮັບປະກັນຄວາມປອດໄພດ້ານຂໍ້ມູນຂອງປະເທດຊາດ ໄດ້ອີງໃສ່ພື້ນຖານສຳຄັນຍິ່ງຂອງບັນ ດາຜະລິດຕະພັນການບໍລິການມາດຕະການແກ້ໄຂໃນລະບົບນິເວດທີ່ປອດໄພ, ມີຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໂດຍວິສາຫະກິດຫວຽດນາມເປັນເຈົ້າຂອງ, ກຽມພ້ອມຮັບປະກັນຄວາມປອດໄພ - ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດສຳລັບການຫັນເປັນຄີຈິຕອນແຫ່ງຊາດ. ສິ່ງສຳຄັນທີ່ສຸດ ແມ່ນສົມທົບ 3 ພາກສ່ວນ: ບັນດາວິສາຫະກິດທີ່ມີຄວາມປອດໄພ - ໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ບັນດາຫົວໜ່ວຍທີ່ນຳໃຊ້ການບໍລິການຜະລິດຕະພັນທີ່ມີຄວາມປອດໄພ, ມີຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ອົງການສ້າງນະໂຍບາຍຂອງລັດ”.

ໄລ່ມາຮອດປະຈຸບັນ, ຫວຽດນາມມີຄວາມເປັນເຈົ້າກວ່າ 90% ລະບົບນິເວດບັນດາຜະລິດຕະພັນທີ່ປອດໄພ, ໝັ້ນຄົງທາງເຄືອຂ່າຍອິນເຕີເນັດຮັບໃຊ້ບັນດາອົງການພັກ, ລັດແລະ ພວມສູ້ຊົນແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດໃນໂລກທີ່ສາມາດເປັນເຈົ້າ  100% ລະບົບນິເວດບັນດາຜະລິດຕະພັນປອດໄພ, ໝັ້ນຄົງທາງເຄືອຂ່າຍອິນເຕີແນັດ. ປະຈຸບັນຫວຽດນາມ ພວມມານະພະຍາຍາມສ້າງຖັນແຖວຜູ້ຊ່ຽວຊານກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດເພື່ອສາມາດຮັບປະກັນຄວາມປອດໄພຢູ່ໃນລະດັບສູງສຸດ. ທ່ານຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫລງຂ່າວແລະສື່ສານຫວຽດນາມຢັ້ງຢືນວ່າ:

ພວກເຮົາຕ້ອງສ້າງຖັນແຖວຜູ້ຊ່ຽວຊານກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍເປັນກຳລັງຫລັກແຫລ່ງ. ຖັນແຖວພະນັກງານນີ້ແມ່ນຢູ່ວິສາຫະກິດເປັນຕົ້ນ. ບັນດາວິສາຫະກິດຢາກມີຄວາມປອດໄພດ້ານຂໍ້ມູນຕ້ອງມີວິທີສຳຜັດໃຫມ່ ເພື່ອເຜີຍແຜ່ຄວາມປອດໄພຄວາມໝັ້ນຄົງທາງເຄືອຂ່າຍອິນເຕີນັດເຖິງທຸກສ່ວນບຸກຄົນແລະອົງການຈັດຕັ້ງ.”

ປະຈຸບັນຢູ່ ຫວຽດນາມບັນດາລະບົບເກັບຂໍ້ມູນ Cloud Computing  ໂດຍວິສາຫະກິດຫວຽດນາມເປັນເຈົ້າໄດ້ຕອບສະຫນອງຄວາມຮຽກຮ້ອງຕ້ອງການຄວາມປອດໄພດ້ານຂໍ້ມູນ ຮັບໃຊ້ລັດຖະບານເອເລັກໂຕນິກ, ອຳນາດການປົກຄອງເອເລັກໂຕນິກຄື: VNPT cloud, Viettel cloud, VNG cloud, Bizfly cloud ແລະ CMC cloud. ບັນດານັກສະຫນອງເຫລົ່ານີ້ ໄດ້ຮັບການຫນູນຊ່ວຍ, ມອບໃບຢັ້ງຢືນເປັນເຈົ້າຈາກລັດຖະບານຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນທາງເຄືອຂ່າຍ ແມ່ນກຳລັງຫນູນສົ່ງເສີມເພື່ອພ້ອມທີ່ຈະຮ່ວມເດີນທາງໃນວິວັດການຫັນເປັນດິຈີຕອນແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ