ວິສາຫະກິດພາກເອກະຊົນນະຄອນໂຮ່ຈິມີນ: ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນ

(VOVWORLD) -ນະຄອນ ໂຮ່ຈິມີນ ມີວິສາຫະກິດເກືອບ 300.000 ແຫ່ງ, ໃນນັ້ນ ວິສາຫະກິດພາກເອກະຊົນກວມເອົາສ່ວນໃຫຍ່. ປະຈຸບັນ ວິສາຫະກິດພາກເອກະຊົນມີເງິນລົງທຶນກວມເອົາ 67% ຂອງພື້ນຖານເສດຖະກິດ ແລະ ປະກອບສ່ວນປະມານ 60% ເຂົ້າ GDP ຂອງນະຄອນ. ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດນີ້ພັດທະນາຢ່າງແຮງ, ອຳນາດການປົກຄອງນະຄອນ ໄດ້ມີຫລາຍແຜນນະໂຍບາຍຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຫນູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດພາກເອກະຊົນພັດທະນາ.

ວິສາຫະກິດພາກເອກະຊົນນະຄອນໂຮ່ຈິມີນ: ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນ - ảnh 1ພາບປະກອບ 

ບໍລິສັດ ເລີບຟຸກ ຈຳກັດ ຢູ່ ເມືອງ 7 ແມ່ນບໍລິສັດຜະລິດກົນຈັກແບບຊັດເຈນ. ກ່ອນນີ້ ວິສາຫະກິດພາກເອກະຊົນແຫ່ງນີ້ ແມ່ນໂຮງງານຜະລິດກົນຈັກຂະຫນາດນ້ອຍ ແລະ ພາຍຫລັງໄດ້ຮັບການຫນູນຊ່ວຍແຫ່ຼ່ງທຶນກະຕຸ້ນຄວາມຕ້ອງການຂອງນະຄອນ ວິສາຫະກິດແຫ່ງນີ້ ໄດ້ເປີດກວ້າງການຜະລິດ. ໄລຍະມໍ່ໆມານີ້ ບໍລິສັດໄດ້ຄົ້ນຄ້ວາ ດັດປັບການຜະລິດ, ນຳເຂົ້າຕ່ອງໂສ້ການຜະລິດແບບອັດຕະໂນມັດຈາກ ເອີລົບ ຕອບສະຫນອງຄວາມຮຽກຮ້ອງຕ້ອງການຢ່າງເຄັ່ງຄັດຂອງຫລາຍບໍລິສັດ, ກຸ່ມວິສາຫະກິດໃຫຍ່ໃນໂລກ. ປະຈຸບັນ ບໍລິສັດພວມສົ່ງອອກ ກົນຈັກແບບຊັດເຈນ ໃຫ້ແກ່ບັນດາບໍລິສັດຂອງຍີ່ປຸ່ນ, ຝລັ່ງ, ອາເມລິກາຄື: SanZo, SUZuki, Colgate, Whirlpoor....ແຕ່ລະປີ ບໍລິສັດສ້າງລາຍຮັບມາໄດ້ກວ່າ 10 ຕື້ດົງ ແລະ ແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນງານກວ່າ 300 ຄົນ. ປະຈຸບັນ ວິສາຫະກິດແຫ່ງນີ້ແມ່ນຫົວຫນ່ວຍນຳຫນ້າຂອງນະຄອນໃນການໝູນໃຊ້ເຕັກໂນໂລຊີສູງໃນຂົງເຂດກົນຈັກອັດຕະໂນມັດ. ວິສາຫະກິດບໍ່ພຽງແຕ່ຜະລິດກົນຈັກເທົ່ານັ້ນ ຫາກຍັງຮ່ວມມືກັບ 12 ມະຫາວິທະຍາໄລໃຫຍ່ ຢູ່ ນະຄອນ ໂຮ່ຈິມີນ ເພື່ອບຳລຸງສ້າງແຫລ່ງຊັບພະຍາກອນມະນຸດໃນຂົງເຂດກົນຈັກ. ບໍລິສັດພວມລົງທຶນກວ່າ 120 ຕື້ດົງເພື່ອກໍ່ສ້າງອາຄານ 10 ຊັ້ນ ເພື່ອສ້າງເທັກໂນໂລຊີສູງຜະລິດບັນດາອຸປະກອນການແພດສະຫນອງໃຫ້ຕະຫລາດພາຍໃນປະເທດ ແລະ ສົ່ງອອກ. ທ່ານ ຫງວຽນວັນຈີ ຜູ້ອຳນວຍການບໍລິສັດ ເລີບຟຸກ ຈຳກັດ ໃຫ້ຮູ້ວ່າ:

ຄວາມໄຝ່ຝັນຂອງຂ້າພະເຈົ້າແມ່ນຜະລິດບັນດາອຸປະກອນການແພດຄື:                                                       ຂໍ້ສອກ, ນອດຈັບກະດຸກ, ຂໍ້ຫົວເຂົ່າ. ບັນດາອຸປະກອນນີ້ປະຊາຊົນຊື້ແພງຫລາຍ.ໃນຂະນະນັ້ນ ລະດັບຄວາມຮູ້ດ້ານກົນຈັກຂອງພວກຂ້າພະເຈົ້າອາດຈະເຮັດໄດ້ ເປັນ     ຫຍັງເຮົາບໍ່ຜະລິດໃຫ້ປະຊາຊົນ ແລະ ຢາກເຮັດໄດ້ສິ່ງນັ້ນ ພວກເຮົາຕ້ອງຜະລິດຢູ່ອາຄານຊັ້ນສູງເພື່ອຮັບປະກັນອະນາໄມ.”

ຢູ່ ນະຄອນ ໂຮ່ຈິມີນ ບໍ່ພຽງແຕ່ມີວິສາຫະກິດ ເລີບຟຸກ ເທົ່ານັ້ນ ຫາກຍັງມີວິສາຫະກິດພາກເອກະຊົນອື່ນຫລາຍແຫ່ງ ກໍ່ລົງທຶນດັດປັບຢ່າງລຽນຕິດ, ປ່ຽນໃຫມ່ຜະລິດຕະພັນ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີເຂົ້າໃນການຜະລິດເພື່ອຍົກສູງກຳລັງແກ້ງແຍ້ງ. ພ້ອມກັນນັ້ນ ວິສາຫະກິດພາກເອກະຊົນກໍ່ມີການປະກອບສ່ວນຕັ້ງຫນ້າຫລາຍຢ່າງເຂົ້າໃນການພັດທະນາເສດຖະກິດ ຮັບປະກັນຊີວິດສັງຄົມ, ແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນງານນັບແສນໆຄົນ ແລະ ປະກອບສ່ວນເຂົ້າງົບປະມານນະຄອນເປັນຈຳນວນຫລວງຫລາຍ. ໄລຍະຜ່ານມາ, ນະຄອນ ໄດ້ເຊີດຊູວິສາຫະກິດດີເດັ່ນກວ່າ 100 ແຫ່ງ, ໃນນັ້ນ ມີ ວິສາຫະກິດ 40 ແຫ່ງ ສ້າງລາຍຮັບກວ່າ 1000 ຕື້ດົງ, ສ່ວນຫລາຍແມ່ນວິສາຫະກິດພາກເອກະຊົນ, ນີ້ແມ່ນບັນດາວິສາຫະກິດປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ງົບປະມານແຫ່ງລັດ.

ໃນຫລາຍປີຜ່ານມາ ນະຄອນ ໂຮ່ຈິມີນ ຍາມໃດກໍ່ຖືວິສາຫະກິດພາກເອກະຊົນແມ່ນກຳລັງຫນູນສຳຄັນໃນການພັດທະນາເສດຖະກິດສັງຄົມ. ນະຄອນ ໂຮ່ຈິມີນ ໄດ້ມີຫລາຍແຜນນະໂຍບາຍ, ນະໂຍບາຍ ສ້າງເງື່ອນໄຂໃຫ້ແກ່ເສດຖະກິດພາກເອກະຊົນພັດທະນາ ຄືຫນູນຊ່ວຍດ້ານທຶນຮອນເພື່ອກະຕຸ້ນຄວາມຕ້ອງການບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ກະສິກຳ.. ຕາມແຜນນະໂຍບາຍນີ້ ວິສາຫະກິດແຕ່ລະແຫ່ງໄດ້ກູ້ຢືມທຶນກະຕຸ້ນຄວາມຕ້ອງການຫລາຍສຸດແມ່ນ 200 ຕື້ດົງ ແລະ ໄດ້ຮັບການຫນູນຊ່ວຍອັດຕາດອກເບ້ຍກູ້ຢືມໃນ 7 ປີ. ຜ່ານນັ້ນ ມີວິສາຫະກິດພາກເອກະຊົນຫລາຍແຫ່ງໄດ້ຮັບການຫນູນຊ່ວຍດ້ານທຶນຮອນເປີດກວ້າງໂຮງງານ, ລົງທຶນເຕັກໂນໂລຊີໃຫມ່, ດັດປັບການຜະລິດ, ຫລຸດຜ່ອນຜະລິດຕະພັນ.. ຄຽງຄູ່ກັນນັ້ນ ນະຄອນ ກໍ່ມີຫລາຍໂຄງການຫນູນຊ່ວຍວິສາຫະກິດຂະຫນາດກາງ ແລະ ນ້ອຍ ທັງຫນ້າພຽງ, ການຜະລິດ, ສົ່ງເສີມດ້ານການຄ້າ, ສ້າງເຄື່ອງໝາຍການຄ້າ.. ທ່ານ ຟ້າມແທງກຽນ, ຫົວຫນ້າພະແນກອຸດສາຫະກຳ ການຄ້າ ນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າສຸມໃສ່ຫນູນຊ່ວຍຫນ້າພຽງໃຫ້ແກ່ຂົງເຂດຜະລິດອຸດສາຫະກຳ, ດ້ວຍລາຄາເຊົ່າຢູ່ບັນດາເຂດອຸດສາຫະກຳແມ່ນຖືກ ແລະ      ມີການຫນູນຊ່ວຍລົງທຶນ, ເປັນຕົ້ນແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ. ພວກຂ້າພະເຈົ້າຫນູນຊ່ວຍການເຊື່ອມຕໍ່ລະຫວ່າງການສະຫນອງ ແລະ ຄວາມຕ້ອງການ, ສ້າງເຄື່ອງໝາຍການຄ້າ. ນະຄອນໂຮ່ຈິມີນ ຈັດຕັ້ງບັນດາລາຍການເຊື່ອມຕໍ່ລະຫວ່າງການສະຫນອງ ແລະ ຄວາມຕ້ອງການເປັນປະຈຳ ແລະ ບັນລຸໝາກຜົນດີ.”

ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດພາກເອກະຊົນ, ນະຄອນ ສືບຕໍ່ຍູ້ແຮງການປະຕິຮູບດ້ານລະບຽບການບໍລິຫານຢ່າງແທດຈິງ ແລະ ມີປະສິດທິຜົນ, ເພື່ອຫນູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ວິສາຫະກິດພາກເອກະຊົນພັດທະນາ.

ໃນທ່າອ່ຽງພັດທະນາ, ນະຄອນ ໂຮ່ຈິມີນ ກຳນົດວ່າ: ວິສາຫະກິດພາກເອກະຊົນ ບໍ່ພຽງແຕ່ປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ການເຕີບໂຕເສດຖະກິດຂອງນະຄອນ, ນີ້ແມ່ນເຂດເສດຖະກິດມີຄວາມຂະຫຍັນຂັນເຄື່ອນ. ໃນການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ໂລກປະຈຸບັນ, ບັນດາວິສາຫະກິດແຫ່ງນີ້ ພວມຖືກກຳລັງດັນຢ່າງແຮງຈາກການແກ້ງແຍ້ງ ສະນັ້ນ ເພື່ອສ້າງເງື່ອນໄຂສະດວກໃຫ້ວິສາຫະກິດພາກເອກະຊົນພັດທະນາກວ່າອີກ ນັ້ນກໍ່ແມ່ນການສ້າງເງື່ອນໄຂໃຫ້ການພັດທະນາເພື່ອເຊືື່ອມໂຍງ.

ຕອບກັບ

ຂ່າວ/ບົດ​ອື່ນ