ສ້າງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ກາຍ​ເປັນ​ຂົງ​ເຂດ​ນຳ​ໜ້າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດດ​ີ​ຈີ​ຕອນ

(VOVWORLD) -ວັນທີ 15 ພຶດສະພາ ຜ່ານມາ, ລັດຖະບານຫວຽດນາມ ໄດ້ໃຫ້ສັດຕະຍາບັນແຜນການສັງລວມການພັດທະນາການຄ້າເອເລັກໂຕນິກແຫ່ງຊາດ ໄລຍະ 2021  2025 ດ້ວຍຄາດໝາຍສ້າງຂົງເຂດນີ້ກາຍເປັນຂົງເຂດນຳໜ້າຂອງພື້ນຖານເສດຖະກິດດີຈີຕອນ - ເຊິ່ງໃນນີ້ບັນດາເຕັກໂນໂລຢີກ້າວໜ້າຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ໄດ້ຮັບການໝູນໃຊ້ຢ່າງກວ້າງຂວາງ - ເພີ່ມປະສິດທິຜົນການຜະລິດດຳເນີນທຸລະກິດ, ປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດ, ຍູ້ແຮງການພັດທະນາຕະຫຼາດພາຍໃນ ແລະ ສົ່ງອອກ.

ແຜນການສັງລວມການພັດທະນາການຄ້າເອເລັກໂຕນິກແຫ່ງຊາດ ໄລຍະ 2021 – 2025 ໄດ້ຕິດພັນກັບບັນດາຍຸດທະສາດ, ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4, ກຳນົດທິດການພັດທະນາເສດຖະກິດດີຈີຕອນ - ຫັນເປັນດີຈີຕອນແຫ່ງຊາດທີ່ໄດ້ລະບຸໃນມະຕິສະບັບເລກທີ 52. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຄຽງຄູ່ກັບບັນດາເປົ້າໝາຍສັງລວມ ເຊິ່ງລວມມີ: ການໜູນຊ່ວຍ, ຊຸກຍູ້ການໝູນໃຊ້ການຄ້າເລັກໂຕນິກເປັນວົງກວ້າງໃນໝູ່ວິສາຫະກິດ ແລະ ວົງຄະນະຍາດ; ຮັດແຄບຊ່ອງຫວ່າງລະຫວ່າງບັນດານະຄອນໃຫຍ່ ກັບ ທ້ອງຖິ່ນຕ່າງໆ ກ່ຽວກັບຄວາມອາດສາມາດໃນການຊື້ - ຂາຍຜ່ານທາງອອນລາຍ; ສ້າງ ຕະຫຼາດຈໍາລອງ ທີ່ປອດໃສ, ມີລັກສະນະແກ້ງແຍ້ງ ແລະ ພັດທະນາແບບຍືນຍົງ; ປະກອບສ່ວນຊຸກຍູ້ການຜະລິດ, ຈຳໜ່າຍສິນຄ້າ ຫວຽດນາມ ແລະ ເພີ່ມທະວີການແລກປ່ຽນຊື້ຂາຍເຄື່ອງຂອງຂ້າມຊາຍແດນຜ່ານທາງອອກລາຍ... ແຜນການດັ່ງກ່າວ ຍັງຍົກໃຫ້ເຫັນບັນດາເປົ້າໝາຍລະອຽດ ເປັນຕົ້ນແມ່ນ ຮອດປີ 2025 ຈະມີຈຳນວນປະຊາຊົນ55%ເຂົ້າຮ່ວມການຊື້  - ຂາຍຜ່ານທາງອອນລາຍ, ດ້ວຍມູນຄ່າການແລກປ່ຽນຊື້ຂາຍສະເລ່ຍແມ່ນ 600 USD  ຕໍ່ຄົນ/ປີ; ຍອດລາຍຮັບຈາກຂົງເຂດນີ້ບັນລຸ 35 ຕື້ USD, ກວມເອົາ 10% ຍອດລາຍຮັບບັນລຸໄດ້ຈາກການຂາຍຍ່ອຍ ແລະ ລາຍຮັບຈາກການບໍລິການຈຳໜ່າຍສິນຄ້າຂອງທັງປະເທດ; ປະກອບສ່ວນຊຸກຍູ້ການຊຳລະໂດຍບໍ່ນຳໃຊ້ເງິນສົດ ບັນລຸເຖິງ 50% ແລະ 50% ແຫຼ່ງບຸກຄະລາກອນໄດ້ຮັບການກໍ່ສ້າງຢ່າງມີແບບແຜນຈາກລະບົບການສຶກສາ - ກໍ່ສ້າງ ແລະ ສຶກສາວິຊາຊີບ. ທ່ານ ຫງວຽນບິ່ງມິນ, ກຳມະການຄະນະບໍລິຫານງານ ສະຫະສະມາຄົມການຄ້າເອເລັກໂຕນິກຫວຽດນາມ ຖືວ່າ:

“ໂລກລະບາດໂຄວິດ - 19 ເກີດຂຶ້ນ ກໍແມ່ນໂອກາດເພື່ອໃຫ້ທົ່ວໂລກເບິ່ງຄືນໂຄງສ້າງຂອງພື້ນຖານເສດຖະກິດຂອງຕົນ. ເຂົາເຈົ້າຕ້ອງຍອມຮັບວ່າ ການຄ້າເອເລກໂຕນິກມີສະຖຽນລະພາບສູງໃນວິກິດການນີ້. ຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ - 19 ໃນປັດຈຸບັນ, ບໍ່ມີໃຜສາມາດຢັ້ງຢືນໄດ້ວ່າ ໂລກລະບາດຈະສິ້ນສຸດລົງໃນຈຸດເວລານີ້, ສະນັ້ນ, ການຄ້າເອເລັກໂຕນິກພວມແມ່ນມາດຕະການໜຶ່ງ ແລະ ສືບຕໍ່ແມ່ນມາດຕະການໜຶ່ງໃນອະນາຄົດໃກ້ໆນີ້, ສະນັ້ນ, ການເລືອກການຄ້າເອເລັກໂຕນິກເປັນຈຸດສຸມຂອງການພັດທະນາພື້ນຖານເສດຖະກິດ ບໍ່ແມ່ນການກຳນົດທິດອີກແລ້ວ ຫາກແມ່ນມາດຕະການພັດທະນາເສດຖະກິດ. ຂ້າພະເຈົ້າຖືວ່າ ນີ້ແມ່ນການເລືອກເຟັ້ນທີ່ຖືກຕ້ອງ.”

ແຜນການດັ່ງກ່າວ ໂດຍກະຊວງອຸດສາຫະກຳຍື່ນສະເໜີຕໍ່ລັດຖະບານ  ໂດຍໄດ້ຍົກອອກ 6 ໝວດມາດຕະການເພື່ອພັດທະນາການຄ້າເລັກໂຕນິກ ຢູ່ຫວຽດນາມ ເຊັ່ນ: ສ້າງສຳເລັດກົນໄກ, ນະໂຍບາຍຕອບສະໜອງຄວາມຕ້ອງການພັດທະນາຂອງຂະແໜງໃນສະພາບການເສດຖະກິດໃໝ່; ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ; ຕໍ່ສູ້ຕ້ານບັນດາການກະທໍາສໍ້ໂກງການຄ້າ, ລະເມີດສິດຊັບສິນທາງປັນຍາ ແລະ ການແກ້ງແຍ້ງບໍ່ປອດໃສໃນສະພາບແວດລ້ອມນີ້; ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກພາຍໃນປະເທດ ຫຼືຊຸກຍູ້ການແລກປ່ຽນຊື້ຂາຍເຄື່ອງຂອງຂ້າມຊາຍແດນຜ່ານທາງອອນລາຍ... ທ່ານດັ້ງຮວ່າງຫາຍ, ຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ເນັ້ນໜັກວ່າ:

“ພວກເຮົາຕ້ອງພັດທະນາການຄ້າເອເລັກໂຕນິກໃນຂອບເຂດທີ່ກວ້າງໃຫຍ່ກວ່າ, ແທນທີ່ຈະສຸມໃສ່ບັນດານະຄອນໃຫຍ່. ທີສອງ, ຕ້ອງນຳເຕັກໂນໂລຢີໃໝ່ເຂົ້າຄຸ້ມຄອງໃຫ້ດີກວ່າ ກ່ຽວກັບທາງດ້ານຄຸນນະພາບ, ສ້າງເງື່ອນໄຂສະດວກໃນການຫຼຸດຄ່າໃຊ້ຈ່າຍໃຫ້ແກ່ການຄ້າເອເລັກໂຕນິກ. ທີສາມ, ພັດທະນາສິນຄ້າຫວຽດນາມນັ້ນແມ່ນພື້ນຖານເພື່ອຍາດແຍ່ງການຄ້າເອເລັກໂຕນິກນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນເຂດຫ່າງໄກສອກຫຼີກ, ນຳມາເຊິ່ງການແກ້ງແຍ້ງປອດໃສໃຫ້ແກ່ບໍລິສັດຜະລິດສິນຄ້າຫວຽດນາມ ແມ່ນກຳລັງໜູນພັດທະນາເສດຖະກິດຂອງທັງປະເທດ. ເພື່ອຊ່ວຍໃຫ້ການຄ້າເອເລັກໂຕນິກພັດທະນາຢ່າງຮອບດ້ານກວ່ານັ້ນ, ພວກຂ້າພະເຈົ້າກໍຈະພິຈາລະນາ, ປັບປຸງດໍາລັດ, ເຊິ່ງເປັນກອບນິຕິກຳໃຫ້ແກ່ການຄ້າເອເລັກໂຕນິກ; ພ້ອມກັນນັ້ນ ພ້ອມກັບບັນດາກະຊວງ, ຂະແໜງການອື່ນໆຈະພິຈາລະນາບັນດາມາດຕະການປັບໄໝ ແລະ ການສະກັດກັ້ນເລື່ອງລະເມີດຄຸນນະພາບສິນຄ້າໃຫ້ເຂັ້ມງວດກວ່າ”.

ສ້າງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ກາຍ​ເປັນ​ຂົງ​ເຂດ​ນຳ​ໜ້າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດດ​ີ​ຈີ​ຕອນ - ảnh 1 (ພາບປະກອບ: VOV)

ແຜນການສັງລວມພັດທະນາການຄ້າເອເລັກໂຕນິກແຫ່ງຊາດ ໄລຍະ 2021 – 2025 ແມ່ນເອກະສານນະໂຍບາຍສຳຄັນ ແມ່ນພື້ນຖານແກ່ການຜັນຂະຫຍາຍການເຄື່ອນໄຫວການຄ້າເອເລັກໂຕນິກຕ່າງໆຂອງຫວຽດນາມໃນໄລຍະ 5 ປີຈະມາເຖິງ. ເມື່ອແຜນການໄດ້ນຳໄປຜັນຂະຫຍາຍໃນຕົວຈິງ, ການຄ້າເອເລັກໂຕນິກຫວຽດນາມ ອາດຈະບືນຕົວຂຶ້ນອັນດັບທີ 2 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດໃນພາກພື້ນ, ໃນປີ 2025. ນັກຊ່ຽວຊານດ້ານເສດຖະກິດ ຫງວຽນຈິຫ໊ຽວ ຖືວ່າ:

“ກ່ອນອື່ນໝົດ, ຂ້າພະເຈົ້າເຫັນດີເປັນເອກະພາບຕໍ່ແຜນການດັ່ງກ່າວ ເພາະວ່າ ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວ, ການຄ້າເອເລັກໂຕນິກ ແມ່ນທ່າອ່ຽງທີ່ບໍ່ສາມາດຕ່າວປິ້ນໄດ້. ບັນດາປະເທດພັດທະນາໄດ້ນິຍົມໃຊ້ແຕ່ດົນແລ້ວ. ຂ້າພະເຈົ້າຖືວ່າ ເລື່ອງທີ່ຕ້ອງປະຕິບັດເພື່ອບັນລຸໄດ້ເປົ້າໝາຍນີ້ ແມ່ນອົງການມີໜ້າທີ່ຮັບຜິດຊອບ, ລັດຖະບານ ຄວນຊຸກຍູ້ລະບົບຊຳລະໂດຍບໍ່ນໍາໃຊ້ເງິນສົດໂດຍໄວເພື່ອຊຸກຍູ້ການຊື້ - ຂາຍຜ່ານທາງອອນລາຍ ຫຼືການຄ້າເອເລັກໂຕນິກ. ແລະ ກໍຄວນເອົາໃຈໃສ່ເຖິງຄວາມຊິນເຄີຍຂອງຜູ້ບໍລິໂພກ ດ້ວຍວິທີເພີ່ມທະວີບັນດາການເຄື່ອນໄຫວສ້າງຄວາມໄວ້ເນື້ອເຊື່ອໃຈສຳລັບເຂົາເຈົ້າ ອີກດ້ວຍ”.

ໃນສະພາບການທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ຄວາມຊິນເຄີຍຂອງຜູ້ບໍລິໂພກໄດ້ມີການປ່ຽນແປງພໍສົມຄວນ. ຜູ້ບໍລິໂພກໄດ້ນຳໃຊ້ໂປແກຼມຊື້ເຄື່ອງຜ່ານທາງອອນລາຍ ເພື່ອຈຳກັດການສຳຜັດ ໂດຍປ່ຽນແທນການຊື່ເຄື່ອງຕາມແບບເດີມ ແມ່ນນັບມື້ນັບຫຼາຍຂຶ້ນ.  ບັນດາສ່ວນບຸກຄົນ, ວິສາຫະກິດ ຢູ່ທຸກຂົງເຂດ, ຂະແໜງອາຊີບພວມຊອກຫາຊ່ອງທາງຊື້ - ຂາຍ ນີ້ ເພື່ອໂຄສະນາຜະລິດຕະພັນ, ຊຸກຍູ້ການຜະລິດດຳເນີນທຸລະກິດ. ຍາດແຍ່ງກາລະໂອກາດນີ້ ແລະ ເພີ່ມທະວີການປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນແຜນການດັ່ງກ່າວຢ່າງມີປະສິດທິຜົນ, ການຊື້ - ຂາຍທາງອອນລາຍ ແນ່ນອນວ່າ ຈະບັນລຸໄດ້ປະສິດທິຜົນ ແລະ ມີຄວາມສາມາດບົ່ມຊ້ອນທີ່ສຸດໃນວິວັດການສ້າງພື້ນຖານເສດຖະກິດຂອງປະເທດຊາດກາຍເປັນພື້ນຖານເສດຖະກິດດີຈີຕອນ./.

ຕອບກັບ

ຂ່າວ/ບົດ​ອື່ນ