ສ້າງ ແລະ ພັດທະນາບັນດາເຄື່ອງໝາຍຜະລິດຕະພັນພິເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຍືນຍົງ

(VOVWORLD) - ໃນສະພາບການເຊື່ອມໂຍງ ແລະ ພັດທະນາ, ເລື່ອງສ້າງ ແລະ ພັດທະນາບັນດາເຄື່ອງໝາຍການຄ້າໃຫ້ແກ່ບັນດາຜະລິດຕະພັນພິເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນມີຄວາມໝາຍສຳຄັນຫລາຍຢ່າງ. ເລື່ອງນີ້ ທັງປະກອບສ່ວນໂຄສະນາ, ເພີ່ມມູນຄ່າຂອງຜະລິດຕະພັນ ທັງເປັນການປະຕິບັດຊັບສິນທາງປັນຍາ. ນີ້ກໍ່ແມ່ນພື້ນຖານດ້ານນິຕິກຳສຳຄັນ ເພື່ອຕໍ່ສູ້ຕ້ານສິນຄ້າປອມ, ສິນຄ້າລອກແບບ, ຮັບປະກັນສະພາບແວດລ້ອມການແກ້ງແຍ້ງຢ່າງປອດໃສ, ປົກປ້ອງສິດຜົນປະໂຫຍດຂອງນັກຜະລິດ ແລະ ຜູ້ບໍລິໂພກ.

ສ້າງ ແລະ ພັດທະນາບັນດາເຄື່ອງໝາຍຜະລິດຕະພັນພິເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຍືນຍົງ - ảnh 1ນັກວິສາວະກອນ ຕີລາຄາຄຸນນະພາບເຂົ້າ ຢູ່ ແຂວງອານຢາງ (ພາບ:ສຳນັກຂ່າວສານຫວຽດນາມ)

ຕາມກົມຊັບສິນທາງປັນຍາ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ແລ້ວ, ໃນຊຸມປີມໍ່ໆມານີ້ ບັນດາທ້ອງຖິ່ນ, ວິສາຫະກິດຂອງເຂດທົ່ງພຽງແມ່ນ້ຳຂອງ ໄດ້ຍູ້ແຮງວຽກງານກໍ່ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າໃຫ້ແກ່ບັນດາຜະລິດຕະພັນພິເສດຂອງທ້ອງຖິ່ນຕົນ.

ເຂດທົ່ງພຽງແມ່ນ້ຳຂອງ ມີເນື້ອທີ່ກວ່າ 40.000 ກິໂລຕາແມັດ, ດ້ວຍເງື່ອນໄຂທຳມະຊາດທີ່ເອື້ອອຳນວຍ, ນີ້ບໍ່ພຽງແຕ່ແມ່ນອູ່ເຂົ້າ, ໝາກໄມ້, ສິນໃນນ້ຳຂອງທັງປະເທດເທົ່ານັ້ນ ຫາກຍັງແມ່ນສະຖານທີ່ມີຊື່ສຽງດ້ວຍຜະລິດຕະພັນກະເສດຫລາຍປະເພດອີກດ້ວຍ.  ຫວ່າງມໍ່ໆມານີ້ ສະຖາບັນຄົ້ນຄ້ວາເຂົ້າເຂດທົ່ງພຽງແມ່ນ້ຳຂອງ ແລະ ກຸ່ມບໍລິສັດ ໂລກເຈີ່ຍ ໄດ້ລົງນາມສັນຍາການຮ່ວມມືຍຸດທະສາດ ໄລຍະ 2020 – 2025 ດ້ວຍເປົ້າໝາຍຄົ້ນຄ້ວາພັດທະນາແນວພັນເຂົ້າ ແລະ ເຄື່ອງໝາຍເຂົ້າສານຫວຽດນາມ ແບບຍືນຍົງ, ປັບປຸງທີ່ຕັ້ງແມ່ນເຂດຜະລິດເຂົ້າສານແຊບກວ່າໝູ່ໃນໂລກ. ປອ ເຈີນງອັກແທັກ, ຫົວຫນ້າ ສະຖາບັນຄົ້ນຄ້ວາເຂົ້າເຂດທົ່ງພຽງແມ່ນ້ຳຂອງ ໃຫ້ຮູ້ວ່າ:

“ ທາງສະຖາບັນ ແລະ ກຸ່ມບໍລິສັດ ໄດ້ຮ່ວມມືໃນຍຸດທະສາດທີ່ມີລັກສະນະຮອບດ້ານ ແລະ ມີຍຸດທະສາດຍາວນານ, ສ້າງການພັດທະນາແບບຍືນຍົງໃຫ້ແກ່ຂະແຫນງເຂົ້າສານ. ຈຸດສຸມການຮ່ວມມືນີ້ ຈະສຸມໃສ່ຄັດເລືອກແນວເຂົ້າທີ່ມີລັກສະນະດີເລີດ, ຖ່າຍທອດຜະລິດຕະພັນທີ່ໄດ້ຄົ້ນຄ້ວາ, ຂັ້ນຕອນເຕັກໂນໂລຊີໃຫມ່, ບຳລຸງສ້າງ, ແລກປ່ຽນຜູ້ຊ່ຽວຊານ. ຜ່ານນັ້ນ ກໍ່ເປັນເຈົ້າການໃນການຮັບມືກັບໄພແຫ້ງແລ້ງ ແລະ ປ້ອງກັນສັດຕູພືດ”

ປະຈຸບັນ ບັນດາທ້ອງຖິ່ນໃນເຂດທົ່ງພຽງແມ່ນ້ຳຂອງ ໄດ້ຍູ້ແຮງການພັດທະນາຮູບແບບ “ຫນຶ່ງທ້ອງຖິ່ນ ຫນຶ່ງຜະລິດຕະພັນ” (OCOP), ຈາກນັ້ນ ສ້າງເຄື່ອງໝາຍການຄ້າ ຍົກສູງຄຸນຄ່າບັນດາຜະລິດຕະພັນພິເສດຂອງແຕ່ລະທ້ອງຖິ່ນ. ຢູ່ ແຂວງ ຊອກຈັງ ພ້ອມກັບການສ້າງ ແລະ ພັດທະນາຜະລິດຕະພັນ OCOP ແລ້ວ, ເລື່ອງສ້າງລະບົບຄຸ້ມຄອງ, ຕິດຕາມກວດກາ, ຕີລາຄາ, ສ້າງເຄື່ອງໝາຍການຄ້າໃຫ້ຜະລິດຕະພັນກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງແຂວງ. ທ່ານ ຫວໍວັນຈຽວ, ຫົວຫນ້າ ພະແນກອຸດສາຫະກຳການຄ້າ ແຂວງ ຊອກຈັງ ໃຫ້ຮູ້ວ່າ: ຈຸດສຸມເພື່ອພັດທະນາຜະລິດຕະພັນ OCOP ແມ່ນນຳເອົາຜະລິດຕະພັນ OCOP ໃຫ້ກາຍເປັນເຄື່ອງໝາຍການຄ້າທີ່ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກຢູ່ພາຍໃນປະເທດ ແລະ ສາກົນ ເປັນທີ່ຮູ້ຈັກເຖິງເປັນຈຳນວນຫລວງຫລາຍ.

ສ້າງ ແລະ ພັດທະນາບັນດາເຄື່ອງໝາຍຜະລິດຕະພັນພິເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຍືນຍົງ - ảnh 2ຜະລິດຕະພັນ OCOP ວາງສະແດງ ຢູ່ ກອງປະຊຸມສະຫລຸບເຊື່ອມຕໍ່ການສະຫນອງຄວາມຕ້ອງການ ແລະການຈຳຫນ່າຍຜະລິດຕະພັນ OCOP ແຂວງ ຊອກຈັງ ປິ  2020 (ພາບ:baodantoc.vn)

“ເລືອກເອົາສະຖານທີ່ສ້າງຕັ້ງສູນ OCOP ແລະ ຜະລິດຕະພັນພິເສດຂອງ ແຂວງ, ແນໃສ່ໂຄສະນາ, ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ ລະຫວ່າງແຂວງ ຊອກຈັງ ແລະ ບັນດາແຂວງ ນະຄອນໃນທົ່ວປະເທດ. ສ້າງທຸລະກຳພົວພັນຄ້າຂາຍສິນຄ້າ, ຍູ້ແຮງການພັດທະນາເຄື່ອງໝາຍການຄ້າເອເລັກໂຕນິກ, ນຳຜະລິດຕະພັນພິເສດຂອງແຂວງ ຊອກຈັງ ພິເສດ ແມ່ນ ຜະລິດຕະພັນ  OCOP ເຂົ້າໃນບັນດາລະບົບຈຳຫນ່າຍຂອງບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ຈະແຊກຊຶມເຂົ້າຕະຫລາດໂລກເທື່ອລະກ້າວ”

ທ່ານ ຟ້າມທ້ຽນເຫງ໋ຍ ປະທານ ຄະນະກຳມະການປະຊາຊົນແຂວງ ດົ່ງທາບ ຖືວ່າ: ຢາກພັດທະນາຜະລິດຕະພັນ, ການບໍລິການຂອງເຂດ ແມ່ນບໍ່ສະເພາະຮັບໃຊ້ໃຫ້ຄວາມຕ້ອງການຢູ່ພາຍໃນປະເທດ ຫາກຍັງຕ້ອງມຸ່ງທິດເຂົ້າລະບົບມູນຄ່າທົ່ວໂລກ, ຢັ້ງຢືນໄດ້ເຄື່ອງໝາຍການຄ້າ ເປັນຕົ້ນໃນຍຸກເຕັກໂນໂລຊີພັດທະນາຄືປະຈຸບັນ.

“ໃນໄລຍະຈະມາເຖິງ ແຂວງ ດົ່ງທາບ ຈະສຸມໃສ່ປະຕິດບັດຢ່າງແຮງກວ່າ, ໂຄສະນາ, ຂົນຂວາຍ, ປຸກລະດົມຂະບວນການ Stard up ຂະບວນການທົ່ວປວງຊົນປະຕິບັດການຜະລິດບັນດາຜະລິດຕະພັນນີ້ໃຫ້ແຮງກວ່າ. ສິ່ງທີ່ເປັນຫນ້າຊື່ນຊົມ ນັ້ນແມ່ນ ຄຽງຄູ່ການພັດທະນາ OCOP ແຂວງ ດົ່ງທາບ ຈະເພີ່ມທະວີການກຳນົດບັນດາມາດຕະຖານ, ມາດຖານບັນລຸມາດຕະຖານພາຍໃນປະເທດ ແລະ ຂອງຕ່າງປະເທດ, ພ້ອມທັງ ແຂວງ ຈະຕິດພັນຢ່າງແໜ້ນແຟ້ນກັບການພັດທະນາການຄ້າອີກດ້ວຍ”

ດ້ວຍທ່າແຮງທີ່ແມ່ນສິນໃນນ້ຳ, ໝາກໄມ້ ແລະ ເຂົ້າສານ, ບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ ໄດ້ຂຸດຄົ້ນ, ເສີມຂະຫຍາຍ, ປຸກລຸກທ່າແຮງຊັບພະຍາກອນທຳມະຊາດຂອງເຂດຊົນນະບົດເຂົ້າໃນແຕ່ລະຜະລິດຕະພັນ OCOP ເພື່ອໃຫ້ຈາກນັ້ນ ສາມາດສ້າງ ແລະ ພັດທະນາເຄື່ອງໝາຍຜະລິດຕະພັນຂອງຕົນ. ແຂວງ ດົ່ງທາບ ໄດ້ມີ ກວ່າ 500 ຜະລິດຕະພັນ OCOP ທີ່ໄດ້ຮັບການຮັບຮອງ, ມີຜະລິດຕະພັນຫລາຍຢ່າງໄດ້ແຊກຊຶມເຂົ້າຕະຫລາດພາຍໃນ ແລະ ສາກົນແລ້ວ.

 

ຕອບກັບ

ຂ່າວ/ບົດ​ອື່ນ