ວິ​ສາ​ຫະ​ກິດ ຫວຽດ​ນາມ ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ ແລະ ຫັນ​ເປັນ​ດີ​ຈີ​ຕອ​ນ​ເພື່ອ​ພັດ​ທະ​ນາ​ຢ່າງ​ບຸກ​ທະ​ລຸ

(VOVWORLD) - ຜົນກະທົບຈາກການປະຕິວັດອຸດສາຫະກຳ 4.0 ແລະ ໂລກລະບາດໂຄວິດ - 19 ໄດ້ນຳມາເຊິ່ງສິ່ງທ້າທາຍ ແລະ ກາລະໂອກາດຫຼາຍຢ່າງຕໍ່ຫຼາຍຂະແໜງອາຊີບຢູ່ ຫວຽດນາມ. ທຸກໆຂະແໜງອາຊີບລ້ວນແຕ່ຕ້ອງປັບຕົວໃຫ້ແທດເໝາະ, ປ່ຽນແປງໃໝ່ໝູນໃຊ້ເຕັກໂນໂລຢີສູງ, ຫັນເປັນດີຈີຕອນ ເພື່ອຄົງຕົວ ແລະ ພັດທະນາ. ທີ່ເວທີປາໄສເສດຖະກິດ ຫວຽດນາມ ປີ 2022 ໂດຍຄະນະເສດຖະກິດສູນກາງ ຈັດຕັ້ງ, ມີຫຼາຍຄຳເຫັນຢັ້ງຢືນວ່າ ຫວຽດນາມ ໄດ້ໝູນໃຊ້ປະສິດທິຜົນ ແລະ ກາລະໂອກາດຈາກການປ່ຽນແປງເຕັກໂນໂລຢີ ແລະ ຫັນເປັນດີຈີຕອນເພື່ອເພີ່ມຄວາມໄວບຸກທະລຸນັບທັງໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.
ວິ​ສາ​ຫະ​ກິດ ຫວຽດ​ນາມ ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ ແລະ ຫັນ​ເປັນ​ດີ​ຈີ​ຕອ​ນ​ເພື່ອ​ພັດ​ທະ​ນາ​ຢ່າງ​ບຸກ​ທະ​ລຸ - ảnh 1ຊາວກະສິກອນໝູນໃຊ້ເຕັກໂນໂລຢີທີ່ກ້າວໜ້າເຂົ້າໃນການຜະລິດ (ພາບ: TTXVN)

 

  ຕໍ່ໜ້າການພັດທະນາຂອງເຕັກໂນໂລຢີ, ມີວິສາຫະກິດຫຼາຍແຫ່ງ ຕ້ອງຫັນເປັນດີຈີຕອນຢ່າງແຮງເພື່ອຮັບມື. ນັບແຕ່ປີ 2019, ກຸ່ມບໍລິສັດ ລົກເຈິ່ຍ, ເຊິ່ງໄດ້ຮູ້ວ່າແມ່ນວິສາຫະກິດນຳໜ້າໃນການສ້າງລະບົບມູນຄ່າກະສິກຳແບບຍືນຍົງຢູ່ ຫວຽດນາມ, ໄດ້ກະກຽມໂທລະສັບສະມາດໂຟນນັບພັນໜ່ວຍໃຫ້ແກ່ຊາວກະສິກອນ ເພື່ອເພີ່ມທະວີການໝູນໃຊ້ເຕັກໂນໂລຢີໃນການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ບໍລິໂພກ. ປັດຈຸບັນມີ ປະມານ 80% ວິວັດການໝູນໃຊ້, ບໍລິຫານຄຸ້ມຄອງສັງລວມຈາກຫ້ອງການຕະຫຼອດຮອດການໝູນໃຊ້ວິທີການປູກຝັງ, ຕິດຕາມກວດກາຂັ້ນຕອນການຜະລິດ, ບໍລິໂພກສິນຄ້າລ້ວນແຕ່ໄດ້ນຳໃຊ້ໂປແກຼມນີ້.

ການສຸມໃສ່ລົງທຶນການຫັນເປັນດີຈີຕອນ ແລະ ປ່ຽນແປງໃໝ່ກ່ຽວກັບເຕັກໂນໂລຢີ ບໍ່ພຽງແຕ່ຊ່ວຍວິສາຫະກິດ ເປີດກວ້າງຂອບຂະໜາດການການຜະລິດ, ມີສະຖຽນລະພາບຢູ່ທັງ 2 ຕະຫຼາດທີ່ມີເປັນມູນເຊື້ອແມ່ນ ຟີລິບປິນ ແລະ ອາບຟຼິກກາ ເທົ່ານັ້ນ ຫາກຍັງໄດ້ສຳຜັດກັບຫຼາຍປະເທດໃນຕະຫຼາດເອີລົບ ສຳລັບບັນດາຜະລິຕະພັນປຸງແຕ່ງຈາກເຂົ້າສານອີກດ້ວຍ. ທ່ານ ຫງວຽນຢຸຍທ້ວນ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດລົກເຈິ່ຍ ໃຫ້ຮູ້ວ່າ:

ໃນເນື້ອທີ່ດິນ 1 ລ້ານ ເຮັກຕາຂອງ ລົກເຈິ່ຍ ພວມໝູນໃຊ້ບັນດາມາດຖານທີ່ວ່າຫ້ອງການບໍ່ໃຊ້ເຈ້ຍ, ທົ່ງນາບໍ່ມີຮອຍຕີນ ແລະ ສະເພາະ 110.00 ເຮັກຕາຕົ້ນເຂົ້າຢູ່ແຂວງ ອານຢາງ, ພວກຂ້າພະເຈົ້າໄດ້ ແລະ ພວມໝູນໃຊ້ການຜະລິດແກປ່ຽນການຄ້າໂດຍບໍ່ນຳໃຊ້ເງິນສົດ. ໄປຽງຄູ່ກັນນັ້ນ, ບາງທ້ອງຖິ່ນໄດ້ຈັດຕັ້ງແຜນທີ່ດີຈີຕອນໃນການປູກຝັງ. ນີ້ກໍ່ແມ່ນວຽກງານທຳອິດເພື່ອສ້າງທົ່ງນາຂະໜາດໃຫຍ່ ແລະ ຈາກນັ້ນ ກໍສ້າງປະສິດທິຜົນໃນການຜະລິດກະສິກຳໃນຂອບຂະໜາດໃຫຍ່.

ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້, ຫວຽດນາມ ພວມສືບຕໍ່ກຳນົດກົນໄກ, ນະໂຍບາຍທີ່ແທດຈິງເພື່ອສົ່ງເສີມວິສາຫະກິດນຳເຂົ້າເຕັກໂນໂລຢີ, ເປັນຕົ້ນແມ່ນຕໍ່ຂົງເຂດ, ຂະແໜງຫຼັກແຫຼ່ງ, ປາຍແຫຼມເພື່ອໝູນໃຊ້ ເຂົ້າໃນການຜະລິດ, ດຳເນີນທຸລະກິດໂດຍໄວສ້າງບັນດາຜະລິດຕະພັນໃໝ່ທີ່ມີມູນຄ່າເພີ່ມຂຶ້ນສູງ. ຕາມທ່ານ ນາງປ.ອ ເຈິ່ນທິຮົ່ງມິງ, ຫົວໜ້າສະຖາບັນຄົ້ນເສດຖະກິດສູນກາງແລ້ວ, ນອກຈາກການລົງທຶນກ່ຽວກັບການປ່ຽນແປງໃໝ່ເຕັກໂນໂລຢີ ແລະ ຫັນເປັນດີຈີຕອນ, ພິເສດແມ່ນບຸກທະລຸດ້ານເຕັກໂນໂລຢີ ແມ່ນຕ້ອງເຊື່ອມຕໍ່ຢ່າງຄົບຊຸດເພື່ອກາຍເປັນລະບົບມູນຄ່າເພີ່ມຜົນກຳໄລ, ຫຼຸດຜ່ອນຄ່າໃຊ້ຈ່າຍກ່ວາ ແລະ ພິເສດກ່ວານັ້ນແມ່ນ ຕອບສະໜອງເປົ້າໝາຍພັດທະນາຍຸດທະສາດຂອງປະເທດຊາດ. ໄປຄຽງຄູ່ກັນນັ້ນ, ຕະຫຼາດວິທະຍາສາດເຕັກໂນໂລຢີຕ້ອງເຊື່ອມຕໍ່ກັນ, ກ້າວໄປເຖິງການຫັນບັນດາຕະຫຼາດສິນຄ້າ, ແຮງງານ ແລະ ການເງິນເປັນຄົບຊຸດ. ສຳຄັນກ່ວາໝູ່ກໍແມ່ນນະໂຍບາຍການເງິນເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງນັບທັງພາກລັດ ແລະ ພາກເອກະຊົນ, ພ້ອມກັນນັ້ນແມ່ນສືບຕໍ່ຍູ້ແຮງການຮ່ວມມືສາກົນ ໃນກົນໄກຫຼາຍຝ່າຍ. ທ່ານນາງ ປ.ອ ເຈິ່ນທິຮົ່ງມິງ ໃຫ້ຮູ້ວ່າ:

ຜ່ານການເຂົ້າເປັນສະມາຊິກຂອງບັນດາອົງການຫຼາຍຝ່າຍກໍ່ຄືເມື່ອພວກເຮົາເຂົ້າຮ່ວມບັນດາສົນທິສັນຍາການຄ້າເສລີນີ້ກໍ່ແມ່ນກາລະໂອກາດໃຫຍ່ຫຼວງທີ່ສຸດໃຫ້ແກ່ພວກເຮົາເພື່ອສ້າງສະພາບແວດລ້ອມແຫ່ງຄວາມສະດວກ ອາດສາມາດຍູ້ແຮງການສົ່ງອອກນຳເຂົ້າ. ພິເສດ, ຂ້າພະເຈົ້າຢາກເນັ້ນໜັກວ່າ ຫວຽດນາມ ຈະມີກາລະໂອກາເພື່ອເຂົ້າຮ່ວມການໂອ້ລົມສົນທະນາ, ເພື່ອສາມາດສ້າງຄວາມສະດວກໃຫ້ແກ່ພວກເຮົາ ແລະ ວິສາກິດ, ຈາກນັ້ນ ອາດຈະເປັນເຈົ້າການກ່ວາໃນການເຂົ້າຮ່ວມລະບົບສະໜອງ.

ມີນັກຊ່ຽວຊານດ້ານເສດຖະກິດຫລາຍທ່ານ ໃຫ້ຂໍ້ສັງເກດວ່າ ປັດຈຸບັນ, ໃນສະພາບການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ - 19 ໃຫ້ມີປະສິດທິຜົນ, ນອກຈາກການເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ຍົກລະດັບລະບົບມູນຄ່າຂົງເຂດ, ຂະແໜງຈຸດສຸມທີ່ມີຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບນັ້ນ ແມ່ນຕ້ອງສືບຕໍ່ສ້າງບາດກ້າວບຸກທະລຸກ່ຽວກັບລະບອບລະບຽບການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງເພື່ອສ້າງບາດກ້າວບຸກທະລຸກ່ຽວກັບສະມັດຕະພາບ, ມີຄຸນນະພາບ, ມີປະສິດທະພາບ ແລະ ກຳລັງແກ້ງແຍ້ງ ຕອບສະໜອບຄວາມຮຽກຮ້ອງປ່ຽນແປງໃໝ່ຮູບແບບການເຕີບໂຕ, ຟື້ນຟູ ແລະ ພັດທະນາເສດຖະກິດ. ທ່ານ ຫງວຽນຮ່ວາງຢາງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຖືວ່າ:

ຫວຽດນາມ ຄວນຕັ້ງໜ້າເຂົ້າຮ່ວມ ແລະ ສະໜັບສະໜູນບັນດາກົນໄກຫຼາຍຝ່າຍແຕ່ກໍ່ຕ້ອງພິຈາລະນາ, ກວດກາດ້ານເສດຖະກິດຄືໃໝ່ ເພື່ອຮັບປະກັນຄວາມເປັນເຈົ້າການໃນການໂອ້ລົມສົນທະນາ, ພ້ອມກັນແກ້ໄຂບັນດາບັນຫາທີ່ມີລັກສະນະພາກພື້ນ ຫຼຸດຜ່ອນຄວາມສ່ຽງໃນລະບົບສະໜອງທົ່ວໂລກ. ໄປຄຽງຄູ່ກັນນັ້ນ, ເພື່ອປັບປຸງທີ່ຕັ້ງໃນລະບົບສະໜອງຕ້ອງກຳນົດໄດ້ລັກສະນະຮີບດ່ວນ ແລະ ຄວາມເປັນເຈົ້າການຂອງວິສາຫະກິດ, ໃນຂອດກະກຽມບຳລຸສ້າງ ແລະ ພິເສດແມ່ນດຶງດູດແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ ກ່ຽວກັບເຕັກໂນໂລຢີ, ການເຫັນເປັນດີຈີຕອນ ເພື່ອຮັບໃຊ້ໃຫ້ແກ່ລະບົບພັດທະນາຜະລິດຕະພັນ.

ຫວຽດນາມ ຕັ້ງເປົ້າໝາຍ, ຮອດປີ 2030, ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ສວມບົດບາດສຳຄັນໃນການພັດທະນາເຕັກໂນໂລຢີປາຍແຫຼມ, ຈຸດສຸມ ນັ້ນແມ່ນວິສາຫະກິດ ປຸງແຕ່ງ, ຜະລິດ, ປະກອບສ່ວນສຳຄັນເຂົ້າໃນກົນໄກສ້າງຄົງປະກອບພື້ນຖານເສດຖະກິດຄືນໃໝ່ຕາມທິດທັນສະໄໝ, ນຳຫວຽດນາມ ກາຍເປັນປະເທດທີ່ມີເຕັກໂນໂລຢີທັນສະໄໝ. ໃນສະພາບການນັ້ນ, ມີວິສາຫະກິດຫຼາຍແຫ່ງ ໄດ້ ແລະ ພວມກຽມພ້ອມການໝູນໃຊ້ບັນດາກາລະໂອກາດຈາກການປະຕິວັດເຕັກໂນໂລຢີ, ຫັນເປັນດີຈີຕອນຢ່າງແຮງເພື່ອສອດຄ່ອງ ແລະ ພັດທະນາຢ່າງບຸກທະລຸ.

ຕອບກັບ

ຂ່າວ/ບົດ​ອື່ນ