ຟູ໋ທໍ້ ເສີມຂະຫຍາຍທ່າໄດ້ປຽບຍູ້ແຮງການພັດທະນາຜະລິດອຸດສາຫະກຳ

(VOVWORLD) - ແຂວງ ຟູ໋ທໍ້ ມີທີ່ຕັ້ງຢູ່ເຂດພູດອຍທາງພາກເໜືອປະເທດ ຫວຽດນາມ, ແມ່ນທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດໂນນ, ປ່າໄມ້, ໝູ່ບ້ານອາຊີບ.

ໄລຍະຜ່ານມາ, ແຂວງຟູ໋ທໍ້ ໄດ້ສຸມໃສ່ແຫຼ່ງກຳລັງ, ໄດ້ມີບັນດາວີທີເຮັດຢ່າງມີຫົວຄິດປະດິດສ້າງ, ຍູ້ແຮງແຜນນະໂຍບາຍການເຂົ້າຮ່ວມຂອງສັງຄົມ, ເປັນເຈົ້າການ, ຕັ້ງໜ້າຫັນບັນດາກົນໄກ, ນະໂຍບາຍເປັນລະອຽດ ເພື່ອຂຸດຄົ້ນ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ຊຸກຍູ້ເສດຖະກິດພັດທະນາຢ່າງມີປະສິດທິຜົນ.

ຟູ໋ທໍ້ ເສີມຂະຫຍາຍທ່າໄດ້ປຽບຍູ້ແຮງການພັດທະນາຜະລິດອຸດສາຫະກຳ - ảnh 1 ບໍລິສັດ Paldo Vina ຈຳກັດ - ກຸ່ມອຸດສາຫະກຳ ດົ່ງລ້າງ (ເມືອງຟູນິງ)

        ໃນຊຸມປີມໍ່ມານີ້, ພື້ນຖານໂຄງລ່າງດ້ານເສດຖະກິດ, ດ້ານເຕັກນິກ, ສັງຄົມ, ພິເສດແມ່ນການເຊື່ອມຈອດເສັ້ນທາງຄົມມະນາຄົມຂອງແຂວງ ຟູ໋ທໍ້ ມີການພັດທະນາຢ່າງກະໂດດຂັ້ນ. ຕົວຢ່າງຄື: ເສັ້ນທາງຫລວງເລກ 2, ລະບົບເສັ້ນທາງຂ້າມອາຊີ. ນີ້ແມ່ນເງື່ອນໄຂຕັດສິນທຳອິດ ເພື່ອໃຫ້ແຂວງ ຟູ໋ທໍ້ ພັດທະນາອຸດສາຫະກຳ ແລະ ຫັດຖະກຳອຸດສາຫະກຳນ້ອຍ ກໍ່ຄືການຄ້າການບໍລິການ. ທ່ານ ຫງວຽນແມ້ງຮຸ່ງ ຫົວໜ້າພະແນກອຸດສາຫະກຳການຄ້າແຂວງ ຟູ໋ທໍ້ ໃຫ້ຮູ້ວ່າ:

        “ດ້ວຍພື້ນຖານໂຄງລ່າງຄົມມະນາຄົມພັດທະນາຄືດັ່ງກ່າວນັ້ນ ແຂວງ ຟູ໋ທໍ້ ພວມຍາດແຍ່ງການລົງທຶນເທື່ອລະກ້າວ. ບັນດາເຂດອຸດສາຫະກຳ ຟູ໋ທໍ້ ຈະມີບັນດາບາດກ້າວພັດທະນາບຸກທະລຸ. ໄປຄຽງຄູ່ກັບການພັດທະນາດ້ານອຸດສາຫະກຳແລ້ວ ການບໍລິການການຄ້າກໍ່ຈະພັດທະນາຢ່າງຄົບຊຸດ. ປີ 2017, ປະລິມານສິນຄ້າເພີ່ມຂຶ້ນໄວ, ການສົ່ງອອກບັນລຸ 1,3 ກ່ວາຕື້ USD. ປີນີ້, ແຂວງກໍ່ສູ້ຊົນບັນລຸການເຕີບໂຕສູງກ່ວາລະດັບນີ້ ເພື່ອຕອບສະໜອງການແລກປ່ຽນສິນຄ້າ, ພິເສດແມ່ນໃນສະພາບການເຊື່ອມໂຍງເຂົ້າກັບສາກົນ”  

        ປັດຈຸບັນໃນບໍລິເວນແຂວງມີ 7 ເຂດອຸດສາຫະກຳ ແລະ 26 ກຸ່ມອຸດສາຫະກຳ. ບັນດາເຂດ, ກຸ່ມອຸດສາຫະກຳຈຸດສຸມໄດ້ແກ້ໄຂວຽກເຮັດງານທຳໃຫ້ຊາວຜູ້ອອກແຮງງານກ່ວາ 33.000 ຄົນ. ການເຄື່ອນໄຫວລົງທຶນກໍ່ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ ຈາກນັ້ນປະກອບສ່ວນເພີ່ມມູນຄ່າການຜະລິດອຸດສາຫະກຳຂອງແຂວງຂຶ້ນ. ປັດຈຸບັນມີ 106 ໂຄງການພວມເຄື່ອນໄຫວເປັນປົກກະຕິ, 21 ໂຄງການພວມໄດ້ຮັບການຜັນຂະຫຍາຍລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ໃນນັ້ນ ມີ 12 ໂຄງການໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າທຳການຜະລິດແລ້ວ, ເຊິ່ງໄດ້ປະກອບສ່ວນໂດຍກົງໃຫ້ແກ່ການເຕີບໂຕເສດຖະກິດຂອງແຂວງ.

        ບໍ່ພຽງແຕ່ສວມບົດບາດສຳຄັນໃນການພັດທະນາເສດຖະກິດຂອງແຂວງເທົ່ານັ້ນ, ຫາກການຜະລິດອຸດສາຫະກຳຍັງປະກອບສ່ວນອັດຕາສ່ວນໃນການເຄື່ອນໄຫວສົ່ງອອກຢ່າງໃຫຍ່ຫລວງ, ນຳວົງເງິນການຄ້າສົ່ງອອກຂອງແຂວງໃນປີ 2017 ບັນລຸເກືອບ 1,3 ຕື້ USD, ເທົ່າກັບ 109% ເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ, ສ້າງລາຍຮັບພໍສົມຄວນ ເພື່ອປະຕິບັດໜ້າທີ່ເກັບງົບປະມານແຫ່ງລັດໃນບໍລິເວນຢ່າງມີໄຊ.

        ໂດຍປະຕິບັດຄຳເຫັນຊີ້ນຳຂອງນາຍົກລັດຖະມົນຕີ, ແຂວງຟູ໋ທໍ້ ກໍ່ວາງອອກ 4 ຂອດບຸກທະລຸກ່ຽວກັບການລົງທຶນໂຄງປະກອບພື້ນຖານໂຄງລ່າງຫຼັກແຫຼ່ງ, ປະຕິຮູບການບໍລິຫານ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ການທ່ອງທ່ຽວ. ທ່ານ ຫງວຽນແມ້ງຮຸ່ງ ຫົວໜ້າພະແນກອຸດສາຫະກຳການຄ້າແຂວງ ຟູ໋ທໍ້ ໃຫ້ຮູ້ຕື່ມອີກວ່າ:

        “ພວກຂ້າພະເຈົ້າຕັ້ງໜ້າເສນາທິການໃຫ້ແຂວງ, ແກ້ໄຂບັນດາສິ່ງຕິດຄັດ, ຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດຢ່າງທັນການ. ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງການຮຽກຮ້ອງການລົງທຶນຢູ່ບັນດາຂົງເຂດ, ອຸດສາຫະກຳໜູນຊ່ວຍ, ຕິດຕັ້ງປະກອບລະບົບເອເລັກໂຕນິກ. ພ້ອມກັນນັ້ນ ແມ່ນປັບປຸງ ແລະ ພັດທະນາບັນດາປະເພດສິນຄ້າທີ່ມີຢູ່ແລ້ວ ພ້ອມທັງເປັນບັນດາທິດທາງໃຫ້ບັນດາປະເພດສິນຄ້າໃໝ່ ທີ່ດຶງດູດເຂົ້າໃນບັນດາເຂດ, ກຸ່ມອຸດສາຫະກຳ, ສົມທົບກັນຢ່າງຄົບຊຸດ ເພື່ອໃຫ້ເຂດອຸດສາຫະກຳໃນບໍລິເວນທົ່ວແຂວງພັດທະນາຮອບດ້ານ”

        ໂດຍອີງໃສ່ການເສີມຂະຫຍາຍບັນດາທ່າແຮງທີ່ມີຢູ່ແລ້ວເປັນຢ່າງດີ, ສົມທົບກັບບັນດາກົນໄກ, ນະໂຍບາຍສົ່ງເສີມ, ການໜູນຊ່ວຍດຶງດູດການລົງທຶນ, ການເຄື່ອນໄຫວຜະລິດອຸດສາຫະກຳໃນບໍລິເວນແຂວງພວມສຶບຕໍ່ຮັກສາທ່າເຕີບໂຕ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມຂອງແຂວງ. ທ່ານ ເຈີ່ນຕູ໋ຫາຍ ນັກລົງທຶນໃນຂົງເຂດການຄ້າ ແລະ ການທ່ອງທ່ຽວຢູ່ແຂວງ ຟູ໋ທໍ້ ແບ່ງປັນວ່າ:

        “ໂດຍໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກການນຳທ້ອງຖິ່ນ, ພິເສດແມ່ນບັນຫາການບຸກເບີກໜ້າພຽງ, ຈາກການແກ້ໄຂການບຸກເບີກໜ້າພຽງ ຈົນເຖິງບັນດາລະບຽບການສຳເນົາການລົງທຶນ, ໄດ້ຮັບການຊີ້ນຳຂອງບັນດາຄະນະ, ຂະແໜງການຢ່າງຢເລິກເຊິ່ງ ແລະ ລະອຽດ. ຕົວຢ່າງຄື: ພຽງແຕ່ພາຍຫລັງ 3 ເດືອນເທົ່ານັ້ນ ພວກຂ້າພະເຈົ້າກໍ່ສາມາດເຂົ້າສຸ່ການທຳການຜະລິດໄດ້

        ໃນໄລຍະຈະມາເຖິງ, ແຂວງ ຟູ໋ທໍ້ ມຸ່ງໄປເຖິງບັນດາເປົ້າໝາຍການພັດທະນາສູງກ່ວາ, ຕາມນັ້ນແລ້ວ ສູ້ຊົນຮອດປີ 2030 ໃຫ້ເປັນແຂວງອຸດສາຫະກຳພັດທະນາຕາມທິດເຕັກໂນໂລຢີສູງ. ຕາມນັ້ນແລ້ວ, ກໍ່ຍູ້ແຮງ ແລະ ຫັນບັນດາການເຄື່ອນໄຫວສົ່ງເສີມການຄ້າເປັນຫລາຍຮູບຫລາຍແບບ, ໜູນຊ່ວຍບັນດາການເຄື່ອນໄຫວສົ່ງເສີມການສົ່ງອອກ ແລະ ສົ່ງເສີມການຄ້າໃຫ້ບັນດາວິສາຫະກິດອຸດສາຫະກຳ; ສະໜອງຂໍ້ມູນຂ່າວກ່ຽວກັບ ຕະຫລາດໃຫ້ວິສາຫະກິດຢ່າງເປັນປະຈຳ ແລະ ຄົບຖ້ວນ. ສົ່ງເສີມບັນດາວິສາຫະກິດທີ່ຂຶ້ນກັບເສດຖະກິດທຸກພາກສ່ວນ ເຂົ້າຮ່ວມໃນການສົ່ງອອກ ແລະ ບັນດາວິສາຫະກິດເຄື່ອນໄຫວໃນບັນດາຂົງເຂດທີ່ປຶກສາກ່ຽວກັບ Marketing, ຄົ້ນຄວ້າຕະຫລາດ ແລະ ສົ່ງເສີມການແລກປ່ຽນການຄ້າ.

        ດ້ວຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ພ້ອມກັບມີຫລາຍກົນໄກ, ນະໂຍບາຍລະອຽດ ແນໃສ່ຂຸດຄົ້ນ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນນີ້ຢ່າງມີປະສິດທິຜົນນັ້ນ, ແຂວງ ຟູ໋ທໍ້ ພວມມຸ່ງໄປເຖິງເປົ້າໝາຍຈະກາຍເປັນໜຶ່ງໃນບັນດາແຂວງພັດທະນາແຖວໜ້າຂອງເຂດພູດອຍທາງພາກເໜືອ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ