ວິ​ສາ​ຫະ​ກິດ​ປັບ​ຕົວ​ໃຫ້​ແທດ​ເໝ​າ​ະ​ກັບ​ສະ​ພາບ​ການ​ເພື່ອ​ພັດ​ທະ​ນາ​ໄລ​ຍະ “ຫລັງ​ໂລກ​ລະ​ບາດ​ໂຄວິດ 19”

(VOVWORLD) -ໂລກລະບາດໂຄວິດ 19 ໄດ້ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງທຸກດ້ານໃນຊີວິດ ເສດຖະກິດ ສັງຄົມຂອງຫວຽດນາມ. ເຖິງວ່າ ການຜະລິດດຳເນີນທຸລະກິດ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ ແຕ່ການເຕີບໂຕເສດຖະກິດ ຍັງຄົງບັນລຸຢູ່ໃນລະດັບສູງ; ເສດຖະກິດມະຫາພາກມີຄວາມສະຖຽນລະພາບ; ໄພເງິນເຟີ້ ໄດ້ຮັບການຄວບຄຸມ; ບັນດາການດຸ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນ.. ພ້ອມກັບຜົນສຳເລັດຂອງການຄວບຄຸມໂລກລະບາດໂຄວິດ 19 ແລະ ບັນດາໝາກຜົນດີພໍສົມຄວນຂອງພື້ນຖານເສດຖະກິດນັ້ນ ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດ, ສ້າງພື້ນຖານ, ປະຖົມປັດໄຈອັນໝັ້ນແກ່ນໃຫ້ແກ່ການຟື້ນຟູການຜະລິດດຳເນີນທຸລະກິດ.
ວິ​ສາ​ຫະ​ກິດ​ປັບ​ຕົວ​ໃຫ້​ແທດ​ເໝ​າ​ະ​ກັບ​ສະ​ພາບ​ການ​ເພື່ອ​ພັດ​ທະ​ນາ​ໄລ​ຍະ “ຫລັງ​ໂລກ​ລະ​ບາດ​ໂຄວິດ 19” - ảnh 1ພາບປະກອບ: ວາລະສານການເງິນ 

ຜົນກະທົບຈາກໂລກລະບາດໂຄວິດ 19 ຕໍ່ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນຮ້າຍແຮງ ຍ້ອນພື້ນຖານເສດຖະກິດເຊື່ອມໂຍງທີ່ເລິກເຊິ່ງກວ້າງຂວາງ, ມີລັກສະນະເປັນເຈົ້າຕົນເອງ ແລະ ຄວາມສາມາດໃນການຮັບມືຍັງຈຳກັດຢູ່, ຍ້ອນບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດຖືກອຶກອັກຊັກຊ້າ, ລະບົບສະຫນອງ ແລະ ການຈໍລະຈອນສິນຄ້າຖືກຂາດວັກຂາດຕອນ. ໃນສະພາບການນັ້ນ ຫວຽດນາມ ກໍສຸມໃສ່ປະຕິບັດ “ເປົ້າໝາຍຄວບຄູ່” ທັງປ້ອງກັນ ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ ທັງຮັກສາ ແລະ ພັດທະນາບັນດາການເຄື່ອນໄຫວເສດຖະກິດ  ສັງຄົມ. ລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຫລາຍກົນໄກ, ນະໂຍບາຍຫນູນຊ່ວຍປະຊາຊົນ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກຢ່າງທັນການ, ຍູ້ແຮງການປ່ອຍເງິນລົງທຶນ. ບົດລາຍງານກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ແລະ ບັນດາຫນ້າທີ່ ມາດຕະການຈຸດສຸມຟື້ນຟູ, ພັດທະນາເສດຖະກິດ ສັງຄົມທີ່ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ເຊິ່ງດຳເນີນໃນວັນທີ 19 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

“ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫຍ່ກໍຕາມ ແຕ່ຍ້ອນມີຄວາມມານະພະຍາຍາມຂອງທັງລະບົບການເມືອງ, ທຸກຂັ້ນ, ທຸກຂະແຫນງການ, ປະຊາຄົມວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດ ພາຍໃຕ້ການຊີ້ນຳນຳພາຂອງພັກ, ຫວຽດນາມ ຍັງຄົງບັນລຸໄດ້ບັນດາຈຸດເດັ່ນໃນການພັດທະນາເສດຖະກິດ, ເປັນຕົ້ນແມ່ນ ຮັກສາພື້ນຖານເສດຖະກິດມະຫາພາກມີຄວາມສະຖຽນລະພາບ ແລະ ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ສ້າງຄວາມສະດວກໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ຫລັງໂລກລະບາດ. ການສົ່ງອອກສິນຄ້າໃນ 4 ເດືອນ ສາມາດຮັກສາທ່າເພີ່ມຂຶ້ນ ດ້ວຍສິນຄ້າ 15 ປະເພດ ບັນລຸວົງເງິນສົ່ງອອກກວ່າ 1 ຕື້ USD, ການສົ່ງອອກເກີນດຸນເກືອບ 3 ຕື້ USD. ສະພາບແວດລ້ອມແຫ່ງການດຳເນີນທຸລະກິດສືບຕໍ່ໄດ້ຮັບການປັບປຸງ, ການປະຕິຮູບລະບຽບການບໍລິຫານມີຄວາມຄືບຫນ້າຫລາຍຢ່າງ. ເຖິງວ່າຫລຸດລົງຢ່າງແຮງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍກໍຕາມ ແຕ່ການເຕີບໂຕ GDP ໄຕມາດ 1 ຍັງຄົງບັນລຸ 3,82% ເຊິ່ງນອນໃນກຸ່ມພັດທະນາສູງໃນພາກພື້ນ ແລະ ໂລກ.”

ເລື່ອງຫວຽດນາມ ຄວບຄຸມ ຍູ້ໂລກລະບາດໃຫ້ຖອຍໄປ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ ບໍ່ພຽງແຕ່ສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນເທົ່ານັ້ນ ຫາກຍັງສ້າງທີ່ຕັ້ງບົດບາດໃຫ້ປະເທດຊາດ, ສ້າງກາລະໂອກາດໃຫມ່ເມື່ອອົງປະກອບເສດຖະກິດໂລກ, ວິທີການຜະລິດດຳເນີນທຸລະກິດ, ການໃຊ້ສອຍກໍ່ມີການປ່ຽນແປງພາຍຫລັງໂລກລະບາດ. ໃນສະພາບການນັ້ນ ວິສາຫະກິດຫວຽດນາມ ໄດ້ປ່ຽນໃຫມ່ຈີນຕະນາການພັດທະນາໂດຍໄວ, ປ່ຽນແປງວິທີເຮັດ, ຍົກສູງກຳລັງຄວາມສາມາດ, ຍາດແຍ່ງກາລະໂອກາດ, ຫັນທິດ ແລະ ຈັດຕັ້ງບັນດາການເຄື່ອນໄຫວເສດຖະກິດຄືນໃຫມ່, ຍາດແຍ່ງບັນດາກາລະໂອກາດຕະຫລາດ ແລະ ທ່າອ່ຽງຫັນທິດລົງທຶນ, ການຜະລິດໃນພາກພື້ນ, ທົ່ວໂລກ. ເມື່ອເກີດໂລກລະບາດ, ມີວິສາຫະກິດຫລາຍແຫ່ງໄດ້ປັບຕົວໃຫ້ແທດເໝາະ ແລະ ບືນຕົວຂຶ້ນຢ່າງແຮງ. ນັກຊ່ຽວຊານເສດຖະກິດ ຫວໍຈີແທ່ງ ໃຫ້ຮູ້ວ່າ: ຄວາມສາມາດຮັບມືຂອງບັນດາວິສາຫະກິດຫວຽດນາມ ໃນ 5 ເດືອນຜ່ານມາແມ່ນມີໄຫວພິບດີ.

ພ້ອມກັບການຮ່ວມເດີນທາງຂອງລັດຖະບານໃນວຽກງານບໍລິຫານເປັນເຈົ້າການ, ມີໄຫວພິບຜ່ານບັນດານະໂຍບາຍຊ່ວຍວິສາຫະກິດ ຮັກສາການຜະລິດດຳເນີນທຸລະກິດເປັນປົກກະຕິ.. ວິສາຫະກິດຫວຽດນາມ ໃນໄລຍະຜ່ານມາ ໄດ້ເສີມຂະຫຍາຍພູມປັນຍາ, ປະດິດຄິດສ້າງ, ຄວາມສາມາດຮັບມື, ຍາດແຍ່ງກາລະໂອກາດພັດທະນາ. ນັກຊ່ຽວຊານເສດຖະກິດ ຫວໍຈີແທ່ງ ຖືວ່າ:

“ມີວິສາຫະກິດຫລາຍແຫ່ງບໍ່ພຽງແຕ່ປັບຕົວໃຫ້ແທດເໝາະເພື່ອຮັກສາການດຳເນີນທຸລະກິດໃຫ້ເປັນປົກກະຕິເທົ່ານັ້ນ ຫາກເຂົາເຈົ້າຍັງບືນຕົວຂຶ້ນດ້ວຍຄາດຫວັງໃຫມ່, ວິໄສທັດດີກວ່າເກົ່າ. ປະຈຸບັນ ການຮັບມືຂອງເຂົາເຈົ້າແມ່ນຕິດພັນກັບໂຄງປະກອບຂອງວິສາຫະກິດ, ການຕະຫລາດເພື່ອກະກຽມໃຫ້ແກ່ໄລຍະໃຫມ່ ຫລັງໂລກລະບາດໂຄວິດ 19”.

 ໄລຍະຈະມາເຖິງ ລັດຖະບານ ສືບຕໍ່ສະຫນອງແຫລ່ງສິນເຊື່ອ, ຫລຸດຜ່ອນອັດຕາດອກເບ້ຍໃຫ້ກູ້ຢືມ, ສ້າງອົງປະກອບຫນີ້ຄືນໃຫມ່, ຫລຸດຜ່ອນອັດຕາດອກເບ້ຍເງິນກູ້, ຫລຸດຜ່ອນລາຍຈ່າຍກູ້ຢືມທຶນໃຫ້ແກ່ວິສາຫະກິດ. ປະຕິບັດບັນດາມາດຕະການຟື້ນຕົວ ແລະ ພັດທະນາການຜະລິດດຳເນີນທຸລະກິດຢ່າງຂ້ຽວຂາດ, ຕິດພັນກັບການສ້າງໂຄງປະກອບບັນດາຂະແຫນງການ, ຂົງເຂດຄືນໃຫມ່. ພ້ອມກັນນັ້ນ ຫນູນຊ່ວຍວິສາຫະກິດຂະຫນາດກາງ ແລະ ນ້ອຍ, ອຸດສາຫະກຳຫນູນຊ່ວຍ, ພິເສດ ບັນດາວິສາຫະກິດນອນໃນບັນດາຂະແຫນງການບໍລິການ, ທ່ອງທ່ຽວ, ການບິນ...ໃຫ້ເໝາະສົມ, ສົ່ງເສີມວິສາຫະກິດຫວຽດນາມ ພັດທະນາການຜະລິດດຳເນີນທຸລະກິດ, ສ້າງບັນດາລະບົບສະຫນອງ, ລະບົບມູນຄ່າ, ເພີ່ມທະວີການສົ່ງອອກ. ນອກນັ້ນ ລັດຖະບານ ຈະຕິດຕາມສະພາບການຢ່າງໃກ້ຊິດເພື່ອມີວິທີການຫນູນຊ່ວຍ, ກະຕຸກຊຸກຍູ້ເສດຖະກິດໃຫ້ແກ່ໄລຍະຟື້ນຕົວ ແລະ ພັດທະນາຂອງວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ