ຫວຽດນາມມານະພະຍາຍາມສ້າງສະພາບແວດລ້ອມແຫ່ງການລົງທຶນ,ດຳເນີນທຸລະກິດຢ່າງສະດວກສະບາຍ

(vovworld) - ໃນ​ໄລ​ຍະປີ 2 ປີ (2015 – 2016), ຫວຽດ​ນາມ ໄດ​້​ສຸມ​ໃສ່​ປະ​ຕິ​ບັດ​ຍຸ​ດ​ທະ​ສາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ແນ​ໃສ່​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງ​ການ​ຍົກ​ສ​ູງ​ກຳ​ລັງ​ແກ່ງ​ແຍ້ງ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ. ພ້ອມ​ກັບ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ກໍ​ພວ​ມ​ປະ​ຕິ​​ບັດ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ເພື່ອ​ສ້າງ​ເງື່ອນ​ໄຂ​​ສະ​ດວກ​ຢ່າງ​ສຸດ​​ສຸດ​ໃຈໃຫ້​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ບົດ​ຂຽນ “ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດຢ່າງ​ສະ​ດວກ​ສະ​ບາຍ” ຂອງ ເກີມ​ຕູ໋, ນັກ​ຂ່າ​ວ VOV.

ຫວຽດນາມມານະພະຍາຍາມສ້າງສະພາບແວດລ້ອມແຫ່ງການລົງທຶນ,ດຳເນີນທຸລະກິດຢ່າງສະດວກສະບາຍ - ảnh 1
ຫວຽດ​ນາມມາ​ນະ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ,
ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ​ສະ​ບາຍ
(ພາບ​ປະ​ກອບ: thanhnien.vn)

ໄລ່​ຮອດເດືອນ 10/2016, ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດ 10.000 ກວ່າ​ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃໝ່, ​ດ້ວຍນອດຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນກວ່າ 81.000 ຕື້​ດົງ. ຈຳ​ນວນ​ວິ​ສາ​ຫະ​ກິດ​ກັບ​ຄື​ນ​ສ​ູ່​ການ​ເຄື່ອນ​ໄຫວ​ໃນ​ເດືອນ 10 ແມ່ນ​ເກ​ືອບ 2000 ແຫ່ງ. ນີ້​ແມ່ນ​ໝາກ​ຜົນ​​ທີ່​ລັດ​ຖະ​ບານ​ຫວຽດ​ນາມ ​ບັນ​ລຸ​ໄດ​້ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​​ຢ່າງບໍ່​ຢຸ​ດ​ຢັ້ງໃນ​ໄລ​ຍະ​ຜ່ານ​ມາ. ​ຫຼັກ​ຖານ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​​ທີ່​ພິ​ສຸດໃຫ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ແມ່ນ​ບົດ​ລາຍ​ງານ​ປະ​ຈຳ​ປີ​ກ່ຽວ​ກັບດັດ​ຊະ​ນີ​ຄວາມ​ສະ​ດວກ​ໃນ​ການ​ດຳ​ເນີ​ນ​ທຸ​ລະ​ກິດ (Doing Business) ປີ 2017 ຂອງ​ທະ​ນາ​ຄານ​ໂລກ ​ທີ່ປະ​ກາດໃນ​ວັນ​ທີ 26/10 ຜ່ານ​ມາ, ໄດ້​ຈັດ​ຫວຽດ​ນາມ ຢືນ​ອັນ​ດັບ​ທີ 82 ໃນ​ຈຳ​ນວນ 190 ພື້ນ​ຖານ​ເສດ​ຖະ​ກິດ, ​ເລື່ອນ 9 ຂັ້ນ​ເມື່ອ​ທຽບ​ໃສ່​ປີ 2016.

        ໃນ​ບົດ​ລາຍ​ງານ​ປະ​ກາດ​ຫວ່າງມໍ່​ໆ​ມານີ້, ທະ​ນາ​ຄານ HSBC ໃຫ້​ຂໍ້​ສັງ​ເກ​ດ​ວ່າ: ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຮັກ​ສາ​ທີ່​ຕັ້ງ​ນຳ​ໜ້າ​ຢູ່​ອາ​ຊີ ກ່ຽວ​ກັບ​ການ​ເຕີບ​ໂຕ GDP, ດ້ວຍ 2 ຈຸດ​ພົ້ນ​ເດັ່ນ​ແມ່ນ​ການ​ຜະ​ລິດ ແລະ ​ການສົ່ງ​ອອກ. ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ຜະ​ລິດ​ໃນ​ພາກ​ພື້​ນ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສຳ​ນັກ​ຂ່າວ​ສານ Nikkei ຂອງ ຍີ່​ປຸ່ນ ກ​ໍ​ໃຫ້​ຂໍ້​ສັງ​ເກດ​ວ່າ, ບັນ​ດາ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ຜະ​ລິດ​ຂອງ​ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​​ປັບ​ປຸງ​ໃຫ້​ດີ​ຂຶ້ນ. ໃນ​ຂະ​ນະ​ນັ້ນ, ​ອົງ​ການ​ຈັດ​ອັນ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ Moody’s ກໍ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າກ່ຽວ​ກັບ​ແງ່​ຫວັງ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ, ດ້ວຍ​ການ​ຈັດ​ອັ​ນ​ດັບ B1, ແງ່​ຫວັງ​ສະ​ຖຽນ​ລະ​ພາບ.

        ທ່ານ​ໝາກ​ກ໋ວກ​ແອງ, ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ນະ​ຄອນ​ຮ່າ​ໂນ້ຍ ຖື​ວ່າ: ນັບ​ແຕ່​ປີ 2015, ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້ “ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບັນ​ດາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ”, ລົ​ບ​ລ້​າງ​ບັນ​ດ​າ​ຮົ້ວ​ກີດ​ຂວາງ​ໃນ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ທີ່ບໍ່​ເໝາະ​ສົມ​ກັບ​ທຳ​ນຽມ​ເສດ​ຖະ​ກິດ​ການ​ຕະ​ຫຼາດ ແລະ ຄຳ​ໝັ້ນ​ສັນ​ຍາ​ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ, ສ້າງ​ພື້ນ​ຖານ​ນິ​ຕິ​ກຳ​ໃຫ້​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ຕາມ​ທິດ​ນັບ​ມື້​ນັບ​​ມີ​ຄວາມສະ​ດວກ​ສະ​ບາຍກວ່າ, ກະ​ຈາງ​ແຈ​້ງ ແລະ ສະ​ເໝີ​ພາບ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ນັກ​ລົງ​ທຶນ.

        “ປະ​ຈຸ​ບັນ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຮ່າ​ໂນ້ຍ ພ້ອມ​ກັບ​ພະ​ແນກ​ອຸດ​ສາ​ຫະ​ກຳ​ການ​ຄ້າ, ພະ​ແນ​ກ​ແຜນ​ການ ແລະ ການ​ລົງ​ທຶນ ພ້ອມ​ກັບ​ອົງ​ການ, ​ຄະ​ນະ, ຂະ​ແໜງ​ການ ຍາມ​ໃດ​ກໍ​ຈັດ​ຕັ້ງ​ບັນ​ດາ​ເວ​ທີ​ປາ​ໄສ, ​ພົບ​ປະ​ກັບ​ບັນ​ດາ​ອົງ​ການ​ວິ​ສາ​ຫ​ະ​ກິດ. ນອກນັ້ນ​, ກ​ໍ່​​ສົ່ງ​ໃບ​​ທາບ​ທາມ​ຄຳ​ເຫັນ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ສຸມ​ໃສ່​​ແຈ້ງ​ຂໍ້​ມູນ​ຂ່າວ​ສານ ເພື່ອ​ແນ​ໃສ່​ແກ້​ໄຂ​​ຄວາມ​ຫຍຸ້ງ​ຍາກ​ທີ່ກ່ຽວ​​ຂ້ອງ​​ເຖິງລະ​ບຽບ​ການບ​ໍ​ລິ​ຫານ​, ກ່ຽວ​ຂ້ອງ​ເຖິງ​ທີ່​ດິນ, ພາ​ສີ, ອາ​ກອນ… ຈາກນັ້ນ​ກໍ່​ຫຼຸດ​ຜ່ອນ​ໜັງ​ສື​ອະ​ນຸ​ຍາດເພີ່ມ​ເຕີມ ເພື່ອ​ສ້າງ​ສະ​ພາບ​ແກ່ງ​ແຍ້ງ​ທີ່​ສະ​ດວກ​ສະ​ບາຍ​ໃຫ້​ວິ​ສາ​ຫະ​ກິດ”.

        ເລື່ອງ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີ​ນ​ທຸ​ລະ​ກິດ, ຍົກ​ສ​ູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ ໄດ້ຮັບ​ຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ທີ່​ສຸດ​ຈາກ​ລັດ​ຖະ​ບານ. ໃນ​ທ້າຍ​ເດືອນ 04, ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 19 ປີ 2016 ກ່ຽວ​ກັບ​ໜ​້າ​ທີ່, ມາດ​ຕະ​ການ​ແກ້​ໄຂ​ຕົ້ນ​ຕໍເພື່ອ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດໄລ​ຍະ 2 ປີ 2016 – 2017, ກຳ​ນົດ​ທິດ​ຮອດ​ປີ 2020. ນີ້​ແມ່ນ​ປີ​ທີ 3 ຢ່າງ​ລຽນ​ຕ​ິດ, ​ທີ່ລັດ​ຖະ​ບານ​​ໄດ້​ປະ​ກາດມ​ະ​ຕິ​ກ່ຽວ​ກັບ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ. ຍ້ອນ​ເຫດນັ້ນ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການລົງ​ທຶນ, ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ມີ​ບາດ​ກ້າວ​ປັບ​ປຸງ, ກຳ​ລັງ​ແກ່ງ​ແຍ້ງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຕີ​ລາ​ຄາ​ສູງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ຢືນ​ຢັນ​ວ່າ: ຍາມ​ໃດ​ຫວຽດ​ນາມ ກໍ​ຖື​​ຖັນ​ແຖວ​ວິ​ສາ​ຫະ​ກິດ ແລະ ນັກ​ທຸ​ລະ​ກິດເປັນ​ສຳ​ຄັນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ບັນ​ດາ​ແຂວງ, ນະ​ຄອນ​ສຸມ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ພັດ​ທະ​ນາ​ຢ່າງ​ແຮງ; ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງ​ຂະ​ບວນ​ການ​ດຳ​ເນີນ​ອາ​ຊ​ີບ, ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ.

        “ລັດ​ຖະ​ບານ​ພວມ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ຫັນ​ລະ​ບົບ​ກົດ​ໝາຍ ແລະ ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ໃຫ້​ລະ​ອຽດ. ​ຕົ້ນ​ປີ 2016, ລັດ​ຖະ​ບານ​ໄດ້​ປະ​ກ​າດ​ໃຊ້​ມະ​ຕິ​ເລກ​ທີ 844 ກ່ຽວ​ກັບ​ລະ​ບົບ​ຊີ​ວະ​ພາບ​​ດຳ​ເນີນ​ອາ​ຊີບ​ແຫ່ງ​ຊາດ. ສະ​ນັ້ນ, ສະ​ເໜີ​ໃຫ້​ການ​ນຳ​ບັນ​ດາ​ແຂວງ​​ທີ່ຮັບ​ຜິດ​ຊອບ​ຂົງ​ເຂດນີ້​ອ່ານ​​ກ່ຽວ​ກັບ​ລະ​ບົບ​ຊີ​ວະ​ພາບ​ດຳ​ເນີນ​ທຸ​ລະ​ກິດ. ລັດ​ຖະ​ບານ​ກໍ​ພວ​ມກ​ະ​ກ​ຽມ​ຢ່າງ​ຕັ້ງ​ໜ້າເພື່ອ​​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດກົດ​ໝາຍ​ປັບ​ປຸງ​ກົດ​ໝາຍຫຼາຍ​ສະ​ບັບ​ທີ່​ກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ແລະ ດຳ​ເນີ​ນ​ທຸ​ລະ​ກິດ, ເພື່ອແກ້​ໄຂ​ຂໍ້​ຕິດ​ຂັດ​ໃຫ້​ວິ​ສາ​ຫະ​ກິດ​ເພື່ອພັດ​ທະ​ນາ”.

        ​ທີ່​ວາ​ລະ​ປະ​ຊຸມ​ປະ​ຈຳ​ເດືອນ​ຂອງ​ລັດ​ຖະ​ບານ​ຫວ່າງມໍ່ໆ​ມານີ້, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ສ້າງ​ລະ​ບອບ​ລະ​ບຽບ​ການ, ໃນ​ນັ້ນ​​ຈຸດ​ສຸມ​ແມ່ນ ກວ​ດ​ກາ​​ຄືນເລື່ອງ​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ແນະ​ນຳ ເພື່ອ​ນຳ​ບັນ​ດາ​ເນື້ອ​ໃນ​​ປະ​ຕິ​ຮູບ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ເຂົ້າ​ຊີ​ວິດ​ຕົວ​ຈິງ. ວຽກ​ງານ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ເພື່ອ​ແນ​ໃສ່​ສ​ືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ​່ງ​ແຍ້ງ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ