ຫວຽດນາມ ຊຸກຍູ້ການດຶງດູດການລົງທຶນຕ່າງປະເທດໃນສະພາບການໃຫມ່

(VOVWORLD) -ຕາມການສັງເກດຂອງບັນດາອົງການສາກົນ ແລະ ວິສາຫະກິດລົງທຶນຕ່າງປະເທດ, ການແກ້ງແຍ່ງລະຫວ່າງບັນດາປະເທດພວມພັດທະນາໃນການດຶງດູດການລົງທຶນຂອງຕ່າງປະເທດ (FDI) ຈະດຳເນີນຢ່າງຂ້ຽວຂາດ ພິເສດໃນສະພາບການແຫລ່ງທຶນ  FDI ໄດ້ຮັບການຄາດຄະເນວ່າຈະຫລຸດລົງໃນປີນີ້, ໃນຂະນະ ຄວາມຕ້ອງການການດຶງດູດເງິນລົງທຶນໃຫ້ແກ່ໄລຍະຟື້ນຟູ ແລະ ພັດທະນາ ພາຍຫລັງໂຄວິດ 19 ແມ່ນເພີ່ມຂຶ້ນສູງ. ໃນສະພາບການນີ້ໄດ້ວາງອອກຫລາຍສິ່ງທ້າທາຍໃຫ້ແກ່ ຫວຽດນາມ ແຕ່ກໍ່ແມ່ນກາລະໂອກາດຊຸກຍູ້, ການປ່ຽນໃຫມ່ ຈິນຕະນາການ, ປະດິດຄິດສ້າງ, ສ້າງສັນວິໄສທັດ.. ເພື່ອເປີດອອກບັນດາກາລະໂອກາດ ແລະ ກຳລັງຫນູນໃຫມ່ ໃນການຮ່ວມມືພັດທະນາ, ດຶງດູດກະແສເງິນລົງທຶນໃຫມ່.

ຫວຽດນາມ ຊຸກຍູ້ການດຶງດູດການລົງທຶນຕ່າງປະເທດໃນສະພາບການໃຫມ່ - ảnh 1ກຳມະກອນ ບໍລິສັດTelstar  VietNam ຈຳກັດ.ພາບປະກອບ:Đồng Thúy/TTXVN

ສະພາບການເສດຖະກິດໂລກພວມປະເຊີນຫນ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ ຄືໄພເງິນເຟີ້ຢູ່ໃນລະດັບສູງ, ການເຕີບໂຕຕ່ຳ. ຄຽງຄູ່ກັນນັ້ນ ບັນດາພື້ນຖານເສດຖະກິດໃຫຍ່ສືບຕໍ່ປະເຊີນຫນ້າກັບໄພຊຸດໂຊມ, ການປະທະກັນດ້ານພູມສາດການເມືອງ, ເຊື້ອຊາດເຜົ່າພັນ ພ້ອມກັບຄວາມຂາດສະຖຽນລະພາບຂອງຕະຫລາດການເງິນ, ຫນີ້ສາທາລະນະ, ໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ.. ສົ່ງຜົນສະທ້ອນອັນໃຫຍ່ຫລວງເຖິງກະແສງການລົງທຶນທົ່ວໂລກ ແລະ ປະສິດທິຜົນຂອງນະໂຍບາຍ ພາສີ ອາກອນລະດັບຕ່ຳສຸດທົ່ວໂລກ. ໃນສະພາບການນັ້ນ, ບັນດານັກລົງທຶນຕ່າງປະເທດຄື: ອາເມລິກາ, ເອີລົບ, ຍີ່ປຸ່ນ, ສເກົາຫລີ .. ຍັງຄົງສະແດງຄວາມເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນການເຕີບໂຕຂອງພື້ນຖານເສດຖະກິດ ກໍຄືບັນດາຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຂອງ ຫວຽດນາມ. ທ່ານ Furusawa Yasuyuki, ສະມາຊິກ ຄະນະຜູ້ອຳນວຍການບໍລິຫານຂອງກຸ່ມບໍລິສັດ AEON ຍີ່ປຸ່ນ ຮັບຜິດຊອບຕະຫລາດ ຫວຽດນາມ, ທັງເປັນຜູ້ອຳນວຍການໃຫຍ່ AEON ຫວຽດນາມ ໃຫ້ຮູ້ວ່າ:

 “ບັນດາວິສາຫະກິດ ປະຈຸບັນ ພວມໄດ້ຮັບການຫນູນຊ່ວຍຫລາຍຢ່າງ ສ່ວນຫລາຍແມ່ນບັນດາວິສາຫະກິດໄດ້ຮັບການສ້າງຕັ້ງຢູ່ທາງພາກໃຕ້ຂອງຫວຽດນາມ ບໍ່ພຽງແຕ່ຢູ່ ນະຄອນ ໂຮ່ຈີມິນ ຫາກພວກຂ້າພະເຈົ້າຍັງຮ່ວມມືຫລາຍຢ່າງກັບບັນດາທ້ອງຖິ່ນຄື: ດົ່ງນາຍ, ບີ່ງເຢືອງ, ບ່າເຣ້ຍ ຫວູງເຕົາ.. ພວກຂ້າພະເຈົ້າປາດຖະຫນາຢາກເສີມຂະຫຍາຍແຫລ່ງກຳລັງຂອງບັນດາທ້ອງຖິ່ນນີ້ ພິເສດແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້”

ສະພາບການດຶງດູດທຶນ FDI ຢູ່ ຫວຽດນາມ ພວມໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ໃນ 4 ເດືອນຕົ້ນປີນີ້ ເງິນລົງທຶນຕ່າງປະເທດຈົດທະບຽນເຂົ້າ ຫວຽດນາມ ບັນລຸເກືອບ 9 ຕື້ USD, ໃນນັ້ນ ເງິນລົງທຶນຜ່ານການປະກອບທຶນ, ຊື້ຫຸ້ນສ່ວນ ບັນລຸ 3,1 ຕື້  USD, ເພີ່ມຂຶ້ນ 70% ແລະ ຈຳນວນໂຄງການຈົດທະບຽນໃຫມ່ໄດ້ເພີ່ມຂຶ້ນ 65% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປະຈຸບັນ ບັນດາວິສາຫະກິດຕ່າງປະເທດ ພວມມີຄວາມເອົາໃຈໃສ່ເຖິງນະໂຍບາຍລົງທຶນຂອງຫວຽດນາມ. ທ່ານ Choi Joo Ho ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Samsung ຫວຽດນາມ ໃຫ້ຮູ້ວ່າ:

“ ຫວຽດນາມ ແມ່ນແຫ່ງທີ່ ສເກົາຫລີສືບຕໍ່ສົນໃຈລົງທຶນໃນອະນາຄົດ. ມີຫລາຍການເຄື່ອນໄຫວລົງທຶນດຳເນີນທຸລະກິດຂອງບັນດາວິສາຫະກິດໄດ້ຫັນເປັນລະອຽດເມື່ອໄດ້ເຂົ້າເຖິງບັນດານະໂຍບາຍດຶງດູດການລົງທຶນກໍ່ຄືການຫນູນຊ່ວຍຕັ້ງຫນ້າຂອງລັດຖະບານ ຫວຽດນາມ. ກະຊວງແຜນການ ແລະ ການລົງທຶນ ໄດ້ສ້າງບັນດານະໂຍບາຍຜ່ອນຜັນບັນດາຂໍ້ກຳນົດກໍ່ຄືຄວາມມານະພະຍາຍາມສ້າງລະບົບຄຸ້ມຄອງ, ບຸລິມະສິດພາສີອາກອນໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງສາກົນປະຈຸບັນ.”

     ເພື່ອຍູ້ແຮງ ແລະ ຍົກສູງປະສິດທິຜົນການຮ່ວມມືລົງທຶນ, ຫວຽດນາມ ສົ່ງເສີມບັນດານັກລົງທຶນຕ່າງປະເທດໃຫ້ບຸລິມະສິດລົງທຶນບັນດາໂຄງການນຳໃຊ້  ແຮງງານ ພະລັງງານ, ທີ່ດິນ, ຊັບພະຍາກອນຈຳນວນຫນ້ອຍ ແລະ ນຳມາເຊິ່ງມູນຄ່າເພີ່ມສູງ, ຊຸກຍູ້ການເຕີບໂຕສີຂຽວ, ພັດທະນາເສດຖະກິດ ກວມລວມ ແລະ ຍືນຍົງ. ທ່ານ ໂດ໋ແທງຈູງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ: ຫວຽດນາມ ຈະມີກະແສເງິນລົງທຶນໃຫມ່ ຖ້າຫາກມີບັນດາຍຸດທະສາດລະອຽດ.

“ຂົງເຂດໃຫມ່, ການກຳນົດທິດໃຫມ່, ວິໄສທັດໃຫມ່, ຈິນຕະນາການໃຫມ່, ໃນບັນດາຂົງເຂດເຕັກໂນໂລຊີສູງ, ພັດທະນາສີຂຽວ, ການເຕີບໂຕແບບຍືນຍົງ.. ຜ່ານນັ້ນ ທັງຊ່ວຍ ຫວຽດນາມ ປະຕິບັດຄວາມຄາດຫວັງວັດທະນາຖາວອນ ໃຫ້ປະກົດຜົນເປັນຈິງ ກໍ່ຄືຍົກສູງກຳລັງຄວາມສາມາດພາຍໃນ ແລະ ລັກສະນະເປັນເຈົ້າຂອງພື້ນຖານເສດຖະກິດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກລົງທຶນຕ່າງປະເທດຊອກຫາ, ເປີດກວ້າງຕະຫລາດທຸລະກິດ.”

ຫວຽດນາມ ຊຸກຍູ້ການດຶງດູດການລົງທຶນຕ່າງປະເທດໃນສະພາບການໃຫມ່ - ảnh 2ທ່ານ ໂດ໋ແທງຈູງຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ຫວຽດນາມ . ພາບ:vtc.vn

ເພື່ອຍົກສູງຄຸນນະພາບ, ປະສິດທິຜົນກະແສເງິນລົງທຶນຕ່າງປະເທດ, ລັດຖະບານ ໄດ້ຊີ້ນຳສືບຕໍ່ປະຕິຮູບລະບອບລະບຽບການ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງຄວາມສະດວກໃຫ້ແກ່ປະຊາຄົມວິສາຫະກິດ, ໃນນັ້ນ ມີບັນດານັກລົງທຶນຕ່າງປະເທດ, ດ້ວຍທິດນຳ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”. ພ້ອມທັງສ້າງ ແລະ ພັດທະນາລະບົບນິເວດກ່ຽວກັບວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ດ້ວຍກົນໄກຄຸ້ມຄອງມີໄຫວພິບ, ເໝາະສົມກັບສະພາບແວດລ້ອມການດຳເນີນທຸລະກິດ ດີຈິຕອນ.

ພັດທະນາວິສາຫະກິດພາຍໃນປະເທດໃຫ້ເຕີບໃຫຍ່, ມີກຳລັງແຮງພຽງພໍເພື່ອເຊື່ອມໂຍງເຂົ້າກັບສາກົນ, ເພື່ອຮ່ວມທຸລະກິດ, ຮ່ວມສຳພັນກັບພາກທີ່ເງິນລົງທຶນຂອງຕ່າງປະເທດ, ສຸມໃສ່ເຂົ້າໃນຂົງເຂດເຕັກໂນໂລຊີສູງ, ບໍລິການທັນສະໄຫມ, ອຸດສາຫະກຳປຸງແຕ່ງ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ບໍລິການການເງິນ. ພິເສດ ເສີມຂະຫຍາຍກຳລັງແຮງພາຍໃນ ແລະ ຍາດແຍ່ງທ່າໄດ້ປຽບການແກ້ງແຍ່ງ ເພື່ອແນໃສ່ປັບປຸງປະສິດທິຜົນການຮ່ວມມືລົງທຶນຕ່າງປະເທດ, ນຳພາກລົງທຶນຂອງຕ່າງປະເທດໃຫ້ເຊື່ອມຕໍ່ຢ່າງແຫນ້ນແຟ້ນກັບພາກ ລົງທຶນພາຍໃນປະເທດ ນຳມາເຊິ່ງກຳລັງແຮງພັດທະນາແບບຍືນຍົງໃຫ້ແກ່ພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ